ບຸນ​ຂະໜົມບົວລອຍ " ຢວນຊ່ຽວ "

(GMT+08:00) 2012-02-22 16:22:48     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງຈີນ​ທີ່​ຄິ​ດຮອດ​ແລະ​ຄິດ​ເຖິງ​ທຸກໆ​ທ່ານ! ພໍ​ຮອດ 19 ​ໂມງ ໜຸ່ມ​ໃຫຍ່​ອາລົມ​ດີ​ກໍ່​ມາ​ພົບ​ກັບ​ທ່ານ​ໂລດ​ທາງ CRI FM 93Mhz ​ແຫ່ງ​ນີ້!​ ພົບ​ກັບ​ຄືນ​ນີ້​ແມ່ນ​ວັນ​ຈັນ​ທີ 6 ກຸມພາ, ຄັນ​ແມ່ນ​​ເດືອນ​ລາວ​ກໍ່​ແມ່ນ​ມື້​ຂື້ນ 14 ຄ່ຳ​ເດືອ​ນ 3 ​ແລ້ວ, ​ແຕ່​ຄັນວ່າ​ຕາມ​ປະຕິ​ທິນຫຼື​ຈັນທະຄະຕິ​ຂອງ​ຈີນ​ກໍ່​ແມ່ນ​ຂື້ນ 15 ຄ່ຳ​ເດືອນຈຽງ !​ທ້ອງຟ້າ​ຄືນ​ນີ້​ປອດ​​ໂປ່​ງ​ໃສ​ດີ​ເນາະທ່ານ​ຜູ້​ຟັງ​ເດືອນ​ກໍ່​ງາມໆ ​ໃຜ​ມີ​ຄວາມ​ຮັກ​ໃໝ໋ໆ​ຢູ່​ໄກ​ກັນ​ຄິດ​ຮອດ​ກັນ​ແຮງ​ບໍ່​ແມ່ນ​ພວມ​ແຫງ​ນຄໍ​ເບິ່ງ​ເດືອນ​ຢູ່​ບໍ່​ນໍ້? ​ເຖິງ​ໄກ​ກັນ​ແຕ່​ສາຍຕາ​ເຮົາ​ພົບ​ກັນ​ຢູ່​ທີ່​ດວງ​ເດືອນ ​ໃຫ້​ດວງ​ເດືອນ​ເປັນ​ພະຍານ​ຮັກ​ພະຍານ​ໃຈ ​ເປັນ​ແນວ​ນັ້ນກະ​ມີ​ເດີ້​ຄັນ​ຜູ້​ໃດ​ຮັກ​ກັນ​ແທ້​ຮັກ​ກັນ​ຈິງ​ນະ! ນ​ອກຈາກ​ຮັກ​ກັນ​ເພື່ອ​ຫຼອກ​ຮັກ​ກັນ​ເພື່ອ​ມ່ວນ​ຮັກ​ກັນ​ເພື່ອຜົນ​ປະ​ໂຫຍ​ດ​ເພື່ອ​ສິ່ງ​ຕອບ​ແທນ​ບາງ​ອັນ​ເທົ່າ​ນັ້ນລະ​ຈຶ່ງ​ບໍ່​ຄິດ​​ແນວ​ນັ້ນ! ຄືນ​ນີ້​ຄັນ​ເວົ້າຕາມ​ປະ​ເພນີ​ຈີນ​ແລ້ວ​ນັບ​ແຕ່​ວັນ​ທີ 23 ມັງກອນ ທີ່​ເປັນ​ມື້​ຂື້ນ​ປີ​ໃໝ່​ຈີນ​ເປັນຕົ້ນມາ​ຄືນ​ນີ້​ຖື​ວ່າ​ເປັນ​ຄືນ​ທຳ​ອິດ​ທີ່​ຄົນ​ຈີນ​ໄດ້​ເບິ່ງ​ໄດ້​ຊົມ​ເດືອນ​ເຕັມ​ດວງ​ທີ່​ງົດ​ງາມ​ທັງ​ໃຫຍ່​ທັງ​ງາມ​ແຈ້ງ​ສະຫວ່າງ​ແລະ​ທັງ​ເປັນ​ມື້​ສຸດ​ທ້າຍ​ຂອງ​ໄລຍະ​ການ​ສະຫຼອງ​ບຸນ​ກຸດ​ຈີນ, ຄົນ​ຈີນ​ຈຶ່ງ​ຖື​ເອົາ​ມື້​ນີ້ ຄືນ​ນີ້​ເປັນ​ມື້ບຸນ​ກິນ​ຂະໜົມບົວລອຍ ທີ່​ຄົນ​ໃນ​ຄອບຄົວ​ມາ​ນັ່ງ​ກິນ​ຂະໜົມບົວລອຍ​ຊົມ​ເດືອນ​ຮ່ວມ​ກັນຊັ້ນ​ໄດ໋,! ຄັນຊັ້ນ​ໂອກາດ​ດີ​ແນວ​ນີ້​ໜຸ່ມ​ໃຫຍ່​ບໍ່​ພາດ​ແນ່ນອນ​ທີ່​ຈະ​​ເວົ້າ​ເລື່ອງ​ປະ​ເພນີ​ກິນ​​ຂະໜົມບົວລອຍ​ຂອງ​ຄົນ​ຈີນ​ສູ່​ຟັງ!

​ເພງ

ເອົາ, ຫຼັງ​ຈາກ​ທີ່​ຄົນ​ຈີນ​ຢູ່​ປະ​ເທດ​ຈີນ​ກໍ່​ຄື​ຄົນ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ໃນ​ທົ່ວ​ໂລກ ລວມທັງຄົນ​ລາວ​ເຊື້ອສາຍ​ຈີນ​ຢູ່​ນະຄອນ​ຫຼວງ​ວຽງ​ຈັ​ນຫຼື​ແຂວງ​ວຽງຈັນ ສະຫຼອງ​ບຸນ​ກຸ​ດຈີນ​ກັນ​ມາ​ແຕ່​ວັນ​ທີ 22-23 ​ເດືອນ​​ແລ້ວ​ນີ້ ດ້ວຍ​ການ​ກິນ​ຂະໜົມຮ່ວມ​ກັນ​ໃນຄອບຄົວ ​ໄປ​ຢື້ຢາມ​ຖາມ​ຂ່າວ​ເບີກ​ບານ​ມ່ວນ​ຊື່ນ​ຮ່ວມ​ກັບ​ຄອບຄົວ​ຂອງ​ຍາດ​ພີ່ນ້ອງ​ໝູ່​ຄູ່, ຕາມ​ປະຕິທິນ​ຕາມ​ຈັນທະຄະຕິ​ຈີນ​​ແທ້ໆ ມື້​ນີ້​ແມ່ນ​ມື້​ຂື້ນ 15 ຄ່ຳ​​ເດືອນ​ຈຽງ​ຈຶ່ງ​ແມ່ນ​ມື້​ສຸດ​ທ້າຍ​ແທ້ໆ​ຂອງ​ການ​ສະຫຼອງ​ບຸນ​ກຸດ​ຈີນ​ແລະ​ມື້​ອັດ​ທ້າຍ​ການ​ສະຫຼອງ​ນີ້​ແມ່ນ​ມື້ບຸນ​ຂະໜົມບົວລອຍ​ຫຼື​ຄົນ​ຈີນ​ເອີ້ນ​ວ່າ: "ຢວນຊຽວ" ທີ່​ໃນ​ປະ​ເພ​ນີ​ແລ້ວ​ຄົນ​ຈີນ​ຈະ​ເຕົ້າ​ໂຮມ​ກັນ​ກິນ​ຂະໜົມບົວລອຍ​ຊົມ​ເດືອນ​ເພງ​ທີ່​ງົດ​ງາມ​ຮ່ວມ​ກັນ ທັງ​ຊົມ​ໂຄມ​​ໄຟ​ທີ່​ງົດ​ງາມ​ອີກ! ບຸນ​ຄືນ​ນີ້​ເວົ້າ​ແລ້ວ​ກໍ່​ມີ 2-3 ກິດຈະ​ກຳ​ໃຫຍ່​ນິລະ!​ ອັນ​ໜຶ່ງ​ກໍ່​ແມ່ນ​ກິນ​ຂະໜົມບົວລອຍ​ຊົມ​ເດືອນ​ເຕັມ​ດວງ​ເທື່ອ​ທຳ​ອິດ​ຂອງປີ​ໃໝ່​, ອັນ​ທີ 2 ກໍ່​ຊົມ​ໂຄມ​ໄຟ​ທີ່​ຫຼາກ​ຫຼາຍສີ​ຫຼາຍ​ຊະນິດ, ອັນ​ທີ 3 ກໍ່​ແມ່ນ​ການ​ເຊີດ​ສິງ​ໂຕ​ຕາມ​ປະ​ເພນີ​ແທ້ໆ​ຂອງ​ຈີນ​ມາ​ດົນ​ນານ​ແລ້ວ​ເປັນ​ແນວ​ນັ້ນ​ໄດ໋!​​ ​ແຕ່ວ່າ​ມາ​ຮອດ​ຍຸກ​ນີ້​ມັນ​ກໍ່​ຂື້ນກັບ​ເງື່ອນ​ໄຂ​ຕົວ​ຈິງ​ສະຫຼອງ​ຫຼິ້ນບຸນ​ບໍ່ຄື​ກັນ!​​ເອົາ, ຄັນ​ຊັ້ນ​ຈັກ​ໜ້ອຍ​ໜຸ່ມ​ໃຫຍ່​ຈະ​ເອົາ​ປະຫວັດ​ຂອງ​ຂະໜົມບົວລອຍ​ຫຼື​ບາງ​ຄົນ​ກໍ່​ເອີ້ນ​ວ່າ: " ບຸນ​ໂຄມ​​ໄຟ " ມາ​ເວົ້າສູ່​ຟັງ!​

711477 ຫຼື 9300 ສົ່ງ​ເຂົ້າມາ​ໂທ​ເຂົ້າມາ​ມີ​ຄຳ​ຄິດ​ຄຳ​ເຫັນ​ກັບ​ລາຍການ​​ເຮົາ​ໄດ້! ຄັນ​ເວົ້າ​ເຖິງ​ບຸນ " ຢວນຊ່ຽວ " ຫຼື​ບຸນ​ຂະໜົມບົວລອຍ​ຫຼື​ບຸນ​ໂຄມ​ໄຟ ຕາມ​ປະ​ເພນີ​ຂອງ​ຄົນ​ຈີນ ທີ່​ປີ​ນີ້​ຖືກ​ກັບ​ຄືນ​ນີ້​ຄືນ​ທີ່​ເດືອນ​ງາມ ​ເດືອນ​ແຈ້ງ ​ເດືອນ​ເຕັມ ​ເດືອນ​ໃຫຍ່​ທີ່​ສຸດ ຕາມ​ປະຕິ​ທິນຈັນທະຄະຕິ​ຂອງ​ຈີນ​ແມ່ນ​ມື້​ເພງ 15 ຄ່ຳ​ເດືອນ​ຈຽງ​ໄດ໋ນິ! ບໍ່​ແມ່ນ​ມື້ຂື້ນ 14 ຄ່ຳ​ເດືອນ 3 ຄື​ລາວ​ເຮົາ​ໄດ໋! ຫ່າງ​ກັນ​ຕັ້ງ 5-6-7 ພັນ​ກິ​​ໂລ​ແມັດ ມັນ​ກໍ່​ມີ​ການ​ຄາດ​ເຄື່ອນ​ລື່ນ​ກັນ​ບໍ່​ຫຼາຍ​ກໍ່​ໜ້ອຍ​ແລ້ວ! ຢູ່​ວຽງຈັນ​ຄືນ​ນີ້​ເດືອນຍັງ​ບໍ່​ເຕັມ​ດວງ​ປານ​ໃດ​ແ​ຕ່ຢູ່​ຈີ​ນພຸ້ນ​ເຕັມ​ຄັກ​ລະ​ໄດ໋!​ ບັດ​ນີ້​ຈະ​ເວົ້າ​ເຖິງ​ປະຫວັດ​ບຸນ​ໂຄມ​​ໄຟ​ໃຫ້​ຟັງ! ຄົນ​ຈີນ​ເລົ່າ​ກັນ​ວ່າ: ​ເມື່ອ​ປີ 180 ກ່ອນ ຄສ ຈັກກະພັດ ຮັ້ນ​ເຫ​ວິນ​ຕີ້ ຂອງ​ລາຊະວົງ ຮັ້ນ ຂື້ນ​ຄອງ​ລ​າດ​ໃນ​ມື້ 15 ຄ່ຳ​ເດືອນ​ຈຽງ ສະນັ້ນ​ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ​ຈັກກະພັດ ຮັ້ນ​ເຫວິ​ນຕີ້ ຈຶ່ງ​ກຳນົດ​ເອົາ​ມື້ 15 ຄ່ຳ​ເດືອນ​ຈຽງ​ເປັນ​ບຸນ​ໂຄມ​ໄຟ ພໍ​ຮອດ​ຄືນ​ນັ້ນພະ​ອົງ​ຈະ​ສະ​ເດັດ​ອອກ​ໄປ​ນອກ​ວັງ​ເພື່ອ​ຮ່ວມ​ສະຫຼອງ​ມ່ວນ​ຊື່ນ​ກັບ​ໄຜ່​ຟ້າ​ລາຊະ​ດອນ ຄືນ​ນັ້ນບໍ່​ວ່າ​ເຮືອນ​ນ້ອຍ​ເຮືອນ​ໃຫຍ່ຮ່ອມ​ໃດ​ກໍ່​ແຂນ​ໂຄມ​ໄຟ​ຫຼາກ​ຫຼາຍສີ​ທີ່​ມີ​ຮູບ​ລັກສະນະ​ແຕກ​ຕ່າງ​ກັນ, ຈົນ​ຮອດ 104 ກ່ອນ ຄ.ສ ບຸນ​ໂຄມ​​ໄຟ​ໄດ້​ກຳນົດ​ໃຫ້​ເປັນ​ບຸນ​ສຳຄັນ​ຂອງ​ຊາ​ດ​ເຮັດ​ໃຫ້ການ​ສະຫຼອງ​ມີຂະໜາ​ດ​ໃຫຍ່​ໂຕ​ມະ​ໂຫລານ​ຂື້ນ​ອີກ, ຂໍ້​ກຳນົດ​ໃໝ່​ນີ້​ໃຫ້​ສະຖານ​ທີ່​ສາທາລະນະ​ແລະ​ທຸກ​ເຮືອນ​ຕ້ອງ​ໄດ້​ປະດັບ​ໂຄມ​ໄຟ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຄ້າຂາຍ​ຫຼື​ສູນ​ກາງ​ວັດທະນະທຳ​ຕ້ອງ​ຈັດ​ບຸນ​​ໂຄມ​ໄຟ​ຂະໜາດ​ໃຫຍ່​ບໍ່​ວ່າ​ຊາຍ ຍິງ ​ເຖົ້າ ໜຸ່ມ ພາກັນ​ໄປ​ຊົມ​​ໂຄມ​ໄຟ​ທວາຍ​ຄຳທວາຍ​ຢູ່​ໂຄມ​ໄຟ​ທັງ​ເຊີດ​​ໂຄມ​ໄຟ​ມັງກອນ​ຕະຫຼອດ​ຄືນ!​ ຕໍ່​ມາ​ປະ​ເພນີ​ນີ້​ໄດ້​ສືບ​ທອດ​ກັນ​ມາ​ທຸກ​ຍຸກ​ທຸກ​ສະ​ໄໝ, ຕາມ​ການ​ບັນທຶກ​ປະຫວັດ​ສາດ​ປີຄ.ສ 731 ສະ​ໄໝ​ລາຊະວົງ ຖັງ ​ເຄີຍ​ເຮັດ​ພູ​ໂຄມ​ໄຟ​ສູງ​ເຖິງ 7 ​ແມັດທີ່​ປະກອບ​ດ້ວຍ​​ໂຄມ​ໄຟຫຼາຍ​ກ່ວາ 5 ໝືນ​ອັນຕັ້ງຢູ່​ໃນ​ເມືອງ ສາງ​ອ່ານ ທີ່​ເປັນ​​ເມືອງ​ຫຼວງ​ຂອງ​ລາຊະວົງ​ ຖັງ. ​ເອົາ​ຟັງ​ເພງ​ມ່ວນໆ​ອີກ​ກ່ອນ​ເນາະ! ​ເພງ​ນີ້​ຂໍ​ມອບ​ໃຫ້​ແກ່​ມິດ​ລາຍການ​ທີ່​ຊື່ວ່າ ​ເກົາຫຼີ ຢູ່​ບ້ານ ນາສາ​ລາ ດົງ​ບັງ ​ເ​ມື​ອງ​ໄຊ​ທານີ​ທີ່​ໂທ​ມາ​ຂໍ​ເພງ​ຈີນ​ທີ່​ເປັນ​ຜູ້ຍິງ​ຮ້ອງ​ຈັງ​ຫວະ​ໄວໆ​ມ່ວນ​ໆ​ກໍ່​ຂໍ​ຈັດ​ໃຫ້​ເລີຍ!

​ເພງ

ຂະນະ​ນີ້……………… ບັດ​ນີ້​ກໍ່​ອອກ​ມາ​ສືບ​ຕໍ່​ລົມ​ເລື່ອງ​ບຸນ​​ໂຄມ​​ໄຟ​ຫຼື​ບຸນ​ຂະໜົມບົວລອຍ ທີ່​ປີ​ນີ້​ກົງ​ກັບ​ຄືນ​ນີ້​ລະ! ​ໂຄມ​ໄຟ​ທີ່​ແຂວນ​ໃນ​ຍາມ​ບຸນ ຢວນຊ່ຽວ ສ່ວນ​ຫຼາຍ​ແມ່ນ​ເຮັດ​ດ້ວຍ​ເຈ້ຍ​ສີ​ບາງໆ ບາງ​ຄົນ​ກໍ່​ເຮັດ​ເປັນ​ຮູບ​ພູ ຮູບ​ເຮືອນ ຮູບຄົນ ຮູບ​ດອກ​ໄມ້ ສັດ​ນາໆ​ຊະນິດ! ​ໂຄມ​ໄຟ "​ໂຈ່​ວໝ່າ​ເຕິ​ງ" ​ເປັນ​ໂຄມ​ໄຟ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ, ​ໂຄມ​ໄຟ​ວຽນ " ​ໂຈ່​ວໝ່າ​ເຕິ​ງ" ​ເປັນ​ເຄື່ອງ​ຫຼິ້ນຊະ​ນິດໜຶ່ງ​ທີ່ມີມາ​ແຕ່ 1 ພັນ​ກ່ວາປີ​ມາ​ແລ້ວ ຄື​ຢູ່​ໃນ​ໂຄມ​ໄຟ​ຕິດ​ກົງ​ລໍ້​ໃສ່ ​ເມື່ອ​ໄຕ້​ທຽນ​ໃນ​ໂຄມ​ໄຟ​ກະ​ແສ​ອາກາດ​ທີ່​​ໄດ້​ຮັບ​ຄວາມ​ຮ້ອນ​ຈາກ​ແປວ​ທຽນ​ຈະ​ດັນ​ກົງ​ລໍ້​ທີ່ຕິດ​ເຈ້ຍ​ຮູບ​ຄົນ​ຂີ່​ມ້າ ຈະ​ສະທ້ອນ​ຢູ່​ເທິງ​ເຈ້ຍ​ດ້ານ​ນອກ​ຂອງ​ໂຄມ​ໄຟ​ເບິ່ງ​ແລ້ວ​ຄື​ມ້າ​ກຳລັງ​ແລ່​ນຢ່າງ​ຫ້າວຫັນ​ນິລະ! ຕໍ່​ມາ​ການ​ກິນ​ຂະໜົມ "ຢວນຊ່ຽວ" ຫຼື​ຂະໜົມບົວລອຍ​ນິລະ​ຖື​ວ່າ​ເປັນ​ບຸນ​ປະ​ເພ​ນີອັນ​ສຳຄັນ​ອັນ​ໜຶ່ງ​ຂອງ​ຢວນຊ່ຽວ, ​ໃນ​ສະ​ໄໝ​ລາຊະວົງ ຊົ້ງ ປະຊາຊົນ​ນິຍົມ​ກັນ​ກິນ​ຂະໜົມຊະນິດ​ໜຶ່ງ​ໃນ​ມື້ບຸນ​ມັນ​ຈະ​ເປັນ​ຮູບ​ວົງມົນ ​ເຮັດ​ດ້ວຍ​ແປ້ງ​ເຂົ້າໜຽວ​ທາງ​ໃນ​ມີ​ໄສ້​ຫວານ, ພາກ​ເໜືອ​ຈີນ​ເອີ້ນ​ວ່າ: " ຢວນຊ່ຽວ " ສ່ວນ​ພາກ​ໃຕ້​ເອີ້ນ​ວ່າ " ທັງ​ຢວນ " ຫຼື " ທັງ​ຖວນ " ມາ​ຮອດ​ດຽວ​ນີ້​ໄສ້​ຂອງ​ຂະໜົມບົວລອຍ​ມີ​ຫຼາຍ 10 ຊະນິດ​ເຊັ່ນ: ຖົ່ວ​ແດງ, ງາ, ​ເນີຍ ​ແລະ​ອື່ນໆ. ຊັອກ​ໂກ​ລາ​ກະ​ຍັງ​ມີຂະໜົມບົວລອຍ​ໃນ​ເຂດ​ແຂວງ​ທີ່​ຕ່າງ​ກັນ ລົດ​ຊາດ​ກໍ່​ຕ່າງ​ກັນ​ໄປ! ຄືນ​ນີ້​ນິຢູ່​ຈີນ​ນອກ​ຈາກ​ຈະ​ຫ້ອຍ​ໂຄມ​ໄຟ​ງາມໆ​ເຕັມ​ໄປ​ໝົດກິນ​ຂະໜົມບົວລອຍ​ແລ້ວ​ກໍ່​ຍັງ​ມີ​ຫຼາຍກິດຈະກຳ​ຕື່ມ​ໄດ໋ ບໍ່​ວ່າການ​ຟ້ອນ​ຕໍ່​ໄມ້​ຕໍ່​ຂາ, ​ໄມ້​​ໂຢກ​ເຢກ, ຟ້ອນ​ວີ, ​ເຊີດ​ສິງ​ໂຕ​ແລະ​ອື່ນໆ​ອີກ, ການ​ເຊີດສິງ​ໂຕ​ນິ​ແບ່ງ​ອອກ​ເປັນ​ສຳນັກ​ໃຕ້​ກັບ​ສຳນັກ​ເໜືອ​ອີກ​ໄດ໋​ທ່ານ​ຜູ້​ຟັງ! ການ​ເຊີດ​ການ​ຍົກ​ສຳ​ນັກ​ໃຕ້​ເນັ້ນອະລິຍະ​ບົດ​ທ່າ​ທາງ​ການ​ເຄື່ອນ​ໄຫ​ວການ​ກະ​ໂດດ​​ເຕັ້ນຫ້າວ​ວ່ອງ​ໄວ​ຄ່ອງ​ແຄ້ວ ສ່ວນຫຼາຍ​ໃຊ້ 2 ຄົນ​ເຊີດ ​ແຕ່​ຂອງ​ສຳນັກ​ເໜືອ​ເນັ້ນຄວາມ​ສະຫງ່າ​ຜ່າ​ເຜີຍ ຕາມ​ປົກກະຕິ​ຈະ​ມີ 10 ຫຼື​ຫຼາຍ 10 ຄົນ​ເຊີດ ມີ​ດົນຕີ​ພື້ນ​ເມື​ອງຈີນ​ປະກອບ​ໃສ່​ບໍ່​ວ່າ​ຈະ​ເປັນ​ກ້ອງ​ໃຫຍ່ ​ແຊ່ງ​ນ້ອຍ​ໃຫຍ່ດັງ​ອຶ​ກກະ​ທຶກ​ປະກອບ​ການສະ​ແດງ​ສ້າງ​ຄວາ​ມຕື່ນ​ຕາ​ຕື່ນ​ໃຈ​ໃຫ້​ຜູ້​ໄດ້​ເບິ່ງ​ໄດ້​ຊົມຫຼາຍ​ແລ້ວ, 2-3 ມື້​ຜ່ານ​ມາ​ນີ້​ຢູ່​ຈີນ​ແນ່ນອນ​ລະ​ຮ້ານ​ຂາຍ​ຂະໜົມບົວລອຍ​ມື້​ນີ້​ລູກ​ຄ້າ​ບໍ່​ຂາດ​ແລ້ວ​ເບິ່ງ​ຮູບ​ຢູ່​ເວັບ​ໄຊ​ຂ່າວສານ​ຊິນ​ຫົວ​ມື້​ເຊົ້ານີ້​ຢູ່​ປັກ​ກິ່ງ​ຕາມ​ຮ້ານ​ຄ້າ​ຢູ່​ປັກ​ກິ່ງ​ຄົນ​ຈີນ​ລຽນ​ແຖວ​ຍາວ​ເພື່ອ​ຊື້​ຂະໜົມບົວລອຍມາຕົ້ມສູ່​ຄົນ​ໃນ​ຄອບຄົວ​ກິນ​ໃນ​ຄືນ​ນີ້! ຟັງ​ເພງ​ອີກ​ກ່ອນ​ເນາະ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ​ອາກາດ​ຢູ່​ຈີນ​ຕ້ອນຮັບ​ບຸນ​ໂຄມ​​ໄຟ​ຫຼື​ບຸນ​ຂະໜົມບົວລອຍ​ໃນ​ຄືນ​ນີ້​ເປັນ​ແນວ​ໃດ?

​ເພງ

ຂໍ​ຂອບ​ໃຈ………..​ເວົ້າ​ເຖິງ​ດິນ​ຟ້າ​ອາກ​າດ​ແລ້ວ​ຢູ່​ຈີນ​ຍາມ​ນີ້​ກໍ່​ແມ່ນ​ຍາມໜາວຢູ່​ແລ້ວ​​ໄລຍະ​ບຸນ​ກຸດ​ຈີນ​ແຫ່ງ​ໜາວ​ແຕ່​ວ່າ​ມາ​ມື້​ນີ້​ກໍ່​ບໍ່​ແມ່ນ​ແຕ່​ຄືນ​ນີ້​ດັອກ​ແຕ່​ແລງວານ​ນີ້​ພຸ້ນ​ມາ​ແລະ​ຈະ​ແກ່ຍາວ​ໄປ​ຮອດ​ເຊົ້າມື້​ອື່ນ​ອາກາດ​ຢູ່​ຈີນ​ໜາວ​ຂະໜາດ, ຢູ່​ປັກ​ກິ່ງ​ທ່ານ​ຜູ້​ຟັງ​ຄິດ​ເບິ່ງ​ອຸນຫະ​ພູມ​ສູງ​ສຸດ​ມີ​ແຕ່ -1 ຫຼື -2 ອົງສາ​ທໍ່​ນັ້ນ, ຕ່ຳ​ສຸດ​ກໍ່ -9 ຫຼື -10 ອົງສາ​ພຸ້ນ​ແລ້ວ​ແຕ່​ວ່າ​ໄລ​ຍະ​ນີ້​ມີ​ແສງ​ແດ​ດດີ​ໄດ໋ລະ! ​ແຕ່​ວ່າ​ຂໍ​ເຕືອນ​ເດີ້​ວ່າ​ໃຜ​ຢາກ​ໄປ​ປັກ​ກິ່ງ​ຕື່ນ​ເຊົ້າມັນ​ໜາວ​ນິຄັນ​ເຫັນ​ແສງ​​ແດດ​ສົດ​ໃສ​ຢ່າ​ໄປ​ນຸ່ງ​ເຄື່ອງ​ໜ້ອຍ​ໄດ໋​ໄຂ້​ແຕກ​ແທ້້​ໄດ໋! ​ແດດ​ປັກ​ກິ່ງ​ບໍ່​ຄື​ແດດ​ວຽງ​ຈັນ​ໄດ໋​ເພິ່ງ​​ແກ້​ໜາວ​ບໍ່​ໄດ້​ດັອກ. 3 ມື້​ນິນະ​ຄື​ແຕ່​ວັນ​ອາທິດ​ວານ​ນີ້, ມື້​ນີ້​ວັນ​ຈັນ​ທີ່​ເປັນ​ມື້ບຸນ​ໂຄມ​ໄຟ​ຂອງ​ຄົນ​ຈີນ​ແລະ​ມື້​ອື່ນ​ວັນ​ອັງ​ຄານ, ກົມ​ອຸດ​ຕຸ​ນິຍົມ​ຂອງ​ຈີນ​ບອກ​ວ່າ: ອ​າກາດ​ໜາວ​ປົກ​ຄຸມ​ໄປ​ເກືອບທົ່ວທຸກ​ພາກຂອງ​ປະ​ເທດ​ຍ້ອນ​ລົມ​ໜາວຈາກ​ພາກ​ເໜືອ. ລະດັບ​ການ​ເຕືອນ​ຄວາມ​ໝາວຂອງ​ຈີນ​ມີ 4 ລະດັບ​ແຕ່ລະ​ໜາວສຸດ​ຕ່ຳ​ສຸດ​ແມ່ນ​ສີຟ້າ​ນິລະ!​​ ​ເພິ່ນ​ວ່າ​ແຕ່​ລະ​ພາກ​ອຸນຫະພູມ​ຈະ​ຫຼຸດ​ລົງ​ແຕ່ 6-8 ອົງສາ​ພຸ້ນ​ນະ! ສະ​ເພາະ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກນ​ໃນ​ກັບ​ພາກ​ເໜືອຂອງ​ຈີນ​ອາດ​ຫຼຸດ​ລົງ​ຕັ້ງວ່າ 14 ອົງສາພຸ້ນ​ນະ! ​ແລະ​ຫຼາຍບ່ອນ​ກໍ່​ມີ​ຫິມະ​ຕົກ​ຫຼາຍ​ໂດຍ​ສະ​ເພາະ​ແຕ່​ມື້ວານ​ນີ້​ມາ​ເພິ່ນ​ວ່າ​ຢູ່​ບັນດາ​ເຂດ​ແຂວງ​ພາກ​ເໜືອ​ຂອງ​ຈີນ​ກໍ່​ຈະ​ມີ​ຫິມະ​ຕົກ​ຕື່ມອີກ! ທ່ານ​ຜູ້​ຟັງ​ທ່ານ​ໃດ​ຈະ​ໄປ​ປັກ​ກິ່ງ​ຫຼື​ເມືອງ​ອື່ນໆ​ຂອງ​ຈີນ​ໃນ​ໄລຍະ​ນີ້​ກໍ່​ກຽມ​ເຄື່ອງນຸ່ງ​ໃຫ້​ຫຼາຍໆ​ນິລະ! ​ເອົາກ້ອງຖ່າຍຮູບ​ໄປ​ນຳ​ແດ່​ຄັນ​ມີ​ອາດ​ຈະ​ໄດ້​ຖ່າຍຮູບ​ກັບ​ຫິມະ​ຂາວ​ໜຸ້ມງາມໆ​ມາ​ອ້າງ​ໝູ່​ໄດ໋! ​ເອົາ, ຄືນ​ນີ້​ວັນ​ຈັນ​ທີ 6 ກຸມພາ​ຄັນ​ແມ່ນ​ຕາມ​ຈັນທະ​ຄະ​ຈີນ​ກໍ່​ແມ່ນ​ມື້​ເພງ 15 ຄ່ຳ​ເດືອນ​ຈຽງ​ເປັນ​ມື້ບຸນ " ຢວນຊ່ຽວ " ບຸນ​ໂຄມ​ໄຟ​ຫຼື​ບຸນ​ຂະໜົມບົວ​ລອຍ​ກໍ່​ແລ້ວ​ແຕ່​ຊິ​ເອີ້ນ! ກໍ່​ຖື​ວ່າ​ແມ່ນ​ມື້​ສຸດ​ທ້າຍ​​ແທ້ໆ​ຂອງ​ການ​ຫຼິ້ນບຸນ​ກຸ​ດຈີນ​ຂອງ​ຄົນ​ຈີນ​ແລະ​ຄົນຕ່າງປະ​ເທດ​ເຊື້ອສາຍ​ຈີນ​ທີ່​ເລີ່​ມມາ​ແຕ່​ວັນ​ທີ 23 ​ເດືອນ​ແລ້ວ​ນີ້​ລວມ​ແລ້ວ 15 ມື້​ເຕັມໆ​ມ່ວນ​ຊື່ນ​ກັນ​ຢ່າງ​ເຕັມທີ່! ອັນ​ນີ້​ສຳລັບ​ຄົນ​ຈີນ​ເນາະ​ແຕ່​ສຳລັບ​ຄົນ​ລາວ​ອີກ 72 ມື້​ກໍ່​ຮອດ​ບຸນປີ​ໃໝ່​ລາວ​ຊິ​ໄດ້​ປຽກ​ກັນ​ແລ້ວ​ເດ່​ນິນະ! ປີ​ນີ້​ມື້​ທຳ​ອິດ​ມື້​ສັງຂານ​ລ່ວງ​ແມ່ນ​ຖືກ​ວັນ​ສຸກ​ທີ 14 ​ເມສາ, ວັນ​ທີ 15 ວັນ​ເສົາ​ແມ່ນ​ມື້​ເນົາ, ທີ 16 ວັນ​ອາທິດ​​ແມ່ນ​ມື້​ສັງຂາ​ນຂື້ນ! ຄັນ​ເປັນ​ແນວ​ນີ້​ກະຊິ​ໄດ​ພັກ​ທົດ​ແທນ 2 ມື້​ລວມ​ເປັນ 5 ມື້​ພຸ້ນ​ແລ້ວ, ກະ​ບໍ່​ຮູ້​ເທື່ອ​ວ່າ​ລັດຖະບານ​ລາວ​ເພິ່ນ​ຈະ​ໃຫ້​ພັກຜ່ອນ​ຫຼື​ຫຼັງ​ວັນ​ເສົາ​ວັນ​ທິດ, ບຸນ​ກຸດ​ຈີນ​ຄົນ​ຈີນ​ກໍ່​ມ່ວນ​ຊື່ນ​ສະຫຼອງ​ກັນ​ຢ່າງ​ເຕັມທີ່, ບຸນປີ​​ໃໝ່​ລາວ​ຄົນ​ລາວ​ກໍ່​ມ່ວນ​ຊື່ນ​ສະຫຼອງ​ຢ່າງ​ເຕັມທີ່​ຄື​ກັນ​ທັງ​ປຽກ​ທັງ​ມ່ວນ​ບາງ​ຄົນ​ກໍ່​ມັງ​ເມົາ! ​ເວົ້າກັນ​ໄດ້​ແຕ່​ໄກ​ເນາະ ​ເຮັດ​ແນວ​ໃດ​ກໍ່​ຂໍ​ນຳ​ຢ່າ​ລືມ​ຄວາມ​ໝາຍ​ຈຸດປະສົງ​ແທ້​ໆ​ຂອງ​ບຸ​ນປີ​​ໃໝ່ລາວ​ທີ່​ປູ່ຍ່າ​ຕາ​ຍາຍ​ເພິ່ນ​ພາ​ເຮັດ​ມາ​ຫຼາຍ​ຮ້ອຍ​ປີ​ເພິ່ນ​ພາ​ເຮັດ​ແນວ​ໃດ? ພໍ່​ຕູ້​ແມ່​ຕູ້ ອ້າຍ​ເອື້ອຍ​ລຸງ​ປ້າ​ນ້າ​ອາ​ລູກ​ຫຼານ​ສືບ​ທອດ​​ແດ່! ​ເພາະວ່າ​ຄວາມ​ໝາຍ​ມັນ​ບໍ​ແມ່ນ​ແຕ່​ຫົດ​ນ້ຳກັນ​ຈົນ​ມືນ​ຫູ​ມືນ​ຕາ​ບໍ່​ໄດ້​ໄດ໋ ມັນ​ຍັງ​ມີຫຼາຍ​ພິທີ​ຫຼາຍ​ກິດຈະກຳ​ທີ່​ດີ​ທີ່​ເປັນສິຣິມຸງຄຸນ​ເພື່ອ​ຕ້ອນຮັບ​ປີ​​ໃໝ່​ໃນ​ມື້​ສັງຂາ​ນຂື້ນ, ລະ​ກະ​ເ​ປັນ​ຫ່ວງ​ຫຼາຍ​ກິນ​ເຫຼົ້າສະຫຼອງ​ກັນ​ຈົນ​ບໍ່​ຈື່​ໜ້າ​ກັນ​ຈົນ​ບໍ່ມີ​ສະຕິ​ສະ​ຕັງ​ແລ້ວ​ຂັບ​ລົດຈັກ​ໃຫຍ່​ຫັ້ນນ່າ! ​ແຕ່ລະ​ປີ 6-7 ມື້​ປີ​ໃໝ່​ອຸປະຕິ​ເຫດ​ຫຼາຍ​ແທ້ໆ​ຈັກ​ຜູ້​ເຈັບ​ຜູ້​ຕາຍ​ກໍ່​ມີ​ຫຼາຍ! ​ເຕືອນ​ໂຕ​ເອງ​ເຕືອນ​ລູກ​ເຕືອນ​ຫຼານ​ໄວ​ແຕ່​ໄກໆ​ສະ​ເນາະ

​ເພງ

ຈົບ