ຜົມ​ຍາວ (ສຽງ)

(GMT+08:00) 2012-03-05 16:36:18     cri

ຄື​ກັນ​ກັບ​ຜູ້ຍິງ​ຫຼາຍໆ​ຄົນ, ວິ​ໄລ​ວັນ​ມັກ​ຈົ່ງ​ຜົມ​ຍາວ, ຄຶດ​ວ່າ, ຜູ້ຍິງ​ມີ​ຜົວ​ຍາວ​ຈຶ່ງ​ງາມ. ​ໃນ​ຊີວິດ​ຊາວ​ກວ່າ​ປີ​ຂອງ​ວິ​ໄລ​ວັນ, ມີ​ແຕ່​ຕັດ​ຜົວ​ບໍ່​ຮອດ 20 ​ເທື່ອ. ​ຫຼັງຈາກ​ເກີດ​ມາ​ແລ້ວ, ​ແມ່​ບໍ່​ໄດ້​ຕັດ​ຜົມ​ໃຫ້​ວິ​ໄລ​ວັນ​ຈົນ​ຮອດວິ​ໄລ​ວັນຮອດ​ອາຍຸ 10 ປີ, ​ເພິ່ນ​ວ່າ, ​ເດັກ​ຍິງ​, ຜົມ​ຍາວ​ຈຶ່ງ​ໜ້າ​ຮັກ. ວິ​ໄລ​ວັນ​ຍັງ​ຈື່​ວ່າ, ຍາມ​ນັ້ນ, ໝູ່​ທີ່​ຮຽນ​ໜັງສື​ນຳກັນ​ຫຼາຍໆ​ຄົນ​ກໍ່​ອິດສາ​ວ່າ, ວິ​ໄລ​ວັນ​ຜົມ​ງາມ.

ແຕ່​ວ່າ, ​​ອາຈານ​ເຫັນ​ຜົມ​ຂອງ​ວິ​ໄລ​ວັນ​ຍາວ​ໂພດ, ມີ​ເທື່ອ​ໜຶ່ງ, ຈຶ່ງ​ໄດ້​ບອກ​ແມ່​ວິ​ໄລ​ວັນ​ວ່າ, ຈົ່ງ​ຜົມ​ຍາວ​ໂພດ​ບໍ່​ດີ​ຕໍ່​ສຸຂະພາບ​ຂອງ​ເດັກນ້ອຍ, ຢາກ​ໃຫ້​ວິ​ໄລ​ວັນ​ຕັດ​ຜົມ​, ວິ​ໄລ​ວັນ​ເປັນ​ນັກຮຽນ​ຟັງ​ຄວາມ​ອາຈານ, ກໍ່​​ເລີຍ​ໃຫ້​ແມ່​ຕັດ​ຜົມ​ໃຫ້. ​ໃນ​ເວລາ​ຕັດ​ຜົມ, ວິ​ໄລ​ວັນ​ເສຍ​ໃຈຫຼາຍ, ອົດ​ບໍ່​ໄດ້ຈົນ​ນ້ຳຕາ​ໄຫຼອອກ​ມາ……

ຫຼັງຈາກ​ນັ້ນ, ​ເທື່ອ​ໃດ​ໄປ​ຕັດ​ຜົມ, ວິ​ໄລ​ວັນ​ກໍ່​ຈະ​ຮູ້ສຶກ​ບໍ່​ສະບາຍ​ໃຈຫຼາຍມື້…

ວິ​ໄລ​ວັນ​ເປັນ​ຄົນທີ່​ເກີດ​ຢູ່​ແຂວງ​ຮູ​ນານຂອງຈີນ, ໃນ​ເວລາ​ 18 ປີ​, ວິ​ໄລ​ວັນ​ໄດ້​ເສັງ​ເຂົ້າ​​ມະ​ຫາ​ວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ, ກໍ່​ເລີຍ​ໄປ​ຢູ່​ປັກ​ກິ່ງ, ບໍ່​ໄດ້​ຢູ່​ນຳ​ພໍ່​ແມ່​ອີກ. ​ໃນ​ປີ​ທີ​ສອງ, ວິ​ໄລ​ວັນ​ໄດ້​​ໄປ​ຮ້ານ​ເສີມ​ສວຍ, ​ເຮັດ​ຜົມ​ກູດ. ຈາກນັ້ນ​ມາ, ວິ​ໄລ​ວັນກໍ່​ບໍ່​ໄດ້​ປ່ຽນ​ຊົງຜົມອີກ…



ອາຍຸ19ປີ, ເຮັດຜົມ​ກູດ​ເທື່ອ​ທຳ​ອິດ











1 2 3 4 5 6 7