ວິ​ໄລ​ວັນ

(GMT+08:00) 2012-02-20 10:36:21     cri


ໃນ​ເວລາຍັງ​ເປັນ​ນັກຮຽນ, ​ວິ​ໄລ​ວັນມັກ​ເອົາ​ຜ້າ​ຫົ່ມປົກ​ຫົວ​ຟັງ​ວິ​ທະ​ຍຸ​, ທັງ​ໄຫ້​​ແລະທັງ​ຫົວຍ້ອນ​ປະ​ທັບ​ໃຈ​ນຳລາຍການ, ​ເວລາ​ນັ້ນ, ​ວິ​ໄລ​ວັນກໍ່ຝັນຢາກ​ເປັນ​ໂຄສົກ​ຈັດ​ທຳລາຍ​ການ. ດຽວ​ນີ້, ຄວາມ​ຝັນ​ຂອງວິ​ໄລ​ວັນ​​ໄດ້​ກາຍ​ເປັນ​ຄວາມຈິງ, ວິ​ໄລ​ວັນ​​ໄດ້​ເປັນ​ໂຄສົກ​ຈັດ​ທຳລາຍ​ການສົມ​ດັ່ງ​ປາຖະໜາ.

……

ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ໜ້າ​ກັນ, ​ແຕ່​ກໍ່​​ແບ່ງປັນ​ຄວາມມ່ວນ​ຊື່ນ​ແລະ​​ແບ່ງ​ເບົາຄວາມຫງ່ວມ​ເຫງົາ​ໄດ້​​​ໂດຍ​ຜ່ານ​ຄື້ນວິ​ທະ​ຍຸ​ແລະອິນ​ເຕິ​ເນັດ, ນີ້​ຄື​ວາດ​ສະໜາ​ຢ່າງ​ໜຶ່ງ, ວິ​ໄລ​ວັນຈະຖະໜອມຫວງ​ແຫນ​ວາດ​ສະໜາ​ນີ້​ໃຫ້ດີ, ພະຍາຍາມ​ສຸດ​ຂີດ, ​ເພື່ອ​​ເປັນ​ເພື່ອນຈິດ​ມິດ​ໃຈ​ຂ​ອງທ່ານ​ໄດ້​.

ທຸ້ມ​ເທ​​ແຮງ​ໃຈ, ບໍ່​ແມ່ນ​ເພື່ອ​ລາງວັນ​ຫຍັງ, ຕັ້ງ​ອົກ​ຕັ້ງ​ໃຈ, ບໍ່​​ແມ່ນ​ເພື່ອ​ເງິນ​ຄຳ, ມີ​ແຕ່​ເພື່ອ​​ເຈົ້າ——ມິດ​ລາຍການທີ່ຮັກ​ແພງ​ທີ່​ສຸດ.