ສື່​ມວນ​ຊົນ​ແຫ່ງ​ຊາດ​ແລະບຸ​ກຄົນ​ຕ່າງໆ​ຂອງ​ປະ​ເທດ​ອາຊີ​ອາ​ຄະ​ເນ​ເອົາ​ໃຈ​ໃສ່​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ທີ11 ຂອງຈີນ

(GMT+08:00) 2012-03-05 16:08:23     cri
ຕາມ​ຂ່າວCRI: ວັນ​ທີ5ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ5ຂອງສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດຈີນ​ຊຸດ​ທີ11​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ສື່​ມວນ​ຊົນ​​ແຫ່ງ​ຊາດແລະ​ບຸກຄົນກ່ຽວຂ້ອງ​ຂອງບັດາປະ​ເທດ​ອາຊີ​ອາ​ຄະ​ເນ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່ກອງ​ປະຊຸມ​ດັ່ງກ່າວ, ​ແລະກ່າວ​ວ່າ, ລະບອບ​ສະພາ​​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ລະບອບ​ການ​ເມືອງທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ແຫ່ງ​ຊາດ​ຂອງ​ຈີນ​ທໍ່​ນັ້ນ, ທັງ​ແມ່ນ​ລະ​ບອບ​ການ​ເມືອງ​ທີ່​ພັດ​ທະນາ​ໄປຂ້າງ​ໜ້າ​ຕາມ​ໄລຍະ​ເວລາແລະ​ມີຄວາມ​ຊີວິດ​ຊີວາດ້ານ​ການ​ພັດທະນາ.

ທ່ານຫງວຽນ ກວາງ ຊູ, ປະທານສະມາຄົມ​ເພື່ອ​ມິດຕະພາບຫວຽດນາມ​ຈີນ​ຂອງ​ແຂວງ​ບັກ ກຽງ​​ຫວຽດນາມກ່າວ​ວ່າ, ​ການ​ພັດທະນາ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລະບອບ​ສະພາ​​ປະຊາຊົນ​ແຫ່ງ​ຊາດຈີນ​ແມ່ນ​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດຂອງ​ຈີນ, ມີ​ຜົນ​ດີ​ຕໍ່​ການ​​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຂອງ​ປະຊາຊົນຈີນ.

ທ່ານ​ເດດ ຊີ​ໂອງ, ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ໜັງສືພິມລາຍ​ວັນ​ສາກົນ​ທີ່​ພິມຈຳໜ່າຍ​ຢູ່​ອິນ​ໂດ​ເນ​ເຊຍ​ກໍ່​ໄດ້ຢືນຢັນ​ຢ່າງ​ເຕັມທີ​ຕໍ່​ລະບອບ​ສະພາ​​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນ. ທ່ານ​ຊີ້​ອອກ​ວ່າ, ຈີນ​ເຂົ້າ​ຮ່ວມ​ວຽກ​ງານ​ສາກົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ​ທີ່​ກຳລັງ​ພັດທະ ນາ, ປົກປັກ​ຮັກສາຄວາມ​ສະ​ເໜີ​ພາບ​ຄວາມ​ເປັນ​ທຳ​ສາກົນ​ແລະ​ສັນຕິພາບ​ຂອງ​ໂລກ, ​ໄດ້​ກາຍ​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ທີ່​ມີ​ການ​ພັດທະນາ​ດ້ານ​ເສດຖະ ກິດ​ຢ່າງວ່ອງ​ໄວ​ແລະ​ມີ​ຄວາມ​ຮັບຜິດຊອບ.
 
ເວ​ບ​ໄຊຂອງໜັງສືພິມ<ລຽນ​ເຮີ​ຈາວ​ປ້າວ>ຂອງ​ສິງກະ​ໂປ​ໄດ້​ຖ່າຍ​ທອດ​ສົດ​ທາງ​ຕົວ​ໜັງ​ສື​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ທີ່​ທ່ານ​ເວິ່ນ​ເຈຍ​ປາວ​ກ່າວ​ລາຍ​ງານໃນ​ພິທີ​ໄຂ​ກອງ​ປະ​ຊຸມປະຈຳ​ປີຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ກ່ອນ​ນີ້, ໜັງ​ສື​ພິມ​ດັ່ງກ່າວ​ເຫັນ​ວ່າ, ບົດ​ລາຍ​ງານ​ວຽກງານ​ລັດຖະບານ​ທີ່​ທ່ານ​ເວິ່ນ​ເຈຍ​ປາວຈະ​ສະ​ແດງ​ໃຫ້​ເຫັນ​ຄວາມເອົາ​ໃຈ​ໃສ່​ນຳຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ໂດຍ​ນຳ​ເອົາ​ຄວາມ​ເຫັນ​ຂອງ​ນັກວິ​ເຄາະ​ມາລາ​ຍງານ​ຊຶ່ງໜັງສືພິມ​ດັ່ງກ່າວ​ເຫັນ​ວ່າ, ​ໃນ​ປີ​ມໍ່ໆ​ນີ້, ລັດຖະບານ​ແລະປະຊາຊົນ​ທົ່ວ​ໄປ​ລ້ວນ​ແຕ່​ຮັບຮອງ​ວ່າ​ມີ​ການ​ສໍ້​ລາດ​ບາງ​ຫຼວງ​ແລະ​ສັງຄົມ​ບໍ່​ມີ​ຄວາມ​ສະ​ເໝີ​ພາບ, "ຖ້າ​ວ່າ​ລັດ​ຖະ​ບານ​ສາມາດ​ນຳ​ໃຊ້​ຄວາມ​ກ້າຫານ​, ​​ໃນ​ການ​ເລັ່ງລັດການ​ປະຕິ​ຮູບ​ໃນ​ຂົງ​ເຂດວຽກ​ງານ​ສຳຄັນນີ້, ຈົນ​ໄດ້ຣັບຄວາມ​ຄືບໜ້າ​ແລ້ວ, ຈະ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດຜ່ອນ​ບັນຫາ​ທີ່​ສັງຄົມ​ຈີນ​ກຳລັງ​ປະ​ເຊີນ​ໜ້າກັບ.