ທ່ຽວແດນ​ໃຕ້​ໄປ​ປາກຊ່ອງ​ຊົມ​ວິຖີ​ຊິວິດ​ຊາວ​ສວນ​ກາເຟ​ນໍ້າຕົກຕາດ​ອັນ​ມີສະເຫນ່

(GMT+08:00) 2012-02-22 15:43:35     cri
ເມືອງ​ປາກ​ຊ່ອງ ​ນອກຈາກ​ຈະ​ມີ​ຊື່​ສຽງ​ວ່າ​ເປັນ​ດິນ​ແດນ​ທີ່ມີ​ກາ​ເຟ​ແຊບ​ຕິດ​ລະດັບ​ໂລກ​ແລ້ວ ດິນ​ແດນ​ແຫ່ງ​ນີ້ ຍັງ​ອຸດົມສົມບູນ​ໄປ​ດ້ວຍ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ​ເປັນ​ຕົ້ນ​ແຫ​ລ່ງທິວ​ທັດ​ທຳ​ມະ​ຊາດ​ປ່າ​ສະຫງວນ​ດົງ​ຫົວ​ສາວ, ທຳ​ມະ​ຊາດ​ດ່ານ​ສິນ​ໄຊ,ທຳ​ມະ​ຊາດ​ບ້ານ​ຫນອງ​ຫລວງ ດິນ​ແດນ​ທີ່​ມີດ​ອກກຸຫລາບ​ພັນ​ປີ, ພູ​ເທວະ​ດາ(ປາກ​ພູ​ໄຟ​ເກົ່າ) ຫລື​ຈະ​ເບິ່ງ​ຕາ​ເວັນ​ຂຶ້ນ​ຍາມ​ອາ​ລຸນ​ວັນ​ໃຫມ່​ອັນ​ແສນ​ສວຍ​ງາມ​ແລະ​ແຫ່ງ​ອື່ນໆ​ທີ່​ພ້ອມ​ໃຫ້​ທ່ານ​ໄດ້​ຍ່າງ​ສຳ​ພັດ​ກັບ​ຄວາມ​ງາມ​ຕົວ​ຈິງ​ຢ່າງ​ທີ່​ທ່ານ​ບໍ່​ອາດ​ສາມາດ​ຈິນຕະນາການ​ລ່ວງ​ຫນ້າ​ໄດ້​ເລີຍ.

​ໃນ10​ເມືອງ​ຂອງ​ແຂວງ​ຈຳປາ​ສັກ ຫ່າງ​ຈາກ​ເມືອງ​ປາກ​ເຊ ສູນ​ກາງຂອງ​ແຂວງ​ຈຳປາ​ສັກ​ພຽງ50​ກິ​ໂລ​ແມັດ. ປາກ​ຊ່ອງ ​ເປັນ​ເມືອງ​ທີ່​ມີ​ທ່າ​ແຮງ​ທາງ​ດ້ານ​ກະສິກຳ ​ແລະ​ ທ່ອງ​ທ່ຽ​ວ ດ້ວຍ​ທຳ​ມະ​ຊາດ​ທີ່​ສ້າງ​ຂຶ້ນ​ມາ​ຢ່າງ​ງົດ​ງາມ ມີ​​ແຫ​ລ່ງທ່ອງ​ທ່ຽວ​ທີ່​ຄອຍ​ໃຫ້​ທ່ານ​ໄປ​ສຳ​ພັດ​ກັບ​ບັນຍາກາດ​ອັນ​ເຢັນ​ສະບາ​ຍ ຂອງ​ເມືອງ​ທີ່​ຕັ້ງຢູ່​ສູງ​ກວ່າ​ລະດັບ​ນໍ້າ​ທະ​ເລ​ພັນ​ກວ່າ​ແມັດ ຫລາຍ​ກວ່າ50​ແຫ່ງ​ ໃນ​ນັ້ນ​ແຫລ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ກວ່າ​ຫມູ່​ໂດຍ​ສະ​ເພາະ​ນໍ້າຕົກຕາດ ​ເຊັ່ນ: ຕາດ​ຟານ, ຕາດ​ເຍືອງ, ຕາດ​ອີ​ຕູ້ ​ແລະ​ ອີກ​ຫລາຍ​ຕາດ.

 ຈາກ​ແຫ​ລ່ງ​ທ່ອງທ່ຽວທີ່​ທຳ​ມະ​ຊາດ​ໄດ້ສ້າງ​ຂຶ້ນ​ແລ້ວ ​ປາກ​ຊ່ອງ​ຍັງ​ມີ​ແຫ​ລ່ງທ່ອງ​ທ່ຽວທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ເປັນ​ຕົ້ນ​ອ່າງ​ນ້ຳ​ ແລະ​ ປ່າ​​ໄມ້ແປກ, ແຫ​ລ່ງທ່ອງທ່ຽວ​ເຂື່ອນ​ໄຟຟ້າ​ຫ້ວຍ​ເຫາະ. ທີ່​ສຳຄັນ​ທ່ານ​ຍັງ​ຈະ​ໄດ້​ສຳ​ພັດ​ແລະ​ມ່ວນ​ຊື່ນ​ກັບ​ການ​ທ່ຽວ​ຊົມ​ສວນ​ກາ​ເຟຂອງ​ປະຊາຊົນ​ ກາ​ເຟທີ່​ມີ​ຊື່​ສຽງ​ລະດັບ​ໂລກ ເພື່ອ​ຊົມ​ວິທີ​ການ​ປູກ​ກາ​​ເຟ​ໃຫ້​ມີ​ລົດ​ຊາດ​ທີ່​ດີ ຈົນ​ເປັນ​ທີ່​ຕິດ​ໃຈ​ຂອງ​ນັກດື່ມ​ທົ່ວ​ໄປ.

ທາງ​ດ້ານ​ວັດທະນະທຳ ທ່ານ​ສາມາດ ສຳ​ພັດ​ໄດ້​ກັບ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ລະ​ເວນທີ່​ເມືອງ​ປາກ​ຊ່ອງ​ເປັນ​ຕົ້ນ​ໄປ​ຊົມ​ເຮືອນ​ເຜົ່າ​ລະ​ເວນ​ທີ່​ນ້ຳ​ຄ້າງ​ຫ້ວຍ​ກອງ, ​ເຮືອນ​ເຜົ່າ​ຍະ​ເຫີ​ນທີ່​ເຊ​ນ້ຳ​ນ້ອຍ. ນອກ​ນີ້​ຍັງ​ມີ​ແຫ​ລ່ງ ວັດທະນະທຳ​ທີ່​ເກົ່າ​​ແກ່​ເປັນ​ຕົ້ນ​ຄັນ​ຄູ​ຫີນ​ຫນອງ​ພະ​ຫນວນ​ບ້ານ​ພະ​ຫນວນ, ຫີນ​ລຸງ​ລວດ ບ້ານ​ປາກ​ບ້ອງ…ການ​ເດີນທາງ​ໄປ​ປາກ​ຊ່ອງ​ກໍ​ມີ​ຄວາມ​ສະດວກ​ສະບາຍ ​ເມື່ອ​ທ່ານ​ມາ​ເຖິງ​ຕົວ​ເມືອງ​ປາກ​ເຊ ກໍ່​ຂັບ​ລົດ​ຕໍ່ໄປ​ຕາມ​ສາຍ​ທາງ​ປາກ​ເຊ-​ປາກ​ຊ່ອງ ຫລື ປາກ​ເຊ​-ອັດ​ຕະປື ​ໂດຍ​ຈະ​ຫລອດ​ສາຍ​ທາງ​ຈະ​ມີ​ແຫ​ລ່ງທ່ອງ​ທ່ຽວ​ນໍ້າຕົກ​ເປັນ​ຍ່ານໆ ຈົນ​ກວ່າ​ຈະ​ເຖິງ​ຕົວ​ເມືອງປາກ​ຊ່ອງ. ສ່ວນ​ທີ່ພັກ​ກໍ່​ມີ​ຫລາຍ​ລະດັບ​ຕັ້ງ​ແຕ່​ເຮືອນ​ພັກ​ຈົນ​ເຖິງ​ໂຮງ​ແຮມ​ ​ເທິງ​ຈອມ​ພູ ​ທີ່​ເຮັດ​ໃຫ້​ທ່ານ​​ເບິ່ງ​ເຫັນ​ທົ່ວ​ທິວ​ທັດ​ຂອງ​ຕົວ​ເມືອງ.