ການ​ອ່ານ

(GMT+08:00) 2012-02-22 15:57:41     cri
ການ​ອ່ານ​ຄື​ຫົວ​ໃຈ​ຂອງ​ການ​ຮຽນ ຜ່ານ​ມາ​ພວກ​ເຮົາ ຍັງ​ບໍ່​ທັນ​ໄດ້ເອົາ​ໃຈ​ໃສ່​ຕໍ່​ວຽກງານ​ການ​ອ່ານ ​ຢ່າງ​ກວ້າງຂວາງ ​ເພາະ​ຍັງ​ຂາດ​ຫລາຍ​ປັດ​ໃຈ​ເຊັ່ນ: ​ເອກະສານ, ປຶ້ມ​ອ່ານ, ຕຳລາ​ຮຽນ, ວາລະສານ, ຫນັງສືພິມ, ຫ້ອງ​ສະຫມຸດ, ຫ້ອງ​ອ່ານ ​ແລະ ອື່ນໆ ​ແຕ່​ສຳລັບ​ຜູ້​ມີ​ເງື່ອນ​ໄຂ​ເຫລົ່ານີ້ ກົງກັນຂ້າມ ພັດ​ລະ​ເລີຍ​ໃນ​ການ​ອ່ານ ພໍ່​ແມ່​ຜູ້​ປົກຄອງ ຫັນ​ໄປ​ຊື້ ​ເຄື່ອງນຸ່ງ, ​ເຄື່ອງ​ຫລິ້ນ ​ໃຫ້​ກັບ​ລູກ​ຫລານ ຫລາຍ​ກວ່າ​ຊື້​ປຶ້ມ​ອ່ານ​ນັ້ນ​ອີກ.

ຫລາຍ​ຄົນ​ໄດ້​ໃຫ້​ທັດສະນະການ​ອ່ານ ທີ່​ແຕກ​ຕ່າງ​ກັນ ບາງ​ຄົນ​ກໍ​ເວົ້າ​ວ່າ: ການ​ອ່ານ​ເພື່ອ​ການບັນ​ເທີ​ງ, ບາງ​ຄົນ​ກໍ​ວ່າ ​ເພື່ອ​ການ​ຄົ້ນຄວ້າ, ​ເພື່ອ​ເຝິກ​ສະ  ມາທິ ນາໆທັດສະນະ​ເຫລົ່າ​ນີ້ ລ້ວນ​ແລ້ວ​ແຕ່​ມີ​ຈຸດປະສົງ ​ແລະ ​ເຫດຜົນ​ທີ່​ແຕກ​ຕ່າງ​ກັນ ມີ​ຄຳ​ຄົມ​ຫນຶ່ງ ​ໄດ້​ກ່າວ​ກ່ຽວກັບ​ການ​ອ່ານ​ວ່າ: " ປຶ້ມ​ປຽບເຫມືອນ​ຢາຜູ້​ທີ່​ອ່ານ​ປຶ້ມຈະ​ຫາຍ​ຈາກ​ໂລຄາ​ແຫ່ງ​ຄວາມ​ໂງ່ " ນີ້​ກໍ​ຫມາຍ​ຄວາມ​ວ່າ ການ​ອ່ານ ​ແນ່ນອນ​ຈະ​ຊ່ວຍ​ໃຫ້​ຄົນ​ເຮົາ​ສະຫລາດ​ຂຶ້ນ. ຈາກ​ບົດຮຽນ​ໃນ​ປະ​ເທດ​ທີ່​ພັດທະນາ​ແລ້ວ ​ເຂົາ​ເຈົ້າ​ໄດ້​ປູກຝັງ​ການ​ອ່ານ ​ໃຫ້​ແກ່​ລູກ​ຫລານ​ແຕ່​ເຍົາ​ໄວ ​ໂດຍ​ເລີ່​ມຈາກ​ຄອບຄົວ, ​ໂຮງຮຽນ​ອະນຸບານ, ປະຖົມ ຕາມ​ລະດັບ ​ສ່ວນການ​ຜະລິດ​ປຶ້ມ​ອ່ານ, ​ເອກະສານ ສິ່ງ​ພິມ​ຕ່າງໆ ​ແມ່ນ​ມີ​ຫລາກ​ຫລາຍ ສາມາດ​ຊອກ​ຫາອ່ານ​ໄດ້​ງ່າຍ ​ໂຮງຮຽນ ຄູ​ອາຈານ ກໍ​ມີ​ກິດຈະກຳ​ສົ່ງ​ເສີມ​ການ​ອ່ານ ຢ່າງ​ເປັນ​ລະບົບ. ດັ່ງ​ນັ້ນ​ການ​ສ້າງ​ນິ​ໃສ​ຮັກ​ການ​ອ່ານ ຈິ່ງ​ເກີດ​ຂຶ້ນ​ໄດ້ ສິ່ງ​ນີ້​ເຮົາ​ສາມາດ​ສັງ​ເກດ​ເນ​ໄດ້​ງ່າຍໆ ຈາກ​ຕ່າງປະ​ເທດ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວລາວ ​ເວລາ​ນັ່ງ​ລໍຖ້າ​ຂຶ້ນ​ເຄື່ອງ​ບິນ, ຂຶ້ນ​ລົດ​ເມ, ​ສ່ວນ​ໃຫຍ່​ເຂົາ​ເຈົ້າ ຈະ​ມີ​ປຶ້ມ​ອ່ານ​ຕິດ​ໂຕ ​ແລະ ​ໃຊ້​ເວລາ​ຫວ່າງໃຫ້​​ເກີດ​ປະ​ໂຫຍ​ດດ້ວຍ​ການ​ອ່ານ​ປື້​ມ. ກົງກັນ​ຂ້າມ​ຢູ່​ບ້ານ​ເຮົາ​ເຖິງ​ວ່າ​ເງື່ອນ​ໄຂ​ຂອງ​ປະ​ເທດຈະ​ຍັງ​ບໍ່​ທັນ​​ເອື້ອ​ອຳນວຍ​ແຕ່ພັກ​ແລະລັດ ຖະບານ​ກໍ​ໄດ້​ຕັ້ງຫນ້າ ຕໍ່​ວຽກງານ​ສົ່ງ​ເສີມ​ການ​ອ່ານ ຢ່າງ​ເປັນ​ປະຈຳ ​ແຕ່​ຢາກ​ເຮັດ​ໄດ້​ດີ​ກໍ​ຕ້ອງ​ອາ​ໃສ​ຫລາຍ​ຝ່າ​ຍ ຮ່ວມ​ມື​ກັນ.

ປັດ​ໄຈ​ຫນຶ່ງ ການ​ເບິ່ງ, ການ​ຟັງ ​ແມ່ນ​ງ່າຍ​ກວ່າ​ການ​ອ່ານ ​ເຮັດ​ໃຫ້ ນັກຮຽນ ຈຳນວນ​ຫນຶ່ງ ​ໃຊ້​ເວລາ​ເບິ່ງ​ໂທລະພາບ, ຟັງ​ວິທະຍຸ, ຫລາຍ​ກວ່າ​ການ​ອ່ານ​ປຶ້ມ ອີກ​ຢ່າງ​ຫນຶ່ງ​ພໍ່​ແມ່​ຜູ້​ປົກຄອງບາງ ຍັງ​ລະ​ເລີຍ ທີ່​ຈະ​ສ້າງ​ນິ​ໃສ​ໃຫ້​ລູກ​ຫລານ​ຮັກ​ການ​ອ່ານ ​ເຊັ່ນ​ວ່າ : ​ເມື່ອ​ພາ​ລູກ​ໄປ​ເລາະ​ຕະຫລາດ ​ເຂົ້າ​ຮ້ານ ຂາຍ​ປຶ້ມ ​ເມື່ອ​ລູກ​ຢາກ​ໄດ້​ປຶ້ມ ພໍ່​ແມ່​ພັດ​ບອກ​ວ່າ ບໍ່​ຊື້​ດອກ​ມັນ​ແພງ ຊື້​ແລ້ວ ບໍ່​ອີ່ມ, ບໍ່​ອຸ່ນ ຄື​ຊື້​ເຄື່ອງກິນ ຫລື ​ເສື້ອ​ຜ້າ​ດອກ. ນອກ​ນັ້ນ ຢູ່​ຫລາຍໆ​ເຮືອນ ຍັງ​ບໍ່​ມີ​ຮອດ​ປຶ້ມ​ອ່ານ, ກົງກັນ​ຂ້າມ​ເຄື່ອງ​ຫລິ້ນ​ແນວ​ອື່ນ​ພັດ​ມີ​ຫລາຍ​ຈົນ​ນັບ​ບໍ່​ໄຂວ່. ​ເມື່ອ​ເຮົາ​ຮູ​ວ່າ ຫົວ​ໃຈ ຂອງ​ການ​ຮຽນຄືການອ່ານ ຖ້າຢາກ​ສ້າງໃຫ້​ລູກຫລານ ກາຍ​ເປັນ​ນັກຮຽນ​ເກັ່ງ ຜູ້​ປົກຄອງ, ຄູອາຈານ ກໍຕ້ອງ​ປູກຝັງ​ໃຫ້ເດັກ​ມີ​ວັດທະນະ​ກ່ຽວກັບ​ການອ່ານ​ໃຫ້ກວ້າງ​ຕໍ່​ເນື່ອງ​ເປັນລະບົບ​ໂດຍເລີ່ມຈາກ​ການອ່ານ​ນິທານ,​ຊວນຫົວ​ແລະ​ບັນ ເທີງ​ຕ່າງໆ ຈິ່ງຄ່ອຍໆ​ກ້າວໄປ​ສູ່​ການ​ອ່ານ​ເພື່ອ ຄົ້ນຄວ້າ​ເພາະການ​ຮຽນ​ຄືການ ຊອກສະ ແຫວງຫາ​ສິ່ງ​ໃຫມ່ໆ ເມື່ອກ້າວ​ສູ່​ການຮຽນ​ໃນ​ຂັ້ນສູງຂຶ້ນ ​ແລ້ວ​ຈະ​ເຮັດ​ໃຫ້​ເດັກ ຕິດ​ພັນ​ກ່ຽວກັບ​ການ​ອ່ານ ຈົນ​ການ​ເປັນນິ​ໃສ ທັງ​ເປັນ​ການ​ສ້າງ​ພື້ນ ຖານ​ຄັງ​ຄວາມ​ຮູ້ ສູ່​ການ​ສຶກສາ​ທີ່​ດີ​ໃນ​ອະນາຄົດ.

ສຸພາສິດສອນໃຈ:

ຄວາມຮັກ​ແລະຄວາມເຂົ້າໃຈ​ກັນ​ເປັນ​ຄວາມສຸກ​ຢ່າງຍິ່ງ​ຂອງຄົນ​ທີ່​ມີພູມ​ປັນຍາ ເພາະເຂົາ​ເຫັນ​ແລ້ວ​ວ່າ​ເງິ່ນ​ບໍ່​ແມ່ນ​ທຸກສິ່ງ​ທຸກຢ່າງ.
ຄວາມ​ກະຕັນຍູ​ເປັນ​ເປັນເຄື່ອງໝາຍ​ຂອງ​ຄົນດີ ຄົນລາວ​ບູຮານ​ເຊື່ອວ່າ ເຂົ້າ​ເມັດໜຶ່ງ​ນັ້ນ​ກໍມີຄ່າ ປາໂຕ​ໜຶ່ງ​ນັ້ນ​ກໍ​ມີຄຸນ ນ້ຳດື່ມຈ​ອກໜຶ່ງ​ນັ້ນ​ກໍມີ​ຄວາມໆາຍ​ຕໍ່​ຊິວິດ ເຮົາຕ້ອງ​ຄິດ​ແທນຄຸນ.

ສິ່ງທີ່ລ້ຳຄ່າທີ່ສຸດຂອງ​ຊິວິດ​ແລະສິ່ງ​ທີ່ສ​ວຍງາມ​ທີ່ສຸດຂ​ອງ​ຄົນເຮັານັ້ນ​ກໍ​ຄື​ຄຸນງາມ ຄວາມດີ​ທີ່ເຮົາ​ສ້າງຂື້ນ.