ການ​ສ້າງ​ສວນ​ແລະ​ສະຖານ​ທີ່​ຕາກ​ອາກ​າດ "Disney Land"

(GMT+08:00) 2012-02-22 16:18:13     cri
ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ​ທຸກໆ​ທ່ານ! 19 ​ໂມງ​ພົບ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ອີກ​ແລ້ວ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ທຸກ​ຄ່ຳ​ຄືນ​ໃນ​ເວລາ​ດຽວ​ກັນ​ນີ້, 50ນາທີ​ຢູ່​ເປັນ​ເພື່ອນທ່ານ ​ເອົາ​ເລື່ອງ​ຈີນ​​ໃນ​ດ້ານ​ຕ່າງໆ ​ເພງ​ຈີນ​ຫຼາກ​ຫຼາຍ​ຈັງຫັວະ ທັງ​​ເກົ່າ​ທັງ​ໃໝ່​ມາ​ຕ້ອນ​ມາ​ຝາກ​ເປັນ​ປະຈຳ. ລາຍ​ການ​ເ​ບິ່ງ​ເມືອງ​ຈີນ​ກໍ່​ຮັບ​ໃຊ້​ມິດ​ລາຍການ​ມາ​ດົນ​​ເຕີບ​ແລ້ວ ​ເລີ່ມຈັດ​ເລີ່​ມຜະລິດ​ຢູ່​ນະຄອນຫຼວງວຽງ​ຈັນ​ນິ​ເອງມາ​ແຕ່​ວັນ​ທີ 15 ຕຸ​ລາ 2011 ​ເປັນຕົ້ນມາ, ກໍ່​ໄດ້​ຮັບ​ສຽງ​ຕອບ​ຮັບ​ຈາກ​ທ່ານ​ຜູ້​ຟັງ​ດີ​ສົມ​ຄວນ​ບໍ່​ວ່າ​ຈະ​ເປັນ​ສຽງ​ໂທລະສັບ​ຫຼື​ຂໍ້ຄວາມ​ສັ້ນ, ​ໂທ​ເຂົ້າມາ​ສົ່ງ​ເຂົ້າມາ​ມີ​ຄຳ​ຄິດ​ຄຳ​ເຫັນ, ຂໍ​ຟັງ​ເພງ​ຫຼື​ຢາກຮູ້​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບປະ​ເທ​ດຈີນ​ໜຸ່ມ​ໃຫຍ່​ແລະ​ທີມງານກໍ່​ພະຍາຍາ​ມຈັດ​ສັນ​ມາ​ໃຫ້​ຕາ​ມຄຳ​ຂໍ. ຄື​ນນີ້​ຈະ​ລົມ​ເລື່ອງ​ບ່ອນ​ທ່ຽວ​ບ່ອນ​ພັກ​ບ່ອນ​ຜ່ອນ​ທີ່​ສະບາຍ​ໆ ທີ່​ຫຼາຍ​ຄົນ​ຝັນ​ຢາກ​ໄປ​ເທື່ອ​ໜຶ່ງ​ໃນ​ຊີວິດ ​ແລະ ກໍ່​ມີ​ໜ້ອຍ​ບ່ອນທີ່​ສຸດ​ໃນ​ໂລກ​ນີ້! ​ແຕ່​ມີ​ຢູ່ຮົງ​ກົງ​ຂ​ອງຈີນ​ມາ​ແຕ່​ປີ​ 2005 ​ແລະ​ອີກ​ບໍ່​ດົນ​ກໍ່​ຈະ​ມີ​ຢູ່​ແຜ່ນດິນ​ໃຫຍ່​ຂອງ​ຈີນ​ອີກ​ແຫ່ງ​ໜຶ່ງ​! ບ່ອນ​ພັກຜ່ອນ​ທີ່​ເອີ່ຍ​​ເຖີງນີ້​ກໍ່ຄື​ສວນ​ແລະ​ສະຖານ​ທີ່​ຕາກ​ອາກາດ " ດິ​ສນີ​ແລນ " ນັ້ນ​ເອງ! ດິສນີ້​ແລນ ​ແຫ່ງ​ທີ 2 ຈະ​​ເກີດ​ຂື້ນ​ຢູ່​ຈີນ​ເມື່ອ​​ໃດ​ແລະ​ຢູ່​ໃສ​ນັ້ນ? ຟັງ​ເພງ​ກ່ອນ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ມາ​ເວົ້າສູ່​ຟັງ

​ເພງ

2​ ​ເພງ​ທຳ​ອິດ​ມ່ວນ​ໆ​ຈາກ​ລາຍການ​ຜ່ານ​​ໄປ​​ແລ້ວ!​ ຢ່າ​ລືມ​ເບີ​ຕັ້ງ​ໂຕະ 711477 ​ໂທ​ເຂົ້າມາສະ​ແດງ​ຄວາມ​ຄິດ​ເຫັນ, ທັກ​ທາຍ​ຢື້​ຢາມ​ຖາມ​ຂ່າວ​ພວກ​ເຮົາ​ໄດ້ ຫຼື ຂໍ້ຄວາມ​ສັ້ນກໍ່​ແມ່ນ 9300 ! ​ເອົາ, ບັດ​ນີ້​ໜຸ່ມ​ໃຫຍ່ກໍ່​ຈະ​ເອົາ​ເລື່ອ​ການ​ສ້າງ​ສວນ​ແລະ​ສະຖານ​ທີ່​ຕາກ​ອາກາ​ດ "Disney Land" ​ໃນ​ແຜ່ນ​ດິນ​ໃຫຍ່​ຂອງ​ຈີນ​ມາ​ເວົ້າສູ່​ຟັງ! ​ໄດ້ຍິນ​ແຕ່​ຊື່​ສວນ​ນີ້​ມິດລາຍການ​ຫຼາຍ​ທ່ານ​ກໍ່​ຄົງ​ວາດ​ພາບ​ເຫັນ​ຮູບ​ເງົາ​ກາ​ຕູນ​ຂອງ​ບໍລິສັດ ວອນ​ດິສນີ້ ຂອງ​ອາ​ເມ​ລິ​ກາ​ໂລດ​ເນາະ! ​ແລະ​ເຊື່ອ​ແນ່​ວ່າ​ພໍ່​ແມ່​ຫຼາຍຄົນ​ກໍ່​ຢາກ​ພາ​ລູ​ກ​ໄປ​​ເຫັນ​ສວນ​ຂອງ​ໂລກ​ແຫ່​ງຄວາມ​ຝັນ​ໃນ​ກາ​ຕູນ​ນີ້! ດຽວ​ນີ້​ຢູ່​ໃນ​ໂລກ​ນີ້​ກໍ່​ມີ​ແຕ່ 5 ​ແຫ່ງ​ທໍ່​ນັ້ນ ຄື​ຢູ່​​ໃນ​ອາ​ເມ​ລິ​ກາ 2 ​ແຫ່ງ, ຢູ່​ໂຕ​ກຽວ​ຂອງ​ຍີ່ປຸ່ນ, ຢູ່​ປາຣີຂອງ​​​ຝລັ່ງ​ແລະ​ຢູ່​ຮົງກົງ​ຂ​ອງຈີນ! ​ເພິ່ນ​ເລີ່​ມລົງມື​ສ້າງ​ມາ​ແຕ່​​ເດືອນ ​ເມສາ 2011 ​ແລະ​ຄາດ​ວ່າ​ຈະ​ເປີດ​ບໍລິການ​ນັກ​ທ່ອງ​ທ່ຽວ​ທັງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ຫຼັງ​ປີ 2016 ອີກ​ປະມານ 5 ປິຂ້າງ​ໜ້າ​ນິລະ! ມິດ​ລາຍການ​ບາງ​ທ່ານ​ອາດ​ຈະ​ຄິດ​ຖາມ​ໃນ​ໃຈ​ວ່າ​ເປັນ​ຫຍັງ​ດົນ​ແທ້? ​ໂຄງການ​ສ້າງ​ສວນ​ສ້າງResort Disney ມັນ​ບໍ່​ແມ່ນ​ໂຄງການ​ນ້ອຍໆ​ໄດ໋ທ່ານ​ຜູ້​ຟັງ! ມັນ​ແມ່ນ​​ໂຄງການ​ຂະໜາດ​ໃຫຍ່​ອີ​ຫຼີ​ໄດ໋ ດິສນີ້​ແລນ​ຢູ່​ຊຽງ​ໄຮ ມູນ​ຄ່າ​ລົງທຶນ​ຕັ້ງວ່າ 24 ຕື້ 500 ລ້ານ​ຢວນຫຼື​ປະມານ 3ຕື້ 700 ລ້ານ​ໂດ​ລາ​ ຟັງ​ແຕ່​ເງິນ​ລົງທຶນ​ກໍ່​ຮູ້​ແລ້ວ​ເນາະວ່າ​ເປັນ​ໂຄງການ​ໃຫຍ່​ຂະໜາດ​ໃດ? ກວມ​ທັງ​ໝົດ​ເກືອ​ບ 4 ກິ​ໂລ​ຕາ​​ແມັດ ​ໃນ​ນີ້​ສະ​ເພາະ​ສວນ​ກວມ 1 ກິ​ໂລ​ຕາ​ແມັດ​ປາຍ! ຂໍ​ແຕ່​ກ້າວ​ເຂົ້າ​ໄປ ດິສນີ້​ແລນ​ປັບ ຄວາມ​ຮູ້ສຶກ​ມັນ​ກະ​ຊ່ຳກັບ​ຢູ່​ຄົນ​ລະ​ໂລກ​ໂລດ​ແລ້ວ! ​ເຂົ້າ​ໄປ​ຫັ້ນມີ​ແຕ່​ຮູບ​ພາບ ມີ​ແຕ່​ສິ່ງ​ຕ່າງໆ​ທີ່​ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕື່ນ​ຕາ​ຕື່ນ​ໃຈ​​ໃຫ້​ທັງຜູ້​ໃຫຍ່​ແລະ​​ເດັກນ້ອຍ​ໂລດ​ລະ! ຈັກ​ຖ້ຳ ຈັກ​ເຫວ ຈັກ​ທະ​ເລ​ຈຳລອງ ກາ​ຕູນ ​ເຄື່ອງ​ທີ່​ລະ​ລຶກ ປ່າ​ໄມ້​ ຂອງ​ກິນ ​ແລະ​ອື່ນໆ! ​ເຂົ້າ​ໄປ​ປັບ​ຄວາມ​ອຸກ​ໃຈ​ຫາຍ​ໄປ​ໂລດ​ແລ້ວຫຼິ້ນມ່ວນ​ເປັນ​ມື້​ກໍ່​ຍັງ​ບໍ່​ໝົດ! ​ແລ້ວ​ສວນ​ດິສນີ້​ແລນ ບໍລິສັດ​ວອນ​ດິສນີ້​ຂອງ​ອາ​ເມລິກາ​ທີ່​ເປັນບໍລິສັດ​ມີ​ເດ​ຍທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ທັງ​ເປັນ​ເຈົ້າຂອງ​ລິ​ຂະ​ສິດ ກໍ່​ບໍ່​ແມ່ນ​ວ່າ​ປະ​ເທດ​ໃດ​ຢາກສ້າງໆ​ໄດ້​ໄດ໋ ຕ້ອງ​ໄດ້ຮັບ​ອະນຸ​ຍາດ​​ແລະ​​ມີ​ການ​ຮ່ວມ​ຮຸ້ນກັນ​ເຮັດ​ໃຫ້​ໄດ້​ມາດຕະຖານ​ສາກົນ​ຂອງ​ບໍ​ລິ​ສັດ​ດິສນີ້​ແລນ​ຂອງ​ອາ​ເມ​ລິ​ກາ​ຄັກ​ແນ່​ໄດ໋! ຄື​ດິສນີ້​ແລນ​ທີ່​ພວມ​ສ້າງ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຊຽງ​ໄຮ​ນີ້​ຄື​ກັນ ​ເຊື່ອທີ່​ຈະ​ຕົກລົງ​ກັນ​ໄດ້​ກໍ່​ເຈລະຈາ​ກັນ​ມາຕັ້ງວ່າ 10 ປີ​ແລ້ວ​ຈຶ່ງ​ເກີດ! ລັດຖະບານ​ຈີນ​ຫາ​ກໍ່​ອະນຸມັດ​ໃຫ້​ເຮັດ​ໂຄງການ​ນີ້​ມາ​ແຕ່ປີ 2009 ​ແລະ​ເຈລະຈາ​ກັນ​ຮອບ​ສຸ​ດທ້າຍ​ກ່ອນ​ຈະ​ລົງມື​ສ້າງ​ໃນ​​ເດືອນ ​ເມສາ 2011 ນີ້​ກໍ່​ກິນ​ເວລາ​ຫຼາຍ​ເດືອນ​ອີກ​ໄດ໋, ບໍ່​ແມ່ນ​ງ່າຍ​ໄດ​ເນາະການ​ສຶກສາ​ໂຄ​ງການ​ມັນ​ຈະກຸ້ມ​ຄ່າ​ບໍ່? ຜົນ​ກະທົບ​ດ້ານ​ຕ່າງໆ​ເດ ກະທົບ​ບໍ່​ດີ​ຕໍ່​ຕົວ​ເມືອງ ຕໍ່​ປະຊາຊົນ ຕໍ່​ສິ່ງ​ແວດ​ລ້ອ​ມ ຕໍ່​ເສດຖະກິດ​ບໍ່​ແລະ​ອື່ນໆ ບໍ່​​ແມ່ນ​ມີ​ແຕ່ຢາກ​ໄດ້​ແລ້ວ​ຂ້ຽວ​ເຊັນ​ໂດຍ​ບໍ່​ມີ​ການ​ສຶກສາຜົນ​ກະທົບ​ດ້ານ​ບວກ​ດ້ານ​ລົບ​ຢ່າງ​ລະອຽດ​ບໍ່​ດີ​ໄດ໋​ເນາະ! ບາດ​ເປັນ​ຫຍັງ​ມາ​ພາຍຫຼັງ​ມັນ​ແກ້​ຍາກ ​ເອົາ, ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ກ່​ອນ​ເນາະ​ແລ້ວ​ຈະ​ລົມ​ສູ່​ຟັງ

​ເພງ

ຂະນະ​ນີ້​ມິດ​ລາຍການ​ພວມ​ຢູ່​​ໃນ​ບັນຍາກາດ​ແບບ​ສະບາຍໆ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ທີ່​ດຳ​ເນີນ​ລາຍການ​ໂດຍ​ໜຸ່ມ​ໃຫຍ່​ອາລົມ​ດີ! ຄືນ​ນີ້​ກໍ່​ພວມ​ເລົ່າ​ສູ່​ຟັງ​ອີກ​ປະມານ 5 ປີ ຢູ່​ມະ​ຫາ​ນະຄອນ​ຊຽງ​ໄຮ​ກໍ່​ຈະມີ Resort Disney Land ​ແລ້ວ ທີ່​ເປັນ​ສວນ​ທີ່​ຫຼາຍ​ຄົນ​ຢາກ​​ໄປເຫັນ, ​ໄປ​ຫຼິ້ນ ​ໄປ​ທ່ຽວ ກໍ່​ຊິ​ໃກ້​ລາວ​ເຂົ້າ​ມາ​ອີກ​ເນາະທ່ານ​ຜູ້​ຟັງ! ​ແຕ່ກີ້​ຄັນ​ຢາກ​ເຫັນ​ກໍ່​ບິນ​ໄປ​ອາ​ເມ​ລິ​ກາ, ຝລັ່ງ, ຍີ່ປຸ່ນ​ຫຼື​ຮົງກົງ​ຂອງ​ຈີນ ​ແຕ່​ວ່າ​ອີກ​ບໍ່​ດົນ​ຄັນ​ໄປ​ວຽກ​ຫຼື​ໄປ​ທ່ອງ​ທ່ຽວ​ຊຽງ​ໄຮ ກໍ່​ໄດ້​ໄປທ່ຽວ​ Disney Land ​ໂລດ​ລະ! ຄົນ​ລາວ​ໄປ​ວຽກ, ​ໄປ​ປະຊຸມ​, ສຳ​ມະ​ນາ, ​ໄປ​ຮຽນ, ​ໄປ​ເຮັດ​ທຸລະ​ກິດ​ຫຼື​ໄປ​ທ່ຽວ​ຊຽງ​ໄຮ​ກໍ່​ນັບ​ມື້​ນັບຫຼາຍຂື້ນ​ເດ!​ ອີກ​ບໍ​ດົນ​ກໍ່​ຫວັງ​ວ່າຄືຊິ​ມີ​ຖ້ຽວ​ບິນ​ໂດຍ​ກົງ​ວຽງ​ຈັນ-ຊຽງ​ໄຮ​ລະ​ເນາະ! ຖື​ວ່າ​ໃນ​ທະວີບອາຊີ ຢູ່​ຊຽງ​ໄຮ​ຈະ​ເປັນ​ບ່ອນ​ທີ 3 ​ໄດ໋ທີ່​ມີ​ສວນ​ແລະ Resort Disney Land ນອກຈາກ​ຍີ່ປຸ່ນ​ແລະ​ຮົງ​ກົງ​ແລ້ວ! ຜູ້​ຮັບຜິດຊອບ​ໂຄງການ​ສວນ Disney Land ຂອງ​ຊຽງ​ໄຮ​ບອກວ່າ​ຄັນ​ສ້າງ​ສຳ​ເລັດ​ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ຈີນ​ແລະ​ຕ່າງປະ​ເທດ​ເຂົ້າມາ​ທ່ຽວ​ປີ​ໜຶ່ງ​ກໍ່​ປະມານ 10-15 ລ້ານ​ຄົນ​ພຸ້ນລະ!​ Disney Land ຢູ່​ຊຽງ​ໄຮ​ຈະ​ໃຫຍ່​ກ່ວາ​ຢູ່​ຮົງ​ກົງ 3 ​ເທົ່າ ຕັ້ງຢູ່​ເຂດ 3 ຫຼ່ຽ​​ມປາກ​​ແມ່ນ້ຳຢັງ​ຊີ​ກຽງ​ທີ່​ເປັນ​ບ່ອນ​ເປັນ​ຈຸດ​ດຶງ​ດູດ​ຈິດ​ໃຈ​ນັກ​ທ່​ອງທ່ຽວ​ຫຼາຍ! ການ​ມາ​ທ່ອງ​ທ່ຽວ​ຂອງ​ຄົນ​ຈີນ​ແຜ່ນດິນ​ໃຫ່ຍກໍ່​ຈະ​ໄປ​ມາສະ​ດວກ​ຫຼາຍກ່ວາ​ໄປ​ຮົງ​ກົງ! Disney Land ທີ່​ຊຽງ​ໄຮກວມ​ເນື້ອ​ທີ່​ເກືອບ 4 ກິ​ໂລ​ຕາ​ແມັດ ມູນ​ຄ່າ 24 ຕື້​ກ່ວາ​ຢວນ​ແມ່ນ​ເປັນ​ພຽງ​ໂຄງການ​ໄລ​ຍະ​ທຳ​ອິດ​ຊື່ໆ​ໄດ໋ນິຍັງ​ຊິ​ຂະຫຍາ​ຍ​ໄລຍະ​ອີກ​ຕໍ່​ໄປ​ອີກ​ໄດ໋! ຈັກ​ໜ້ອຍຊິ​ເວົ້າສູ່​ຟັງ​ວ່າ Disney Land ຢູ່​ຮົງ​ກົງ​ກໍ່​ມີ​ແລ້ວ​ແຕ່ Disney Land ຢູ່​ຊຽງ​ໄຮ​ພວມ​ຈະ​ເກີດ​ຂື້ນ​ໃໝ່​ແລະ​ຈະ​ໃຫຍ່​ກ່ວາ​ຂອງ​ຮົງ​ກົງຕັ້ງວ່າ 3 ​ເທົ່າ​ແລ້ວ ຈີນ​ກັບ​ຈີນ​ຊິ​ບໍ່​ຍາດ​ນັກ​ທ່ອງ​ທ່ຽວ​ກັນ​ເອງ​ບໍ? ຮົງ​ກົງ​ຊິ​ເສຍປຽບ​ຫຼາຍ​ບໍ່? ຈັກ​ໜ້ອຍ​ຊິ​ເວົ້າສູ່ຟັງ!

​ເພງ

2 ​ເພງ​ມ່ວນໆ​ຈາກ​ລາຍການ​ຜ່ານ​​ໄປ​ອີກ! ​ເວົ້າ​ເຖິງ​ຢູ່​ຊຽງ​ໄຮ​ພວມສ້າງ​ສວນ ​ແລະ Resort Disney Land ອີກ​ປະມານ 5 ປີ ກໍ່​ຈະ​ແລ້ວ​ເວົ້າ​ໄປ​ຫຼາຍ​ເຕີບ​ແລ້ວ ​ບັດ​ນີ້​ຊິ​ມາ​ລົມ​​ເລື່ອງ Disney Land ຢູ່​ຮົງ​ກົງ​ຂອງ​ຈີນ​ເດ​ເປັນ​ແນວ​ໃດ? ຄັນ​ຊິ​ເວົ້າຢູ່​ຮົງ​ກົງ​ກໍ່​ເປັນ​ສວນ Disney Land ທີ່​ນ້ອຍ​ກ່ວາ​ໝູ່​ໃນ​ໂລກ​ເລີ່​ມ​ໃຫ້​ບໍລິການ​ນັກ​ທ່ອງ​ທ່ຽວ​ມາ​ແຕ່​ວັນ​ທີ 12 ກັນຍາ 2005 ພຸ້ນ​ລະ! ​ແຕ່ລະ​ປີ​ນັກ​ທ່​ອງທ່ຽວ​ຈາກ​ຈີນ​​ແຜ່ນດິນ​ໃຫຍ່ 8-9 ລ້ານກ່ວາ​ຄົນ​ພຸ້ນ​ໄດ໋ທ່ານ​ຜູ້ຟັງ! Disney Land ຢູ່​ຮົງ​ກົງ​ຝ່າຍ​ຮົງ​ກົງ​ຖື​ຮຸ້ນ​ຫຼາຍ​ກ່ວາ 50% ​ເຫຼືອ​ນັ້ນກໍ່​​ແມ່ນ​ບໍລິສັດ Disney Land ຂອງ​ອາ​ເມ​ລິ​ກາ. ຜູ້​ຮັບຜິດຊອບ  Disney Land ຂອງ​ຮົງ​ກົງ​ກໍ່​ວ່າ​​ໂຄງການ​ນີ້ມັນ​ລົງທຶນ​ຫຼາຍ​ອີ່ຫຼີ​ສະນັ້ນການ​ເກັບ​ຜົນ​ກຳ​ໄລ​ຄືນ​ມັນ​ກໍ່​ຕ້ອງ​ໃຊ້​ເວລາ. ບໍ່​ແມ່ນ​ຊິ​ໄດ້​ຄືນ​ແບບ​ໄວໆ ທັງ​ຊິ​ຂະຫຍາຍ​ໂຄງການ​ໃຫ້​ໃຫຍ່​ຂື້ນ​ອີກ​ຕື່ມ​ເພື່ອ​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ທັງ​ຂອງ​ຮົງ​ກົງ​ເອງ, ຂອງ​ແຜ່ນດິນ​ໃຫຍ່​ຈີນ​ແລະ​ສ່ວນ​ຫຼາຍກໍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​​ໄປ​ຈາກ​ອາ​ຊຽນນິລະ! ​ໂຄງການ​ຂະຫຍາຍ​ຕື່ມ​ກໍ່​ເລີ່​ມລົງມື​ໃນ​ເດືອນ ທັນວາ 2009 ຄາດ​ວ່າ​ຊິ​ໃຫ້​ສຳ​ເລັດ​ສົມບູນ​ໃນ​ປີ 2014 ຂະຫຍາຍ​ບ່ອນຫຼິ້ນບ່ອນ​ທ່ຽວ​ບ່ອນ​ຕື່ນ​ຕາ​ຕື່ນ​ໃຈ​ລົງທຶນ​ໃສ່​ຫຼາຍ​ກ່ວາ 6 ຕື້​ໂດ​ລາ​ຮົງ​ກົງ​ພຸ້ນ​ແລ້ວ! ກ່ຽວ​ກັບ​ເລື່ອງ​ວ່າ​ບໍ່​ກັງວົນ​ບໍ່​ວ່າ Disney Land ຂອງ​ຊຽງ​ໄຮ​ທີ່​ຈະ​ສຳ​ເລັດ​ອີກ 5 ປີ​ຂ້າງ​ໜ້າ? ຜູ້​ຮັບ​ຜິດ​ຊອບ Disney Land ຂອງ​ຮົງ​ກົງ​ກໍ່​ວ່າ ບໍ່​ໜ້າ​ເປັນ​ຫ່ວງ​ເພາະວ່າ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຮົງ​ກົງ​ກໍ່​ມີ​ຈຸດປະສົງ​ຫຼາຍ​ອັນ ບໍ່​ແມ່ນ​ຈະຕັ້ງ​ໃຈ​ມາ​ທ່ຽວ​ແຕ່ Disney Land ​ເທົ່າ​ນັ້ນ, ​ເພາະສະ​ເໜ່ຂອງ​ຮົງ​ກົງ​ກໍ່​ຄື​ຫຼາຍຄົນຮູ້​ວ່າ​ເປັນ​ສູນ​ກາງ​ການ​ເງິນ ການ​ທະນາຄານ​ຂອງ​ອາ​ຊີ​ຂອງ​ໂລກ, ​ເປັນ​ແຫ່ງ​ຊື້​ເຄື່ອງ​ຊັອບປິ້ງ​ໃຫຍ່​ລະດັບ​ໂລກ ​ແລະ ຍັງ​ມີຫຼາຍ​ອັນ​ດຶງ​ດູດ​ຈິດ​ໃຈ​ແລະ​ໝັ້ນ​ໃຈ​ວ່າ​ເຖິງ​ຈະ​ມີ Disney Land ຂອງ​ຊຽງ​ໄຮ​ເກີດ​ຂື້ນ​ຜູ້​ມາ​ທ່ຽວ Disney Land ຂອງ​ຮົງ​ກົງ​ຍັງ​ຈະ​ເພີ່ມ​ຂື້ນຄື​ເກົ່າ​ເພ​າະມີ​ຄົນ​ທັງ​ຄົນ​ຮົງ​ກົງ​ເອງຄົນ​ຈີນ​ຈາກ​ແຜ່ນດິນ​ໃຫຍ່ ​ແລະ​ນັກ​ທ່ອງ​ທ່ຽວ​ຈາກ​ອາ​ຊຽນອີກ​ຄື​ວ່າ​ຫັ້ນລະ! ຕາບ​ໃດທີ່​ຮົງ​ກົງ​ຍັງ​ສາ​ມາດ​ຮັກສາ​ໃຫ້​ເປັນ​ດິນ​ດອນ​ນ້ອຍ​ແຄມ​ທະ​ເລ​ແຫ່ງນີ້​ເປັນ​ຈຸດໝາຍ​ປາຍທາງ​ການທ່​ອງທ່ຽວ​ທີ່ສຳຄັນ​ຂອງ​ໂລກ​ໄວ້​ໄດ້​ຢູ່ ບໍ່​ກັງວົນ​ວ່າ Disney Land ຂອງ​ຊຽງ​ໄຮ​ຈະ​ເປັນ​ຄູ່​ແຂ່ງ​ທີ່​ເປັນຕາ​ຢ້ານ​ເພິ່ນ​ວ່າ​ຈັ່ງຊັ້ນ! ຢູ່​ຮົງ​ກົງ​ນິໜຸ່ມ​ໃຫຍ່​ກໍ່​ບໍ່​ເຄີຍ​ໄປ​ເຫັນ​ມາ​ກັບ​ຕາ​ດັ​ອກ, ​ແຕ່​ເຫັນ​ໃນ​ຮູບ​ເງົາ, ​ໃນ​ໂທລະພາບ, ​ເວັບ​ໄຊ, ປື້​ມໜັງສື​ພິມ​ແລະ​ວາລະສານ​ກໍ່​ຖື​ວ່າ​ເປັນ​ບ່ອນ​ນັກ​ທ່ອງທ່ຽວ​ຈາກ​ອາ​ຊີ​ອາ​ຄະ​ເນ​​ເພ​າະພວກ​ເຮົາ​ຢາກ​ໄປ​ທ່ຽວ​ຫຼາຍ​ແທ້​ໂດຍ​ສະ​ເພາະ​ພວກ​ເງິນ​ເຫຼືອ​ຖົງ​ໄປ​ຊັອບປິ້ງ​​ເຄື່ຶອງ Disney ຫຼື​ພວກ​ມັກ​ການ​ພະນັນ​ແຂ່ງ​ມ້າ​ດັງ​ໄປ​ທົ່ວ​ໂລກ​ໄດ໋ອັນ​ນີ້​ນະ! ຄືນ​ນີ້​ເອົາ​ເລື່ອງ​ເບົາໆ​ຂອງ Disney Land ຊຽງ​ໄຮ​ກັບ​ຮົງ​ກົງ​ມາ​ເວົ້າ​ໃຫ້​ຟັງ!

​ເພງ

ຈົບ​