ຈັງຫວະ​ການ​ເໜັງ​ຕີງຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ສາມາດ​ເພີ່ມ​ຂຶ້ນ​ຢ່າງ​ເໝາະ​ສົມ

(GMT+08:00) 2012-03-06 15:57:56     cri

ວັນທີ5​ມີນາ​ນີ້, ​ໃນ​ເວລາ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂຈ​ວຊ່ຽວຊວນ,ຜູ້ວ່າ​ການທະນາຄານ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງ​ຂອງຈີນ​ກ່າວ​ວ່າ, ອັດຕາ​ແລກ​ປ່ຽນ​ຂອງ​ເງິນ​ຢວນຈີນ​​ໄດ້​ມີ​ເງື່ອນ​ໄຂ​ດ້ານ​ການ​ເໜັງ​ຕີງ, ຈັງຫວະ​ເໜັງ​ຕີງສາມາດ​ເພີ່ມ​ຂຶ້ນ​ຢ່າງ​ເໝາະ​ສົມ, ສາມາດ​ສະ​ແດງ​ໃຫ້​ເຫັນ​ກົນ​ໄກ​ທີ່ການ​ພົວ​ພັນ​ການ​ສະໜອງ​ກັບ​ຄວາມຕ້ອງການ​ຕັດ​ສິນ​ອັດຕາ​ແລກປ່ຽນ​ຫລາຍ​ກວ່າ​ເກົ່າ.

ຕົວ​ເລກ​ຂອງ​ກົມ​ສະ​ຖິຕິ​ແຫ່ງ​ລັດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ຢວນຈີນ​ກັບ​ໂດ​ລາ​ໄດ້​ເພີ່ມ​ຂຶ້ນ5,1%​ໃນທ້າ​ຍປີ2011,​ເມື່ອ​ທຽບ​ໃສ່​ທ້າຍ​ປີ​2010. ຕອນ​ເຊົ້າ​ວັນ​ທີ5​ມີນາ​ນີ້, ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະບານ​ທີ່ຍື່​ນ​ໃຫ້​ພິຈາ​ລະ​ນາ​ໃນ​ວັນ​ທີ5​ມີນາ​ນີ້​ຊີ້​ອອກ​ວ່າ, ຈະປັບ​ປຸງກົນ​ໄກ​ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນ​ຈີນ​ໃຫ້​ດີ​ຂຶ້ນ, ​ເພີ່ມ​ທະ​ວີ​ການ​ເໜັງ​ຕີງດ້ານ​ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນ​ຈີນ, ຮັກສາ​ອັດຕາຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ​ແລະ​ດຸນ​ດ່ຽງ​​ໃນ​ອັດຕາ​ແລກ​ປ່ຽນ​ຂອງ​ເງິນ​ຢວນຈີນ.