ເປັນຫຍັງ ໂຮງຮຽນ ຈິ່ງ ຕ້ອງ ປອດ ຄວັນ ຢາສູບ

(GMT+08:00) 2012-02-22 15:53:36     cri

ໂຮງຮຽນແມ່ນສະຖາ ບັນການສຶກສາ ເພື່ອ ພັດທະ ນາ ເດັກນ້ອຍ, ເຍົາວະຊົນ ແລະ ຊາວຫນຸ່ມ ໃຫ້ກາຍ ເປັນ ຄົນ ທີ່ມີ​ຄວາມຮູ້ຄວາມສາ ມາດ​ໃນການ​ສ້າງສາ ແລະ ພັດທະນາ​ປະເທດ​ຊາດ. ດັ່ງນັ້ນ​ໂຮງຮຽນ​ຈິ່ງ​ຕ້ອງເປັນ ບ່ອນ​ທີ່​ປາສະຈາກ​ສິ່ງເສບຕິດ ທຸກຊະນິດ.

ອີງຕາມກົດຫມາຍວ່າດ້ວຍ​ການຄວບຄຸມຢາເສບຕິດ ແຫ່ງ ສປປ ລາວ ສະບັບ​ເລກ ທີ 07/ສພຊ, ລົງວັນທີ 26 ພະ ຈິກປີ 2009 . ໃນມາດຕາ 37​ ແລະ 38​ ລະບຸວ່າ:" ສະຖານ ທີ່ຫ້າມ​ສູບຢາ " ມີຄື: ສະ ຖານທີ່​ບໍລິການ​ສາທາລະ​ນະ​ສຸກ,​ສະຖານທີ່​ສຶກສາ, ສຳນັກງານ ຫ້ອງການ, ໂຮງມະໂຫລະ ສົບ, ພາຫະນະ​ໂດຍສານ​ທຸກ​ປະເພດ,ສະຖານທີ່​ມີ​ເຊື້ອໄຟ, ໂຮງ ແຮມ, ເຮືອພັກ,​ຮ້ານອາ ຫານ, ສະຖານທີ່ບັນເທິງ, ສະ ຖານທີ່​ສາທາ​ລະນະ, ວັດວາ​ອາຮາມ, ໂບດ, ສະຫນາມກີ ລາ ແລະ ສະຖານທີ່ອື່ນໆທີ່ ມີເຄື່ອງ​ຫມາຍ​ຫ້າມສູບຢາ.

ຢາສູບ ແລະ ຄວັນຢາສູບ​ມືສອງ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ, ເຊິ່ງວ່າ​9 ໃນ 10 ຂອງ​ມະເຮັງ​ປອດ​ແມ່ນ​ມີສາເຫດ​ມາຈາກ​ການ​ສູບຢາ, ຜູ້ທີ່​ສູບ​ຢາຫລາຍ​ແມ່ນ​ມີ​ຄວາມສ່ຽງ​ຕໍ່​ການເປັນ​ມະເຮັງປອດ​ຫລາຍກ່ວາ​ຜູ້ບໍ່​ສູບຢາ 2 ເທົ່າ​ການໄດ້ຮັບ​ຄວັນຢາສູບ​ມືສອງ​ເຮັດໃຫ້​ປອດ​ເສື່ອມປະສິດ​ທິພາບ, ພາໃຫ້​ເປັນ​ມະເຮັງ, ພະຍາດ​ເສັ້ນເລືອດ​ຫົວໃຈ​ຕີບຕັນ, ພະຍາດລະບົບ ຫົວໃຈຊ້ຳ​ເຮື້ອ​ແລະ ເປັນຫືດ 1 ໃນ 3 ຂອງ​ຄົນ​ບໍ່ສູບຢາ​ທີ່​ເປັນມະເຮັງ​ປອດ​ດ້ວຍການ​ໄດ້ຮັບ​ເອົາ​ຄວັນຢາ​ສູບຂອງຄົນ​ອື່ນ ( ຄົນສູບຢາມືສອງ ) ເດັກນ້ອຍ​ທີ່ຢູ່ໃນສະພາບແວດ ລ້ອມທີ່ມີຄວັນຢາສູບ​ຈະເຮັດ​ໃຫ້​ລະບົບ​ຫາຍໃຈ​ອັກເສບ​ຢ່າງ​ຮຸນແຮງ ແລະ ຊ້ຳເຮື້ອ,​ເຮັດໃຫ້​ປອດຂະຫຍາຍ​ຕົວ ຊ້າ, ເປັນຫືດ, ເປັນຫວັດ​ຊ້ຳເຮື້ອ, ປອດ​ອັກ​ເສບແລະ ອັກ​ເສບ​ຫູກາງ.​ ໂຮງຮຽນ​ຈະໄດ້ປະໂຫຍດ ຈາກ​ການ​ຈັດເຂດປອດ​ຄວັນ ຢາສູບຄື:

ໂຮງຮຽນ​ຈະມີສະພາບແວດ​ລ້ອມ​ທີ່ດີຂຶ້ນ​ປອດຈາກ​ມົນລະພິດ​ຈາກ​ຄວັນຢາສູບ, ສະອາດ​ງາມຕາ ແລະ​ມີຄວາມ​ປອດໄພ, ຫລຸດຜ່ອນ​ຄວາມສ່ຽງ​ໃນການເກີດ​ອັກຄີ ໄພ, ສ້າງພາບ​ພົດ​ທີ່​ດີ ແລະ ສ້າງຊື່ສຽງ​ແກ່​ໂຮງຮຽນ, ຜູ້ປົກ ຄອງມີ​ຄວາມຫມັ້ນໃຈ​ວ່າລູກ ຫລານ​ຈະ​ບໍ່ໄດ້​ຮັບ​ອັນຕະ ລາຍ​ຈາກ​ສານ ພິດ​ໃນ​ຄວັນຢາສູບ, ສ້າງຄ່ານິຍົມ " ບໍ່ສູບຢາ" ໃຫ້ແກ່ນັກຮຽນ ແລະ ຫ່າງໄກ​ຈາກ​ຢາ​ເສບ​ຕິດທຸກ ຊະນິດ, ໂຮງຮຽນ​ເປັນ​ແບບ ຢ່າງ​ທີ່ດີ ແລະ ໃນການໂຄ ສະນາ​ສົ່ງ​ເສີມ​ການ​ບໍ່ສູບຢາ, ສ້າງ​ຄວາມ​ພູມໃຈ​ໃຫ້ແກ່​ຜູ້ບໍລິຫານ ແລະ ບັນດາ​ຄູ​ອາຈານ ແລະ ໂຮງຮຽນ​ກໍ່​ເປັນ​ແກນນຳ​ໃນ​ການ​ສ້າງສັງ​ຄົມ​ປອດຄວັນຢາສູບ.

ສຸພາສິດສອນໃຈ:

ແສງສະຫວ່າງ​ຮຸ່ງແຈ້ງ ພົ້ນ​ພຸ້ງ​ໃນນະພາ ຍັງ​ບໍ່ທໍ່​ປັນຍາ​ຂອງ​ຄົນ​ຜູ້ສະຫຼາດ

ຫຼັງທາງ​ເສຍ​ເວລາ ຫຼົງຕິ​ຢາ​ເສຍ​ອາ​ນາຄົດ

ຄາຖາຮຽນເກັ່ງ

ສຸ_ສຸຕະ ແປວ່າຟັງ

ຈິ_ຈິນຕະ ແປວ່າ ຄິດ

ປຸ_ ປຸດສາ ແປວ່າ ຖາມ

ລິ_ ລິຂິດ ແປວ່າ ຈົດຫຼືບັນທຶກ

ສະຫຼຸບຄວາມ​ໄດ້ວ່າ: ຢາກເກັ່ງ​ຕ້ອງ​ຟັງ, ຟັງແລ້ວ​ຕ້ອງຄິດ, ຖ້າ​ບໍ່ເຂົ້າໃຈ​ຕ້ອງຖາມ,​ ຖາມແລ້ວ​ກໍ​ບັນທຶກ​ໄວ້​ເພື່ອ​ສຶກສາ​ຕໍ່ໄປ.