ຄຳຫຼາຍ​ແຕ່​ຂາຍ​ແພງ, ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ຫຍັງ?

(GMT+08:00) 2012-02-22 15:22:39     cri
ເປັນ​ຍັງ​ລາວ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ຄຳ​ລາຍ​ໃຫ່ຍ​ ແຕ່​ລາຄາ​ຄຳ​ຮູບ​ປະພັນ​ຈຶ່ງ​ມີ​ລາຄາ​ແພງ?

ໃນໜັງສື​ພິມ​ເສ​ດຖະກິດ​ສັງຄົມ ສະບັບ​ວັນ​ທີ 8 ກຸມພາ 2012 ​ໄດ້​ຂຽນຫົວ​ຂໍ້ ຄຳຫຼາຍ​ແຕ່​ຂາຍ​ແພງ , ​ເຫດ​ຍ້ອນ ສ່ວນ​ແບ່ງ​ພາຍ​ໃນ​ມີໜ້ອຍ.

ນັກທຸລະກິດ​ຄຳ​ເປີດ​ເຜີຍ​ວ່າ: ຄຳແພງ​ຍ້ອນ​ໄດ້​ນຳ​​ເອົາ​ຄຳ​ນຳ​ເຂົ້າ​ມາ​ຈາກ​ຕ່າງ​ປະທດ, ​ເນື່ອງ​ຈາກ​ວ່າ ​ບໍລິສັດ​ຂຸດ​ຄົ້ນ​ສ່ວນ​ໃຫ່ຍສົ່ງ​ຄຳ​ອອກ​ຂາຍ​ຕ່າງປະ​ເທດ.

ໃນ​ຫາງ​ສຽງຂອງ​ສັງຄົມ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ວ່າ: ​ໃນ​ແຕ່ລະ​ປີ​ລາວ​ສົ່ງ​ຄຳ​ອອກຫຼາຍ​ແຕ່​ລາຄາ​ຄຳ​ຮູບ​ປະພັນ​ໃນ​ທ້ອງ​ຕະຫຼາດພັດ​ສູງ​ຂື້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ສູງ​ກວ່າ​ລາຄາ​ຄຳ​ໃນ​ຕະຫຼາດຕ່າງປະ​ເທດ ທັງໆທີ່​ວ່າ​ລາວ​ເປັນ​ປະ​ເທດ​ສົ່ງ​ອອກ​ຄຳຫຼາຍ​ໃນ​ແຕ່ລະ​ປີ.

ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ ຄຳ​ວຽງ ​ໄຊ​ຍະ​ບຸດ ຜູ້​ຈັດການ​ດ້ານ​ການ​ພົວພັນ​ກັບ​ບັນດາ​ຜູ້​ມີ​ສ່ວນ​ຮ່ວມ​ຂອງ​ບໍລິສັດ​ລ້ານ​ຊ້າງ​ມີ​ເນ​ໂລ​ນຫຼືບໍ່ຄຳ​ເຊ​ໂປ​ນ​ໃຫ້​ຮູ້​ວ່າ: ​ໂຄງການ​ເຊ​ໂປ​ນ​ໄດ້​ຂຸດ​ຄົ້ນ​ມາຫຼາຍປີ ​ໄດ້​ສົງ​ໄປຫຼາຍປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ໄທ​ກວມ 71 % ຂອງ​ຍອດ​ສົ່ງ​ອອກ, ນອກ​ນີ້​ຍັງ​ສົ່ງ​ໄປ​ຕະຫຼາດຫວຽດນາມ, ຈີນ​ເອີ, ​ເອີ​ລົບ, ​ເຍຍ​ລະ​ມັນ. ສ່ວນ​ກຳລັງ​ຊື້​ຂອງ​ນັກທຸລະກິດ​ພາຍ​ໃນ​ມີ​ພຽງ 0,18% ​ເທົ່າ​ນັ້ນ.

​ເຫດຜົນ​ທີ່​ນັກທຸລະກິດ​ຂາຍ​ຄຳ​ຊື້​ຄຳ​ຈາກ​ບໍລິສັດມີ​ຕຳ​ນວນໜ້ອຍ?

ຕາມ​ການ​ໃຫ້​ສຳພາດ​ໃນໜັງສື​ພີ​ມ​ເສດຖະກິດ​ສັງຄົມ​ຂອງ​ນັກທຸລະກິດ​ຂ້ານຂາຍ​ຄຳ​ແຫ່ງໜຶ່ງ​ໃຫ້​ເຫດຜົນ​ວ່າ: ​ໃນ​ຄວາມ​ເປັນ​ຈິ່ງ​​ແລ້ວ​ຜູ້​ທີ່​ຂາຍ​ຄຳ​ຮູບ​ປະພັນ​ກໍ​ຢາກ​ໄດ້​ຄຳ​ແທ່ງ​ພາຍ​ໃນ​ມາ​ແປ​ຮູບ​ເພື່ອ​ໃຫ້​ລາຄາ​ຄຳ​ຮູບ​ປະພັນ​ຕ່ຳລົງ ​ແລະ​ເຄີຍ​ສະ​ເໜີ​ໄປ​ຫາ​ບໍລິສັດ​ຜູ້​ຂຸດ​ຄົ້ນຫຼາຍ​ເທື່ອ​ແຕ່​ກໍ​ບໍ່​ໄດ້​ຕາມ​ຄວາມ​ຫວັງ​ເພາະວ່າ​ບໍ​ລິ​ສັດ​ດັ່ງກ່າວ​ມີ​ສັນຍາ​ຊື້-​ຊາຍ​ກັບ​ຕ່າງປະ​ເທດ.

 ສະ​ນັ້ນ​ຜູ້​ທີ່​ເຮັດ​ທຸລະ​ກິດ​ຄຳ​ພາຍ​ໃນ​ສ່ວນຫຼາຍ​ແມ່ນ​ໄດ້​ຊື້​ນຳ​ບໍລິສັດ​ນຳ​ເຂົ້າ​ຄຳ​ຈາກ​ຕ່າງປະ​ເທດ, ຊື້​ນຳ​ທະນາຄານ​ທີ່​ເຮັດ​ທຸລະ​ກິດ​ຊື້​-ຂາຍ​ຄຳ​ແລະ​ນຳ​ໃຊ້​ຄຳໝູນວຽນ ຈາກ​ປະຊາຊົນ, ​ເມື່ອຊື້​ຄຳ​ມາ​ຈາກ​ຕ່າງປະ​ເທດ​ລາຄາ​ສູງ​ຢູ່​ແລ້ວ​ມາ​ແປ​ເປັນ​ຮູບ​ປະພັນ​ກໍ​ເລີຍ​ເຮັດ​ໃຫ້​ລາຄາ​ຄຳ​ນັ້ນ​ມີ​ການ​ປ່ຽນ​ແປງ​ຕາມ​ລາຄາ​ໃນ​ຕະຫຼາດ​ໂລກ.

ຜູ້​ປະກອບ​ການ​ທຸລະ​ກິດ​ຄຳ​ກ່າວ​ຍ້ຳອີກ​ວ່າ: ສາ​ເຫດໜຶ່ງທີ່​ຊື້​ຄຳ​ແທ່ງ​ພາຍ​ໃນກວມ​ອັດຕາໜ້ອຍນັ້ນ​ແມ່ນ​ຍ້ອນ​ບໍລິສັດ​ຜູ້​ຜະລິດບໍ່​​ເຮັດ​ການ​ຕະຫຼາດ, ຊາວ​ຄ້າຂາຍ​ຄຳ​ບໍ່ຮູ້​ຊ້ຳ​ວ່າ​ບໍ​ລິ​ສັດ​ຜະລິດ​ຄຳ​ນັ້ນ​ຕັ້ງ​ຢູ່​ໃສ​ແລະ​ຈະ​ເຂົ້າ​ຫາ​ດ້ວຍ​ວິທີ​ໃດ, ​ໃນ​ຈຸ​ນີ້​ຖ້າ​ຢາກ​ໃຫ້​ມີ​ການ​ຂ້າ​ຂາຍ​ພາຍ​ໃນ​ເກີດ​ຂື້ຫຼາຍຕ້ອງ​ເຮັດ​ການ​ຕະຫຼາດຢູ່​ພາຍ​ໃນ​ປະ​ເທດ, ​ເພື່ອ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້​ບໍລິສັດ​ຜະ​ລັດ​ຄຳ​ໃຫ້ຫຼາຍກວ່າ​ນີ້.