ຄອນ​ພະ​ເພງ​ຊື່​ດັງ​ກ້ອງ​ໄປ​ທົ່ວ​ໂລກ

(GMT+08:00) 2012-02-22 15:36:16     cri
ນໍ້າຕົກຕາດ​ຄອນພະເພັງ​ແຂວງຈຳປາສັກ​ຂອງລາວ​ມີຊື່ສຽງດັງ​ກ້ອງ​ໄປ​ທົ່ວ​ໂລກ​ດ້ວຍ​ການຖືກ​ຂະຫນານນາມ​ໃຫ້​ເປັນ​ແອງ​ກ່າຣ້າ​ແຫ່ງ​ອາຊີ ​(ຄວາມກວ້າງໃຫຍ່ ມະຫາສານ) ຈາກ​ຊື່ສຽງນີ້​ໄດ້ດຶງດູດ​ຄວາມສົນໃຈ​ຈາກ​ນັກທ່ອງທ່ຽວ​ທົ່ວໂລກ​ໃຫ້ເດີນ​ທາງ​ມາເບິ່ງ​ເພື່ອໃຫ້​ເຫັນກັບຕາ​ຕົນເອງ ແລະ ເມື່ອໄດ້​ມາເຫັນ​ຫລາຍ​ຄົນ​ລ້ວນ ແຕ່​ໃຫ້​ທັດສະນະ​ເປັນສຽງ​ດຽວ​ກັນ​ຄຳກ່າວ​ທີ່​ວ່າ: " ຄອນພະເພັງ​ແອງ​ກ່າຣ້າ​ແຫ່ງ​ອາຊີ " ນັ້ນ​ແມ່ນ​ເຫມາະສົມ​ແລ້ວ.

ສໍາລັບ​ແຫລ່ງທ່ອງທ່ຽວ​ທີ່ລືຊາ​ດັງກ້ອງ​ໄປ​ທົ່ວໂລກ​ຄືຄອນພະເພັງ​ນີ້​ມັນເປັນຄວາມພູມ​ໃຈ​ສຳລັບ​ຄົນລາວ​ໂດຍສະເພາະ​ກໍ່​ແມ່ນ​ພີ່ນ້ອງ​ທາງ​ແຂວງ​ຈຳປາສັກ ທີ່ມີ​ແຫລ່ງ ທ່ອງທ່ຽວ​ທີ່ສ້າງຊື່​ສຽງລື​ນາມ​ເຊັ່ນນີ້​ຂະນະດຽວ​ກັນກໍ່ຕ້ອງ​ໄດ້​ພ້ອມກັນ​ປົກປັກຮັກສາ​ຄວາມສົມດຸນ​ຂອງ​ລະບົບ​ນິເວດ​ທາງທຳມະຊາດ​ໄວ້​ໃຫ້ໄດ້​ເພື່ອເຮັດແນວ​ໃດ​ທີ່ຈະໃຫ້ ມັນຫມັ້ນ​ຄົງ​ຄວາມງາມໄວ້​ໄດ້​ຢ່າງຍາວນານ​ເພື່ອ​ໃຫ້ຮຸ່ນລູກຮຸ່ນ​ຫລານລາວ​ໄດ້ເຫັນ​ນຳ.

ເວົ້າເລື່ອງນີ້​ມາກໍ່ເຊື່ອແນ່​ວ່າ​ຍັງມີ​ຄົນລາວ​ຈຳນວນ​ບໍ່ຫນ້ອຍ​ທີ່ຍັງໄປ​ບໍ່ທັນ​ຮອດບໍ່ທັນ​ໄດ້ເຫັນ​ຄອນພະເພັງ​ແຕ່ທາງດ້ານຊື່ສຽງ​ແລ້ວ​ໃຜໆ​ກໍ່ລ້ວນແຕ່​ຮູ້​ຈັກເພາະ​ເພິ່ນໄດ້ ມີ​ການປະຊາ​ສຳພັນ​ຢ່າງຕໍ່ເນື່ອງ​ທາງສື່​ຫລາຍ​ຂະແຫນງ​ໂດຍສະເພາະ​ໃນ​ຍຸກທີ່​ທຸລະກິດ​ການທ່ອງທ່ຽວ​ຄອນພະເພັງ​ຢູ່​ຫ່າງຈາກ​ເມືອງ​ປາກເຊ​ໄປ​ປະມານ 150 ກິໂລແມັດ ຫລື ຫ່າງ​ຈາກ​ບ້ານນາກະສັງ​ລົງມາ​ປະມານ 10 ກິໂລແມັດ​ແລະ​ຫ່າງຈາກ​ບ້ານທ່າມ່ວງ​ລົງ​ມາປະມານ 8 ກິໂລແມັດ.

ຖະຫນົນ​ຫົນທາງ​ໄປມາ​ກໍ່ສະດວກ​ເປັນຖະຫນົນ​ປູຢາງຈົບງາມ​ຄອນພະເພັງ​ເປັນນ້ຳຕົກທີ່​ມີ​ຂະຫນາດໃຫຍ່​ທີ່ສຸດໃນເຂດ​ແມ່ນ້ຳຂອງ​ຕອນໃຕ້​ຂອງລາວ​ຕັ້ງຢູ່​ທ່າມກາງ​ໂງ່ນ​ຫີນ​ຂະຫນາດໃຫຍ່​ຂວາງກັ້ນ​ສາຍນ້ຳ​ຂອງເສັ້ນທາງ​ການ ໄຫລ​ຂອງແມ່ນ້ຳ​ຂອງ​ທັງສາຍມີ​ລັກສະນະ​ຕ່າງຂະຫນາດ​ຫລາຍ​ລະດັບ​ສັບປົນກັນ​ຢູ່​ສູງປະມານ 10 ແມັດ.

ເຖິງແມ່ນວ່າ​ຈະມີຊັ້ນ​ຂອງຫີນ​ບໍ່ສູງປານໃດ​ແຕ່ກະແສນ້ຳ​ທີ່ໄຫລໂຮມ​ທັ່ງລົງມາ​ແມ່ນ​ມີຄວາມແຮງ​ທີ່ສຸດ​ດ້ວຍເຫດ​ທີ່ແມ່ນ້ຳຂອງ​ທັງສາຍໄຫລ​ລົງມາໃສ່​ບ່ອນດຽວ​ຈາກນັ້ນ​ກໍ່ຈະແຍກເປັນ​ຫລາຍສາຍ​ສາເຫດ​ເພາະແຮງດັນ​ຂອງ​ນ້ຳຈຳນວນ ມະຫາ​ສານ​ທີ່ໄຫລໂຮມ​ທັ່ງ​ລົງມາ​ຈາກຊັ້ນ​ຫີນ​ປານວ່າ​ຈະ​ຖະຫລົ່ມທະລາຍ​ໂງ່ນຫີນນັ້ນ​ແຕກມຸ່ນສຽງນ້ຳ​ສາດໂງ່ນ​ຫີນ​ດັງສະຫນັ່ນ​ຫວັ່ນ​ໄຫວ ແລະ ດັງໄກ​ໄປເປັນ​ກິໂລແມັດ.

ດ້ວຍເຫດນີ້​ເມື່ອນັກ​ທ່ອງທ່ຽວ​ທີ່ໄດ້​ມາເຫັນ​ລ້ວນແຕ່​ມີຄວາມຕື່ນຕາ​ຕື່ນໃຈ​ແລະ​ປະທັບໃຈ​ກັບ​ນ້ຳຕົກແ​ຫ່ງນີ້​ຢ່າງບໍ່ມີວັນລືມ​ສົມກັບ​ຄຳເລົ່າ​ລື ແລະ ຂະຫນານນາມ​ໃຫ້​ເປັນ ແອງ​ກ່າຣ້າແຫ່ງ​ອາຊີ​ຄວາມຍິ່ງໃຫຍ່​ຂອງສາຍ​ນ້ຳ​ທີ່ສາດຊ່າ​ບິດໂຕປະທະ​ໂງ່ນ​ຫີນ​ນ້ອຍໃຫຍ່​ຈົນເຟືອດ​ຟົ້ງ​ກະຈາຍ​ເປັນ​ລະອອງ​ອາຍນ້ຳລ​ອຍຕົວຂຶ້ນ​ສູງເປັນ​ພາບ​ບັນຍາກາດ ທີ່​ຫນ້າ​ຊົມ​ຢ່າງຍິ່ງ.

ຈາກການ​ສອບຖາມ​ຜູ້ທີ່ອາໄສ​ຢູ່​ບໍລິເວນ​ນັ້ນ​ໃຫ້​ຮູ້ວ່າ:ສໍາລັບ​ຄອນພະເພັງ​ນອກຈາກ​ຈະເປັນ​ແຫລ່ງທ່ອງທ່ຽວ​ທີ່ມີຊື່​ສຽງ​ດັງກ້ອງ​ໄປທົ່ວໂລກ​ແລ້ວ​ຍັງເປັນ​ບ່ອນທຳມາຫາ ກິນ​ຂອງ​ປະຊາຊົນ​ໃນເຂດນີ້​ບໍ່ວ່າຈະເປັນການ​ໃສ່ເບັດໃສ່​ມອງ​ການຫວ່ານ​ແຫຫາ​ປາບໍລິເວນ​ດ້ານລຸ່ມ​ຂອງນ້ຳຕົກ​ຄອນພະເພັງ​ຂະນະທີ່​ນັກທ່ອງທ່ຽວ​ເຫັນເປັນ​ເລື່ອງຫນ້າ ຕື່ນເຕັ້ນ ແລະ ສ່ຽງ​ໄພ​ສ້າງຄວາມ​ອັດສະຈັນໃຈ​ໄປອີກແບບຫນຶ່ງ​ກັບ​ການທຳ​ມາຫາກິນ​ຂອງເຂົາເຈົ້າ.

ປະຈຸບັນ, ນ້ຳຕົກ​ຄອນພະເພັງ​ຖືວ່າ​ໄດ້ຮັບ​ການພັດທະນາ​ໃຫ້​ເປັນແຫລ່ງທ່ອງທ່ຽວ​ທີ່​ສົມບູນ​ແບບ​ທັງມີ​ການສ້າງສິ່ງ​ອຳນວຍ​ຄວາມສະດວກ​ໄວ້​ຄອຍ​ບໍລິການ​ນັກທ່ອງທ່ຽວ​ເຊັ່ນ: ​ຮ້ານອາຫານ​ທີ່ມີ​ເມນູປາ​ທີ່​ປຸງແຕ່ງ​ຈາກປາ​ສົດໆຊີ້ນ​ຫວານໆໃຫ້​ໄດ້ຊີມ ແລະ ສາມາດ ເລືອກ​ໄດ້​ຫລາຍ​ຮ້ານຕາມໃຈ​ມັກ​ຂອງ​ນັກທ່ອງທ່ຽວ.