ບ້າ​ເລ​ກ

(GMT+08:00) 2012-02-27 10:46:34     cri
ນາງ​ຕູ່​ ​ພໍ​ຮອດ​ຍາມ​ເລກ​ຊິ​ອອກ​ນີ້ ​ຕ້ອງ​ຮ້ອນຮົນ​ຫາ​ແຕ່​ເລກ​ເດັດ ​ແຕ່​ກໍ​ບໍ່​ຖືກ​ຈັກ​ເທື່ອ​ຈື່ງ​ຈົ່ມ​ຢູ່​ຜູ້​ດຽວ​ວ່າ: ຊື້​ເລກ​ປາ​​ໃຫ່ຍ ພັດ​ໄປ​ອອກ​ປາ​ນ້ອຍ, ຊື້​ເລກ​ປາ​ນ້ອຍ ພັດ​ໄປ​ອອກປາ​​ໃຫ່ຍ, ຊື້​ເລກ​ຫອຍ ​ພັດ​ໄປ​ອອກ​ເລກ​ຫ່ານ, ຊື້​ເລກ​ອາຈານ​ເປົາ​ຫມາກ​ຫົກ​ ພັດ​ໄປ​ອອກເປົາ​ຫມາກ​ເຈັດ, ຊື້​ເລກ​ເດັດ​ເຈັດ​ແປດ​ເກົ້າ ​ພັດ​ໄປ​ອອກ​ເລກ​ເຕົ່າຫ້າຫົກ​ເຈັດ. ເບື່ອ​ເດຊີວິດ​ນີ້.

ທາງ​ຜົວ​ໄດ້​ຍິນ​ຈື່ງ​ເວົ້າ​​ໃຫ້​ວ່າ: ຢ່າ​ຈົ່ມ! ຢ່າ​ຈົ່ມ! ມໍ່​ແລ້ວ! ມໍ່​ແລ້ວ! ຊື້​ອີກ! ຊື້​ອີກ!

ເມຍ​ເວົ້າວ່າ: ​ແມ່ນ​ຊັ້ນ​ບໍ່ ​ມໍ່​ຊິ​ຖືກ​ແລ້ວ​ຫວະ!

ຜົວ​ເວົ້າວ່າ: ​ເອີ້! ມໍ່​ມື​ງຊິ​ທຸກ​ແລ້ວ, ຮ່າ…..ຮ່າ…..