ວັນ​ແຫ່ງ​ຄວາມ​ຮັກ 14 ກຸມພາ​ວັນ​ວາ​ເລັນ​ທາຍ​ຫຼື​ວາ​ລັງ​​ແຕັງ​ໃນ​ຄວາມ​ສໍານຶກ​ຂອງ​ຊາວ​ໜຸ່ມ​ລ​າວ

(GMT+08:00) 2012-02-22 15:44:22     cri
ມາ​ຮອດ​ປະຈຸ​ບັນ​ເຫັນ​ວ່າ: ມີ​ລັກ​ຊະນະ​​ໂລດຜົນ​​ເກີນ​ໄປ​ແລະ​ຖື​ວ່າ​ວັນ​ນີ້​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສໍາລັບ​ຊີວິດ​ຮັກ​ຂອງ​ຕົນ. ຕາມ​ຄວາມ​ຈິງ​ແລ້ວ​ວັນ​ທີ 14 ວັນ​ວາ​ເລັນ​ທາຍ​ເປັນ​ວັນ​ແຫ່ງ​ຄວາມ​ຮັກ​ທີ່​ກາຍ​ເປັນປະ​ເພນີ​ຂອງ​ຊາວ​ຕາ​ເວັນ​ຕົກ​ເຊິ່ງ​ເນື້ອ​ແທ້​ສ່ວນ​ໃຫຍ່​ແມ່ນ​ເລັ່ງ​ໃສ່​ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ​ເທົ່າ​ນັ້ນ.

ອັນ​ນີ້​ກໍ່​ແມ່ນ​ສ່ວນ​ໜື່ງທີ່​ທີ່​ມີ​ລັກສະນະ​ເສີມ​ສ້າງ​ຄວາມ​ຮັກ​ທີ່​ດີ​ສໍາລັບ​ເຂົາ​ເຈົ້າ​ແຕ່​ຖ້າ​ທຽບ​ໃສ່​ປະ​ເພນີ​ຮີດ​ຄອງ​ຂອງ​ລາວ​ແລ້ວ​ເຫັນ​ວ່າ​ບໍ່​ສອດຄ່ອງ​ກັບປະ​ເພນີ​ຮີດຄອງ​ຂອງ​ລາວ​​ຫຼາຍ​ຄົນ​ໄດ້​ໃຫ້​ຄໍາ​ເຫັນ​ວ່າ: ວັນ​ແຫ່ງ​ຄວາມ​ຮັກ​ນີ້​ເປັນສາ​ເຫດ​ໜື່ງທີ່​ເຮັດ​ໃຫ້​ບ່າວ​ສາວ​​ເສຍ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ​ກ່ອນ​ການ​ແຕ່ງງານ​ເປັນ​ຈໍານວນ​ຫຼວງ​ຫຼາຍ, ​ໃນ​ບາງ​ກໍລະນີ​ຫາກ​ຄູ່​ຮັກ​ຂອງ​ຕົນ​ຫາກ​ບໍ່​ມາ​ຫາ​ຫຼື​ອວຍພອນ​ກໍ່​ມີ​ຄວາມ​ເສົ້າ​ເສຍ​ໃຈ, ບາງ​ຄົນ​ກໍ່​ຄິດ​ທໍາຮ້າຍ​ຕົນ​ເອງ​ກໍ່​ມີ.

ເລື່ອງ​ນີ້​ເປັນ​ເລື່ອງ​ທີ່​ໄຮ້​ດຽງສາ​ແລະ​ເປັນ​ອັນຕະລາຍ​ຕໍ່​ຊີ​ວິດ​ແຕ່​ສໍາລັບ​ລາວ​ແລ້ວ​ບໍ່​ມີ​ວັນ​ດັ່ງກ່າວ. ​ໂດຍ​ສະ​ເພາະ​ວັນ​ແຫ່ງ​ຄວາມ​ຮັກ​ຂອງ​ລາວ​ມີ​ທຸກມື້​ທຸກ​ວັນ​ແລະ​ຮັກ​ກັນ​ຕະຫຼອດ​ໄປ​. ສິ່ງ​ທີ່​ພົ້ນ​​ເດັ່ນ​ທີ່​ສຸດ​ແມ່ນ​ຄວາມ​ຮັກ​ທີ​ບໍ່​ໄດ້​ສະ​ເພາະ​ເຈາະ​ຈົງ​ແຕ່​ຄູ່​ບ່າວ​ສາວ​ເທົ່າ​ນັ້ນ​ແຕ່​ສໍາ​ຄັນ​ທີ່​ສຸດ​ແມ່​ນຮັກ​ປະ​ເທດ​ຊາດ​ບ້ານ​ເມືອງ, ຮັກ​ຜູ້​ນໍາ, ຮັກ​ຜູ້​ມີ​ບຸນຄຸນ, ຮັກ​ພໍ່-​ແມ່, ຮັກ​ຍາດ​ຕິ​ວົງ​ວານ, ຮັກ​ເພື່ອນ​ສະຫາຍ​ໝູ່ຄູ່​ດຽວ​ກັນ.

ໃນ​ຄວາມ​ຮັກ​ຂອງ​ບ່າ​ວສາວ​ນັ້ນ​ສໍາ​ລົບ​ຄົນ​ລາວ​ແລ້ວ​ແມ່ນ​ຮັກ​ກັນ​ໂດຍ​ໝັ້ນ​ໝາຍ​ແມ່ນ​ຮັກ​ເພື່ອ​ກໍ່​ສ້າງ​ກັນ, ຮັກ​ດ້ວຍ​ຈິດ​ໃຈ​ບໍລິສຸດ​ຜຸດ​ຜ່ອງ,​ ຮັກ​ນວນ​ສະຫງວນ​ໂຕ​ຈົນ​ກວ່າ​ວັນ​ວິ​ວາ​ຈະ​ມາ​ເຖິງ​ເພື່ອ​ສ້າງ​ຄວາມ​ດີ. ສ້າງ​ອານາ​ຄົດ​ສົດ​ໃສ​ດ້ວຍ​ກັນ​ເຊິ່ງສ່ວນ​ໃຫຍ່ຍັງ​ຮັກສາ​ໄວ້​​ໄດ້​ຈົນ​ເທົ້າ​ທຸກ​ວັນ​ນີ້. ອັນ​ນີ້​ແມ່ນ​ປະ​ເພນີ​ຮີດຄອງ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຊິ່ງບໍ່​ອາດ​ຫຼົງ​ລືມ​ແລະ​ຄວນ​ໄດ້​ຮັກສາ​ສືບ​ຕໍ່​ເອົາ​ໄວ້​ຕໍ່​ໄປ.

ສະ​ນັ້ນ, ຊາວ​ໜຸ່ມ​ລາວ​ບໍ່​ຄວນ​ໃຫ້​ຄ່າ​ນິຍົມ​ກັບ​ວັນ​ວາ​ເລັນ​ທາຍ​ຈົນ​ເກີນ​ໄປ​ຈົນ​ລືມ​ເນື້ອ​ລືມ​ໂຕ​ຈົນ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ພໍ່​ແມ່​ແລະ​ຜູ້​ປົກຄອງ​ພັງ​ທະລາ​ຍລົງ​ຢ່າງ​ບໍ່​ໜ້າ​ເຊື່ອ. ຄວາມ​ຮັກ​ຄວາມ​ແພງ​ມີ​ໃຫ້​ກັນ​ໄດ້​ທຸກ​ມື້​ທຸກ​ວັນ​ຮັກ​ກັນ​ແມ່ນ​ຕໍາ​ນິກໍ່ສ້າງ​ຊ່ວຍ​ເຫຼືອ​ກັນ​ບໍ່​ວ່າ​ດ້ານ​ວັດຖຸຈິດ​ໃຈ.

ສໍາລັບ​ຜູ້​ທີ່ຢູ່​ໃນ​ໄວ​ຮຽນ​ມີ​ສຸພາສິດ​ທີ່​ເວົ້າ​ວ່າ: " ​ເປັນ​ນັກຮຽນ​ຢ່າ​ຮຽນ​ຮັກ ຖ້າ​ອົກ​ຮັກ​ຈະ​ສະ​ງັກການ​ຮຽນ " ​ໃນ​ກໍລະນີນີຖ້າ​ເກີດ​ມີ​ຄວາມ​ຮັກ​ກໍ່​ຄວນ​ໃຊ້​ຄວາມ​ຮັກ​ໃຫ້​ເປັນ​ປະ​ໂຫຍ​ດ​ໃນ​ການ​ກໍ່ສ້າງ​ກັນ​ແຂ່ງຂັນ​ກັນ​ເປັນ​ນັກຮຽນ​ດີ​, ຮຽນ​ເກັ່ງ​, ​ເປັນ​ປັນຍາ​ຊົນ​ທີ່​ສະຫຼາດ​ຂອງ​ຊາດ​, ເປັນມະນຸດ​ທີ່​ມີ​ຄຸນສົມບັດ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ກາຍ​ເປັນ​ຜູ້​ຮອງ​ຮັບ​ແລະ​ສືບ​ທອດ​ພາລະກິດ​ປະຕິວັດ​ຂອງ​ຊາ​ດ​. ​ເພື່ອ​ສ້າງ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມຮັ່ງມີ​ເຂັ້ມ​ແຂງສັງຄົມ​ມີ​ຄວາມ​ສີວິ​ໄລ​ຍຸດຕິ​ທໍາ​ແລະ​ປະຊາຊົນ​ມີ​ຄວາມ​ຜາ​ສຸກ​ເຊິ່ງອັນ​ນີ້​ແມ່ນ​ສຸດ​ຍອດ​ແຫ່ງ​ຄວາມ​ຮັກ​ຄວາມ​ປາດ​ຖະໜາ.

ຈີນ​ກໍ່​ມີ​ວັນ​​ແຫ່ງ​ຄວາມ​ຮັກ, ຕາມ​ປະ​ຕິ​ທິນຫຼື​ຈັນທະຄະຕິ​ຂອງ​ຈີນ​​ແລ້ວ​ປີ​ນີ້​ຖືກ​ມື້​ຂື້ນ 7 ຄໍ່າ​ເດືອນ 7 ກົງ​ກັບ​ວັນ​ທີ 23 ສິງຫາ 2012.