ປີ​ໃໝ່​ຜູ້ນຳ​ຈີນ​ໄປ​ທ່ຽວ​ໃສ​ແດ່?

(GMT+08:00) 2012-02-22 16:26:47     cri
ສະບາ​ຍດີ​ມິດ​ລາຍການ​ເບິ່ງ​ເມືອ​ງຈີນ​ທຸກ​ທ່ານ! 19 ​ໂມງ​ພົບ​ກັບ​ໜຸ່ມ​ໃຫຍ່​ອາລົມ​ດີ​ອີກ​ແລ້ວ​ທາງ CRI FM 93Mhz. ພົບ​ກັນ​ມື້​ນີ້​ກໍ່​ແມ່ນ​ວັນ​ພຸ​ດ, ທີ 25 ມັງກອນ 2012 ​ແລ້ວ. ອີກ 6 ມື້​ເດືອນ​ມັງກອນ​ກະຊິ​ໝົດ​ລະ​ໄດ​ນິບໍ່​ໄດ້​ດົນ​ຈັກ​ດີ້​ອາທິດ​ໜຶ່ງ ​ເດືອນໜຶ່ງ​ຄັນ​ໃຜ​ປ່ອຍ​ເວລາ​ຜ່ານ​ໄປ​ຊື່ໆ ຊີ​ວິດ​ກໍ່​ຊິ​ຊື່ໆ ບໍ່​ໄປ​ບໍ່​ມາ​ແນ​ວນັ້ນລະ! ຄັນ​ບໍ່​ສວຍ​ໂອກາດ​ຍາດ​ເວລາ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ດີ​ຂື້ນ​ນະ​ເນາະ! ມື້​ນີ້​ກໍ່​ແມ່ນ​ມື້​ທີ 3 ​ແລ້ວ​ຂອງ​ການ​ສະຫຼອງ​ກຸ​ດຈີນ​ບຸນປີ​​ໃໝ່​ປີ​ມັງກອນ​ຂອງ​ຄົນ​ຈີນ ຫຼື ຄົນ​ລາວ​ເຊື້ອສາຍ​ຈີນ, ກະ​ຫວັງ​ວ່າ​ທຸກ​ຄອບຄົວ​ຄົງ​ຈະ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ຄວາມ​ອົບ​ອຸ່ນ ຄວາມ​ຮັກ​ແພງ​ເນາະ! ນັບ​ແຕ່​ມື້​ວານ​ນີ້​ມາ​ຄົນ​ຈີນ​ກໍ່​ອອກ​ເຮືອນ​ໄປ​ຢ້ຽມຢາມ​ຄອບຄົວ​ກັນ​ເນາະ! ​ເອົາ, ຈັ່ງ​ໃດ​ສະຫຼອງ​ກັນ​ກໍ່​ຢ່າ​ໃຫ້​ໜັກ​ເກີນ​ໄປ ຮູ້​ຢູ່​ດັອກວ່າ​ມີ​ເງິນ​ຫຼາຍ​ແຕ່​ວ່າ​ຄັນ​ໃຊ້​ບໍ່​ເປັນ​ເງິນ​ກໍ່​ສາມາ​ດທຳລາຍ​ເຈົ້າຂອງ​ເງິນ​ໄດ້ຄື​ກັນ! ຄັນ​ດື່ມ​ໜັກ​ເກີນ​ໄປ​ມັນ​ຊິ​ເປັນ​ເຫຼົ້າຂາວ, ​ເຫຼົ້າ​ແວງ, ​ເບຍ ຫຼື ວິ​ສະ​ກີລາ​ຄາ​ແພງ​ຊ່ຳ​ໃດ​ມັນ​ກໍ່​​ເມົາ ມັນ​ກໍ່​ທຳລາຍ​ຕັບ​ຂອງ​ຜູ້​ກິນ​ຄື​ກັນ​ໝົດ​ຫັ້ນລະ!​ ຄັນ​ໜັກ​ໂພດ​ນະ​ຈັກ​ໜ້ອຍ​ສະຫຼອງ​ກຸ​ດຈີ​ນ 10 ກ່ວາ​ມື້​ແລ້ວ​ບຸນ​ແລ້ວ​ໄດ້​ຫອບ​ກັນ​ເຂົ້າ​ໂຮງໝໍ​ຍ້ອນ​ດື່ມ​ໜັກ​ເກີນ​ໄປ ທັງ​ອົດ​ຕາ​ຫຼັບ​ຂັບ​ຕານ​ອນບໍ່​ເປັນ​ໄດ​ເນາະ! ​ເອົາ, ຈັ່ງ​ໃດ​ກໍ່​ສະຫຼອງ​ກັນ​ໃຫ້​ພໍດີ​ພໍງາມ​ກະ​ແລ້ວ​ກັນ​ເ​ພື່ອປະຢັດ​ທັງ​ເງິ​ນທັງ​ສຸຂະພາບ​ຫັ້ນລະ!​ ການ​ເຊີດ​ສິງ​ໂຕ ການ​ເຊີດ​ມັງກອນ ສຽງ​ກອງ​ສຽງ​ແຊ່ງ​ໃຫຍ່​ກໍ່​ດັງ​ຮຶມໆ​ເຂົ້າ​ເຮືອນນັ້ນອອກ​ເຮືອນ​ນີ້​ລະ​ເນາະ! ​ເພື່ອ​ຄວາມ​ເປັນສິຣິມຸງຄຸນ, ​ເດັກນ້ອຍ ບ່າວ-ສາວ​ຈີນ​ໄລຍະ​ນີ້​ໜ້າບານ​ລະ​ໄດ້​ຊອງ​ອັ່ງ​ເປົ່າ​ຫຼາຍ​ເດ! ຄອບຄົວ​ມີ​ທໍ່​ໃດ​ຮັ່ງ​ທໍ່​ໃດ​​ແຫ່ງ​ໄດ້​ຫຼາຍ​ລະ​ເນາະ! ​ເອົາ, ອັນ​ນັ້ນກໍ່​ແມ່ນ​ປະ​ເພນີ​ຂອງ​ຈີນ​ທີ່​ສືບ​ທອດ​ກັນ​ມາ​ແຕ່ 4-5 ພັນ​ປີ​ພຸ້ນ​ລະ! ​ເອົາ, ລາຍການ​ມື້​ນີ້​ຊິ​ລົມ​ສູ່​ຟັງ​ກໍ່​ມີ 2-3 ​ເລື່ອງ​ທີ່​ກ່ຽວ​ກັບ​ການ​ສະຫຼອງ​ກຸ​ດຈີນ​ຢູ່​ປະ​ເທດ​ຈີນ​ພຸ້ນ​ລະ​ວ່າມີ​ບັນຍາ​ກາດ​ເປັນ​ແນວ​ໃດ? ຍາມ​ປີ​​ໃໝ່​ປີ​ນີ້​ຜູ້ນຳ​ພັກ-ລັດ​ຈີນ​ເພິ່ນ​ໄປ​ໃສ? ​ໄປ​ຕຳ​ຈອກ​ກັບ​ນັກທຸລະກິດ​ເບາະ​ຫຼື​ວ່າ​ໄປ​ໃສ? ລົດ​ໄຟ​ຂົນ​ສົ່ງ​ຜູ້​ໂດຍສານ​ໃນ​​ໄລຍະ​ກຸດ​ຈີນ​ນີ້​ພຽງພໍ​ຫຼື​ບໍ່? ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ຊຸດ​ທຳ​ອິດສາ​ກ່ອນ!

​ເພງ

2 ​ເພງ​ຈາກ​ລາຍການ​ຜ່ານ​ໄປ……………. 711477; 9300 ​ເອົາ, ບັດ​ນີ້​ໜຸ່ມ​ໃຫຍ່​ຈະ​ລົມ​ສູ່​ຟັງ​ບັນຍາກາດ​ການ​ສະຫຼອງ​ບຸນ​ກຸ​ດຈີນ​ຢູ່​ປະ​ເທດ​ຈີ​ນພຸ້ນ​ເປັນ​ແນວ​ໃດ? ມີ 2-3 ​ເລື່ອງ​ຄື​ເວົ້າສູ່​ຟັງ​ກ່ອນ​ເປີດ​ເພງ​ຫັ້ນລະ​ເນາະ! ​ເລື່ອງ​ທຳ​ອິດ​ຈະ​ເວົ້!ສູ່​ຟັງ​ຄືນ​ນີ້​ກໍ່​ແມ່ນ​ຍາມ​ບຸນປີ​​ໃໝ່​ຢູ່​ຈີນ​ແນວ​ນີ້​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ເພິ່ນ​ເຮັດ​ຫຍັງ​ແດ່? ​ໄປ​ໃສ​ແດ່? ທ່ານ ຫູ​ຈີນທາວ ນອກຈາກ​ກ່າວ​ຄຳ​ອວຍພອນ​ຄົນ​ຈີນ​ທົ່ວ​ປະ​ເທດ​ແລະ​ທົ່ວ​ໂລກ​ແລ້ວ (​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ) ​ໃນ​ວັນ​ອາທິດຜ່ານ​ມາ​ນີ້ ທີ່​ເປັນ​ມື້​ສຸດ​ທ້າຍ​ຂອງ​ປີ​ເກົ່າ ທ່ານ ຫູ​ຈີນ​ທາວ ​ເພິ່ນ​​ໄປ​ສະຫຼອງ​ກຸດ​ຈີນ​ຮ່ວມ​ກັບ​ພໍ່​ແມ່​ປະຊາຊົນ, ຊາວ​ກະສິກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຢູ່​ຊານ​ເມືອງ​ປັກ​ກິ່ງ​ພຸ້ນ​ໄດ​ທ່ານ​ຜູ້​ຟັງ!​ ຊານ​ເມື​ອງປັກ​ກິ່ງ​ຫຼາຍ​ບ່ອນ​ກໍ່​ຍັງ​ເປັນ​ຊົນນະບົດ​ຢູ່​ໄດ໋!​​ ​ໄປ​ກິນ​ເຂົ້າຮ່ວມ​ກັບ​ປະຊາຊົນ,​ ຈູດ​ກະ​ໂພ​ກນ້ອຍ​ກັບ​ເດັກນ້ອຍ, ນຸ່ງ​ຮ່ວມ​ກັບ​ຊາວບ້ານ, ​ເບິ່ງ​ການ​ຫຼິ້ນງິ້ວຢູ່​ກາງ​ເດີ່ນ​ທີ່​ອາກ​າດໜາວໆ​ຫັ້ນນະ!​ ບ້ານ​ເພິ່ນ​ໄປ​ກໍ່​ແມ່ນ​ບ້ານ​ນ້ອຍໆ​ຢູ່​ຕິດ​ກັບ​ກຳ​ແພງ​​ໃຫຍ່​ປັກ​ກິ່ງ​ຢູ່​ເຂດ​ພູ​ຊື່​ບ້ານ​ວ່າ: ທ່ຽນ​ຊ້ຽນອີ້ ບ້ານ​ນີ້​ມີ​ປະ​ເພນີ​ປະດັບ​ໂຄມ​ໄຟ​​ແດງ​ຕ້ອນຮັບ​ກຸດ​ຈີນ ຖັກ​ເຊືອກ​ແດງ​ແລະ​ຕິດ​ຄຳ​ຄະຕິ​ຄູ່​ເປັນ​ສິຣິມຸງຄຸນ, ​ແລ້ວ​ເພິ່ນ​ກໍ່​ເຂົ້າ​ໄປ​ຢາມ​ເຮືອນ​ຂອງ​ລຸງ ​ເສົາ​ສີ່​ເຊີ່ງ ອາຍຸ 85 ປີ ອະດີດ​ທະ​ຫານ​ເກົ່າ ປະທານ​ປະ​ເທດ​ຈີນ​ນັ່ງ​ຟັງ​ ລຸງ​ເສົາ ​ເລົ່າປະສົບ​ການ​ຕອນ​ເປັນ​ທະຫານ​ສູ່​ຟັງ ທັງ​ຊົມ​ເຊີຍ​ລຸງ​ເສົາ ທີ່​ຕໍ່ສູ້​ເພື່ອ​ຊາດ​ເພື່ອ​ປະຊາຊົນ​ແທ້ໆ ທັງ​ສັນຍາ​ວ່າ​ລັດຖະບານ​ຈະ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໃຫ້​ດີ! ອີກ​ບ່ອນ​ໜຶ່ງ​ທີ່​ເພິ່ນ​ໄປ​​ໃນ​ວັນ​ອາທິດ​ຜ່ານ​ມາ​ໂດຍ​ທຸ​ກຄົນ​ບໍ່​ຄາດ​ຄິດ​ຄື​ເຂດ​ຖະໜົນ​ສູນ​ການ​ຄ້າ​ໃຫຍ່ ຈຽນ​ເໝິນ ຢູ່​ປັກ​ກິ່ງຢູ່​ເບື້ອງ​ໃຕ້​ຂອງ​ສະໜາມ​ຫຼວງ ທຽນ​ອານ​ເໝີ​ນ ທັງ​ຍ່າງ​ທັງ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ທັກ​ທາຍ​ຜູ້​ຄົນ​ທີ່​ຍ່າງ​ໄປມາ​​ເລາະ​ທ່ຽວ​ຫຼິ້ນ​ເລາະ​ຊື້​ເຄື່ອງ​ຢ່​າງມ່ວນ​ຊື່ນ​ເປັນ​ກັນ​ເອງ, ຫຼາຍ​ຄົນ​ກໍ່​ຈົນ​ຕົກ​ໃຈ​ບໍ່​ຄິດ​ວ່າ​ເພິ່ນ​ຈະ​ມາ​ບ່ອນ​ນີ້ ຫຸ້ມ​ຖ່າຍຮູບ​ກັນ​ຢ່າງ​ໃຫຍ່. ຖະໜົນ​ນີ້​ມີ​ປະຫວັດ​ຄວາ​ມ​ເປັນ​ມາ​ມາ​ດົນ​ແລ້ວ​ລັດຖະບານ​ປັບປຸງ​ໃຫ້​ງາມ​ຂື້ນ​ກ່ວາ​ເກົ່າ​ຕອນ​ໂອ​ເລັມ​ປິກ 2008 ມີຮ້ານ​ຂາຍ​ສິນຄ້າ​ຍີ່​ຫໍ້​ດັງ​ໃນ​ອະດີດ ​ແລະ ທັງ​ສາມາດ​ຮັກສາ​​ເອກະລັກ​ວັດທະນະທຳ​ຈີນ​ໄວ້​ໄດ້​ດີ. ທ່ານ ຫູ​ຈີນ​ທາວ ​ເຂົ້າ​ແວ່​ຢາມ​ຮ້ານ​ໝູ​ຕຸ໋ນ ທ່ຽນ​ຝູ​ເຮົ່າ ​ທີ່​ມີ​ຊື່​ສຽ​ເກົ່າ​​ແກ່​ມາ​ໄດ້ 270 ປີ​ແລ້ວ​, ຄຸນ​ນະພາ​ບການ​ຜະລິດ​, ຄວາມ​ຊື່​ສັດ​ຍັງ​ຮັກສາ​ໄດ້​ບໍ່​ເຄີ​ຍປ່ຽນ​ແປງ​ປະທານ​ຫູ​ກໍ່​ຍ້ອງ​ວ່າ: " ດີ​ຫຼາຍ​ທີ່​ທັງ​ເຮັດ​ທຸລະ​ກິດ​ຮັບ​​ໃຊ້​ລູກ​ຄ້າ​ທັງ​ຮັກສາ​ວັດທະນະທຳ​ຈີນ​ໄວ້​ໄດ໋ ​ເອກະ​ລັກ​ຈີນ​ໄວ້​ໄດ້​າຢ່າງ​ໜຽວ​ແໜ້ນ " ​ເອົາ, ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ ທ່ານ ​ເວີນ​ເຈ່ຍ​ປ່າວ ນາຍົກ​ຈີນ​ໃນ​ຍາມ​ກຸດ​ຈີນ​ເພິ່ນ​ໄປ​ໃສ?

​ເພງ

ຂະນະ​ນີ້………….​ໃນ​ໂອກາດ​ກ່ອນ​ມື້ບຸນ​ກຸດ​ຈີນ​ໜ້ອຍ​ໜຶ່ງ​ຄື​ວັນ​​ເສົາ​ຜ່ານ​ມາ​ນີ້ ທ່ານ ​ເວີນ​ເຈ່ຍ​ປ່າວ ນາຍົກ​ຈີນ​ເພິ່ນ​ໄປ​ຢ້ຽມຢາມ​ທັງ​ຮ່ວມ​ມ່ວນ​ຊື່ນ​ກັບ​ປະຊາຊົນ​ຢູ່​​ແຂວງ ກ່ານ​ຊູ່ ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ​ເພິ່ນ​ໄປ​ຮ່ວມ​ກິນ​ເຂົ້າ​ກິນນ້ຳຢູ່​ເຮືອນ​ປະຊາຊົນ​ທຳ​ມະ​ດາ​ສາມັນທຸ​ກໆ​ນິລະ! ຮ່ວມ​ກິນ​ຂະໜົມກ້ຽວ, ຂົ້ວຜັກ ໜານ​ໂຮງ ຂົ້ວໜູ ອາຫານ​ແບບ​ພື້ນໆ​ແນວ​ນີ້​ລະ​ກັບ​ປະຊາຊົນ ​ໂຕະ​ກໍ່​ໂຕະ​​ເກົ່າໆ ​ເພາະວ່າ​ເຂົາ​ເຈົ້າ​ເປັນ​ກຳມະກອນ​ຂອງ​ໂຮງງານ​ຜະລິດ​ນ້ຳມັນ ຢູ່​ບໍ່​ເຈາະ​ນ້ຳມັນ ສາງ​ສິງ ​ເມືອງ​ຊິ່ງຢ່າງ ສຳລັບ​ໜຸ່ມ​ໃຫຍ່​ແລ້ວ​ຢູ່​ຈີນ​​ເກືອບ 5 ປີ ​ເຮັດ​ວຽ​ກກ່ຽວ​ກັບ​ຂ່າວ​ຄາວ​ຕະຫຼອດ​ຍອມຮັບ​ເລີຍ​ວ່າ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ 2 ທ່ານ​ນີ້​ຄື ທ່ານ ຫູ​ຈີນ​ທ່າ​ວ ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດ ກັບ​ທ່ານ ​ເວິນ​ເຈ່ຍ​ປ່າວ ນາຍົກລັດຖະມົນ​ຕີ ​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ​ອີ່ຫຼີ ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບຖື​ເຫຼື້ອມ​ໃສ​ສັດທາ​ຈາກ​ຄົນ​ຈີນ​ຫຼາຍ ​ເພາະ​ພວກ​ເພິ່ນ​ເປັນ​ແບບຢ່າງ​ຜູ້ນຳ​ທີ່​ດີ ທີ່​ບໍ່​ເຄີຍ​ປະ​ຖິ້ມປະຊາຊົນ ບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ຄອບ​ຄົວ​ຍາດ​ພີ່ນ້ອງ​ພວກ​ເພິ່ນ​ຫຼາຍ​ກ່ວາ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ປະຊາຊົນ​ຈັກ​ເທື່ອ! ​ເລື່ອງ​ທັດສະນະ​ມະຫາຊົນ​ກໍ່​ຂໍ​ຍົກ​ໂປ້​ໃຫ້​ເລີຍ! ທັງ​ສອງ​ທ່ານ​ໄປ​ຊົນນະບົດ​ໄປ​ຢາມ​ກຳມະກອນ, ຊາວ​ກະສິກອນ ຢູ່​ບ່ອນ​ໃດ​ກໍ່​ຈະ​ເຫັນ​ປະຊາຊົນ​ທຳ​ມະ​ດາ​ຫຸ້ມ​ຫໍ່​ຢູ່​ກາງ​ທົ່ງ ບາງ​ບ່ອນ​ໜາວ​ແຮງ ບາງ​ບ່ອນ​ຮ້ອນ​ແຮງ ​ແດດ​ກ້າ ບາງ​ບ່ອນ​ພະຍຸ​ຫິມະ ​ແຜ່ນດິນ​ໄຫວ ຜ່ານ​​ໄປ​ບໍ່​ຮອດ​ໜຶ່ງ​ຊົ່ວ​ໂມງ​ຢູ່​ເມືອງ ​ເວີ່ນ​ສ່ວນ ​ແຂວງ​ເສ​ສວນ ​ໃນ​ປີ 2008 ນາ​ຍົກ​ຈີນ​ບິນ​ໄປ​ຮອດ​ໂລດ. ບັນຊາ​ການ​ກູ້​ໄພ​ໂດຍ​ກົງ​ແບ​ບຄ່ຳ​ບໍ່​ໄດ້​ຢືນ​ຄືນ​ບໍ່​ໄດ້​ຢູ່​ເຂົ້າ​ໄປ​ແຕ່ງກິນ​ໃຫ້​ປະຊາຊົນ​ຢູ່​ໃນ​ຕູບ​ຜ້າ​ເຕັ້ນຊົ່ວຄາວ​ຮ່ວມ​ກິນ​ເຂົ້າ​ແບ​ບທຸກໆ​ກັບ​ເຂົາ​ເຈົ້າພ້ອມ! ບໍ່​ວ່າ​ພາບ​ນິ່ງຫຼື​ພາບ​ເຄື່ອນ​ໄຫວ​ຢູ່​ຕໍ່ໜ້າ​ປະຊາຊົນ​ຈະ​ບໍ່​ເຄີຍ​ເຫັນ​ປະທານ​ປະ​ເທດ​ກັບ​ນາຍົກ​ຢຶນ​ເອົາ​ມື​ຄ້ຳ​ແອວ ຫຼື ​ເອົາ​ມື​ຂັດ​ຫຼັງ ລົມ​ກັບ​ປະຊາຊົນ​ຈັກ​ເທື່ອ. ມີ​ແຕ່​ເອົາ​ມື​ຈັບ​ກັບ​ຢູ່​ທາງ​ໜ້າ​ແບບ​ທ່າ​ທີ​ນອບ​ນ້ອມ​ຕໍ່ໜ້າປະຊາຊົນ ນັ່ງ​ນຳ​ປະຊາຊົນ ຍ່າງ​ລົງ​ທົ່ງ​ນຳ​ປະຊາຊົນ ​ໂອບ​ກອດ​ໃຫ້​ກຳລັງ​ໃຈ​ປະຊາຊົນ ​ເປັນ​ແນວ​ນີ້​ຄັນ​ປະຊາຊົນ​ບໍ່​ຮັກ​ກໍ່​ບໍ່​ຮູ້​ຊິ​ວ່າ​ແນວ​ໃດ​ລະ​ເນາະທ່ານ​ຜູ້​ຟັງ!​ ບ່ອນ​ໃດ​ປະຊາຊົນ​​ເດືອດຮ້ອນ​ນອກຈາກ​ສັ່ງ​ການ​ແລ້ວ​ພວກ​ເພິ່ນຍັງ​ໄປ​ເບິ່ງ​ສາລະ​ທຸກ​ສຸກດິບ​ຂອງ​ປະຊາຊົນ​ດ້ວຍ​ຕົນ​ເອງ! ​ເຮັດ​ແນວ​ນີ້​ຫົວ​ໃຈ​ຂອງ​ປະຊາຊົນ 1 ຕື້ 300 ລ້ານ​ ກ່ວາຄົນ ບໍ່​ຢູ່​ໃນ​ກຳມື​ມັນ​ຊິ​ໄປ​ໃສ​ເນາະ!​ ​ເພາະວ່າ​ຖ້າ​ປະຊາຊົນ​ສັດທາຕົວ​ຕໍ່​ຜູ້ນຳ ສິ່ງ​ທີ່​ຕາມ​ມາ​ປະຊາຊົນ​ກໍ່​ສັດທາ​ຕໍ່​ພັກ-ລັດຢ່າງ​ອັດຕະ​ໂນ​ມັດ​ໂລດ​ແລ້ວ! ​ເອົາ​, ຟັງ​ເພງ​ອີກ​ກ່ອນ​ເນາະ​ແລ້ວ​ຈະ​ມາ​ລົມ​ສູ່​ຟັງ​ວ່າ​ປີ​ໃໝ່​ນີ້​ຈີນ​ເພີ່ມ​ລົດ​​ໄຟ​ຮັບ​ໃຊ້​ຜູ້​ໂດຍສານ​ຫຼາຍ​ໜ້ອຍ​ປານ​ໃດ?

​ເພງ

ຂໍ​ຂອບ​ໃຈ………..​ເວລາ………….. ກໍ່​ຄື​ເວົ້າສູ່​ຟັງຫັ້ນລະ​ວ່າ​ໃນ​ໄລ​ຍະ 40-50 ມື້ກ່ອນ​ກຸດ​ຈີນ, ​ໃນ​ມື້​ກຸດ​ຈີນ​ແລະ​ຫຼັງ​ກຸດ​ຈີນ​ຄື້ນ​ມະນຸດ​ເດີນທາງ​ກັບ​ບ້ານ​ເດີນທາງ​ໄປມາ​ທີ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ເລີຍ​ລະ!​​ ​ເພາະວ່າ​ການ​ເຕົ້າ​ໂຮມ​ຄອບຄົວ​ໃນ​ມື້​ກຸດ​ຈີນ​ສຳຄັນ​ທີ່​ສຸດ​ໃນ​ຈິດ​ໃຈ​ຂອງ​ຄົນ​ຈີ! ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ກຳມະກອນ​ໃນ​ຊົນນະບົດ​ທີ່​ມາ​ເຮັດ​ວຽກ​​ໃນ​ຕົວ​ເມືອງ ​ແລະ ​ນັກ​ສຶກສາທີ່​ມາ​ຮຽນ​ໃນ​ຕົວ​ເມືອງ​ແລ້ວ​ກັບ​ເມືອ​ເຕົ້າ​ໂຮມ​ກັບ​ພໍ່-​ແມ່ ຍາດ​ພີ່ນ້ອງຖື​ວ່າ​ສຳຄັນ​ຫຼາຍ, ຜູ້​ໃດ​​ເມືອ​ບໍ່​ໄດ້​ກໍ່​ຈົນ​ນ້ຳຕາ​ຕົກ​ພຸ້ນ​ແລ້ວ! ມື້ວານ​ນີ້​ເຈົ້າໜ້າ​ທີ່​ລົດ​ໄຟ​ຂອງ​ຈີນ​ເພິ່ນ​ກໍ່ປະກາດ​ວ່າ​ເພື່ອ​ຮັບຮອງ​ກັບ​ຜູ້​ໂດຍສານ​ໄປ-ມາ ທີ່​ສູງ​ຫຼາຍ​ເພິ່ນ​ຈະ​ເພີ່ມ​ລົດ​ໄຟ​ສຳຮອງ​ອີກ 159 ຂະ​ບວນ. ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ​ນີ້​ທີ່​ເປັນ​ມື້​ຂື້ນ​ປີ​​ໃໝ່ທຳ​ອິດ​ກໍ່​ມີ​ຜູ້​ໂດຍສານ 2 ລ້ານ 2 ​ແສນ ກ່ວາ​ຄົນ​ແລ້ວ​ທີ່​ເດີນທາງ. ມື້ນັ້ນ​ໄດ້​ເພີ່ມ​ລົດ​ໄຟ​ຢູ່​ຈີນ​ມີ​ໜ້ອຍ​ຫຼາຍ​ຊ່ຳ​ໃດ? ຄື​ແ​ຕ່ວັນ​ທີ 8 ຈົນ​ຮອດ​ວັນ​ຈັນ​ຜ່ານ​ມາ​ນີ້ 16 ມື້ ມີ​ຜູ້​ໂດຍສານ 85 ລ້ານ 7 ​ແສນ​ກ່ວາ​ຄົນ ​ເພີ່ມ​ຂື້ນ​ຈາກ​ປີ​ກາຍ​ຕັ້ງວ່າ​ເກືອບ 11% ​ເພາະວ່າ​ການ​ເລີ່​ມ​ເດີນທາງ​ຂອງຄົນ​ຈີ​ໃນ​ໂອກາດ​ປີ​ໃໝ່​ກຸດ​ຈີນ​ປີ​ນີ້​ເລີ່​ມມາ​ແຕ່​ວັນ​ທີ 8 ພຸ້ນ​ເດ!​ ລະ​ກະຈະ​ໄປສິ້ນສຸດ​ແທ້ໆ​ກະ​ວັນ​ທີ 16 ພຸ້ນ​ລະ​ຈຶ່ງ​ຈະ​ກັບ​ເຂົ້າ​ສູ່​ສະພາບ​ປົກກະຕິ. ສະນັ້ນ​ໃນ​ໄລຍະ 40 ວັນ​ຂອງ​ການ​ເດີນທາງ​ໄປ-ມາ ​ໃນ​ກຸດ​ຈີນ​ນີ້​ຄາດ​ວ່າ​ຈະມີ​ຜູ້​​ໂດຍສານ​ເດີ​ນທາງ​ລົດ, ​ລົດ​ໄຟ, ຍົນ, ​ເຮືອ ປະມານ 3 ຕື້ 160 ລ້ານ​ຖ້ຽວ​ພຸ້ນ​ລະ ​ໃນ​ນີ້​ເດີນທາງ​ດ້ວຍ​ລົດ​ໄຟ​ກໍ່​ປະມານ 235 ລ້ານ​ຖ້ຽວ! ພິລຶກ​ສົມ​ກັບ​ວ່າ​ຄື້ນມະນຸດ​ເດີນ​ທາງ​ອີ່ຫຼີ​ເນາະ! ບາງ​ເຂດ​ການ​ເດີນ​ທາງ​ກໍ່​ມີ​ອຸປະສັກ​ອີກ​ໄດ​ຫັ້ນ ໜາວ​ຈັດ, ຫິມະ​ຕົກ​ແຮງ, ຝົນຕົກ​ແຮງ, ໝອກ​ລົງ​ແຮງ​ອີກ​ກໍ່​ມີ ​ເຮັດ​ໃຫ້ການ​ເດີນທາງ​ຫຼ້າ​ຊ້າ​ໄປ​ອີກ. ​ແຫ້ຍຊື້​ປີ້ ​ແຫຍ້​ຂື້ນ​ລົດ ຫົວ​ຊ້ອງ​ຊາ​ບລາບ​ແບບ​ໂຕ​ຕິດ​ໂຕປານ​ປວກ​ປານ​ມົດ, ຜູ້​ຂື້ນ​ປະຕູ​ລົດ​ໄຟ​ບໍ່​ທັນ ຢ້ານ​ລົດ​ໄຟ​ອອກ​ກ່ອນ​ຢູ້ກັນ​ຂື້ນ​ທາງ​ປ່ອງ​ຢ້ຽມ​ກໍ່​ມີ! ​ເຫັນ​ຮູບ​ແລ້​ວຄັນ​ແມ່ນ​ໜຸ່ມ​ໃຫຍ່​ແລ້ວ​ບໍ່​ໄຫວ​ແທ້ໆ! ກຸດ​ຈີນ​ແລ້ວ​ຈັ່ງ​ເມືອ​ດີ​ກ່ວາ​ພໍ່-​ແມ່​ເຫັນ​ໜ້າ​ເຫັນ​ຕາ​ກໍ່​ດີ​ໃຈຄື​ເກົ່າຫັ້ນລະ!​ ຟັງ​ເພງ​ເນາະ

​ເພງ

ຂອບ​ໃຈ…………….711477, 9300 ຕູ້​ ປນ 6484 ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ກໍ່​ລະມັດລະວັງ​ກັນ​ແທ້ໆ​ເດີ້​ຊາວ​ຈີນ​, ຊາວ​ຫວຽດ, ​ໄຕ​ແດງ ການ​ຈູດ​ໝາກກະ​ໂພ​ກ ດອກ​ໄມ້​ໄຟ ຢູ່​ນະຄອນຫຼວງ​ເພິ່ນ​ຫ້າມ​ແທ້​ໄດ໋! ​​ໄຕ້​ທູບ​​ໄຕ້​ທຽນ​ບູຊາ​ບັນພະ​ບູລຸດກໍ່​ລະມັດລະວັງ​ແທ້ໆ ຢ່າ​ປະໝາດ​ຢ້າ​ນ​ເກີດ​ອັກຄີ​ໄພ. ປີ​ໃໝ່​ຢາກ​ໃຫ້​ມີ​ແຕ່​ສິ່ງ​ດີໆ ມ່ວນ​ໆ ຈົບໆງາມໆ​ເຂົ້າມາສູ່​ຄອບຄົວ ​ໃຫ້​ມີ​ແຕ່​ຮອຍ​ຍິ້ມສຽງ​ຫົວ, ບໍ່​ຢາກ​ໃຫ້​ມີ​ຄວາມ​ອຸກ​ອັ່ງ ​ໂສກ​ເສົ້າ ຫຼື ສຽງ​ຮ້ອງ ສຽງ​ໄຫ້ ຍ້ອນ​ເກີດ​ສິ່ງ​ບໍ່​ດີຢູ່​ຄອບຄົວ​ຫຼື​ສະມາຊິກ​ໃນ​ຄອບຄົວ​ຍ້ອນ​ຄວາມ​ປະໝາດ​ເລິ້ນ​ເລີ້​ໃນ​ການ​ສະຫຼອງ​ເຕືອນ​ມາ​ດ້ວຍ​ຄວາມ​ຮັກ​ແພງ​ແລ​ະຫວັງ​ດີ​ຈາກ CRI

​ເພງ

ຈົບ