ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ສາມາດ​ແລະ​ສະຕິ​ປັນຍາ​ໃນ​ການແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ

(GMT+08:00) 2012-03-06 16:46:25     cri

ວັນ​ທີ6​ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື,ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ສາມາດ​ແລະ​ສະຕິ​ປັນຍາ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ.

ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​​ເທື່ອ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ່11​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ຈີນ​ມີ​ຈຸດ​ຢືນ​ມາໂດຍ​ຕະ​ຫລອດ​ວ່າ, ​ຖື​ຄວາມ​ຈິງ​ເປັນ​ພື້ນ​ຖານ, ອີງ​ຕາມ​ຫລັກ​ການ​ພື້ນ​ຖານ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຊາດ, ​ໃຫ້​ປະ​ເທດທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ຜ່ານ​ຈາກ​ການ​ເຈ​ລະ​ຈາ​ມາແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ​ກ່ຽວ​ກັບທະ​ເລ​ຈີນ​ໃຕ້​ໃຫ້​ດີ. ກ່ອນ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ່ງ​ກັນ, ຄວນ "​ໂຈະ​ຄວາມ​ຂັດ​ແຍ່ງ​ໄວ້​ເສຍ​ກ່ອນ, ​ແລ້ວ​ພັດ​ທະ​ນາ​ຮ່ວມ​ກັນ" . ຈີນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ອັນ​ສໍາ​ຄັນ​ກ່ຽວ​ກັບ​ການແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນ​ຕິ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ເທ​ລະ​ຈີນ​ໃຕ້, ​ແຕ່ຍັງ​ມີ​ວຽກ​ງານ​ສໍາຄັນ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ.

ພ້ອມ​ກັນ​ນັ້ນ, ທ່ານ​ຢາງ​ເຈ​ສື​ຍັງ​ກ່າວ​ວ່າ, ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ມິດ​ຕໍ່ປະ​ເທດທີ່ຢູ່​ອ້ອມຂ້າງ​ແລະ​ຖື​ປະ​ເທດ​ອ້ອມ​ຂ້າງ​ເປັນ​ໝູ່​ເພື່ອນ,​ສຸມ​ກໍາ​ລັງ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ໃນ​ອາຊີ. ປະ​ຈຸ​ບັນ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາ​ຊີ​ມີ​ທ່າ​ອຽງ​ພັດ​ທະ​ນາ​ທີ່​ດີ, ມີ​ປັດ​ໄຈ​ຕັ້ງ​ໜ້າ​ທີ່​ຫລາກ​ຫລາຍ, ຕົວຢ່າງຄື, ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ມີການ​ໄປ​ມາ​ຫາສູ່​ກັນ​ຫລາຍ​ຂຶ້ນ, ຜົນ​ປະ​ໂຫຍ​ດຂອງປະ​ເທດ​ຕ່າງ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ມີການ​ປະສານ​ງານ​ກັນ​ຫລາຍຂຶ້ນ, ມີ​ການແລກປ່ຽນ​ດ້ານ​ວັດທະນະ​ທໍາຢ່າງ​ໃກ້ຊິດ.

ທ່ານ​ຍັງ​ກ່າວ​ວ່າ, ຈີນ​ສຸມ​ກໍາ​ລັງ​ເຂົ້າ​ໃນ​ການ​ຜ່ານຈາກ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ມາ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ຢູ່ອ້ອມ​ຂ້າງໂດຍ​ສັນຕິ, ພ້ອມ​ກັນ​ນັ້ນ, ຍັງ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຄວນ​​ເຄົາລົບ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທໍາ​ຂອງ​ຈີນ, ພະຍາຍາມ​ຫລີກ​ເວັ້ນບໍ່​ໃຫ້​ມີ​ຄໍາ​ເວົ້າ​ແລະ​ການ​ກະທໍາ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ອາຊີ​ມີ​ສະ​ຖຽນ​ລະ​ພາບ, ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ.