ນັກວິຊາການ​ກໍາປູ​ເຈຍ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ບົດ​ລາຍ​ງານວຽກງານ​ຂອງລັດຖະບານຈີນ

(GMT+08:00) 2012-03-06 18:54:04     cri
ຕາມ​ຂ່າວCRI, ວັນ​ທີ5​ມີນາ​ນີ້, ທ່ານ​ເວີນ​ເຈ່ຍປ່າວ, ນາຍົກ​ລັດຖະມົນຕີ​ຈີນ​ໄດ້ກ່າວ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ໃນ​ກອງ​ປະຊຸມ​ເທື່ອທີ5​ຂອງ​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11. ສໍາລັບ​ເລື່ອງ​ນີ້, ທ່ານ​ຊຸມ​ຮຸມບຸນ, ຮອງ​ປະທານ​ສະພາ​ບັນດິດ​ວິທະ​ຍາ​ສາດ​​ແຫ່ງ​ລາ​ຊະອານາ​ຈັກກໍາປູ​ເຈຍ​ໄດ້​ຕີ​ລາຄາ​ໃນ​ລະ​ດັບ​ສູງ, ທ່ານ​ຊຸມ​ຮຸມບຸນ​ໄດ້​ກ່າວ​ເຖິງການ​ຖື​ເອົາ​ການ​ຮັບປະກັນ​ແລະ​ປັບ​ປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ​ເປັນ​ໜ້າ​ທີ່​ສໍາ​ຄັນ​ຂອງ​ລັດ​ຖະ​ບານ​ທີ່​ສະ​ໜີ​ຢູ່ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະບານ​ຈີນ, ມັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນທິດສະ​ດີທີ່ "ຖື​ຄົນ​ເປັນ​ກົກ"ຂອງ​ລັດຖະບານ​ຈີນ, ຫວັງ​ວ່າ​ກໍາ​ປູ​ເຈຍຈະ​ສາມາດຖອດ​ຖອນ​ໄດ້ບົດຮຽນ​ອັນ​ລໍ້າ​ຄ່າ​ໃນ​ວຽກ​ງານ​ດ້ານ​ນີ້​ຈາກ​ຈີນ.