ກິນ​ຊີ້ນ​ສຸກ​ຫຼາຍ​ອັນຕະລາຍ​ເຖິງ​ສອງ​ເທົ່າ

(GMT+08:00) 2012-02-22 15:20:27     cri
ມະຫາວິທະຍາ​ໄລ​ເທັກ​ຊັສ​ໄດ້​ວິ​ໃຈ​ພົບ​ວ່າ: ການ​ກິນ​ຊີ້ນ​ສຸກ​ໂດຍ​ສະ​ເພາະ​ຜູ້​ທີ່​ມັກ​ກິນ​ຊີ້ນ​ສຸກ​ຫຼາຍ​ເກີນ​ໄປ​ຈະ​ເພີ່ມ​ຄວາມ​ສ່ຽງ​ເຮັດ​ໃຫ້​ເປັນ​ພະຍາດ​ມະ​ເຮັງກະ​ເພາະ​ອາຫານ​ຫຼາຍ​ຂື້ນ, ຍ້ອນ​ເຫດຜົນ​ວ່າ: ການ​ຈືນ, ປີ້ງ​ຫຼື​ເຜົາ​ຈົນ​ໄໝ້​ເຮັດ​ໃຫ້​ເກີດ​ສານ​ເຄມີ​ທີ່​ເປັນສາ​ເຫດ​ຂອງ​ມະ​ເຮັງ​ຂື້ນ.

ຜົນ​ການ​ວິ​ໄຈ​ເທື່ອ​ນີ້​ໄດ້​ພົບ​ມາ​ຈາກ​ການ​ທົດ​ລອງ​ກັບ​ຄົນ​ຈໍານວນ 1700ຄົນ, ​ໃຊ້​ເວລາ​ດົນ 12 ປີ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ການ​ວິ​ໄຈ​ພະຍາດ​ມະ​ເຮັງ​ສະ​ຫະລັດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ຜູ້​ທີ່​ກິນ​ຊີ້ນ​ຜ່ານ​ການ​ປຸງ​ແຕ່ງ​ໃຫ້​ສຸກ​ຫຼາຍ​ເກີນ​ໄປ​ຈະ​ສ່ຽງ​ເປັນ​ພະຍາດ​ມະ​ເຮັງ​ກະ​ເພາະ​ອາຫານ​ຫຼາຍ​ກວ່າ. 

ຜູ້​ທີ່​ກິນ​ຊີ້ນ​ສຸກ​ແຕ່​ທາງ​ນອກ​ທາງ​ໃນ​ຍັງ​ແດງ​ຢູ່​ເຊິ່ງຄວາມ​ສ່ຽງ​ນີ້​ສູງ​ເຖິງ 2 ​ເທົ່າ​ໂດຍ​ສະ​ເພາະ​ຜູ້​ທີ່​ມັກ​ກິນ​ສະ​ເຕັກ, ໝູ​ເຄັມ​ຫຼື​ເຜົາ​ອົບ​ຄວນ,​​ເຊິ​່ງ​ເຮັດ​ໃຫ້​ຊີ້ນ​ງົວ​ຫຼື​ຊີ້ນ​ແບ້​ອ່າວ​ດໍາ​ຫຼື​ສຸກ​ເກີນ​ໄປ​ແຮ່ງ​ຈະ​ມີ​ຄວາມ​ສ່ຽງ​ຫຼາຍ​ທີ່​ສຸດ​ລວມທັງ​ຊີ້ນ​ປາ​ຈືນ​ແລະ​ໄກ່​ຈືນ​ສຸກໆ​ກອບໆ​ກໍ່​ສ່ຽງ​ເປັນ​ພະຍາດ​ມະ​ເຮັງ​ຄື​ກັນ. ​

ໂດຍສານ​ເຄມີ​ເຮັດ​ໃຫ້​ມີ​ພະຍາດ​ມະ​ເຮັງ​ໄດ້​ມີ​ທັງ​ໝົດ 3 ຊະນິດ​ໃຫຍ່ໆ​ເຊິ່ງສາມາດ​ເອີ້ນ​ລວມກັນ​ໄດ້​ວ່າ: ສານ​ປະ​ກອບ​ເຮ​ເທີ​ໂຣ​ໄທ​ລິກ​ເຊິ​່ງມັນ​ຈະ​ເພີ່ມ​ຄວາມ​ສ່ຽງ​ໃຫ້​ເປັນ​ມະ​ເຮັງ​ຫຼາຍ​ຂື້ນ​ເຖິງ 2 ​ເທົ່າ​ເຄິ່ງ.

ນອກ​ນັ້ນ, ສໍານັກງານ​ມາດຕະຖານອາຫານ​ຍັງ​ເຕືອນ​ອີກ​ວ່າ: ການ​ກິນ​ອາຫານ​ສຸກ​ທດິບ​ທທີ່​ມີ​ສີ​ແດງ​ນັ້ນ, ກໍ່​ສາມາດ​ເຮັດ​ໃຫ້​​ເປັນ​ພະຍາດ​ອາຫານ​ເປັນ​ພິດ​ໄດ້​ຄື​ກັນ. ດັ່ງ​ນັ້ນ, ທ່ານ​ຄວນ​ຫັນ​ມາ​ກິນ​ອາຫານ​ທີ່​ຜ່ານ​ການ​ປຸງ​ແຕ່ງ​ທີ່ສຸກພໍດີ​ກິນພ້ອມ​ທັງ​ກິນ​ພັກ​ແລະ​ໝາກ​ໄມ້​ໃຫ້​ຫຼາຍຂື້ນ.