​ໄຂກອງ​ປະຊຸມຄັ້ງ​ທີ5ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11ຢູ່​ທີ່​ປັກ​ກິ່ງ

(GMT+08:00) 2012-03-05 10:22:55     cri

ຕອນ​ເຊົ້າ​ວັນ​ທີ5​ມີນາ​ນີ້, ກອງ​ປະຊຸມ​​ເທື່ອ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ຜູ້​ນຳ​ປະ​ເທດ​ຈີນ ​ເຊັ່ນທ່ານ​ຫູ​ຈິນທ່າວ, ທ່ານ​ອູ​ປາງ​ກົວ, ທ່ານ​ເວີ່ນ​ເຈ່ຍ​ປາວ, ທ່ານ​ເຈຍ​ຊີ້​ງລິນ, ທ່ານ​ຫຼີສາງ​ຊຸ່ນ, ທ່ານ​ຊີ​  ຈີ້​ນພິງ, ທ່ານ​ຫຼີເຄີ້ຊຽງ, ທ່ານ​ເຮີ້​ກົວ​ຊຽງ, ທ່ານ​ໂຈ່​ວຢົງ​ຄ່າງ​​​ແລະ​ທ່ານອື່ນໆ​ພ້ອມ​ດ້ວຍ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເກືອບ3000​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີ​ໄດ້​ລາຍ​ງານ​ວຽກ​ງານ​ຂອງລັດຖະບານ​ຕໍ່​ກອງ​ປະຊຸມ. ທ່ານ​ກ່າວ​ວ່າ: "ປີ​ນີ້​ແມ່ນ​ປີ​ທີ່​ສຳຄັນສຳລັບ​​​​ແຜນການ5​ປີ​ຄັ້ງ​ທີ12, ທັງ​ແມ່ນ​ປີ​ສຸດ​ທ້າຍ​ທີ່​ລັດຖະບານ​ຊຸດ​ນີ້ດຳລົງ​ຕຳ​ແໜ່​ງ, ລັດຖະບານ​ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ສ້າງ​ຄວາມ​ພໍ​ໃຈ​ໃຫ້​ປະຊາຊົນ."

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ຕ້ອງ​ຖື​​ເອົາການ​ຮັບ​ປະກັນ​ແລະ​ປັບປຸງ​ຊີ​ວິການ​ເປັນຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ໜ້າ​ທີ່​ສຳຄັນ​ຂອງວຽກ​ງານ​ລັດຖະບານ. ລັດຖະບານ​ຈະ​ປັບປຸງ​ໂຄງ​ປະກອບ​ລາຍ​ຈ່າຍ​ການ​ເງິນ​ໃຫ້​ດີ​ຂຶ້ນ, ​​ແລະ​ເອົາ​ໃຈ​ໃສ່​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ຫຼາຍ​ກວ່າ​ເກົ່າ. ​ເປົ້າໝາຍ​ຕົ້ນຕໍ​ຂອງ​ການ​ພັດ ທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ​​ໃນ​ປີ​ນີ້ແມ່ນ: ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນຫຼືGDP​​ເພີ່ມ​ຂຶ້ນ 7,5%, ​​ເພີ່ມ​ການ​ປະກອບ​ອາຊີບ​​ໃໝ່​ໃນ​ຕົວ​ເມືອງ 9ລ້ານ​ຄົນ​ຂຶ້ນ​ໄປ, ຄວບ​ຄຸມ​ໃຫ້​ອັດຕາ​ວ່າງ​ງານ​ໃນ​ຕົວ​ເມືອງ​ພາຍ​ໃນ 4,6%, ຄວບ​ຄຸມ​ໃຫ້ຈັງຫວະ​​ເຕີບ​ໂຕ​ຂອງດັດຊະນີ​ລາຄາ​ຜູ້ບໍລິ​ໂພ​ກຫຼືCPIຢູ່​ປະມານ 4%. ​ລາຍ​ຮັບ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ໃຫ້​ເຕີບ​ໂຕ​ໄປ​​ພ້ອມ​ໆກັບ​ການ​ເຕີບ​ໂຕ​ຂອງ​ເສດຖະ ກິດ.

ໜ້າ​ທີ່​ສຳຄັນ​ຂອງ​ການ​ປະຕິ​ຮູບ​ໃນ​ປີ​ນີ້​ແມ່ນ: ລົງ​ເລິກ​ການ​ປະຕິ​ຮູບ​ລະ​ບຽບການ​ເງິນ​ດ້ານ​ພາສີ, ຊຸກຍູ້​ໃຫ້​ເສດຖະກິດທີ່​ມີ​ລະບອບ​ກຳມະສິດ​ຫຼາຍ​ປະ​ເພດ​ພັດທະນາ​ຮ່ວມ​ກັນ, ລົງ​ເລິກ​ການ​ປະຕິຮູບ​ລາຄາ​ສິນຄ້າ, ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ແບ່ງປັນ​ລາຍ​ຮັບ, ​ຊຸກ​ຍູ້​ການ​ປະຕິ​ຮູບຫົວຫນ່ວຍ​ວິຊາ​ການທີ່​ບໍ່​ສາມາດ​ສ້າງ​ກຳ​ໄລ​​ດ້ວຍ​ຕົນ​ເອງ​​ໂດຍ​ແບ່ງເປັນ​ປະ​ເພດ​ແລະ​ເລັ່ງລັດ​ການ​ປະຕິ​ຮູບຂອງ​ລັດຖະບານ ຢ່າງຕັ້ງຫນ້າ​ແລະ​ໝັ້ນ​ທ່ຽງ.