ເວົ້າ​ກ່ຽວກັບ​ເກີບ

(GMT+08:00) 2012-02-15 14:06:16     cri
ເວົ້າ​ກ່ຽວກັບ​ເກີບ

ມື້ນີ້ເອົາ​ໃຈ​ໄສ່ຄົນທີ່​ມັກ​ໃສ່​ເກີບ​ຄັດ​ຊູ​ສົ້ນ​ເຕ້ຍ ທີ່​ນຳ​ແຟ​ຊັ່ນ ເກີບຄັດ​ຊູ​ສົ້ນ​ເຕ້ຍ ສວຍ-ງາມ ມາ​ຝາກ ສຳລັບສາວໆ ທີ່​ມັກ​ໃສ່ ​​ເກີບຄັດ​ຊູ​ສົ້ນ​ເຕ້ຍບໍ່​ມັກ​ໃສ່​ສົ້ນ​ສູງ​ແນວ​ນີ້​ ແຖ​ມເປັນ​ສາວ​ອາລົມ​ດີ ມັກ​ເບີ່​ງໂລກ​ໃນ​ແງ່​ດີ  ຍັງ​ເປັນ​ມິດ​ກັບ​ທຸກ​ຄົນ​ດ້ວຍ ​ເອີ! ບໍ່​ແປກ... ຫາກ​ຈະ​ເຫັນ​ສາວ​ທີ່​ໃສ່​ເກີບແນວ​ນີ້​ມີ​ເພື່ອນມິດ​ຫຼາຍເຕັມ​ໄປຫມົດ  ປະ​ມານ​ວ່າ​ຈະ​ໄປ​ຫັ້ນ​ມາ​ນີ້​ກະ​ມີ​ຄົນ​ຍ້ອງ​ວ່າ​ງາ​ມ​ແລະ​ຄົນກໍ່ຮູ້​ຈັກ​ໄປ​ທົ່ວ  ຄັນ​ຊິ​ເວົ້າ​ເກີບ​ຂັດຊູ​ສົ້ນ​ເຕ້ຍ ນອກ​ຈາກ​ຈະ​ໃສ່​ສະບາຍ​ຕີນ ພ້ອມ​ເດິນທາງ​ໄປ​ໄດ້​ທຸກ​ທີ່​ແລ້ວ ປະຈຸບັນ​ຍັງມີ​ດີ​ໄຊນ໌​ສຸດ​ແບບໝ້າຮັກ​ມາ​ໃຫ້​ເຈົ້າ​ສາວ  ໄດ້​ເລືອກ​ໃສ່​ກັນ​ແບບ​ບໍ່​ຈຳ​ກັດ​ນຳ​ອີກ​ ບໍ່​ວ່າ​ຈະ​ເປັນ​ແບບ​ລຽບ​ງ່າຍ ໃສ່​ໄປ​​​ໄສ່ກໍ​ໄດ້ ແບບ​ເນັ້ນ​ລວດ​ລາຍ​ສີ​ສັນ ສຳລັບ​ມື້​ພິເສດ​ ກະເລືອກ​ແບບ​ຕິດ​ມຸກ​ຝັ່ງ​ເພັດ ປະ​ດັບ​ເລື່ອມ​ລະ​ຍິບ​ລະ​ຍັບ ໃນ​ວັນທີ່​ຕ້ອງ​ການ​ຄວາມ​ຫລູ​ຫລາ (ວ້າວ...) ສ່ວນ​ຈະ​ໃສ່​ແບບ​ຫົວ​ມົນ ຫົວ​ແຫລມ ຫລື​ຫົວ​ຕັດ ເປີດ​ຫົວ ກໍ​ແລ້ວ​ແຕ່​ຄວາມ​ມັກ ​​ແຕ່​ຂໍ​ແນະນຳສຳລັບ​ຜູ້​ໃດ໋ທີ່​ມັກ​​ໄປ​ຫຼີ້ນນັ້ນ​ຫຼີ້ນນີ້​ຕະຫຼອດ ຄວນ​​ໄສ່​ແບບ ຂັດ​ຊູ່​ຕ່ຳ​ເປັນ​ແຜ່ນ​ຜ້າ ​ເພາະວ່າ​ມັນ​ຈະບໍ່​ເລືອກ​ເຄື່ອງ

2. ກ່ຽວກັບ​ແຟຊັ້ນ​ເສື້ອ​ຜ້າ​ຫນ້າ​ຫນາວ​ທີ່​​ໄສ່​ໄປ​ເຮັດ​​ວຽກນຳ​ກະ​ໄດ້

   ເສື້ອ​ຄຸມ ແຈັກ​ເກັດ blazer ສູດ​ຜູ້ຍິງ ຜ້າ​ດີ ງາມ​ແບບ​ລຽບຮູບຊົງ​ງາມ ແບບ​ສຸພາບ ໃສ່​ເຮັດວຽກ ທ່ຽວຊ້ອນ​ກັບ​ເສື້ອທາງ​ໃນ ຮູບຊົງ​ແມ່ນ​ເຮັດ​ຂື້ນ​ສຳລັບ​ສາວ​ໆ ທີ່​ມີ​ບ່າ​ຕົກ ຖ້າ​ວ່າ​ໄສ່​ເສື້ອ​ໂຕ​ນີ້​ເຂົ້າ​ໄປ​ຈະ​ຊ່ວຍ​ໃຫ້​ບ່າ​ຕັ້ງ ສີ່​ສຳຄັນອັນ​ນີ້​ເພີ່ນ​ວ່າ​ຊື້​ເສື້ອ​ທາງ​ນອກ​ຈະ​ແຖມ​ເສື້ອ​ທາງ ​ໃນ​ນຳ​ເປັນ​ແຈກ​ເກັດ​ທີ່​ມີ​ຊີບຮູດ ຮູບຊົງ​ຂອງ​ມັນ​ອາດ​ຈະ​ເປັນຄໍ​ກະ​ດູມຊື່​ລົງ​ມາ​ຮອດ​ສະບື ​ແລະ​ເປັນ​ບ໋ຽງຂ້ອງ​ກະ​ມີ ຫຼາຍສະ​ຕ່າ​ຍ​​ໃຫ້​ເຮົາ​ເລືອກ ​ແຕ່​ສັງ​ເກດ​ເຫັນ​ມີ​ແຕກະດຸມ​2 ​​ເມັດຕິດ​ຢູ່​ທາ​ງໜ້າ ​ເພີ່ນ​ວ່າ​ເປັນ​ສັນຍາ​ລັກ​ຂອງ​ຍີ່​ຫໍ້​ເສື້ອ ດຽວນີ້​ມາ ​ແຮງ​ອາດ​ຈະ​ເປັນ​ເສື້ອ ສີ​ຂີ້​ເທົ່າ ຂີ​ຂຽວອອ່ນ ​ແລະ​ກະ​ສີ​ບົວ​ອອ່ອນ ​ແຕ່​ສີ​ອື່ນ​ອາດ​ຈະ​ມາ​ໃນ​ທ້າຍ​ອາທິດ​ນີ້

3. ຖ້ຳ​ນ້ຳ​ກ້ອນ​ລີ​ເຊນ​ເວນຕ໌ (Eisriesenwelt Ice Caves) ໃນ​ພາສາ​ເຍ​ຍ​ມັນ​ໝາຍ​ເຖິງ "ໂລກ​ແຫ່ງ​ນ້ຳ​ກ້ອນ​ຄົນຍັກ" ເປັນ​ຖ້ຳ​ທີ່​ນ້ຳກ້ອນຫິນ​ປູນ ທຳມະຊາດ​ຂະໜາດ​ໃຫຍ່​ຂອງ​ປະເທດ​ອອດສະ​ເຕ​ເລຍ (ເປັນ​ສ່ວນຫນຶ່ງ​ຂອງ​ພູເຂົາ​ແອນປ໌) ຕັ້ງ​ຢູ່​ໃກ້​ຄຽງ​ກັບ​ເມືອງ​ຊາລ໌​ສະ​ເ​ບິລ໌​ກ ເປັນ​ຖ້ຳ​ນ້ຳກ້ອນ​ທີ່​ໃຫຍ່​ທີ່ສຸດ​ໂລກ​ເທົ່າ​ທີ່​ມະນຸດ​ຄົ້ນ​ພົບ​ໃນ​ປະຈຸບັນ

ໂດຍ​ຖ້ຳ​ແຫ່ງ​ນີ້​ຄົ້ນ​ພົບ​ເທື່ອ​ທຳ​ອິດ​​ແມ່ນ​ປີ 1879 ສະໄໝ​ນັ້ນ​ຄົນ​ໃນ​ທ້ອງ​ຖິ່ນ ຮູ້​ຈັກ​ມັນ​ໃນ​ຖານະ​ທາງ​ເຂົ້າ​ສູ່​ນະລົກ​ວ່າ​ຊັ້ນ​ ​ແລະ​ບໍ່​ກ້າ​ທີ່​ຈະ​ເຂົ້າໄປທາງ​ໃນ ​​ເພາະວ່າລັກສະນະ​ທາງ​​ໃນ​ຖ້ຳ​ເປັນ​ຄື​ພູເຂົາ​ທີ່​ຢູ່ໃນ​ຖ້ຳ​ແລະ​ຈະ​ມີ​ນ້ຳ​ກ້ອນເກາ​ະຕິດ​ຢູ່​​ເຕັມຫິນ​​ໄປຫມົດ ຄື​​ກັບ​ວ່າ​​ຢູ່ໃນ​ໂລກ​ຕ່າງ​ມິຕິ​ນິ​ແລະ​ ຈົນ​ບໍ່​ເຊື່ອ​ວ່າ​ນີ້​ຄື​ຝີ​ມື​ຂອງ​ທຳມະຊາດ ຖ້ຳ​ແຫ່ງ​ນີ້​ມີ​ຄວາມ​ເລິກ​ເຖິງ 42 ກິ​ໂລ​ແມັດ (ແຕ່​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າໄປ​ຊົມ​​ແຕ່ກິ​ໂລ​ແມັດ​ດຽວນິກະ​ປານ​ວ່າ​ຢູ່​ໂຮງ​ນ້ຳ​ກ້ອນ​ທີ່​ບໍ່​ມີ​ຫຍັງ​ຈະ​ມາ​ເຢັນ​ເທົ່າ​ນີ້)

ໂດຍ​ຖ້ຳ​ນີ້​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວມາ​ຊົມ​ຕັ້ງ​ແຕ່ 1 ພະ​ລືດ​ພາ​ເຖິງ​ເດືອນ​ຕຸລາ​ຂອງ​ທຸກ​ປີ ໂດຍ​ເປີດ 9.00 ນ.16.30 ນ. ບໍ່​ອະນຸຍາດ​ໃຫ້​ຖ່າຍ​ຮູບ ແຕ່​ກະ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ກວ່າ 200,000 ຄົນ​ຕໍ່​ປີ​ມາຍັງ​ສະຖານ​ທີ່​ແຫ່ງ​ນີ້