ລູກຈະເປັນຄົນດີ ຖ້າ​ພໍ່ແມ່​ເອົາໃຈໃສ່​ເບິ່ງແຍງ

(GMT+08:00) 2012-02-22 16:06:41     cri
ພໍ່​ແມ່​ທຸກ​ຄົນ ກໍ​ລ້ວນ​ແຕ່​ຮັກ​ລູກ​ຂອງ​ຕົນ​ເອງ ເໝືອນ​ດັ່ງ​ແກ້ວ​ຕາ​ດວງ​ໃຈ ເຊິ່ງ​ສະ​ແດງ​ຄວາມ​ຮັກ​ອອກ​ມາ​ໄດ້​ຫຼາຍ​ຮູບ​ແບບ ມີ​ທັງ​ການ​ສະ​ແດງ​ຄວາມ​ຮັກ​ໃນ​ຮູບ​ແບບ​ທີ່​ຖືກ​ຕ້ອງ ແລະ ຮູບ​ແບບ​ທີ່​ຜິດ (ການ​ສະ​ແດງ​ຄວາມ​ຮັກ​ໃນ​ຮູບ​ແບບ​ທີ່​ຜິດ​ນັ້ນ ແມ່ນ​ພໍ່​ແມ່​ສະ​ແດງ​ອອກ​ແບບ​ບໍ່​ຮູ້​ຕົວ) ນັ້ນ​ກໍ​ຄື: ການ​ສະ​ແດງ​ຄວາມ​ຮັກ​ໃຫ້​ລູກ ໂດຍ​ການ​ໃຊ້​ເງິນ​ຊື້​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ທາງ​ສັງ​ຄົມ​ໃຫ້​ກັບ​ລູກ ໂດຍ​ບໍ່​ມີ​ເວ​ລາ​ໃຫ້​ກັບ​ລູກ​ຂອງ​ຕົນ ເຊິ່ງ​ພໍ່​ແມ່​ນັ້ນ​ຄິດ​ວ່າ ລູກ​ຂອງ​ຕົນ​ເອງ​ມີ​ຄວາມ​ສຸກ ຈົນ​ລືມ​ຄິດ​ໄປ​ວ່າ ສິ່ງ​ທີ່​ຕົນ​ເອງ​ໃຫ້​ຄວາມ​ສຸກ​ແກ່​ລູກ​ນັ້ນ ມັນ​ເປັນ​ເໝືອນ ດາບ​ສອງ​ຄົມ ທີ່​ຄ່ອຍໆ​ສອດ​ແຊກ​ທຳ​ລາຍ​ອະ​ນາ​ຄົດ​ລູກ​ຂອງ​ທ່ານ ເຊັ່ນ: ລູກ​ອາດ​ນຳ​ເອົາ​ເງິນ​ທີ່​ພໍ່​ແມ່​ໃຫ້ ໄປ​ຫຼິ້ນ​ກິນ​ຟູມ​ເຟືອຍ ເຊັ່ນ: ໄປ​ຫິ້ນ​ເກມ ຫຼິ້ນ​ການ​ພະ​ນັນ ແລະ ຊື້​ຢາ​ບ້າ​ມາ​ເສບ ໃນ​ທີ່​ສຸດ ກໍ​ເຮັດ​ໃຫ້​ພວກ​ເຂົາ ບໍ່​ຕ້ອງ​ການ​ໄປ​ໂຮງ​ຮຽນ ເຮັດ​ໃຫ້​ລູກ​ຂອງ​ທ່ານ ເສຍ​ອະນາ​ຄົດ​ຂອງ​ການ​ສຶກ​ສາ.

ດັ່ງ​ນັ້ນ ພໍ່​ແມ່​ທຸກໆ​ຄົນ ຕ້ອງ​ຄຳ​ນຶງ​ເຖິງ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ລູກ ຖ້າ​ມີ​ການ​ສະ​ແດງ​ຄວາມ​ຮັກ​ແບບ​ເອົາໃຈ​ລູກ ຈະ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ລູກ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ພວກ​ລູກ​ຕ້ອງການ​ຄວາມ​ຮັກ​ຈາກ​ພໍ່​ແມ່​ນັ້ນ​ກໍ​ຄື ການສະແດງ​ອອກ​ໃນ​ຄວາມ​ເອົາໃຈໃສ່​ເບິ່ງແຍງ​ຢ່າງ​ໃກ້ຊິດຕິດແທດ ພ້ອມ​ທັງ​ໃຫ້​ຄວາມ​ອົບ​ອຸ່ນ ເມື່ອ​ເວລາ​ລູກ​ມີ​ບັນຫາ ພໍ່​ແມ່​ພ້ອມ​ທີ່​ຈະ​ໃຫ້​ຄຳ​ປຶກສາ ແລະ ແກ້​ບັນຫາ​ຊ່ວຍ ພ້ອມ​ນັ້ນ ພໍ່​ແມ່​ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ກັບ​ລູກ ແລະ ເປັນ​ເສົາ​ຫຼັກ​ໝັ້ນ​ທີ່​ດີ​ໃຫ້​ກັບ​ຄອບຄົວ ສິ່ງ​ເຫຼົ່າ​ນີ້​ເອງ ທີ່​ລູກໆ​ທຸກ​ຄົນ​ຕ້ອງການ​ໃຫ້​ພໍ່​ແມ່​ສະແດງ​ອອກ ແລະ ເປັນ​ສິ່ງ​ໜຶ່ງ​ທີ່​ພັກ​ດັນ​ໃຫ້​ລູກ​ເປັນ​ຄົນ​ດີ​ໃນ​ສັງຄົມ.

ການສະແດງ​ຄວາມ​ຮັກ​ຂອງ​ພໍ່​ແມ່​ນັ້ນ ກໍ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ເປັນ​ລູກ​ທີ່​ດີ​ຂອງ​ພໍ່​ແມ່ ເປັນ​ຄົນ​ທີ່​ດີ​ຂອງ​ສັງຄົມ ເປັນ​ອະນາຄົດ​ທີ່​ດີ​ຂອງ​ປະເທດ​ຊາດ ນັ້ນ​ກໍ​ລ້ວນ​ແລ້ວແຕ່​ເກີດ​ຈາກ​ການ​ອົບ​ຮົບ​ສັ່ງສອນ ຈາກ​ພື້ນຖານ​ໂຄງ​ລ່າງ​ຂອງ​ຄອບຄົວ ນັ້ນ​ກໍ​ຄື ພໍ່​ແມ່ ຜູ້​ໃຫ້​ກຳເນີດ.