ໄຂມັນ​ໃນ​ເລືອດ​ສູງ​ມີ​ວິທີ​ປ້ອງ​ກັນ

(GMT+08:00) 2012-02-22 15:23:25     cri
ພະຍາດ​ໄຂ​ມັນ​ໃນ​ເລືອດ​ສູງ​ເປັນ​ພະຍາດ​ໂຕ​ອັນຕະລາຍ​ແຮງ​ຊະນິດ​ໜື່ງທີ່​ມັ​ເກີດ​ຂື້ນ​ຫຼາຍ​ຢູ່​ໃນ​ສັງຄົມ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ສູງ​ອາຍຸ​ຫຼື​ຜູ້​ທີ່​ຮັບ​ປະທານ​ອານ​ຫານ​ທີ່​ມີ​ໄຂ​ມັນ​ຫຼາຍ​ເຊັ່ນ: ທອດ, ຈືນ, ພັດ​ແລ​ອື່ນໆ

ອາຫານ​ພວກ​ນີ້​ມັນ​ຈະ​ມີຄໍ​ເຣສຕາ​ລອນ​ຫຼາຍ​ເຊິ​ງ​ເປັນສາ​ເຫດ​ເຮັດ​ໃຫ້​ໂຂ​ມັນ​ຊະ​ນິດ​ນີ້​ຈື່ງ​ຈໍາ​ເປັນ​ສໍາລັບ​ຮ່າງ​ກາຍ​ໃນ​ການ​ສ້າງ​ເຊ​ລ​ແລະ​ຮອກ​ໂມນ ​ໄຂມັນ​ຊະນິດ​ໜີ​ຮ່າງກາຍ​ສາມາດ​ສ້າງ​ອງ​ໃນ​ຕັບ. ນອກ​ນັ້ນ​ມັນ​ຍັງ​ສາມ​າດ​ເພີ່ມ​​ຈາກ​ການ​ຮັບ​ປະທານ​ອາຫານ​ທີ່​ມີ​ໂຂ​ມັນ​ສູງ​ເຊັ່ນ: ອາຫານ​ທະ​ເລ, ກຸ້ງ, ຫອຍ, ປາ​ມຶກ, ຕັບ, ​ໄຊ, ສະໝອງ​ໝູ. ຖ້າ​ໄຂມັນ​ຢູ່​ໃນ​ເກນ​ປົກກະຕິ​ຖ້າ​ຮັບ​ປະທານ​​ເກີນ​ຂອບ​ເຂດ​ກໍ່​ບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ຮ່າງກາຍ ຖ້າ​ເຮົາ​ຮັບ​ປະທານ​ຫຼາຍ​​ເກີນ​​ໄປ​ກໍ່​ເປັນ​ໂທດ​ກັບ​ມາ​. ມັນ​ຈະ​ຈັບ​ເກາະ​ຕາມ​ເສັ້ນ​ເລືອດ​ແຂງ​ຂາດ​ການ​ຫົດ​ຍືດ ຈື່ງ​ເປັນສາ​ເຫດ​ເຮັດ​ໃຫ້​ມີ​ໄຂມັນ​ໃນ​ເມັດ​ເລືອດ​ສູງ. ວິທີ​ປ້ອງ​ກັນ​ກໍ່​ຄື​ອອກ​ກໍາລັງ​ກາຍ​ຢ່າງ​ສະໝໍ່າສະ​ເໝີ​ອາທິດ​ໜື່ງຢ່າງ​ໜ້ອຍ2-3 ​ມື້​ຕໍ່​ອາທິດ

ນອກ​ນັ້ນ​ຍັງ​ຄວນ​ຮັບ​ປະທານ​ອາຫານ​ທີ່​ມີ​ໄຂມັນ​ຕໍ່າ​ເຊັ່ນ​ວ່າ: ຊີ້ນ​ປາ, ​ໄຂມັນ, ນົມ​ຈືດ, ຜັກ​ຂຽວ, ໝາກ​ໄມ້​ແລະ​ອື່ນໆ​ທີ່​ບໍ່​ມີ​ໄຂມັນ​ຫຼາຍ​ເກີນ​ໄປ. ປ່ຽນ​ວິທີ​ປຸງ​ແຕ່ງອາຫານ​ຈາກ​ການ​ທອດ, ຈືນ, ຜັດ, ​ແລະ​ອື່ນໆ​ທີ່​ມັນໆ​ເປັນ​ຕົ້ມ, ປີ້ງ, ໜື້ງ. ຖ້າ​ຈໍາ​ເປັນຕ້ອງ​ໃຊ້​ນໍ້າມັນ​ຕ້ອງ​ເປັນ​ນໍ້າມັນ​ພືດ​ທີ່​ເຮັດ​ຈາກ​ຖົ່ວ​ເຫ​ຫຼື​ອງຈະ​ເປັນ​ຜົນ​ດີກ​ວ່າ ຖ້າ​ເຖິງ​ຂັ້ນ​ຮ້າຍ​ແຮງ​ຄວນ​ໄດ້​ພົບ​ແພດ​ໃຫ້​ຢາ​ຖືກ​ວິທີ​ຈະ​ເປັນ​ການ​ດີ