ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ຈະ​ເຈາະ​ສົງ​ປຶກສາ​ຫາລື​ບັນຫາ​ສຳຄັນ​ຂອງ​ສັງຄົມ

(GMT+08:00) 2012-03-03 14:18:56     cri

ວັນ​ທີ 3 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດຈີນ​​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ. ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ມີນາ​ນີ້, ທ່ານ​ຈ້າວ​ສີ​ເຈິ້ງ, ​ໂຄສົກ​ຂອງ​ກອງ​ປະ​ຊຸມ​​ໄດ້​​ແຈ້ງສະພາບ​ການ​ທີ່​ກ່ຽວຂ້ອງ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ​ແລະ​ໄດ້​ຕອບ​ຄຳ​ຖາມຈຸດ​ສຸມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ການ​ເມືອງ​ຂອງ​ຈີນ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ​ເຫຼົ່າ​ນີ້, ບໍ່​​ໄດ້​ຫຼີກລ້ຽງຫຍັງ​ເລີຍ​, ລ້ວນ​ແຕ່​ໄດ້​​ໃຫ້​ຄຳ​ຕອບ​ໂດຍ​ກົງ. ທ່າ​ທີ​ເປີດ​ເຜີຍ​ແລະ​ເຊື່ອ​ໝັ້ນ​ຕົນ​ເອງ​ທີ່​ສະ​ແດງ​ອອກ​ໃນ​ການ​ຕອບ​ຄຳ​ຖາມ​ນັ້ນໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ຫຼາຍ​ແຫ່ງ.

ໃນ​​ເວລາ​ຕອບ​ຄຳ​ຖາມ, ທ່ານ​ຈ້າວ​ສີ​ເຈິ້ງ​ຊີ້​ອອກ​ວ່າ:

"​ເລີ່​ມ​ແຕ່​ປະຕິບັດ​ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້, ການ​ປະຕິ​ຮູບ​ລະບົບ​ການ​ເມືອງ​ແລະ​ການ​ປະຕິ​ຮູບ​ເສດຖະກິດ​ຂອງ​ຈີນ​ບໍ່​ໄດ້​ແຍກ​ອອກ​ຈາກກັນ, ຖ້າວ່າ​​ແຍກ​ອອກ​ຈາກກັນ​ແລ້ວ, ການ​ປະຕິ​ຮູບ​ເສດຖະກິດ​ຈະ​ບໍ່ສາມາດ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ໄດ້. ​ແຕ່​ວ່າ​ບໍ່​ວ່າຈະ​ປະຕິ​ຮູບແນວ​ໃດ, ກໍ່​ຕ້ອງ​ດຳ​ເນີນ​ພາຍ​ໃຕ້​ຂອບ​ແຫ່ງການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ."

ສຳລັບກຳມະການ​ສະພາ​ປຶກສາ​ການ​ເມືອງ​ແລ້ວ, ການສະ​ເໜີຍັດຕິ​ແມ່ນ​ວິທີ​ທີ່​ເຂົາ​ເຈົ້າ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ທີ່ບັງ​ເກີດ​ຜົນ​ທີ່​ສຸດ. ທ່ານ​ຈ້າວ​ສີ​ເຈິ້ງ​ກ່າວ​ວ່າ, ​ໃນກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ນີ້, ບັນດາກຳມະການຂອງສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດຍັງ​ມີ​ຄວາມ​ຫ້າວຫັນຫຼາຍ​ໃນ​ການ​ເຂົ້າ​ຮ່ວມ​ການ​ປົກຄອງແລະ​ຫາລື​ວຽກບ້ານ​ການ​ເມືອງ."ທ່ານ​ກ່າວ​ວ່າ:


"ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 2 ມີນາ​ນີ້, ກອງ​ເລຂາ​ຂອງ​ກອງ​ປະຊຸມ​ໄດ້​ຮັບຍັດຕິ 792 ສະບັບແລະ​ຮ່າງ​ປະກອບ​ຄຳ​ເຫັນ 429 ສະບັບ."ທ່ານ​ຈ້າວ​ສີ​ເຈິ້ງ​ຍົກ​ຕົວຢ່າງ​ວ່າ, ​ໃນ​ໜຶ່ງປີຜ່ານມາ​ນີ້, ຂໍ້​ສະ​ເໜີ​ຂອງ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ຫຼາຍ​ທ່ານ​ສະ​ເໜີ​ອອກ່ຽວ​ກັບ​ການຂຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງມີ​ວິທະຍາສາດ​ໄດ້​ສະ​ແດງອອກ​ຢູ່"​ແຜນກາ​ນຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ພັດທະນາ​ຢ່າງ​ປອດ​​ໄສ(2011-2020)" ທີ່​ຮ່າງ​ໂດຍຄະນະ​ກຳມະການ​​ພັດທະນາ​ແລະປະຕິ​ຮູບ​ແຫ່ງ​ລັດ​ຈີນ.