ໜຶ່ງ​ຄອບຄົວ ສອງ​ບ່ອນຢູ່

(GMT+08:00) 2012-02-22 16:29:59     cri
ສະບາຍ​ດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທຸກ​ທ່ານ! ​ເບິ່ງ​ເມືອງ​ຈີນ​ມາ​ອີກ​​ແລ້ວ! 19​ ໂມງ​ບໍ່​ເຄີຍ​ພາດ​ໄດ້​ຍິນ​ດົນຕີ​ຈີນ​ມ່ວນ​ອອນ​ຊອນ​ແນວ​ນີ້​ພ້ອມ​ກັບສຽງຂອງ​ໜຸ່ມ​ໃຫຍ່​ອາລົມ​ດີ​ໂລດ! ອາກາດ​ເດືອ​ນມັງກອນ​ແນວ​ນີ້​ຢູ່​ວຽງ​ຈັນ​ບໍ່​ຄື​ຢູ່​ພາກ​ເໜືອ​ໄດ​ເນາະທ່ານ​ຜູ້​ຟັງ! ຢູ່​ອຸດົມ​ໄຊ, ຫຼວງ​ນ້ຳທາ, ຜົ້ງສາລີ, ຊຽງ​ຂວາງ, ຫົວພັນ ໜາວ​ຫຼາຍ​ເກືອບ​ທຸກ​ມື້​ໄດ​ເນາະ! ​ແຕ່​ວ່າ​ຢູ່​ວຽງ​ນີ້​ຕິ​ບາງ​ມື້​ໜາວ​ບາງ​ມື້​ຮ້ອນ ປ່ຽນ​​ໄປ​ປ່ຽນ​ມາ​ຢູ່​ຈັ່ງ​ຊີ້​ຄົນ​ເຮົາ​ເປັນຫວັດ​ເປັນ​ໄອ​ໄດ້​ງ່າຍ​ໄດ​ເນາະ! ​ເອົາ, ດີ​ແທ້​ກະຕິ​ດຕາມ​ຂ່າວ​ພະຍາກອນ​ອາກາດ​ນຳ​ວິທະຍຸ​ຫຼື​ໂທລະພາບ​ແຫ່ງ​ຊາດ​ກະດີ​ເດີ! ​ເພື່ອ​ຈະ​ໄດ້​ກຽມ​ເຄື່ອງນຸ່ງ​ໃຫ້​ເໝາະ​ສົມ​ໃນ​ມື້​ຕໍ່​ໄປ!​ ສົມມຸດ​ມື້​ນີ້​ນຸ່ງ​ເສື້ອ​ແຂນ​ສັ້ນອອກ​ເຮືອນສະບາຍ, ​ແຕ່​ມື້​ຕໍ່​ມາ​ນຸ່ງ​ເຄື່ອງ​ຄື​ເກົ່າ​ຟາດ​ທັງ​ບົດ​ທັງ​ໜາວ​ທັງ​ລົມ​ອີກ​ໄຂ້​ແຕກ​ຍ້ອນ​ເກາະ​ເນາະ! ​ເອົາ, ​ເປັນ​ຫ່ວງ​ນຳ​ສຸຂະພາບ​ຮ່າງກາຍ​ຂອງ​ທ່ານ​ຜູ້​ຟັງ​ບໍ່​ວ່າ​ຈະ​ເປັນ​ຄົນ​ລາວ​ຫຼື​ຄົນ​ຈີນ! ​ໂດຍ​ສະ​ເພາະ​ຄົນ​ຈີນ ຫຼື ຄົນ​ລາວ​ເຊື້ອສາຍ​ຈີນ​​ໄລ​ຍະ​ນີ້​ຄັນ​ຮັກສາ​ສຸຂະພາບ​ຮ່າງກາຍ​ບໍ່​ດີ​ມາ​ເປັນ​ພະຍາດ​ບາດ​ເຍົາ​ໃສ່​ໃນ​ຍາມ​ນີ້​ບໍ່​ມ່ວນ​ເດີ້ ບໍ່​ໄດ້​ສະຫຼອງ​ກຸດ​ຈີນ​ໃຫ້​ສົມ​ໃຈ​ໄດ໋! ປີ​ໜຶ່ງ​ມີ​ເທື່ອ​ດຽວ​ໄດ​ເນາະ! ສຳລັບ​ຄືນ​ນີ້​ໜຸ່ມ​ໃຫຍ່​ກໍ​ຈະ​ມາ​ເວົ້າ​ເລື່ອງ​ປີ​ໃໝ່​ກຸດ​ຈີນທີ່​ຈະ​ມາ​ຮອດ​ນິລະ! ຄືນ​ນີ້​ເອົາ​ຄວາມ​ຮູ້ສຶກ​ຂອງ​ແຮງ​ງານ​ເຄື່ອນ​ຍ້າຍ​ຂອງ​ຈີນ​ທີ່​ເດີນທາງ​ກັບ​ບ້ານ​ມາ​ເວົ້າສູ່​ຟັງ​ວ່າ​ເຂົາ​ເຈົ້າມີ​ຄວາມ​ຮູ້ສຶກ​ແນວ​ໃດ? ທີ່​ຈະ​ໄດ້​ກັບ​ໄປ​​ເຕົ້າ​ໂຮມ​ກັບ​ຄອບຄົວ​ເພື່ອ​ສະຫຼອງ​ປີ​ໃໝ່

​ເພງ

ຜ່ານ​ໄປ2​ເພງ​ຈາກ​ລາຍການ​ເບິ່ງ​ເມືອງ​ຈີນ​ຖ້າ​ທ່ານ​ໃດ​ມີ​ຄຳ​ຄິດ​ຄຳ​ເຫັນ​ກໍ​ສາມາດ​ໂທ​ເຂົ້າມາ​ໄດ້​ທີ່​ເບີ 711477 ຫຼື​ຂໍ້ຄວາມ​ສັ້ນກໍ​ແມ່ນ 9300ບັດ​ນີ້​ເຂົ້າສູ່​ເລື່ອງ​ລາວ​ຄືນ​ນີ້​ເນາະ! ຄັນ​ມິດ​ລາຍການ​ທ່ານ​ໃດ​ຕິດຕາມ​ຂ່າວ​ຄາວ​ຂອງ​ຈີນ​ກໍ​ຄື​ຊິ​ຮູ້​ດີ​ວ່າ​ນັບ​ແຕ່​ຈີນ​ນຳ​ໃຊ້​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກ​ມາ​ໄດ້ 30ປີ​ນີ້​ເສດຖະກິດ​ຈີນ​ໄປ​ໄວ​ຫຼາຍ​ໂດຍ​ສະ​ເພາະ 10 ປີ​ຫຼັງ​ມານີ້​ແຫ່ງ​ໄປ​ແຫ່ງ​ໄວ​ຈົນ​ໂລກ​ງຶດ​ງໍ້​ພຸ້ນ​ລະ!  ອາຊີ, ອາ​ຊຽນ​ເຄີຍ​ເກີດ​ວິ​ກິດ​ການ​ການ​ເງິນ, ອາ​ເມຣິກາ, ​ເອີຣົບ ກໍ​ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ເສດຖະກິດ​ຢ່າງ​ໜັກໜ່ວງ​ຈົນ​ຊິ​ເງີຍ​ຫົວ​ບໍ່​ຂື້ນ​ແລ້ວ ​ແຕ່​ຈີນ​ກະ​ພົບ​ພຽງ​ໜ້ອຍ​ດຽວ ທັງ​ຍັງ​ໄດ້​ຊ່ວຍ​ປະ​ເທດ​ອື່ນ​ຟື້ນ​ຕົວ​​ໄວນຳ​ອີກອັນ​ນີ້​ລະ​ຄື​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ເສດຖະກິດ​ຈີນ. ​ແຕ່​ທ່ານ​ຜູ້​ຟັງ​ຮູ້​ບໍ່​ວ່າ ຢູ່​ເບື້ອງ​ຫຼັງ​ຂອງ​ຄວາມ​ສຳ​ເລັດ ຢູ່​ເບື້ອງ​ຫຼັງ​ຂອງ​ຄວາມ​ຈະ​ເລີນສີວິ​ໄລ ​ເບື້ອງ​ຫຼັງ​ຂອງ​ຕຶກ​ອ​າຄານ​ທີ່​ຫຼູຫຼາງົດງາມ​ສູງ​ສຽບ​ຟ້າ ຖະໜົນ​ຫົນທາງ​ກ້ວາງ​ໃຫຍ່​ໄດ້​ໄຟ​ຟ້າ​ນ້ຳປະ​ປະ​ສິນຄ້າ​ສົ່ງ​ອອກ​ໄດ້​ມາດຕະຖານ​ສາກົນ​ແລະ​ສິ່ງ​ກໍ່​ສ້າງ​ອື່ນໆ​ທີ່​ຜຸດ​ຂື້ນ​ປານ​ດອກ​ເຫັດ​ຢູ່​ເມືອງ​ໃຫຍ່ໆ​ຂອງ​ຈີນ​ນັ້ນລ້ວນ​ແຕ່​ມີ​ສ່ວນ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ​ຂອງ​ແຮງ​ງານ​ຊາວ​ກະສິກອນ​ທີ່​ທັງ​ທຸກ​ຍາກທັງ​ການ​ສຶກສາ​ຕ່ຳ, ​ເຂົາ​ເຈົ້າ​ເຫຼົ່າ​ນີ້​ຫຼາຍ​ຮ້ອຍ​ລ້ານ​ຄົນ​ລຸ​ຫຼັ່ງ​ເທ​ເຂົ້າສູ່​ຕົວ​ເມືອງ​ເພື່ອ​ຫາ​ວຽກ​ເຮັດ​ງານ​ທຳ ​​ແຕ່​ຢູ່​ເບື້ອງ​ຫຼັງ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຍັງ​ມີ​ພໍ່​-ແມ່, ລູກ​ເມຍ ຍາດຕິ​ພີ່ນ້ອງ​ລໍ​ຖ້າ​ຢູ່! ​​ເມື່ອ​ໃກ້າຈະ​ຮອດກກຸດ​ຈີນ​ແນວ​ນີ້​ຈຶ່ງ​ເກີດມີ​ຄຳ​ວ່າ " ມະຫະກຳ​ການ​ເດີນທາງ​ກັບ​ບ້ານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ກໍ​​ເກີ​ດຂື້ນ​ຢູ່​ປະ​ເທດ​ຈີນ!​ ນອກຈາ​ກກຳມະກອນ, ພະນັກງານ​ຊາວ​ຄ້າຂາຍ​ແລ້ວ​ກໍ​ຍັງ​ມີ​ນັກຮຽນ​ນັກ​ສຶກສາ​ອີກ​ທີ່​ລໍຄອຍ​ວັນ​ບຸນ​ນີ້​ເພື່ອ​ເດີນ​ທາງ​ກັບ​ບ້ານ​ເກີດ​ເພື່ອ​ເຕົ້າ​ໂຮມ​ກັບ​ຄອບຄົວ​ເພື່ອ​ສະຫຼອງ​ປີ​ໃໝ່! ​ເປັນ​ເດືອນ 2​ເດືອນ​ມາ​ແລ້ວ​ທີ່​ໄປ​ໃສ​ມາ​ໃສ​ກໍ​ໄດ້​ຍິນ​ແຕ້​ຜູ້​ຄົນ​ໃນ​ຕົວ​ເມືອງ​ລົມ​ກັນ​ຖາມ​ກັນ​ແຕ່​ເລື່ອງ​ປີ້​ລົດ​ເມ ລົດ​ໄຟ​ຢູ່​ໃສ​ລາຄາ​ຖື​ກ ຢູ່​ໃສ​ຊິ​ມີ, ທາງ​ອິນ​ເຕີ​ເນັດ​ເດ ​ເວັບ​ໃດ​ຂາຍ​ຖືກ​ຈະ​ໄດ້​ຍິນ​ຕະຫຼອດ​ເພາະ​ຄົນ​ສ່ວນ​ໃຫຍ່​ທີ່​ເດີນທາງ​ກັບ​ບ້ານ​ແລ້ວ​ຫຼື​ພວມ​ຈະ​ກັບ​ແມ່ນ​ຜູ້​ທີ່ມີ​ລາຍ​ຮັບ​ຕ່ຳ ​ເປັນ​ຜູ້​ມາ​ໃຊ້​ແຮງ​ງານ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ຕາມ​ໂຮງ​ຈັກ​ໂຮງງານ ຕາມ​ໂຄງການ​ກໍ່ສ້າງ​ຕ່າງໆ! ຟັງ​ເພງ! ​ແລ້ວ​ຈະ​ນຳ​ເອົາ​ຄວາມ​ຮູ້ສຶກ​ບາງ​ຄົນ​ມາ​ເວົ້າສູ່​ຟັງ

​ເພງ

ຂະນະ​ນີ້..........................ບັດ​ນີ້​ຈະ​ເອົາ​ຄວາມ​ຮູ້ສຶກຂອງ​ກຳມະກອນ​ແຮງ​ງານ​ເຄື່ອນ​ຍ້າຍ​ຈາກ​ຊົນນະ​ບົດ​ຈີນ​ທີ່​ເຂົ້າມາ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໃຫຍ່​ມາ​ເວົ້າສູ່​ຟັງ​ວ່າ​ເຂົາ​ເຈົ້າ​ຄອງ​ຄອຍ​ໂອກາດ​ນີ້​ຫຼາ​ຍຊ່ຳ​ໃດ? ນັກ​ຂ່າວ​ຈີນ​ໄດ້​ໄປ​ທີ່​ສະຖານີ​ລົດ​​ເມ " ຈີ້​ນຢາງ " ທີ່​ຄັບ​ແຄ​ແອ​ອັດ​ໄປ​ດ້ວຍ​ຜູ້​ໂດ​ຍສານ​ໃນ​ອາ​ທິດ​ຜ່ານ​ມາ ຫຼຽວ​ໄປ​ໃສ​ກໍ​ເຫັນ​ແຕ່​ຜູ້​ໂດ​ຍສານ​ທີ່​ເປັນ​ຄົນ​ຕ່າງ​ຖິ່ນ ທີ່​ລໍຖ້າ​ຂື້ນ​ລົດ​ຢ່າງ​​ໃຈ​ຈົດ​ໃຈ​ຈໍ່!​ ນັກ​ຂ່າວ​ຈີນ​ເລີຍ​ເຂົ້າ​ໄປ​ລົມ​ກັບ​ທ້າວ ​ເລົ່າ​ຢາງ ບ້ານ​ຂອງ​ລາວ​ຢູ່​ເຂດ​ພູດ​ອຍຕ່າງ​ແຂວງ​ພຸ້ນ​ລະ! ລົດ​ໄຟ​ໄປ​ບໍ​ຮອດ​ກໍ​ເລີຍ​ຊື້​ປີ້​ລົດ​ເມ, ລາວ​ວ່າ​ລາວ​ເປັນ​ຊາວນາ​ແຕ່​ວ່າ​ນາ​ແຫ້ງ​​ແລ້ງ​ໂພດຕົ້ນທຶນ​ການ​ຜະລິດ​ກໍ​ສູງ ຈົນ​ຂາດທຶນ​ແລ້ວ​ກາຍ​ເປັນ​ໜີ້​ລາວ​ບໍ່​ມີ​ທາງ​ເລືອກ​ອື່ນ​ກໍ​ເລີຍ​ຕັດສິນ​ໃຈ​ເຂົ້າມາ​ເມືອງ " ​ເວິນ​ໂຈ່​ວ "​​ແຂວງ ​ເຈີ້​ຈ່ຽງ ​ເພື່ອ​ຫາ​ວຽກ​ເຮັດ​ງານ​ທຳ​ເພື່ອ​ສົ່ງ​ເງິນ​ໄປ​ໃຫ້​ຄອບຄົວ ​ເຖິງ​ຈະ​ຢູ່​ໄກກັນ​ກໍ​ຍັງ​ດີ​ກ່ວາ​ບໍ່​ມີ​ເງິນ​ໄຊ້ໜີ້ ບໍ່​ມີ​ເງິນ​ຈຸນ​​ເຈືອ​ຄອບ​ຄົວ​ວ່າ​ຊັ້ນ! ລາວ​ເອົາ​ປີ້​ລົດ​ເມ​ໃຫ້​ນັກ​ຂ່າວ​ເບິ່ງ​ທັງ​ເວົ້າວ່າ: " ພຽງ​ແຕ່​ຄິດ​ວ່າ​ຈະ​ໄດ້​ກັບ​ບ້ານ​ແລ້ວ​ກໍ​ມີ​ຄວາມສຸກ​ຂື້ນ​ມາ​ຢ່າງ​ບອກ​ບໍ່​ຖືກ ​ເພາະວ່າ​ມີ​ຄົນ​ທີ່​ເຮົາ​ຮັກ​ລໍ​ຖ້າ​ຢູ່​ບ້ານ​ສະ​ເໝີ " ລາວ​ວ່າ: ​ແມ່​ຂອງ​ຂ້ອຍ​ອາຍຸ 80 ປີ​ແລ້ວ​ຂອ້ຍຄິດ​ຮອດ​​ແມ່​ຫຼາຍ​ເພາະວ່າ​ເພິ່ນ​ເຖົ້າຫຼ!ຍ​ແລ້ວ ​ແລະ​ປີໜ້າ​ຂ້ອຍ​ກໍ​ຄື​ຊິ​ບໍ່​ໄດ້​ໄປ​ເຮັດ​ວຽກ​ຢູ່​ໄກ​ອີກ​ແລ້ວ​ເພາະ​ເປັນ​ຫ່ວງ​ເພິ່ນ ຢາກ​ເບິ່ງ​ແຍງ​ໃກ້ຊິດ​ເພິ່ນ ຟັງ​​ແນວ​ນີ້​ກໍ​ຮູ້​ລະ​ເນາະທ່ານ​ຜູ້​ຟັງ​ວ່າຈີນ​ກະຕັນຍູ​ຮູ້​ບຸນຄຸ​ນພໍ່-​ແມ່ ຫຼາຍຊ່ຳ​ໃດ!​ ​ເມື່ອ​ຮອດ​ເວລາ​ລົດ​ເມ​ຈະ​ອອກ​ແລ້ວ ທ້າວ​ ​ເຫຼົາ​ຢາງ ກໍ​ຫອບ​ຫິ້ວພາຍ​ມະ​ລຸງ​ຕຸ​ງນັງຂື້ນລົດ​ເມ​ລາວ​ວ່າ​ນອກຈາກ​ຂອງຝາກ​ຂອງຕ້ອນ​ເລັກໆ​ນ້ອຍໆ​ໃຫ້​ກັບ​ແມ່​ກັບ​ເມຍ​ແລ້ວ​ກໍ​ຍັງ​ມີ​ເກີບ​ອ່າວ​ງາມ 3ຄູ່​ທີ່​ລາ​ວທ້ອນ​ເງິ​ນຊື້​ໄປ​ຕ້ອນ​ລູກໆ​ໃນ​ມື້​ປີ​ໃໝ່! ນີ້​ເປັນ​ແຮງ​ງານ​ເຄື່ອນ​ຍ້າຍ​ຜູ້​ໜຶ່ງ​ທທີ່​ນັກ​ຂ່າວ​ຈີນ​ໄດ້​ເຫັນ​ໄດ້​ລົມ​ນຳ​ໄດ້​ສຳຜັດ​ຄວາມ​ຮູ້ສຶກ​ດີ​ໃຈ​ແລະ​ຄອງ​ຄອຍ​ລົດ​ເມ​ຈະ​ອອກ​ນອກ​ນັ້ນສະຖານີ​ລົດ​ເມ​ກໍ​ແອ​ອັດ​ໄປ​ດ້ວຍ​ຜູ້​​ໂດຍສານ​ທີ່​ມີ​ຄວາມ​ຮູ້ສຶກ​ຄື​ກັບ​ ທ້າວ ​ເຫຼົາ​ຢາ​ງ ນິລະ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈຶ່ງ​ລົມ​ກັນ​ຕໍ່

​ເພງ

ຟັງ​ເພງ​ແລ້ວ​ໜຸ່ມ​ໃຫຍ່​ຈະ​ລົມ​ສູ່ຟັງ​ຕໍ່​ກ່ຽວ​ກັບ​ຄວາມ​ກະຕືລື​ລົ້ນ ຄວາມ​ດີ​ໃຈຄອງຄອຍຂອງ​ກຳມະກອນ, ພະນັກ​ງານ​ລັດ-​ເອກະ​ຊົນ, ​ແມ່​ຄ້າ​ຊາວ​ຂາຍ ຫຼື ນັກຮຽນ​ນັກ​ສຶກສາ​ຈີນ​ທີ່​ພັດ​ພາກ​ຈາກ​ຄອບຄົວ ພໍ່-​ແມ່ ລູກ ຜົວ ​ເມຍ ​ແລ້ວ​ຈະ​ໄດ້ກັບ​ບ້ານ​ໄປ​ເຕົ້າ​ໂຮມຄອບຄົວ​ສະຫຼອງ​ບຸນ​ກຸ​ດຈີນທີ່​ຈະ​ມາ​ຮອດ​ນີ້! ຄອບຄົວ​ແລ້ວ​ແມ່ນ​ຄຳ​ສັບ​ທີ່​ມີ​ຄຸນຄ່າ​ຫຼາຍສຳລັບ​ຄົນ​ຈີນ ວັດທະນະທຳ​ຈີນ ​ເພາະວ່າ​ເຂົາ​ເຈົ້າມີ​ຄວາມ​ເຊື່ອ​ວ່າ: ຊີວິດ​ຄົນ​ກໍ​ຄື​ກັບຕົ້ນ​ໄມ້ ມັນ​ຈະ​ເຕີບ​ໃຫຍ່​ສູງ​ເທົ່າ​​ໃດ​ກໍ​ບໍ່​ສຳຄັນ​ທໍ່​ກັບ​ຮາກ​ທີ່​ແຜ່​ຍາວ​ອອກ​ໄປ ຄົນ​ທີ່​ຫຼົງ​ລື​ມບັນພະ​ບູລຸດ ກໍ​ປຽບ​ກັບຕົ້ນ​ໄມ້​ທີ່​ບໍ່​ມີ​ຮາກ ຍາກ​ທີ່​ຈະ​ຈະ​ເລີ​ນ​ເຕີບ​ໂຕ​ງ​ອກງາມ ​ແລະ ບຸນ​ກຸດ​ຈີນ​ນີ້​ກໍ​ຖື​ວ່າ​ເປັນ​ຮີດຄອງ​ປະ​ເພນີທີ່​ເກົ່າ​ແກ່ຍາວ​ນານ​ມາ​ແລ້ວ​ຂອງ​ຄົນ​ຈີນ​ທີ່​ສະທ້ອນ​ໃຫ້​ເຫັນ​ຄວາມ​ຮັກ ຄວາມ​ຜູກ​ພັນ​ຂອງ​ຄອບຄົວ​ທີ່​ເປັນ​ຮາກ​ຖາ​ນຊີວິດ​ແລະ​ເຄີຍມີ​ຄົນ​ເວົ້າວ່າ​ຫາກ​ຄົນ​ປະ​ເທດ​ອື່ນ​ຢາກ​ຮູ້​ຈັກ​ຄົນ​ຈີນ​ດີ​ຄວນ​ຈະ​ເລີ່ມຕົ້ນຈາກ​ບຸນ​ກຸດ​ຈີນ​ນິລະ! ​ເປັນ​ຫຍັງ​ຈຶ່ງ​ວ່າ​ຊັ້ນ? ກໍ​ຍ້ອນ​ວ່າ​ພິທີກຳ ພິທີການ ກິ​ດຈະ​ກຳ​ຕ່າງໆ​ທີ່​ຈັດ​ທີ່ມີ​ໃນ​ໄລຍ​ະບຸນ​ກຸ​ດຈີນ​ນີ້ ຈະ​ສະທ້ອນ​ໃຫ້​ເຫັນ​ປັດ​ຊະ​ຍາຂອງ​ການ​ຢູ່​ຮ່ວມ​ກັນ​ຂອງ​ຄອບຄົວ​ຄົນ​ຈີ​ທ່າມກາງ​ສັງຄົມ​ທີ່​ປ່ຽນ​​ແປງ​ໄປ​ຕາມ​ການ​ເວລາ ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ຊີວິດ​ຂອງ​ຜູ້​ຄົນ​ສະພາບ​ຕົວ​ເມືອງ​ລະບົບ​ຄົມມະນາຄົມ ຫຼື ປະ​ເພນີ​ປະຕິ​ບັດ​ຕ່າງໆ​ທີ່​ມີ​ການ​ປັບ​ແດ່​ແລະ​ບາງ​ອັນ​ກໍ​ປ່ຽນ​ຫຼາຍ​ແຕ່​ຈະ​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຄົນ​ຕ່າງປະ​ເທດ​ຫຼື​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຈີນ​ສາມາດ​ຮຽນ​ຮູ້​ຫົວ​ໃຈ​ຂອງ​ຄົນ​ຈີນ​ໄດ້​ໃນ​ໄລຍະ​ເວລາ​ສັ້ນໆ 10 ມື້​ນິລະ​ວ່າ​ຄົນ​ຈີນ​ມີ​ຄວາ​ມຮັກ​ຄວາມ​ຜູກ​ພັນຕໍ່ຄອບຄົວ​ໜ້ອຍ​ຫຼາ​ຍຊ່ຳ​ໃດ? ມີ​ນັກ​ສຶກສາ​ທີ່​ເຂົ້າມາ​ຮຽນ​ໃນ​ເມືອງ​ຄົນ​ໜຶ່ງ​ເລົ່າ​ປະສົບ​ການ​ຕອນ​ເມືອ​ຢາມ​ບ້ານ​ເທື່ອ​ທຳ​ອິດ​ໃນ​ໂອກ​າດບຸນ​ກຸດ​ຈີນ​ສູ່​ຟັງ​ວ່າ: ຕອນ​ນັ້ນລາວ​ໄດ້​ປີ້​ຢືນ​ເພາະ​ປີ້ນັ່ງ​ໝົດ ຊອກ​ຊື້​ໃສ​ກໍ​ບໍ່​ມີ ລາວ​ຈຶ່ງ​ໄດ້​ຢືນ​ໄປ​ຈົນ​ເກືອບ​ຕ​ະຫຼອດ​ທາງ ບໍ່​ແມ່ນ​ຢືນ​ລ້າໆ​ໄດ໋ ທາງ​ຫຼັງ​ກໍ​ເປ້​ຖົງ​ໜັກ​ຕັ້ງວ່າ 5 ກິ​ໂລ​ໄປ​ນຳ​ອີກ​ດ້ວຍ ບາງ​ເທື່ອ​ກໍ​ໄດ້​ນັ່ງ​ໜ້ອຍ​ໜຶ່ງ​ຂໍ​ບຽດ​ຜູ້​ໂດຍສານ​ຜູ້​ອື່ນໆ​ອີກ 3 ຄົນ ສຸດ​ແສນ​ທໍລະ​ມານ​ເພາະ​​ເດີນທາງ​ຫຼາຍ​ຮ້ອຍ​ກິ​ໂລ​ແມັດ​ແຕ່​ປານ​ນັ້ນບັນຍາກາດ​ໃນ​ລົດ​ທີ່​ທັງ​ນັ່ງ​ທັງ​ຢືນ​ນັ້ນບໍ່​ມີ​ໃຜ​ຈົ່ມ​ວ່າ ​ເພາະ​ໃນ​ໃຈ​ຂອງ​ທຸກ​ຄົນ​ຄິດ​ວ່າ: ພວກ​ເຮົາ​ກຳລັງ​ກັບ​ບ້ານ​ແລ້ວ​ທຸກ​ຄົນ​ກໍ​ມີ​ຄວາມສຸກ, ກໍ​ມີ​ຫຼາຍ​ຄົນ​ຫຼາ​ຄວາມ​ຄິດ​ທີ່​ຢາກ​ປັບ​ຢາກ​ປ່ຽນ​ມື້​ພັກ​ຍາວ​ນີ້​ເພື່ອ​ບໍ່​ຢາກ​ໃຫ້​ຜູ້​ໂດຍສານ​ແອ​ອັດ​ຍັດ​ຍຽດກັນຫຼາຍ​ເພາະວ່າ​ມັນ​ມີ​ບັນຫາ​ຫຼາຍ​ລົງ​ທຶນ​ສູງ​ຜູ້​ໂດ​ຍສານ​ກໍທໍລະມານ​ຫຼື​ບາງ​ເທື່ອ​ມັນ​ກໍ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ລຸ​ລັ່ງທັງ​ເທ​ກັບ​ຫັ້ນຈົນ​ເປັນ​ຄື້ນມະນຸດ​ໃນ​ຍາມ​ບຸນ​ກຸດ​ຈີນ​ແນວ​ນີ້! ​ແຕ່​ໃນ​ຄວາມ​ຄິດ​ຄວາມ​ເຊື່ອ​ດ້ານ​ວັດທະນະທຳ​ແລ້ວ​ຄົນ​ຈີນ​ຍັງ​ສືບ​ທອດ​ທຳນຽມ​ປະຕິ​ບັດ​ອັນ​ເກົ່າ​ແກ່​ທີ່​ໃຫ້​ຄວາມ​ສຳຄັນ​ແກ່ " ຄອບຄົວ " ​ແລະ​ຄວາ​ມຜູກ​ພັນ​ກັບ​ບ້ານ​ຍິ່ງ​ກ່ວາ​ສິ່ງ​ອື່ນ​ໃດ​ຢ່າງ​ບໍ່​ເຄີຍ​ຈືດຈາງ ​ເຖິງ​ການ​​ເດີນທາງ​ຈະ​ຍາກ​ລຳບາກ​ເທົ່າ​ໃດ​ກໍ​ບໍ່​ສົນ​ໃຈ ຂໍ​ແຕ່​ໄດ້​ກັບ​ໄປ​ເຕົ້າ​ໂຮມ​ກັບ​ຄອບຄົວ​ໃນ​ຍາມ​ກຸດ​ຈີນ​ກໍ່​ດີ​ໃຈ​ແລ້ວ! ​ຟັງ​ເພງ​ອີກ​ກ່ອນ​ເນາະ​ແລ້ວຈະ​ເອົາ​ເລື່ອງ​ວີ​ດີ​ໂອສັ້ນ ຫຼື ຄຼິບວີ​ດີ​ໂອ​ອັນ​ໜຶ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຄົນ​ຈີນ​ຫຼາຍ​ລ້ານ​ຄົນ​ມາ​ເວົ້າສູ້​ຟັງ​ກ່ຽວ​ກັບ​ການ​ເດີນ​ທາງ​ກັບ​ບ້ານ​ໂອກາດ​ບຸນ​ກຸດ​ຈີນ​ນີ້​ລະ!

​ເພງ

ຂະນະ​ນີ້................ ! ​ເອົາ, ບັດ​ນີ້​ຈະ​ເອົາ​ເລື່ອງ​ຄຼິບວີ​ດີ​ໂອສັ້ນ 5ນາທີ​ທີ່​ມີ​ຄົນ Post ຂື້ນ​ເວັບ​ໄຊ​ວີ​ດີ​ໂອ​ດັງ​ຂອງ​ຈີນ, ​ໂດຍ​​ໃສ່​ຫົວ​ຂໍ້​ວ່າ: " 1 ຄອບຄົວ 2 ບ່ອນຢູ່ "​ໂດຍ​ເປັນ​ພາບ​ຂອງ​ກຳມະກອນ​ຊາຍ​ຜູ້​ໜຶ່ງ​ຢືນ​ໃກ້​ສະຖານີ​ລົດ​ເມ​ຍ້ອນ​ຄວາມ​ດີ​ໃຈ​ທີ່​ຈະ​ໄດ້​ກັບ​ບ້ານ​ໄປ​ຫາ​ຄອບຄົວ​ປີ​ລະ​ເທື່ອ​ຍ້ອນ​ຄວາມ​ພັດ​ພາກ​ຈາກ​ກັນ​ເພື່ອ​ມາ​ສ້າງ​ຊີວິດ​ແລະ​ອະນາຄົດ!​ ວີ​ດີ​ໂອສັ້ນນີ້​ມີ​ຄົນ​ເອົາ​ຂື້ນ​ເວ​ບ​ໄຊ​ດັ່ງ​ນີ້​ພຽງ 7 ຊົ່ວ​ໂມງ​ເທົ່າ​ນັ້ນກໍ​ມີຄົນ​ກົດ​ເຂົ້າ​ໄປ​ເບິ່ງ​ເກືອບ​ເຄີ່ງ​ລ້າຍ​ຄົນ​ແລ້ວ ມາ​ຮອດ​ມື້​ນີ້​ກໍ​ຄື​ຊິ​ມີ​ຫຼາຍລ້ານ​ຄົນ​ລະຕິ? ມັນ​ເປັນຄຼິບສັ້ນໆ​ແຕ່​ມັນ​ສະທ້ອ​ນ​ໃຫ້​ເຫັນ​ເຖິງ​ຄວາມ​ໂດດດ່ຽວ​ຂອງ​ການ​ພັດ​ພາກ​ຈາກ​ຄອບຄົວ​ຍ້ອນ​ຄວາມ​ຈຳ​ເປັນ​ແລະ​ຄວາມ​ຄອງ​ຄອຍ​ທີ່​ຈະ​ໄດ້​ພົບ​ໜ້າ​ພໍ້​ຕາ​ກັນ​ພຽງ​ແຕ່​ປີ​ລະ​ເທື່ອ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ນີ້​ເທົ່າ​ນັ້ນມັນ​ເລີຍ​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ໃຫ້​ຜູ້​ທີ່​ບີບ​ເຂົ້າ​ໄປ​ເບິ່ງ​ຫຼາຍ ນອກຈາກ​ພາບ​ຢືນ​ໃຫ້​ໃນ​ມື​ຖື​ປີ້​ລົດ​ທີ່​ເປັນ​ປີ້​ຢືນ​ແລ້ວ​ກຳມະກອນ​ບາງ​ຄົນ​ກໍ​ໄດ້​ລະບາຍ​ເຖິງ​ຄວາມສຸກ​ທີ່​ຈະ​ໄດ້​ກັບ​ບ້ານ​ເຖິງ​ຈະ​ເປັນ​ປີ້​ຢືນ​ກໍ​ຕາມ​ບາງ​ຄົນ​ກໍ​ກ່າວ​ຂອບ​ໃຈ​ນາຍ​ຈ້າວ​ງ ຂອບ​ໃຈ​ລັດຖະບານ ຂອບ​ໃຈ​ສື່​ມວນ​ຊົນ ທີ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຊີວິດ​ກຳມະກອນ​ທຳ​ມະ​ດາ​ຄື​ເຂົາ​​ເຈົ້າ, ບາງ​ຄົນ​ກໍ​ວ່າ​ຈະ​ເປັນ​ປີ້​ນັ່ງ​ປີ້​ຢືນ​ກໍ​ໄດ້​ເພາະ​ຟ້າວ​ເມືອ​ບ້ານ ຂໍ​ແຕ່​ໄດ້​ເມືອກໍສຸກ​ໃຈ​ແລ້ວ​ວ່າ​ຊັ້ນ! ກຳມະກອນ​ຫຼື​ແຮງ​ງານນ​ເຄື່ອນ​ຍ້າຍ​ທີ່​ມາ​ເຮັດ​ວຽກ​ໃນ​ເມືອງທຸກ​ຄົນ​ບອກ​ວ່າ​ຮູ້ສຶກ​ຕື່ນ​ເຕັ້ນຫຼາຍທີ່​ຈະ​ໄດ້​ພົບ​ຄອບຄົວ​ທີ່ຢູ່​ພ້ອມ​ໜ້າ​ພ້ອມ​ຕາ​ແລ​ະດີ​ໃຈ​ຫຼາຍ​ທີ່ຈະ​ໄດ້​ເອົາ​ເງິນ​ທີ່​ທ້ອນ​ຈາກ​ຢາດ​ເຫື່ອ​ແຮງ​ງານ​ເຮັດ​ວຽກ​ໜັກ​ໄປ​ໃຫ້​ຄອບຄົວ​ທີ່​ເຂົາ​ເຈົ້າຮັກ​ແລະ​ກຳລັງ​ລໍຄອຍ​ເຂົາ​ເຈົ້າຢູ່. ຟັງ​ແລ້ວ​ໜຸ່ມ​ໃຫຍ່​ບໍ່​ໄດ້​​ເປັນ​ແນວ​ນັ້ນກໍ​ຮູ້ສຶກ​ຕື່ນ​ຕັນ​ໃຈ​ສະທ້ອນ​ອາລົມ​ຫຼາຍ​ຄື​ກັນ!​ ຫວ່າງ​ບໍ່​ດົນ​ມາ​ນີ້​ສຳນັກ​ຂ່າວ​ຊິນ​ຮວາ​ກໍ​ໄດ້​ອອກ​ຂ່າວ​ການ​ຈັດ​ກິດຈະກຳ " 1 ຄອບຄົວ 2ບ່ອນຢູ່ " ຢູ່​ຄື​ກັນ​ເພື່ອສະທ້ອນ​ໃຫ້​ເຫັນ​ປະ​ກົດ​ການ​ຂອງ​ສັງຄົມ​ກ່ຽວ​ກັບ​​ແຮງ​ງານ​ເຄື່ອນ​ຍ້າຍ​ຈາກ​ຊົນນະບົດ​ເຂົ້າມາ​ເຮັດ​ວຽກ​ໃນ​ເມືອງ​ຫຼາຍຮ້ອຍ​ລ້ານ​ຄົນ ​ແລ້ວ​ຈີນ​ປະຈຸ​ບັນ​ນີ້​ກໍ​ມີ​ເດັກນ້ອຍ​ປະມານ 58 ລ້ານ​ຄົນ​ພຸ້​ນ​ໄດ ທີ່​ຕ້ອງ​ໄດ້​ຢູ່​ກັບ​ພໍ່​ຕູ້​ແມ່ຕູ້​ຫຼື​ຍາດ​ພີ່ນ້ອງ​ຍ້ອນ​ພໍ່​ແມ່​ຕ້ອງ​ເຂົ້າ​ໄປ​ເຮັດ​ວຽກ​ຫາ​ເງິນ​ໃນ​ຕົວ​ເມືອງ​ທີ່​ຫ່າງ​ໄກ!​ ​ເອົາ, ຟັງ​ລາຍການ​ຄືນ​ນີ້​ແລ້ວ​ກໍ​ຄິດ​ວ່າ​ມິດ​ລາຍການ​ທຸກ​ທ່ານ​ຈະ​ໄດ້​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ຄຳ​ວ່າ " ຄອບຄົວ " ​ແລະ​ຄຳ​ວ່າ " ບ້ານ " ວ່າ​ມັນ​ສຳຄັນ​ຕໍ່​ຊີ​ວິດ​ຂອງ​ຄົນ​ຈີນ​ຊ່ຳ​ໃດ? ​ໂດຍ​ສະ​ເພາະ​ໂອກ​າດບຸນ​ກຸດ​ຈີນ​ທີ່​ຈະ​ມາ​ເຖິງນີ້!

​ຈົບ