ສື່​ມວນ​ຊົນ​ລາວ​ເອົາ​ໃຈ​ໃສ່ນໍາ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ

(GMT+08:00) 2012-03-06 18:30:21     cri

ຕາມ​ຂ່າວ​CRI,ພາຍ​ຫລັງ​ກອງ​ປະ​ຊຸມ​ເທື່ອ​ທີ5​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11, ແລະ​ກອງ​ປະຊຸມ​ເທື່ອ​ທີ​5​ຂອງ​ຄະນະ​ກໍາ​ມະ​ການ​ແຫ່ງ​ຊາດ​ຊຸດ​ທີ11ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ໄຂ​ຂຶ້ນ, ສື່​ສໍາ​ຄັນ​ຂອງ​ລາວ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ພິທີ​ໄຂ​ຂອງ​ກອງ​ປະຊຸມ​ສອງ​ສະ​ພາ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ສະ​ເໜີ​​ໂດຍ​ທ່ານ​ເວີ່ນ​ເຈ່ຍ​ປາວ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ນັ້ນ​ໃນ​ລະ​ດັບ​ສູງ, ​ແລະ​ໄດ້​ລາຍ​ງານ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໃນ​ວັນ​ທີ​6​ມີນາ​ນີ້.

"ໜັງ​ສື​ພິມ​ປະ​ຊາ​ຊົນ​ລາວ"​ໄດ້​ລາຍ​ງານ​ຢ່າງ​ລະ​ອຽດ​ຕໍ່ "ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະບານ​ຈີນ"ທີ່​ສະ​ເໜີ​ໂດ​ຍທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີຈີນ, ຢູ່​ໜ້າ​ຂ່າວ​ຕ່າງ​ປະ​ເທດ​ດ້ວຍ​ຫົວ​ຂໍ້ທີ່​ວ່າ, "ລັດ​ຖະ​ບານ​ຈີນ​ໃຫ້​ສັນຍາ​ວ່າຈະ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ.

"ໜັງ​ສື​ພິມ​ວຽງ​ຈັນ​ໃໝ່"ລາຍ​ງານ​ວ່າ, ຈີນ​ໄດ້​ຕັ້ງ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​GDP​ຢູ່​ໃນ​ລະ​ດັບ7,5%​ໃນ​ປີ2012, ຕໍ່າ​ກວ່າ8%​ຂອງ​ປີ2011,ນີ້​ເປັນ​ເທື່ອ​ທໍາ​ອິດ​ທີ່​ລັດ​ຖະ​ບານ​ຈີນ​ປັບ​ຫລຸດ​ຄາດໝາຍ​ຄວາມ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ລົງ​ຫລັງ​ຈາກ​ທີ່​ຮັກສາ​ຢູ່​​ໃນລະດັບ8%​ມາ​ເປັນ7​ປີ​ຕິດ​ຕໍ່​ກັນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ລັດຖະບານ​ຈີນ​ຈະ​ນໍາ​ພາ​ທຸກ​ພາກ​ສ່ວນ​ຫັນ​ຈຸດ​ສຸມ​ເຂົ້າ​ໃສ່​ວຽກ​ງານ​ເລັ່ງ​ລັດ​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ, ​ແລະ​ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການ​ພັດທະນາ​ດ້ານ​ເສດຖະກິດ.

"ໜັງສື​ພິມລາວ​ພັດ​ທະນາ"​ໄດ້​ແນະ​ນໍາ​ສະ​ພາບ​ການ​ໄຂ​ກອງ​ປະຊຸມ​ເທື່ອ​ທີ5​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11.
ນອກ​ນີ້, "ໜັງສືພິມ​ເສດ​ຖະ​ກິດ​ແລະ​ສັງ​ຄົມ"ຂອງ​ລາວ​ກໍ​ໄດ້​ວິ​ເຄາະ​ຕໍ່​ຈີນ​ປັບປຸງ​ເປົ້າ​ໝາຍ​ດ້ານ​ການ​ເຕີບ​ໂຕ​ເສດ​ຖະກິດ, ສະຖານີ​ໂທ​ລະພາບ​ແຫ່ງ​ຊາດລາວ, ວິທະ​ຍຸ​ກະ​ຈາຍສຽງແຫ່ງ​ຊາດ​ລາວ​ກໍ​ໄດ້​ລາຍ​ງານ​ພິທີ​ໄຂ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ.