10ອັນ​ດັບ​ສະໜາມກິລາ​ບານ​ເຕະ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-02-22 15:59:17     cri
ອັນ​ດັບ​ທີ 10 ສະໜາມ New Wembley Stadium: ສະໜາມກິລາ​ບານ​ເຕະWembley stadium ຢູ່​ທີ່​ປະ​ເທດ​ອັງກິດ ຄວາມ​ຍິ່ງ​ໃຫຍ່​ຂອງ​ສະໜາມກິລາ​ບານ​ເຕະ​ແຫ່ງ​ນີ້​ແມ່ນ​ສາມາດ​ບັນຈຸ​ຄົນ​ໄດ້​ເຖິງ 90,000 ຄົນ. ​ໃຊ້​ງົບປະມານ​ໃນ​ການ​ກໍ່​ສ້າງ​ດ້ວຍ​ງົບປະ ມານ 757 ລ້ານ​ປອນ. ​ເປີດ​​ໃຊ້​ຄັ້ງ​ທໍາ​ອິດ​ວັນ​ທີ 7 ມີນາ ປີ 2007 ມີ​ບ່ອນ​ຈອດ​ລົດ​ສະ​​ເພາະ 2,900 ຄັນ ຈັດ​ໄວ້​ສະ​ເພາະ​ແຂກ​ລະດັບ VIP ​ເທົ່າ​ນັ້ນ, ​ເຊິ່ງຖື​ວ່າ​ໜ້ອຍ​ຫຼາຍ​ກັບ​ຈໍານວນ​ແຟນບານ​ທີ່​ເຂົ້າ​ຮ່ວມ​ຊົມ​ການ​ແຂ່ງຂັນ​ແຕ່​ລະ​ຄັ້ງ.

 ອັນ​ດັບ​ທີ 9 ສະໜາມ L' Estadi ຫຼື​ມີ​ອີກ​ຊື່​ໜື່ງວ່າ: camp nou ​ເປັນ​ສະໜາມກິລາ​ຂອງ​ສ​ະໂມ​ສອນ Barcelona ສະ​ໂມ​ສອນ​ຊື່​ດັງ​ຂອງ​ປະ​ເທດແອັສປາຍ, ຄວາມ​​ໃຫຍ່​ຂອງ​ສະໜາມ​ບານ​ເຕະ​ນັ້ນ​ສາມາດ​ບັນ​ຈຸ​ຄົນ​ໄດ້​ເຖິງ 98,000 ຄົນ. ສະໜາມ​ເປີດ​ໃຊ້​ເປັນ​ທາງ​ການວັນ​ທີ 24 ກັນຍາ 1957 ​ແຕ່​ໃນ​ປີ 1982 ​ເຄີຍ​ຮອງ​ຮັບ​ແຟນບານ​ເຕະ​ທີ່​ເຂົ້າ​ມາ​ເບິ່ງ​ການ​ແຂ່ງຂັນ​ນັດ​ສໍາຄັນ. ຄື​ບານ​ເຕະ​ໂລກ​ມາ​ແລ້ວ​ເຖິງ 115,000 ຄົນ.

ອັນ​ດັບ​ທີ 8 ສະໜາມ Macarana: ຢູ່​ເມືອງ​ລີ​ໂອ​ເດີຈາ​​ເນີ​ໂລປະ​ເທດ​ບລາຊິນສະໜາມກິລາ Macarana ຖືກ​ສ້າງ​ໃນ​ປີ 1950 ​ເພື່ອ​ໃຊ້​ເປັນ​ສະໜາມ​​ໃນ​ການແຂ່ງຂັນກິລາ​ບານ​ເຈະ​ໂລກ ຮູບຊົງ​ຂອງ​ສະໜາມ​ບານ​ເຕະ Macarana ນີ້, ຄ້າຍຄື​ຊາມ​ຂະໜາດ​ໃຫຍ່ ​ເຊິ່ງມີ​ອັກສອນ​ບ່ອນ​ນັ່ງ​ໄວ້​ຮອງ​ຮັບ​ແຟນບານ​ແບ່ງ​ເປັນ 2 ຊັ້ນ, ນັບ​ເປັນສະຖາປັດຕະຍາ​ກໍາ​ທີ່​ມີ​ຄວາມ​ສູງ​ໜ້ອຍ​ຫຼາຍ​ພຽງ 24 ​ແມັດ​ຈາກ​ພື້ນ​ເທົ່າ​ນັ້ນ, ອີກ​ທັງ​ເປັນ​ເດີ່ນ​ຫຍ້າ​ຂອງ​ຂອງ​ສະ​ໂມ​ສອນ​ບານ​ເຕະ​ເຖິງ 3 ສະ​ໂມ​ສອນ​ນໍາ​ອີກຄື: flemengo, botofogo ​ແລະ fluminense.

ອັນ​ດັບ 7 ສະໜາມ​ azadi stadium: ຕັ້ງ​ຢູ່​ທີ່​ເມືອງ​ເຕຮາລານປະ​ເທດ​ອີ​ລານ, ສ້າງ​ເມື່ອປີ 1971 ສາມາດ​ບັນຈຸ​ແຟນບານ​ໄດ້​ເຖິງ 120,000 ຄົນ, ​ແຕ່​ເນື່ອງ​ຈາກ​ການ​ແຂ່ງຂັນ​ລະຫວ່າງອີ​ລານກັບຊາ​ອຸລິອາລາເບຍ​ໃນ​ບານ​ເຕະ​ໂລກ​ຮອບ​ຄັດ​ເລືອກ, ມີ​ແຟນບານ​ເຂົ້າ​ເບິ່ງ​ການ​ແຂ່ງຂັນ​ຢ່າງ​ໜາ​ແໜ້ນ​ຫຼວງ​ຫຼາຍ, ​ເຮັດ​ໃຫ້​ຕ້ອງ​ມີ​ການ​ປັບປຸງ​ຄັ້ງ​ໃຫຍ່ ປັດຈຸບັນ​ສະໜາມ azadi stadium ນີ້, ສາມາດ​ບັນຈຸ​ແຟນບານ​ໄດ້​ເຖິງ 100,000 ຄົນ.

ອັນ​ດັບ 6 ສະໜາມ jawaharial Nehru: ຢູ່​ທີ່​ເມືອງ​ນີວ​ເດີ​ລີ ປະ​ເທດ​ອິນ​ເດຍ ສ້າງ​ເມື່ອ​ປີ 1982 ​ໃຊ້​ເປັນ​ສະໜາມ​ບານ​ເຕະ​ແລະ​ສະໜາມ​ຄຣິກ​ເກັດ ​ໃນ​ປີ 2010 ລັດຖະບານ​ອິນ​ເດຍລົງທຶນ​ເປັນ 1000 ພັນລ້ານ​ລູປີສ້າງ ​ເພື່ອ​ຈັດການ​ແຂ່ງຂັນ​ກິລາ​ໃນ​ເຄືອ​ຈັກກະພັດ​ລະຫວ່າງວັນ​ທີ 3-10 ຕຸລາ​ 2010 ຈື່ງ​ມີ​ການ​ປັບປຸງ​ຄັ້ງ​ໃຫຍ່​ຂື້ນ​ຕິດ​ຕັ່ງ​ບ່ອນ​ນັ່ງ​ຮອງ​ຮັບ​ແຟນບານ​ເຕະ ​ເພີ່ມ​ເຕີມ​ປັດຈຸບັນ​ສະໜາມ​ບານ​ເຕະ jawaharial Nehru ສາມາດ​ບັນຈຸ​ແຟນ​ບານ​ໄດ້​ເຖິງ 100,000 ຄົນ.

ອັນ​ດັບ​ທີ 5 ສະໜາມ Melbourne cricket ground: ຕັ້ງ​ຢູ່​ທີ່​ປະ​ເທດ autralai ປະຈຸ​ບັນ​ບໍ່​ໄດ້​ໃຊ້​ແຂ່ງຂັນ​ກິລາ​ບານ​ເຕະ​ເລີຍ ​ເປັ​ນສະໜາມ​ທີ່​ໃຊ້​ສໍາລັບ​ການ​ແຂ່ງຂັນ​ກິລາ ຄຣິກ​ເກັດ ບານ​ເຕະ​ແລະ​ຮັກ​ບີ້ ບານ​ເຕະບານ​ຂອງ​ຊາວ​ອອດ​ຊີ​ນັ້ນ​ເອງ ສະໜາມ Melbourne cricket ground ທີ່​ມາ​ເບິ່ງ​ການ​ແຂ່ງຂັນ​ໄດ້​ເຖິງ 100,000 ບ່ອນ​ນັ່ງ​.

 ອັນ​ດັບ 4 ສະໜາມ bukit jaili stadium: ຢູ່​ປະ​ເທດ​ມາ​ເລ​ເຊຍ​ສ້າງ​ໃນ​ປີ, ສ້າງ​ໃນ​ປີ 1998 ​ເພື່ອ​ໃຊ້​ໃນ​ການ​ແຂ່ງຂັນ commonwealth ​games ທີ່​ປະ​ເທດ​ມາ​ເລ​ເຊຍ​ເປັນ​ເຈົ້າພາບ​ປັດຈຸບັນ​ສາມາດ​ບັນຈຸ​ແຟນບານ​​ເຕະ​ໄດ້ 100,200 ຄົນ.

ອັນ​ດັບ​ທີ 3 estadio azteca: ຢູ່​ທີ່​ເມືອງ​ມັກ​ຊິກ​​ໂກ​ຊີ​ຕີ້, ສ້າງ​ຂື້ນ​ໃນ​ປີ 1986 ​ເຄີຍ​ເປັນ​ສະໜາມ​ແຂ່ງຂັນ​ບານ​ເຕະ​ໂລກ​ເຖິງ 2 ຄັ້ງ, ​ໃນ​ປີ 1970 ​ແລະ​ປີ 1986 ​ເປັນ​ສະໜາມ​ທີ່​​ໃຫຍ່​ຫຼາຍ​ເພາະ​ໃຊ້​ສະຖາປະນິກ​ອອກ​ແບບ​ເຖິງ 12 ຄົນ, ວິສະວະກອນ​ເບິ່ງ​ແຍງ​ການ​ກໍ່ສ້າງ 34 ຄົນ, ຊ່າງ​ເທັກ​ນິກ 15 ຄົນ​ແລະ​ກໍາມະກອນ​ໃນ​ການ​ກໍ່​ສ້າງ​ສະໜາມ​ບານ​ເຕະ​ແຫ່ງ​ນີ້​ລວມ 800 ຄົນ, ປັດຈຸບັນ​ສະໜາມ​ບານ​ເຕະ estadio azteca ສາມາດ​ບັນຈຸ​ແຟນບານ​ໄດ້​ເຖິງ 105,064 ຄົນ.

ອັນ​ດັບ​ທີ 2 salt lake stadium: ຢູ່​ປະ​ເທດ​ອິນ​ເດຍສະໜາມ salt lake stadium ປັດຈຸບັນ​ສາມາດ​ບັນຈຸ​ແຟນບານ​ເຕະ​ໄດ້​ຫຼາຍ​ເຖິງ 125,064 ຄົນ.

 ອັນ​ດັບ​ 1 ສະໜາມ​ rungrado may day stadium: ຢູ່​ທີ່​ເມືອງ​ພຽງ​ຍາງ ປະ​ເທດ​ສປປເກົາຫຼີ​ ສ້າງ​ໃນ​ປີ 1989 ​ເປັນ​ສະໜາມ​ບານ​ເຕະ​ທີ່​ຖືກ​ລົງ​ບັນທຶກ​ຢູ່ ກິນ​ເນສບຸ໊ກ​ໄວ້​ວ່າ: ​ເຄີຍ​ບັນຈຸ​ຄົນ​ໄດ້​ເຖິງ 193,960 ຄົນ​ມາ​ແລ້ວ.