Sarah Brightman ​ແລະ Jacky Chan

(GMT+08:00) 2012-02-29 16:24:58     cri


ນ: ສຳລັບມື້ນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວນ້ອຍ ໄວອາຍຸ12ປີ ທີ່ເຄີຍຜ່ານເຂົ້າສູ່ຮອບສຸດທ້າຍໃນການປະກວດຮ້ອງເພງໃນລາຍການ America's Got Talent ລະດູການທີ5 ທີ່ຈັດຂື້ນໃນປີ2010 ! ແລະກໍ່ເກືອບຈະໄດ້ເປັນຜູ້ຊະນະເລີດໃນລາຍການດັ່ງກ່າວຈາກການນຳເອົາເພງ Time To Say Goodbye ມາຮ້ອງຮ່ວມກັບສິລະປິນຮັບເຊີນ Sarah Brightman ນັກຮ້ອງສາວຄວາມສາມາດຈາກປະເທດອັງກິດ !

ລ: ແລະສິລະປິນທີ່ພວກເຮົາເອົາມາແນະນຳມື້ນີ້ກໍ່ແມ່ນ Jackie Evancho ນັກຮ້ອງສາວນ້ອຍທີ່ເຕັມໄປດ້ວຍພອນສະຫວັນໃນການຮ້ອງເພງ ກັບເຈົ້າຂອງຕຳແໜ່ງອັນດັບທີ່2 ໃນລາຍການAmerica's Got Talent ທີ່ຈັດຂື້ນໃນປີ2010ນັ້ນເອງ ! ສ່ວນຜູ້ຊະນະເລີດໃນລາຍການດັ່ງກ່າວກໍ່ເປັນ Michael Grimm ນັກຮ້ອງລຸ້ນພໍ່ ໄວອາຍຸ32ປີ ທີ່ນຳເອົາເພງ When a Man Loves a Woman ມາຮ້ອງໃນມື້ຊິງ ເພື່ອເປັນຂອງ ຂວັນໃຫ້ກັບແຟນຂອງລາວເອງ Lucie ທີ່ມາໃຫ້ກຳລັງໃຈໃນງານມື້ນັ້ນ !

ນ: Jackie Evancho ເປັນນັກຮ້ອງສາວນ້ອຍຜູ້ທຳອິດທີ່ໄດ້ເປັນທີ2 ໃນລາຍການ America's Got Talent ກັບໄວອາຍຸ10ປີ ຈາກຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫລາຍພັນຄົນ ທີ່ສ່ວນຫລາຍເປັນຜູ້ສະໝັກໄວກາງຄົນ ແລະໄວອາຍຸລຸ້ນພໍ່ຂອງລາວເອງ ! ເຊິ່ງປັດຈຸບັນ ກໍ່ກາຍເປັນສາວນ້ອຍໄວອາຍຸ12ປີ ເກີດໃນວັນທີ 9ເມສາ2000 ທີ່ລັດເພນຊູວາເນຍ ສະຫາລັດອາເມຣິກາ ! ແລະກາຍເປັນຂວັນໃຈຂອງລາຍໆຄົນທົ່ວອາເມຣິກາ !

(ເພງ)

ນ: Jackie Evancho ພາຍຫລັງທີ່ສາມາດຄ້ວາໄດ້ຕຳແໜ່ງທີ2 ຈາກການຮ້ອງເພງໃນລາຍການ America's Got Talent ທີ່ຈັດຂື້ນໃນ Los Angeles ສະຫາລັດອາເມຣິກາ ! ຈາກນັ້ນບໍ່ພໍເທົ່າໃດເດືອນ Jackie ກໍ່ໄດ້ມີການສະແດງຮວ່ມກັບ Michael Grimm ທີ່ເປັນຜູ້ຊະນະເລີດໃນປີດັ່ງກ່າວ ແລະຜູ້ສະໝັກຫລາຍຄົນກັບງານ America's Got Talent national tour ທີ່ມີການສະແດງຕາມເມືອງໃຫຍ່ຕ່າງໆ 25ເມືອງ ທົ່ວອາເມຣິກາ !

ລ: ແລະປັດຈຸບັນ ສາວນ້ອຍຄົນນີ້ໄດ້ມີຜົນງານເພງເປັນຂອງຕົນເອງອອກມາທັງໝົດ 5 ອະລາບ້ຳ ເປັນຕົ້ນກໍ່ມີອະລາບ້ຳທຳອິດທີ່ປ່ອຍອອກມາໃນປີ2009: Prelude to a Dream, O Holy Night(2010) ແລະພິເສດໃນປີ2011ໄດ້ມີການປ່ອຍ 3ອະລາບ້ຳອອກມາພ້ອມກັນ ພາຍຫລັງເປັນທີຮູ້ຈັກໃນການເຂົ້າຮ່ວມໃນລາຍການ America's Got Talent ແລະສາມາດຍາດໄດ້ຕຳແໜ່ງອັນດັບທີ2 ໃນນັ້ນກໍ່ມີອະລາບ້ຳ: Dream with Me, Dream with Me in Concert ແລະ Heavenly Christmas !


ນ: ແລະນອກຈາກຄວາມສາມາດໃນການຮ້ອງເພງແລ້ວ, Jackie Evancho ຍັງໄດ້ພັດທະນາຄວາມສາມາດຂອງຕົນເອງໄປສູ່ການສະແດງ ທັງໃນMusic Video, ລະຄອນໂທລະພາບ ແລະຮູບເງົາ ເປັນຕົ້ນກໍ່ມີເລື່ອງ Wizards of Waverly Place ທີ່ມີການສາຍອອກໄປທົ່ວອາເມຣິກາໃນປັດຈຸບັນ, The Company You Keep ທີ່ເປັນເລື່ອງດັງລະດັບ Hollywood ! ນອກນັ້ນ ຍັງເປັນສາວນ້ອຍທີ່ເຄີຍຮ້ອງເພງຮ່ວມກັບປະທານາທິບໍດີຂອງອາເມຣິກາ: Barack Obama ໃນວັນຄຣີສມາດປີ2010ນຳອີກ !
 
Chen Long  ຫຼື  ເປັນທີ່ຮູ້ຈັກກັນໃນທົ່ວໄປ ແມ່ນ Jacky Chan ສິລິປິນ  ທີ່ຫຼາກຫຼາຍຄວາມສາມາດ ລະດັບແຖວໜ້າ ຂອງປະເທດຈີນ ທີ່ມີຜົນງານອັນໂດດເດັ່ນ ແລະ ໂດ່ງດັ່ງໄປສູ່ທົ່ວໂລກ  Chen Long  ມີອີກຊື່ໜຶ່ງນັ້ນ ແມ່ນ Chen Gang Sheng ເກີດໃນຮົງກົງຂອງຈີນ ໃນວັນທີ 7 ເມສາ ປີ 1954 ອາຍຸປັດຈຸບັນ 57 ປີ

Cheng Long ປະກອບຫຼາກຫຼາຍອາຊີບ ໃນວົງການບັນເທີງ ນອກຈາກການເປັນນັກຮ້ອງແລ້ວ ຍັງເປັນ  ນັກສະແດງ   ນັກອອກແບບທ່າເຕັ້ນ   ນັກສະແດງສິລະປະການຕໍ່ສູ້  ເປັນຜູ້ກຳກັບການສະແດງ  ຜູ້ຜະລິດຮູບເງົາ ເອີ້ນໄດ້ວ່າ ກວມເອົາເກືອບທຸກສາຂາອາຊີບ ໃນວົງການບັນເທີງກໍວ່າໄດ້
 
Chen Long  ເລີ່ມຕົ້ນກັບການສະແດງ ໃນປີ 1960 ແລະ ມາຈົນເຖິງ ປັດຈຸບັນ ແມ່ນມີເຖິງ  100 ກວ່າເລື່ອງ chen Long ໄດ້ຮັບລາງວັນ ແລະ ການບັນທຶກຊື່ລົງ Hong Kong Avenue Of  Star s ແລະ Hollywood  Walk Of Fame ໃນຖານະ ທີ່ເປັນເຄື່ອງໝາຍ ທາງວັດທະນະທຳ ເປັນບຸກຄົນ ທີ່ເຜີຍແຜ່ ວັດທະນະທຳອັນດີງາມ ຜ່ານການສະແດງ ໃນດ້ານການຮ້ອງເພງ Cheng Long ເລີ່ມມີຜົນງານເພງອອກມາ ນັບແຕ່ ປີ 1980 ເປັນນັກຮ້ອງທີ່ປະສົບຄວາມສຳເລັດສູງ ໃນຮົງກົງຂອງຈີນ ແລະ ໃນອາຊີ  ທີ່ປ່ອຍ ອະລະບ້ຳ ອອກມາ ຫຼາຍເຖິງ 20 ກວ່າຊຸດ ກັບຮູບແບບການຮ້ອງ ທີ່ຫຼາກຫຼາຍ ແລະ ເປັນເອກະລັກ ທີ່ມີທັງ ເພງ ພາສາຈີນກາງ  ພາສາຈີນກວາງຕຸ້ງ  ພາສາຈີນໄຕ້ຫວັນ ພາສາຍີ່ປຸ່ນ ແລະ ພາສາອັງກິດ 

ພ້ອມທັງມີຜົນງານເພງ ທີ່ໃຊ້ປະກອບໃນຮູບເງົາຫຼາຍເລື່ອງ  ແລະຄວ້າໄດ້ຫຼາກຫຼາຍລາງວັນ ຈາກຫຼາກຫຼາຍສາຂາ ໃນວົງການບັນເທີງທັງພາຍໃນ ແລະ ກໍສາກົນ  ລ່າສຸດ ກັບ 3 ລາງວັນ ທີ່ສາມາດຄວ້າມາໄດ້ ຈາກຮູບເງົາ ເລື່ອງ The Karate Kid ໃນປີ 2011