ວຽກ​ງານ​ກະກຽມ​ຕ່າງໆ​ຂອງກອງ​ປ​ະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ​​ກຽມພ້ອມ​ໝົດແລ້ວ

(GMT+08:00) 2012-03-04 15:09:16     cri


 ວັນ​ທີ 4 ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ​ໄດ້​ຈັດ​ກອ​ງປະຊຸມ​ກະກຽມ​ຢູ່​ປັກ​ກິ່ງ. ທ່ານ​ອູ​ປ່າງ​ໂກວ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ແລະ​ປະກາດ​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ມີນາ​ນີ້, ວຽກ​ງານ​ກະກຽມ​ຕ່າງໆ​ຂອງກອງ​ປະຊຸມ​ໄດ້​ກຽມພ້ອມໝົດ​ແລ້ວ.