ປະກາດ​ສິ່ງມະຫັດ​ສະ​ຈັນທາ​ງທໍາ​ມະ​ຊາດ​ຂອງ​ໂລກ

(GMT+08:00) 2012-02-22 16:02:05     cri

ວັນ​ທີ 11 ພະຈິກ​ຜ່ານ​ມາ​ໄດ້​ມີ​ການ​ເປີດ​ເຜີຍ 7ສິ່ງ​ມະຫັດ​ສະ​ຈັນ​ຂອງ​ໂລກ​ຜົນ​ປາກົດ​ວ່າ: ປ່າ​ອາ​ເມ​ຊອນ, ອ່າວ​ຮ່າ​ລອງ​ຫຼື​ຮ່າ​ລອງ​ເບຍ​ໃນ​ຫວຽດນາມ, ນໍ້າຕົກອີ່​ກົ່ວ​ຊູ​ໃນ​ປະ​ເທດ​ອາ​ເຈນ​ຕີ​ນາ, ​ເກາະ​ເຈ​ຈູ​ຂອງ​ ສ ​ເກົາຫຼີ, ​ເກາະ​ໂຄ​ໂມ​ໂດ​ຂອງ​ອິນ​ໂດ​ເນ​ເຊ​ຍ,​ນໍ້າ​ເປີ​ໂຕ​ພຣິນ​ເຊ​ຊາ​ໃນ​ຟິລິປິ​ນ​ແລະ​ພູ​ເທ​ເບີ​ນ​ໃນ​ອາ​ຝຣິກກາ​ໄຕ້​ ໄດ້​ຮັບ​ເລືອກ​​ເປັນ​ສິ່ງ​ມະຫັດສະຈັນ​ຂອງ​ໂລກ

ຂະນະ​ທີ່​ສະຖານ​ທີ່​ອື່ນໆ​​ທົ່ວ​ໂລກ​ໄດ້​ຮັບ​ການ​ຄາດໝາຍ​ວ່າ​ຈະ​ເປັນ​ເກັບ​ຕົກ​ໄປ​ຢ່າງ​ໜ້າ​ເສຍດາຍ​ເຊັ່ນ: ​ແນວ​ປະການ​ທາງ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ອົດ​ສະ​ຕາ​ລີ, ຍອດພູ​ເຂົາ​ຄິລິ​ມັນ​ຈາ​ໂລ ​ໃນ​ແທນ​ຊາ​ເນຍ ​ເຊິ່ງ​ເປັນ​ຍອດພູ​ທີ່​ສູງ​ທີ່​ສຸດ​ໃນ​ອາ​ເມ​ລິ​ກາ, ທະ​ເລ​ເດ​ຊີ​ແລະ​ແກນ​ແຄນ​ຍອນ

ຜົນ​ດັ່ງ​ກາວ​ໄດ້​ມາ​ຈາກ​ການ​ຄັດ​ເລືອກ​ສະຖານ​ທີ່ 440 ​ແຫ່ງ​ໃນ​ທົ່ວ​ໂລກ 220 ປະ​ເທດ​ໄດ້​ຄັດ​ເລືອກ​ໃຫ້​ເຫຼືອ 77 ​ແຫ່ງ 28 ​ແຫ່ງ​ແລະ​ສຸດ​ທ້າ​ຍຄັດ​ເລືອກ 7 ​ແຫ່ງ​ໃຫ້​ເປັນ 7ສິ່ງ​ມະຫັດສະຈັນ​ຂອງ​ໂລກ

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ ນັບ​ຈາກ​ເວລາ 11 ​ໂມງ 11 ນາທີ​ຕາມ​ເວລາ​ມາດ ຕະຖານ​ສາກົນ​ຂອງ​ວັນ​ທີ 11 ພະຈິກ 2011 ລຽງ​ຕາມ​ຕົວ​ອັກສອນ​ເຊິ່ງຈະ​ມີ​ການ​ປະ ກາດ​ຜູ້​ຊະນະ​ຢ່າງ​ເປັນ​ທາງ​ການ​ໃນ​ປີໜ້າ ​ໂດຍ​ຈະ​ນໍາ​ໄປ​ລວມກັບ 7 ສິ່ງ​ມະຫັດສະຈັນ​ຍຸກ​ໃໝ່​ທີ່​ມະນຸດ​ສ້າງ​ຂື້ນທີ່​ປະກາດ​ໄປ​ແລ້ວ​ເມື່ອ​ວັນ​ທີ 7ກໍລະກົດ ປີ 2007 ​ເຊິ່ງປະ ກອບ​ມີ:

ຊິເຊນ ອິດຊາ ອັດເທນ ແຫ່ງຍູຄາຕານປະເທດ ແມັກຊິກໂກ

ໄຄລົດເດີ ລີດີມເມີ ທີ່ນະຄອນ ລິໂອເດີຈານາໂລ ປະເທດບຼາຊິນ

ກຳແພງຍັກເມືອງຈີນ

ມາຊູປິກຊູປະເທດເປລູ

ເມືອງບູຮານ ເພຕາ ປະເທດຂໍແດນ

ສະໜາມກິລາໂດຄອນແຊມ, ນະຄອນໂຫຼມ ປະເທດອີຕາລີ

ທັດສະມາຮານປະເທດອິນເດຍ.

ປ່າອະເມຊອນ ປະເທດອາເມລິກາໃຕ້

ປ່າອະເມຊອນມີເນື້ອທີ່ກວ່າງກວມເອົາ 2 ໃນ 5 ສ່ວນຂອງຂົງເຂດອາເມລິກາ ໃຕ້ຄວບຄຸມພື້ນທີ່ເຄິ່ງໜຶ່ງຂອງປະເທດບຼາຊິນທີ່​ເຫຼືອນັ້ນ​ແຜ່​ເຂົ້າ​ໃປອີກ 8 ປະ​ເທດ​ໃກ້​ຄຽງ, ມິ​ເນື້ອ​ທີ່​ປະມານ 6 ລ້ານ 4 ​ແສນ ກິ​ໂລ​ຕາ​ແມັດ, ສ່ວນ​ໃຫ່ຍ​ເປັນ​ທົ່ງ​ຮາບ​ພຽງຂະໜານກັບ​ເສັ້ນ​ສູນ​ສູດ​ໂດຍ​ສິ່ງ​ທີ່​ແບ່ງ​ປ່າ​ອອກ​ເປັນ​ຕອນ​ເໜືອກັບ​ຕອນ​ໃຕ້​ກໍ​ຄື​ແມ່​ນ້ຳ​ອະ​ເມ​ຊອນ ​ເຊິ່ງມີ​ຈຸດ​ກຳ​ເນີ​ດ​ແມ່ນ​ນ້ຳມາ​ຈາກ​ພູ​ແອນ​ລີດ​ຂອງ​ເປ​ລູ​ແລ້ວ​ໄຫຼຈາກ​ຕະ​ເວັນ​ຕົກ​ໄປ​ຕາ​ເວັນ​ອອກ ​ເປັນ​ໄລຍະ​ທາງ 6400 ກິ​ໂລ​ແມັດ ລົງ​ສູ່​ມະຫາ​ສະໝຸດອັດ​ລັງ​ຕິກ, ​ແມ່ນ​ນ້ຳ​ສາຍ​ນີ້​ມີ​ປະລິມານ​ນ້ຳ​ທີ່​ມະ ຫາສານ ມີ​ນ້ຳ​ຈາກ​ຄອງ​ສາຍ​ຕ່າງ​ໄຫຼລົງ​ໃສ່​ປະ​ເມານ 1100 ສາຍ ​ແລະ​ຄວາມ​ກວ້າງ​ຂອງ​ແມ່​ນ້ຳ​ອະ​ເມ​ຊອນ​ກໍ​ມີ​ຂະໜາດ​ໃຫ່ຍສົມຄວນ​ໃນ​ບາງ​ພື້ນ​ທີ່​ຈາກ​ປາກ​ອ່າວ​ເຂົ້າ​ໃປ​ໃນ​ທະວີບ 1000 ກິ​ໂລ​ແມັດ ​ແມ່​ນ້ຳ​ມີ​ຂະໜາດກວ້າງ​ເຖິງ 10 ກິ​ໂລ​ແມັດ ຂະນະ​ທີ່​ຄວາມ​ກວ້າງ​ທີ່​ປາກ​ອ່າວ​ມີ​ໄລຍະ​ທາງ​ເຖິງ 320 ກິ​​ໂລ​ແມັດ.

ອ່າວ ຮ່າລອງເບ ປະເທດຫວຽດນາມ

ອ່າວ​ຮ່ລອງ​ເບ​ທີ່​ປະ​ເທດ​ຫວຽດນາມ​ເປັນ​ອ່າໜຶ່ງ​ໃນ​ອ່າຕົງ​ແກງ​ທາງ​ພາກ​ເໜືອຫວຽດນາມ​ໃກ້​ຊາຍ​ແດນ​ຕິດ​ກັບປະ​ເທດ​ຈີນ ມີ​ເນື້ອ​ທີ່​ທັງໝົດ 1500 ກິ​ໂລ​ຕາ​ແມັດ​ແລະ​ມີ​​ແຄມ​ຝັ່ງ​ຍາວ 120 ກິ​​ໂລ​ແມັດ ຢູ່​ຫ່າງ​ຈາກ​ນະຄອນຫຼວງຮ່າ​​ໂນ້ຍ​ໄປ​ທາງ​ຕະ​ເວັນ​ອອກ​ປະມານ 170 ກິ​​ໂລ​ແມັດ ມີ​ຊື່​ຕາມ​ການ​ອອກສຽງຕາມ​ພາສາ​ຫວຽດນາມ​ວ່​າ "Ninh Ha Long" ມີ​ຄວາມໝາຍວ່າ  ອ່າວ​ແຫ່ງ​ມັງກອນ.

ນ້ຳຕົກຕາດອີກົວຊູ ປະເທດບຼາຊິນ-ອາເຈນຕິນາ

ຊື່ວ່າ ອີ​ກົວ​ຊູ ມາ​ຈາກ​ຄຳ​ວ່າ Guarani ​ແປ​ວ່າ​ນ້ຳ​ແລະ​ຄຳ​ວ່າ Uasu ​ແປ​ວ່າ​ໃຫ່ຍ ມີ​ຕຳນານ​ເລົ່ສຂານ​ກັນ​ວ່າ​ສະ​ໄໝນັ້ນ​ພະ​ເຈົ້າ​ໄດ້​ວາງ​ແຜນ​ວາງ​ຈະ​ແຕ່​ງງານ​ກັບ​ນາງ ນາຍ​ປີ ສາວ​ພື້ນ​ເມືອງ​ຜູ້​ຈົບງາມ, ​ແຕ່​ຜູ້​ສາວ​ໄດ້​ຂີ່​ໄປ​ດ້ວຍ​ເຮືອ ​canoe ກັບ​ຊາຍ​ຄົນ​ຮັກ​ຊື່ taroba, ພະ​ເຈົ້າ​ມີ​ຄວາມຄຽດ​ແຄ້ນ​ໃນ​ໃຈ​ເລີຍ​ຕັດ​ແມ່​ນ້ຳ​ສາຍ​ນີ້​ຕຶ່ງ​ເຮັດ​ໃຫ້​ກາຍ​ເປັນ​ນ້ຳຕົກຕາດ​ທີ່​ໃຫ່ຍໜ້າອັດສະຈັນ, ນ້ຳຕົກຕາດ​ອີ​ກົວ​ຊູ​ມີ​ຄວາມ​ສູງ​ສະ​ເລ່ຍ 62-82 ​ແມັດ, ​ໂດຍ​ມີ​ນ້ຳຕົກ​ຂະໜາດນ້ອຍ​ແລະ​ໃຫ່ຍຍາຍ​ກັນ​ຢູ່​ໃນ​ບໍລິ​ເວນ​ນັ້ນ​ຈຳນວນ 275 ສາຍ​ແລະ​ມີ​ຄວາມ​ຍາວ​ເຖິງ 2700​ ແມັດ.

ເກາະເຈຈູ ປະເທດ ສ ເກົາຫຼີ

ເກາະ​ຈູ​ໂດຫຼື​ເກາະ​ເຊ​ຈຸ​ຕັ້ງ​​ຢູ່​ທາງ​ໃຕ້​ຂອງ​ນະຄອນຫຼວງ​ເຊ​ອຸນ ​ເປັນໜຶາງ​ໃນ​ແຂວງ​ທັງ9 ຂອງ​ສ ​ເກົາຫຼີ. ​ເກາະ​ແຫ່ງ​ນີ້​ໄດ້​ຮັບ​ການ​ຂະໜານນາມ​ວ່າ "​ເກາະ​ແຫ່ງ​ຄວາມ​ຝັນ" ນອກ​ນັ້ນ​ຍັງ​ມີ​ຊື່ສຽງ​ໄປ​ທົ່ວ​ໂລກ​ໃນ​ເລື່ອງ​ຂອງ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ຈົບງາມ​ທີ່​ປະ​ກອດ​ດ້ວຍ​ແຄມ​ຝັ່ງ​ຍາວ​ເຖິງ 256 ກິ​ໂລ​ແມັດ, ນ້ຳຕົກ​ຕາດ ພູ​ໄຟ​ທີ່​ມອດ​ແລ້ວ​ແລະ​ປ່າ​ໄມ້.

ອຸທະຍານແຫ່ງຊາດ ໂຄໂມໂດ ປະເທດອິນໂດເນຍເຊຍ

ອຸ​ທະຍານ​​ແຫ່ງ​ຊາດ​ໂຄ​ໂມ​ໂດ​ເປັນ​ອຸ​ທະຍານ​ແຫ່ງ​ຊາດ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ຕັ້ງ​ຢູ່​ໃກ້​ກັບໝູ່​ເກາະ​ຊຸນ​ດາ​ນ້ອຍ​ລະຫວ່າງ​ແຂວງ​ນູຊາ​ເຕິ​ງກາ​ລາ​ເໜືອ​ແລະນູຊາ​ເຕີ​ງກາ​ລາ​ໄຕ້, ອຸ​ທະຍານ​ແຫ່ງ​ນີ້​ປະກອບ​ດ້ວຍ​ເກາະ​ໃຫ່ຍ 3 ​ເກາະ​ຄື: ​ເກາະ​​ໂຄ​ໂມ​ໂດ, ​ເກາະ​ລິງ​ກາ​ແລະ​ເກາະປາ​ດາ ​ແລະ​ຍັງ​ມີ​ເກາະ​ນ້ອຍໆອີກ​ຈຳນວນຫຼວງຫຼາຍ, ​ເຊິ່ງ​ເກາະ​ເຫຼົ່ານີ້​ກຳ​ເນີ​ດຂື້ນ​ຈາກ​ການລະ​ເບີດ​ຂອງ​ພູ​ເຂົາ​ໄຟ​ມີ​ເນື້ອ​ທີ່​ທັງໝົດ 1 817 ຕາລາງ​ກິ​​ໂລ​ແມັດ. ມີ​ປະຊາກອນ​ອາ​ໃສ​ຢູ່​ປະມານ 4 000 ຄົນ ກໍ່ຕັ້ງ​ເປັນ​ອຸ​ທະຍານ​ແຫ່ງ​ຊາດ​ໃນ​ປີ ຄສ 1980, ຫຼັງຈາກ​ນັ້ນ​ໄດ້​ຈັດ​ສັນ​ໃຫ້​ເປັນ​ພື້ນ​ທີ່​ສຳລັບ​ອະນຸລັກ​ສັດປ່າ​ແລະ​ສັດທະ​ເລ​ຊະນິດ​ອື່ນໆອີກ. ​ໃນ​ປີ 1991 ອຸ​ທະຍານ​ແຫ່ງ​ນີ້​ໄດ້​ຮັບ​ການ​ຂື້ນ​ທະບຽນ​ຈາກ​ອົງການ ຍູ​ເນັສ​ໂກ​ໃຫ້​ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ.

ນ້ຳໃຕ້ດິນ ເປີໂຕ ພຼິນເຊຊາ ປະເທດຟິລິບປິນ

ເປີໂຕ ພຼິນເຊຊາຫຼືອຸ​ທະຍານ​ແຫ່ງ​ຊາດ​ນ້ຳ​ໃຕ້​ດິນ​ເປີໂຕ ພຼິນເຊຊາຕັ້ງ​ຢູ່​ລິ​ເວນ​ພູ​ເຂົາ​ເຊັນ​ພອນ ທາງ​ຕອນ​ເໜືອຂອງ​ເກາະ​ປາ​ລາ​ວັນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ຮັບ​ການ​ຕັ້ງ​ເປັນ​ອຸ​ທະຍານ​​ແຫ່ງ​ຊາດ​ໃນ​ປີ 1992. ອຸ​ທະຍານ​ແຫ່ງນີ້​ປະກອບ​ດ້ວຍ​ພູ​ຫີນ​ປູນ​ຈຳ​ວນຫຼາຍ​ໂດຍ​ມີ​ນ້ຳ​ໄຕ້​ດິນ​ໄຫຼຢູ່​ເບື້ອງ​ລຸ່ມ​ເປັນ​ໄລຍະ​ທາງ​ຍາວ 8 200 ​ແມັດ, ກ່ອນ​ທີ່​ຈະ​ໄຫຼລົງ​ສູ່​ທະ​ເລ​ຈີນ​ຕອນ​ໃຈ້, ອົງການ ຍູ​ເນັສ​ໂກ​ໄດ້​ຍົກ​ຍ້ອງ​ອຸ​ທະຍານ​ແຫ່ງ​ຊາດ​ນ້ຳ​ໃຕ້​ດິນ ເປີໂຕ ພຼິນເຊຊາ ​ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ​ເມື​ອ່ວັນ​ທີ 4 ທັນວາ 1999.

ພູ ເທເບີນ ປະເທດອາເມລິກາໃຕ້.

ພູ​ເທ​ເບີ​ນຫຼືພູ​ໂຕະ​ຕັ້ງ​ຢູ່​ທາງ​ພາກ​ເໜືອຂອງ​ເມືອງ​ເຄບທາວ​ທາງ​ຕອນ​ໄຕ້​ຂອງ​ປະ​ເທດ​ອາ​ຟຼິກາ​ໃຕ້ ​ໂດຍ​ມີ​ຊື່​ມາ​ຈາກ​ເທີ່​ຝຈອມ​ພູມີ​ລັກສະນະ​ຄ້າຍຄື​ໂຄະ​ມີ​ຄວາມ​ຍາວ 2 ກິ​ໂລ​ແມັດ, ສູງ 1086 ​ແມັດ ຈາກ​ລະດັບ​ນ້ຳ​ທະ​ເລ​ປານ​ກາງ ​ເປັນ​ສ່ວນໜຶ່ງຂອງ​ອຸ​ທະຍານ​ແຫ່ງ​ຊາດ ​ເທ​ເບີ​ນ​ເມົາ​ເທ​ນ.