Faith Hill

(GMT+08:00) 2012-02-29 16:02:25     cri


ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງຍິງ ທີ່ປະສົບຜົນສຳເລັດໃນການຜະລິດຜົນງານເພງ ກັບຍອດຂາຍຫລາຍກວ່າ40ລ້ານແຜ່ນໃນທົ່ວໂລກ ! ນອກນັ້ນຍັງມີ 8ເພງດັງ ແລະ3ອະລາບ້ຳ ທີ່ເຄີຍຂື້ນຢູ່ອັນດັບ1ໃນອາເມຣິກາ ຫລືວ່າ Billboards ! ມາຮູ້ຈັກສາວຄົນນີ້ Audrey Faith Perry ຫລືຮູ້ຈັກກັນໃນນາມ Faith Hill ນັ້ນເອງ !

ລ: Faith Hill ເປັນນັກຮ້ອງດັງທີ່ເກີດໃນເມືອງ Ridgeland, ລັດ Mississippi ສະຫາລັດອາເມຣິກາ ! ເກີດວັນທີ 21ສິງຫາ1967 ທີ່ຫລົງໃຫລໃນການຮ້ອງເພງໃນແບບ Country Pop ຄ້າຍໆຄືກັບສາມີຄື: Tim McGraw ນັກຮ້ອງດັງຂອງລັດ Louisiana ທີ່ມີຍອດຂາຍຫລາຍກວ່າ40ລ້ານແຜ່ນ ສະເພາະໃນອາເມຣິກາ ເຊິ່ງທັງ2ໄດ້ແຕ່ງງານກັນໃນວັນທີ6ຕຸລາ1996 ທີ່ລັດ Louisiana ບ້ານເກີດຂອງ McGraw .

ນ: Faith Hill ປະສົບຜົນສຳເລັດຕັ້ງແຕ່ມີການປ່ອຍອະລາບ້ຳທຳອິດ Take Me As I Am ອອກມາໃນປີ1993 ເຊິ່ງໃນນັ້ນກໍ່ມີເພງດັງ Wild One ທີ່ຂື້ນຢູ່ອັນດັບ1ຂອງອາເມຣິກາເປັນໄລຍະເວລາ4ອາທິດເຕັມໆ ! ນອກນັ້ນ ຍັງເປັນ1ໃນອະລາບ້ຳເພງຄຸນນະພາບທີ່ແຟນເພງທົ່ວອາເມຣິກາໃຫ້ຄວາມສົນໃຈເປັນພິເສດ ກັບຍອດຂາຍ3ລ້ານແຜ່ນໃນອະລາບ້ຳດັ່ງກ່າວ !

(ເພງ)

ນ: Faith Hill ກ້າວເຂົ້າສູ່ວົງການເພງໃນປີ1993 ໃນນາມສັງກັດຂອງຄ້າຍເພງໃຫຍ່ໃນອາເມຣິກາ Warner Bros Records ທີ່ສ້າງຕັ້ງຂື້ນໃນປີ1958 ໂດຍມີສຳໜັງງານໃຫຍ່ຕັ້ງຢູ່ເມືອງ Burbank ລັດແຄລິຟໍເນຍ ! ແລະກໍ່ເປັນຄ້າຍເພງທີ່  Faith Hill ຢູ່ມາຈົນຮອດປັດຈຸບັນ ເປັນໄລຍະເວລາເກືອບ20ປີໃນການຜະລິດຜົນງານເພງອອກມາສູ່ຜູ້ຟັງ !

ລ: ເຊິ່ງປັດຈຸບັນກໍ່ໄດ້ມີຜົນງານເພງອອກມາທັງໝົດ 11ອະລາບ້ຳ ໃນນັ້ນກໍ່ມີ: Take Me as I Am(1993), It Matters to Me(1995), Piece of My Heart,  Faith, Breathe, There You'll Be, Cry(2002) , Fireflies, Joy to the World(2008) ແລະອະລາບ້ຳລ່າສຸດທີ່ຫາກໍ່ປ່ອຍອອກມາໃນປີ2012ນີ້: Illusion !

ນ: ນອກນັ້ນ Faith Hill ຍັງເປັນນັກຮ້ອງທີ່ໄດ້ຮັບຫລາຍກ່ວາ30ລາງວັນຈາກງານຕ່າງໆ ບໍ່ວ່າຈະເປັນລາງວັນນັກຮ້ອງໜ້າໃໝ່ດີ່ເດັ່ນຂອງງານ Academy of Country Music Awards ! ລາງວັນນັກຮ້ອງເພງCountryດີເດັ່ນໃນງານຊິງລາງວັນຂອງGrammy, ລາງວັນອະລາບ້ຳເພງດີເດັ່ນ ແລະອີກຫລາຍລາງວັນ !