ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ຈີນ

(GMT+08:00) 2012-02-22 16:09:22     cri

ສະບາຍດີ​ມິດຮັກ​ແຟນ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ຮັກ​ແພງ​ທຸກໆ​ທ່ານ!​ ພົບ​ກັນ​ອີກ​ຕາມ​ເຄີຍ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ທາງ​ຄື້ນ CRI FM 93Mhz ທຸກ​ຄືນ​ໃນ​​ເວລາ​ທີ່​ສະບາຍໆ​ແນວ​ນີ້ 19-19:50 ນາທີ! ​ເປັນ​ຈັ່ງ​ໃດ​ມະ​ນຸດ​ເງິນ​ເດືອນ​ຄື​ໄທ​ເຮົາ​​ເຈົ້າຂ້ອຍ​ໄດ້​ພັກ 2 ມື້​ແລ້ວ​ຄື​ຊິ​ມີ​ແຮງ​ເຕີບ​ເນາະ! ມື້​ອື່ນ​ກໍ່​ເຂົ້າສູ່​ໜ້າ​ວຽກ​ໜ້າ​ງານ​ຕໍ່! ​ເວົ້າວ່າ​ພັກ​ເສົາ-ອາທິດ​​ແນວ​ນີ້! ບາງຄົນ​ແຮ່ງ​ວຽກ​ໜັກ​ໄດ໋​ເນາະທ່ານ​ຜູ້​ຟັງ! ອະນາ​ໄມ​ເຮືອນ​ຊານ ບາງ​ທ່ານ​ກໍ່​ສ້ອມ​ແປງ ບາງ​ທ່ານ​ກໍ່​ປຸກ​ໃໝ່​ເດ໋ ! ຫຼື​ບາງ​ຄົນ​ກໍ່​ມີຮົ້ວມີ​ສວນ​ເດ​ເນາະ! ສະພາບ​ເສດຖະກິດ​ແນວ​ນີ້​ເງິນ​ດ້າມ​ຊ້າ​ມ​ເດືອນ​ແນ​ວນີ້​ກໍ່​ຕ້ອງ​ສ້າງ​ເສດຖະກິດ​ເສີມ​ມັນ​ກໍ່​ຈັ່ງ​ຊິ​ຢູ່​ລອດ, ຖ້າ​ກິນ​ແຕ່​ເງິນ​ເດືອນ​ລ້ວນໆ ຄັນ​ຄອບຄົວ​ໃຫຍ່​ບໍ່​ໄຫວ​ແທ້​ໄດ໋ ຮັດ​ສາຍ ຮັດ​ແອວ​ຈົນ​ທ້ອງ​ກິ່ວກະ​ບໍ່​ໄຫວ​ນະ​ຄັນ​ເຮົາ​ບໍ່​ມີ​ອາຊີບ​ເສີມ​ນະ! ​ເອົາ, ທຸກ​ຄົນ​ໃນ​ຄອບຄົວ​ຊ່ວຍ​ກັນ ດຸ​ໝັ່ນ ອົດທົນ ປະ​ຢັດ ​ແລ້ວ​ຄອບຄົວ​ເຮົາ​ບໍ່​ເດືອນ​ຮ້ອນ​ແນ່ນອນ! ອັນ​ໜຶ່ງ​ອີກ​ຂໍ​ນຳ​ຢ່າ​ໄປ​​ໃກ້​ແທ້​ໆ​ອັນ​ເລື່ອງ​ການ​ພະນັນ​ນິ! ​ເງິນ​ໜ້ອຍ​ຢູ່​ແລ້ວ​ແຮ່ງ​ໄປ​ຕິດ​ການ​ພະນັນ ຕິດ​ໄພ້ ຕິດ​ລົງ​ບານ ກ​າຊີ​ໂນ​ຫຼື​ແມ່ນ​ຫຍັງ​ກໍ​ແລ້ວ​ແຕ່ລະ ຢ່າ​ໄປ​ຕິດ ຢ່າ​ໄປ​ໃກ້ ຢ່າ​ໄປ​ແອ​ບມັນ​ຊິ​ຫຍ້າມ ຜີ​ການ​ພະນັນ​ມັນ​ແຮງ​ແທ້ໆ​ໄດ​ນິຫຼາຍ​ລາຍ​ແລ້ວ​ທີ່​ເສດ​ຖະກິດ​ຫຼົ້ມທຸລະ​ກິດ​ເຈົ້າພັງ​ໝົດ​ຕົວ ຄອບຄົວ​ແຕກ​ແຍກ​ກໍ່​ມີ ​ເຮືອນ​ຫຼັງ​ບັກ​ໃຫຍ່, ລົດ​ບັກ​ຫຼາຍໆ​ຄັນ​ກໍ່​ໄດ້​ຂາຍ​ໄປ​ໄຊ້ໜີ້ ບາງ​ຄົນ​ຕິດ​ຮອດ​ຄຸກ​ຍ້ອນ​ເອົາ​ເງິນ​ໄປ​ຖິ້ມ​ໃສ່​ການ​ພະນັນ ​ແລ້ວ​ໝູນ​ເງິນ​ເຮັດ​ທຸລະ​ກິດ​ບໍ່​ທັນ ທັງ​ໄປ​ຢືມ​ເງິນ​ທະນາຄານ ຢືມ​ເງິນ​ນອກ​ລະບົບ​​ອີກ​​​ໄຊ້ບໍ່​ທັນ​ທະນາຄານ​ຫຼື​ເຈົ້າໜີ້​ກໍ່​ມາ​ທວງ​ມາຍຶ​ດຊັບ​ຍຶດສິນ​​ແລ້ວ​ບໍ່​ແມ່ນ​ເວົ້າລອຍລົມ​ໄດ໋ນິ ໜຸ່ມ​ໃຫຍ່​ເຫັນ​ຕົວຢ່າງ​ມາກັບຕາ 2-3 ລາຍ​ແລ້ວ ຈາກ​ເສດຖີ​ສຸດ​ທ້າຍ​ເຮືອນ​ຫາ​ຊິ​ຢູ່​ກໍ່​ບໍ່​ມີ! ຢ່າ​ໄປ​ໃຫ້​ມັນ​ແທ້ໆ​ການ​ພະນັນ​ນິບໍ່​ເຄີຍ​ເຮັດ​ໃຫ້​ໃຜ​ລວຍ ມີ​ແຕ່​ເຮັດ​ໃຫ້​ຈິບ​ຫາຍ. ຄືນ​ວານ​ນີ້​ໜຸ່ມ​ໃຫຍ່​ເວົ້າ​ເຖິງ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຜູ້ຍິງ​ຈີນ​ສູ່​ຟັງ​ແລ້ວ ຄືນ​ນີ້​ກໍ່​ຍັງ​ບໍ່ມົ້ມ​ເລື່ອງ​ກ່ຽວ​ກັບ​ຜູ້​ຍິງ​ຈີນ​ຢູ່​ດີ​ແຕ່​ຊິ​ເປັນ​ເ​ລື່ອງດີ​ສຳລັບ​ຜູ້ຍິງ​ຈີນ​ໂດຍ​ສະ​ເພາະ​ຜູ້​ຍິງຈີນ​ທີ່​ເຮັດ​ການ ຮ່າງ​ລະບຽບ​ໃໝ່​ຈະ​ໃຫ້​ພັກ​ການ​ຫຼາຍ​ກ່ວາ​ເກົ່າ​ຈະ​ປົກ​ປ້ອງ​ຜູ້ຍິງ​ຮອບດ້ານ​ກ່ວາ​ເກົ່າ! ຈະ​ປົກ​ປ້ອງ​ແນວ​​ໃດ​ນັ້ນຈະ​ໃຫ້​ຟັງ​ເພງ​ກ່ອນ​ແລ້ວ​ຈັ່ງ​ວ່າ​ກັນ!

​ເພງ

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ລາຍການ​ເບິ່ງ​ເມືອງ​ຈີນຂອງ​ຄື້ນ CRI FM 93Mhz ​ທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ເປັນ​ຜູ້​ຈັດ! ຄືນ​ນີ້​ວັນ​ອາທິດ, ທີ 27 ພະຈິກ​ແລ້ວ, ອີກ 3 ມື້​ເດືອນ​ພະຈິກ​ກໍ່​ຈະ​ໜີ​ປະ​ພວກ​ເຮົາ​ແລ້ວ​ໄດ໋ ​ເພາະວ່າ​ມີ​ແຕ່ 30 ມື້​ເດ໋! ​ເອົາ, ມີ​ວຽກ​ມີ​ງານ​ຫຍັງ​ກໍ່​ຂ້ຽວ​ຊຳລະ​ສະ​ສາງ​ທ້າຍ​ປີ​ແລ້ວ​ເດ! ມາ​ເຂົ້າສູ່​ເລື່ອງ​ທີ່​ຈະ​ມາ​ເວົ້າສູ່​ຟັງ​ຄືນ​ນີ້​ວ່າ​ຮ່າງ​ລະບຽບ​ໃໝ່​ກ່ຽວ​ກັບການປົກ​ປ້ອງ​ແຮງ​ງານ​ຜູ້ຍິງ​ຢູ່​ຈີນ​ມີ​ອັນ​ຕ່າງ​ຈາກ​ອັນ​​ເກົ່າ​ຄື​ແນວ​ໃດ​ແດ່? ​ເພາະວ່າ​ລະບຽບ​ແຮງ​ງານ​ຂອງ​ຈີນ​ສະບັບ​ທີ່​ພວມ​ໃຊ້​ຢູ່​ນີ້​ກໍ່​ນຳ​ໃຊ້​ມາ​ແຕ່​ປີ 1988 ພຸ້ນ​ລະ! ຢູ່​ຈີນ​ນິບໍ່​ວ່າ​ຈະ​ເປັນ​ຂໍ້​ກຳນົດ​ກົດ​ລະບຽບ​ກົດໝາຍ​ທີ່​ຈະ​ອອກ​ມາ​ໃໝ່​ທີ່​ພວມ​ເປັນຮ່າງ​ຢູ່​ນິ​ເພິ່ນ​ກໍ່​ຜ່ານ​ການຄົ້ນຄ້ວາ​ພິຈາລະນາ​ພາກສ່ວນ​ກ່ຽວຂ້ອງ​ຄັກ​ເຕີບ ​ແລ້ວ​ຍັງ​ບໍ່​​ແລ້ວ​ໄດ໋ຢູ່​ຈີນ​ຍຸກ​ນີ້​ຄົນ​ເຂົ້າ​ເຖິງ​ອິນ​ເຕີ​​​ເນັດ​ໄດ້​ກ້ວາງ​ຂວາງ​ຫຼາຍ​ສົມ​ຄວນ​ແລ້ວ ສະນັ້ນ​ເພິ່ນ​ກໍ່​ເອົາ​ຮ່າງ​ກົດໝາຍ ຂໍ້​ກຳນົດ​ກົດ​ລະບຽບ​ຕ່າງໆ​ຂື້ນ​ເວ​ບ​ໄຊ​ເພື່ອ​ຂໍ​ຄຳ​ເຫັນ​ມວນ​ຊົນ​ທົ່ວ​ໄປ​ເດ! ກະ​ຄື​ຮ່າງ​ລະບຽບ​ໃໝ່​ປົກ​ປ້ອງ​ຜູ້ຍິງ​ຈີນຄື​ກັນ​ເພິ່ນ​ກໍ່​ເອົາ​ຂື້ນ​ເວ​ບ​ໄຊ​ມາ​ວ່າງ​ວັນ​ຈັນ​ຜ່ານ​ມາ​ນິລະ! ​ແລ້ວ​ເພິ່ນ​ຈະ​ປະ​ໄວ້ 1 ​ເດືອນ​ເພື່ອ​ເຕົ້າ​ໂຮ​ມຄຳ​ເຫັນ​ຂອງ​ມວນ​ຊົນ ​ເພື່ອ​ໄປ​ປັບປຸງ​ດັດ​ແປງ​ຮ່າງ​ລະບຽບ​ໃໝ່​ນີ້​ກ່ອນ​ຈະ​ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ນີ້​ລະ​ຄື​ປະຊາຊົນ​ເປັນ​ເຈົ້າ​ແທ້ໆ ບໍ່​ແມ່ນ​ເວົ້າ​ແຕ່​ປາກ ​ແຕ່​ວ່າ​ມາ​ເບິ່ງ​ຮ່າງ​ເນື້ອ​ໃນ​ຂອງ​ລະບຽບ​ໃໝ່​ນີ້​ໂອ, ກໍ່​ຖື​ວ່າ​ຄຸ້ມ​ຄອງ​ປົກປ້ອງ​ສິດ​ທິຂອງ​ແຮງ​ງານ​ຜູ້ຍິງ​ໄດ້ຮອບດ້ານ​ຫຼາຍ​ຂື້ນ​ກ່ວາ​ເກົ່າ​ໄດ໋! ດຽວ​ນີ້ທົ່ວ​ປະ​ເທດ​ຈີນ​ມີ​ແຮງ​ງານ​ຜູ້ຍິງຕັ້ງວ່າ 137 ລ້ານຄົນ​ພຸ້ນ​ໄດ໋! ຮ່າງ​ລະບຽບ​ໃໝ່​ນີ້​ຈະ​ເພີ່ມ​ມື້​ພັກ​ໃຫ້​ຜູ້ຍິງ​ຈີນ​ຈາກ 90 ມື້​ໃນ​ປະ​ຈຸ​ບັນ​ຂື້ນ​ເປັນ 98 ມື້ ທັງ​ຈະ​ຕັດລະບຽບ​ທີ່​ວ່າ​ຖ້າ​ຜູ້ຍິງ​ໃດ​ຝ່າຝືນ​ນະ​ໂຍບາຍ​ວາງ​ແຜນ​ຄອບຄົວ​ທີ່​ໃຫ້​ມີ​ລູກ​ຜູ້​ດຽວ​ຂອງ​ລັດຖະບານ​ຈີນ​ຈະ​ບໍ່​ຮັບ​ເຮັດ​ວຽກ​​ເພາະວ່າ​ດຽວ​ນີ້​ອັດຕາ​ການ​ເກີດ​ຢູ່​ຕາມ​ຕົວ​​ເມືອງ​ໃຫຍ່​ບໍ່​ວ່າ​ຢູ່​ປັກ​ກິ່ງ​ຫຼື​ຊຽງ​​ໄຮ​ກໍ່​ຫຼາຍ​ແລ້ວ!​ ທັງລັດຖະບານ​ກໍ່​ອະນຸຍາດ​ໃຫ້​ຄູ່​ຜົວ​ເມຍ​ທີ່​ເປັນ​ລູກ​ໂທນ​ທັງຄູ່​ສາມາ​ດມີ​ລູກ 2 ຄົນ​ໄດ້!​ ​ແຕ່​ປານ​ນັ້ນກໍ່​ຍັງ​ຫຼາຍ​ຢູ່​ເມືອງ​ໃຫຍ່​ກໍ່​ບໍ່​ກ້າ​ເອົາ​ລູກ​ຜູ້​ທີ 2 ​ເພາະ​ຄ່າ​ໃຊ້​ຈ່າຍ, ລ້ຽງ​ດູ, ຄ່າ​ຮຽນ​ໜັກ​ໂພດ!​​ ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈຶ່ງ​ຊິ​ເວົ້າຜົນ​ປະ​ໂຫຍ​ດອື່ນໆ​ທີ່​ຜູ້ຍິງ​ຈີນ​ຈະ​ໄດ້​ຮັບ​ໃນ​ລະບຽບ​​ໃໝ່​ນີ້​ຕໍ່

​ເພງ

ຂໍ​ຂອບ​ໃຈ……………… ​ຄຳ​ເຫັນ, ຢາກ​ຟັງ​ເພງ​ກະ​ຂໍ​​ມາ​ໂລດ​ທີ່​ໝາຍ​ເລກ 711477 ຫຼື​ຂໍ້ຄວາມ​ສັ້ນກໍ່​ແມ່ນ 9300 ມາ​ລົມ​ກ່​ຽວກັບ​ລະບຽບ​ເພື່ອ​ປົກ​ປ້ອງ​ສິດ​ຂອງ​ຜູ້​ໃຊ້​ແຮງ​ງານ​ຍິງ​ຂອງ​ຈີນ​ຕໍ່​ວ່າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງ​ແດ່? ​ແມ່ຍິງ​ທີ່​ຫຼຸ​ລູກ​ແທ້ງ​ລູກ​ກໍ່​ຊິ​ໃຫ້​ພັກ​ຢ່າງ​ໜ້ອຍ 2 ອາທິດ​ເພື່ອ​ຟື້ນ​ຟູ​ສຸຂະພາບ​ຖ້າວ່າ​ລາວ​ຖືພາ​ມາ​ໄດ້ຕ່ຳ​ກ່ວາ 4 ​ເດືອນ​ແຕ່​ຖືພາ​ໄດ້​ຫຼາຍ​ກ່ວາ 4 ​ເດືອນ​ແລ້ວ​ເພິ່ນ​ກໍ່​ຈະ​ໃຫ້​ພັກ​ຢ່າງ​ຕ່ຳ 6 ອາທິດ​ກໍ່​ເດືອນ​ເຄິ່ງ​ເກືອບ 2 ​ເດືອນ​ພຸ້ນ​ລະ​ເນາະ! ຮ່າງ​ລະບຽບ​ໃໝ່​ນີ້​ຍັງ​ສັ່ງ​ໃຫ້​ລູກຈ້າງ​ທີ່​ເປັນ​ແມ່ລູກ​ອອ່ນຢ່າງ​ໜ້ອຍ​ມື້​ລະ 1 ຊົ່ວ​ໂມງ​ເພື່ອ​ໃຫ້​ເອົາ​ນົມ​ໃຫ້​ລູກ​ກິນ​ອັນ​ນີ້​ກໍ່​ແມ່ນ​ສະໜັບສະໜຸນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ເພື່ອ​ໃຫ້​ລູກນ້ອຍ​ແຂງ​ແຮງ​ດີ, ​ໃນ​ໄລຍະ​ທີ່​ແມ່ລູກ​ອອ່ນນັ້ນລ້ຽງ​ລູກ​ດ້ວຍ​ຕົນ​ເອງ​ຢູ່​ນາຍ​ຈ້າງ​ກໍ່​ຈະ​ບໍ່​ມີ​ສິ​ດ​ເພີ່ມ​ເວລາ​ເຮັດ​ວຽກ​ໃຫ້​ລາວ ຫຼື​ໃຫ້​ລາວ​ມາ​ເຮັດ​ວຽກ​ຕອນ​ກາງຄືນ​ອີກ! ​ເງິນ​ເດືອນ​ຄ່າ​ລູກ​ຫຼື​ຫຼຸ​ລູກ​ກໍ່​ຕ້ອງ​​ແມ່ນ​ເງິນ​ປະກັນ​ໄພ​ສຸຂະພ​າບ​ເປັນ​ຄົນ​ຈ່າຍ ຄັນນາ​ຍຈ້າງ​ບໍ່​ໄດ້​ຊື້​ປະກັນ​ໄພ​ໃຫ້​ລູກຈ້າງ ນາຍ​ຈ້າງ​ກໍ່​ຕ້ອງ​ຈ່າຍ​ເອງ! ຮ່າງ​ລະບຽບ​ໃໝ່​ກໍ່​ບໍ່​ອະນຸຍາດ​ໃຫ້​ແຮງ​ງານ​ຍິງ​ເຮັດ​ວຽກຕາມ​ບໍ່​ແຮ່​ໃຕ້​ດິນ​ຕ່າງໆ ທັງ​ບໍ່​ໃຫ້​ເຂົາ​ເຈົ້າ ຍົກ ​ແບກ ຫາບ ຫາ​ມສິ່ງ​ທີ່​ໜັກ​ກ່ວາ 20 ກິ​ໂລ ຫຼາຍ​ກ່ວາ 6 ​ເທື່ອ​ຕໍ່ໍຊົ່ວ​ໂມງ. ​ເອີ່! ປົກ​ປ້ອງ​ໄດ້ຮອບ​ຄອບ​ດີ​​ເນາະ! ຮ່າງ​ລະບຽບ​​ໃໝ່​ປົກ​ປ້ອງ​ລົງ​ໄປ​ຮອດ​ວ່າ ຂໍ​ໂທດ​​ເດີ້​ທ່ານ​ຜູ້​ຟັງ ຖ້າ​ແຮງ​ງາ​ນຍິງ​ເວລາ​ເປັນ​ປະຈຳ​​ເດືອນ​ນາຍ​ຈ້າງ​ຈະ​ບໍ່​ມີ​ສິດ​ສັ່ງ​​ໃຫ້​ນາງ​ເຮັດ​ວຽກ​ບ່ອນ​ເຢັນໆ​ຫຼື​​ແບກ​ຫາບ​ໜັກ, ​ແມ່ຍິງ​ທີ່​ຖືພາ​ກໍ່​ບໍ່​ໃຫ້​ເຮັດວຽກ​ກ່ຽວ​ກກັບ​ສານພິດ​ເຄມີ​ຕ່າງໆ ລະ​ກະ​ບໍ່​ໃຫ້​ເຮັດ​ວຽກ​ທີ່​ກົ້ມໆ​ເງີຍໆ​ຕະຫຼອດ​ເພາະ​ມັນ​ເປັນ​ອັນຕະລາຍ​ຕໍ່​ລູກ​ໃນ​ທ້ອງ​ເດ! ນາງ ຕິ່ງ ຕ້າ​ຈຽນ ຫົວໜ້າ​ກົມ​ວຽກ​ງານ​ກຳມະກອນ​ຍິງ​ຂອງສະຫະ​ພັນ​ກຳມະ​ບານ​ຈີນ​ເວົ້າວ່າ: " ພວກ​ເຮົາ​ຫວັງ​ວ່າ​ຮ່າງ​ລະບຽບ​​ໃໝ່​ນີ້ຈະ​ຊ່ວຍ​ປົກ​ປ້ອງ​ແຮງ​ງານ​ຍິງ​ໄດ້​ດີ​ຂື້ນ​ແລະ​ເປັນ​ການ​ເຕຶອນສະຕິ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ຂອງ​ຜູ້​ຍິງ​ໃນ​ການ​ເຮັດ​ວຽກ​ໄດ້​ຫຼາຍ​ຂື້ນ " ຮ່າງ​ລະບຽບ​ໃໝ່​ນີ້​ກໍ່​ແມ່ນ​ກະຊວງ​ຊັບພະຍາກອນ​ມະນຸດ​ແລະ​ຄວາມ​ປອດ​ໄພ​ຂອງ​ສັງຄົມ​ສົມທົບ​ກັບ​ສະຫະພັນ​ກຳມະ​ບານ​ຈີນ​ຮ່າງ​ແລະ​ສະ​ເໜີ​ອອກ​ມາ. ກົມ​ຂອງ​ນາງ ຕິ່ງ ຕ້າ​ຈຽນ ກໍ່​ຈະ​ຮ່ວມ​ມື​ຢ່າ​ງ​ໃກ້ຊິດ​ກັບ​ກະຊວງ​ແຮງ​ງານ ​ເພື່ອ​ຕິດຕາມ​ເຂັ້ມງວດ​ໃນ​ການຈັດຕັ້ງປະຕິ​ບັດ ພ້ອມ​ທັງ​ຊຸກຍູ້ ວິ​ສະຫະ​ກິດ, ບໍລິສັດ, ຫ້າງ​ຮ້ານ ​ໂຮງ​ຈັກ​ໂຮງງານ​ໃຫ້​ເຊັນ​ສັນຍາ​ສະ​ເພາະ​ກັບ​ແຮງ​ງານ​ຍິງ​ທັງ​ຂຽນ​ສິດຜົນປະ​ໂຫຍ​ດຕ່າງໆ​ເຫຼົ່າ​ນີ້​ລົງ​ໄປ​ໃນ​ສັນຍາ​ໃຫ້​ຈະ​ແຈ້ງ​ເພື່ອ​ປົກ​ປ້ອງ​ແຮງ​ງານ​ຍິງ! ​ກໍ່​ຖື​ວ່າ​ຮ່າງ​ລະບຽບ​ໃໝ່​ແລະ​ການ​ກະກຽ​​ມຈັດຕັ້ງປະຕິບັດ​ທີ່ດີ​ຮັດກຸມ​ຫຼາຍ​ເພາະວ່າ​ຢາກ​ບໍ່​ຢາກ​ໂດຍ​ທຳ​ມະ​ຊາດ​ແລ້ວ​ນາຍ​ຈ້າງ​ສ່ວນ​ຫຼາຍ​ຫາ​ວິທີ​ເອົາ​ລັດ​ເອົາ​ປຽບ​ລູກຈ້າງ​ຢູ່​ແລ້ວ ​ເງິນ​ເດືອນຫຼື​ເງິນ​ຕ່າງໆ​ກໍ່​ພະຍາຍາມ​ຫຼີກ​ລ້ຽງ​ຕະຫຼອດ​ເພື່ອ​ໃຫ້​ເພິ່ນ​ໄດ້​ຈ່າຍ​ໜ້ອຍໆ​ແລ້ວ​ຊິ​ກຳ​ໄລ​ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ຕົນ​ເອງ​ຫຼາຍ​ໆ ລາງ​ເທື່ອ​ເຈົ້າຂອງ​ບໍ​ລິ​ສັດ​ເຈົ້າຂອງ​ໂຮງງານ​ເປັນ​ຜູ້ຍິງ​ແຕ່​ກໍ່​ຍັງ​ກົດ​ຂີ່​ຂູດ​ຮີດ​ຂົ່ມ​ເຫັງ​ລູກຈ້າງ​ທີ່​ເປັນ​ຜູ້ຍິງ​ດ້ວຍ​ກັນ​ກໍ່​ມີ ​ເງິນ​ນີ້​ເຮັດ​ໃຫ້​ສິນລະ​ທຳ​ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​​ເມດ​ຕາປາ​ນີຜູ້​ອື່ນ​ມັນ​ຫຼຸດ​ລົງ ຄວາມ​ເຫັນ​ແກ່​ຕົວ​ເອົາ​ລັດ​ເອົາ​ປຽບຄົນ​ອື່ນ​ເພີ່ມ​ຂື້ນຊັ້ນ​ໄດ໋! ​ເຮັດ​ວຽກ​ເມື່ອຍ​ເກືອບ​ຕາຍ​ໝົດ​ມື້​ໝົດ​ຄືນ​ອົດ​ຕາ​ຫຼັບ​ຂັບ​ຕານ​ອນ ​ເງິນ​ເດືອນ​ພື້ນຖານ​ກໍ່​ຕ່ຳ​ຢູ່​ແລ້ວ​ເງິນ OT ​ເງິນ​ນອກ​ໂມງ​ກໍ່​ໜ້ອຍໆ​ອີກ! ​ເຫັນ​ວ່າ​ມີ​ເງິນ​ມີ​ອຳນາດ​ໃຫຍ່​ແລ້ວ​ຢ່າ​ເພີດ​ເພີນ​ຫຼາຍຢ່າ​ລືມ​ກົດ​ເກນ​ໜຶ່ງ​ຂອງ​ລັດ​ທິມາກ​ເລນິນ​ໄດ໋ " ມີ​ຄວາມ​ບໍ່​ຍຸດຕິ​ທຳ ມີ​ການ​ກົດ​ຂີ່​ຂູດ​ຮີດ​ຢູ່​ບ່ອນ​ໃດ ຍ່ອມ​ເກີດ​ມີ​ການ​ຕໍ່ສູ້​ຂື້ນ​ຢູ່​ບ່ອນ​ນັ້ນ " ຖ້າ​ເຫຼືອ​ອົດ​ແລ້ວ​ບັ້ງອົດ​ກໍ່​ແຕ​ກ​ເປັນ​ຄື​ກັນ! ​ເອົາ, ຟັງ​ເພງ​ຊຸດ​ໜຶ່ງ​ກ່ອນ​ແລ້ວ​ໜຸ່ມ​ໃຫຍ່​ຊິ​ເອົາ​ຄຳ​ເຫັນ​ຂອງ​ມວນ​ຊົນ​ໂດຍ​ສະ​ເພາະ​ກຳມະ​ກອນ​ຍິງ​ບາງ​ຄົນ​ຢູ່​ຈີນ​ທີ່​ສະ​ແດງ​ຄຳ​ເຫັນ​ຕໍ່​ຮ່າງ​ລະບຽບ​​ໃໝ່​ນີ້​ມາ​ເວົ້າສູ່​ຟັງ!

​ເພງ

ຂະນະ​ນີ້​ທ່ານ​ພວມ​ຟັງ CRI FM 93Mhz ນີ້​ແມ່ນ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ໜຸ່ມ​ໃຫຍ່​ຈັດ​ໃຫ້​ຟັງ​ທຸກ​ຄືນ! ຄືນ​ວັນ​ອາທິດ​ແນວ​ນີ້​ກະ​ບໍ່​ເວັ້ນ, ​ເພງ​ຈີນ​ມ່ວນ​ໆ​ເລື່ອງ​ລາວ​ກ່ຽວ​ກັບ​ຈີນ​ດ້ານ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ມີ​ລໍຄອຍ​ທ່ານທຸກ​ຄືນ​ແຕ່ 19-19:50 ນາທີ​ ບັດ​ນີ້​ມາ​ຟັງ​ຄຳ​ເຫັນ​ຂອງ​ມວນ​ຊົນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ນີ້​ເຂົາ​ເຈົ້າຮູ້ສຶກ​ແນວ​ໃດ? ​ເພາະວ່າ​ດຽວ​ນີ້​ເພິ່ນ​ພວມ​ເອົາ​ຂື້ນ​ເວ​ບ​ໄຊ​ເພື່ອ​ຂໍ​ຄຳ​ເຫັນ​ຈາກ​ມວນ​ຊົນ​ທົ່ວ​ປະ​ເທດ​ຈີນ​ເດ! ສຽງ​ມວນ​ຊົນ​ເປັນ​ສຽງທີ່​ດັງ​ທີ່​ສຸດ ພະລັງ​ຂອງ​ມວນ​ຊົນ​ເປັນ​ພະລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສະນັ້ນກ່ອນ​ຊິ​​ເຮັດ​ຫຍັງ​ກະທຳ​ຫຍັງລົງ​ໄປ​ໂຄງການ​ວຽກ​ງານ​ໃດ​ກໍ່​ແລ້ວ​ແຕ່ ງ່ຽງ​ຫູ​ຟັງ​ມວນ​ຊົນ​ແດ່​ຈະ​ເປັນ​ການ​ດີ ​ເພື່ອ​ທ່ານ​ຈະ​ບໍ່​ໄດ້​ຕົກ​ເປັນ​ຈຳ​​ເລີຍ​ຂອງ​ປະຊາຊົນ!​​ ກຳມະກອນ​ຍິງ​ຂອງ​ຈີ​ນຫຼາຍ​ຄົນ​ເຂົາ​ເຈົ້າ​ເວົ້າວ່າ: ​ເປັນ​ລະບຽບ​ໃໝ່​ທີ່​ດີ​ຫຼາຍ!​ ນາງ ຫວາງ​ສຽວ ອາຍຸ 29 ປີ ພວມ​ຖືພາ 6 ​ເດືອນ​ເຄິ່ງ​ເຮັດ​ວຽກ​ຢູ່​ບໍລິສັດ​ຄົມະ​ນາ​ຄົມ​ຂອງ​ນະຄອນ​ຟູ​ໂຈ່​ວ, ​ເມືອງ​ເອກ​ຂອງ​ແຂວງ ຟູ​ຈ້ຽນ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ບອກ​ວ່າ: ດີ​ໃຈ​ຫຼາຍ​ທີ່​ຈະ​ໄດ້​ມີ​ມື້​ພັກ​ເພີ່ມ​ຂື້ນ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ແລະ​ໃຫ້​ນົມ​ລູກນ້ອຍ​ເພາະວ່າ​ມັນ​ເປັນ​ເວລາ​ທີ່​ສຳຄັນ​ຕໍ່​ສຸຂະພາບ​ຂອງ​ລູກ. ນາງ ​ເສິນ​ເຫວີຍ ທີ່​ເປັນ​ນັກ​ກົດໝາຍ​ຂອງ​ບໍລິສັດ​ທີ່​ປຶກສາ​ກົດໝາຍ ຢິງ​ເກ​ ກໍ່​ວ່າ: ອ່ານ​ເບິ່ງ​ແລ້ວ​ລະບຽບ​​ໃໝ່​ນີ້​ຄຳນຶງ​ເຖິງ​ສິດ​ທິຂັ້ນພື້ນຖານ​ຂອງ​ມະນຸດ​ຫຼາຍ​ຂື້ນ​ແລະ​ປົກ​ປ້ອງ​ແຮງ​ງານ​ຍິງ​ຮອບ​ດ້ານ​ຫຼາຍຂື້ນ, ​ແຕ່​ວ່າ​ນາງ​ ເສິນ​ເຫວີຍ ກໍ່​ໃຫ້​ຄຳ​ແນະນຳ​ວ່າ​ລັດຖະບານ​ກໍ່​ຕ້ອງ​ໄດ້​ສະໜັບສະໜຸນ​ທາງ​ດ້ານ​ການ​ເງິນ​ແກ່​ທຸລະ​ກິດ​ຂະໜາດ​ນ້ອຍ​ຕື່ມ ​ເພາະວ່າ​ຄັນ​ປະຕິບັດ​ລະບຽບ​​ໃໝ່​ນີ້​ບໍລິສັດ​ນ້ອຍ​ກໍ່​ຕ້ອງ​ໄດ້​ຈ່າຍ​ຄ່າ​ແຮງ​ງານ​ແລະ​ສະຫວັດ​ດີກາ​ນ​ໃຫ້​ພະນັກງານ​ຫຼາຍ​ຂື້ນ; ຄັນ​ບໍ່​ຊ່ວຍ​ກໍ່​ຢ້ານ​ເຂົາ​ເຈົ້າ​ໄປ​ບໍ່​ລອດ ​ແລະ​ບໍ່ຢາກ​ປະຕິ​ບັດ​ຕາມ​ລະບຽບ​ໃ​ໝ່ນີ້, ອື່, ກໍ່​ມີ​ເຫດ​ມີ​ຜົນ​ເນາະ!

​ເພງ

ຈົບ