ການ​ສ້າງ​ເຮືອນ​ຢູ່​ໃຫ້​ຊາວ​ລ້ຽງສັດ​ແລະ​ປະຊາຊົນ​​ໃນ​ເມືອງຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ອີ້ຊູ້85,9%ສ້າງສຳ​ເລັດ​ແລ້ວ

(GMT+08:00) 2012-03-07 15:03:53     cri
ຄະ​ນະ​ຜູ້​ແທນ​ແຂວງຊີ່​ງ​ໄຮ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ5​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ປະກາດ​ກວ່າ, ນັບ​ມາ​ຮອດ​ປີ2011​, ​ເຮືອນ​ຢູ່​ຂອງ​ຊາວ​ລ້ຽງ​ສັດ​ແລະ​ປະຊາຊົນ​​ໃນ​ເມືອງ​ທີ່ກິ່ງ​​​ແຂວງປົກຄອງ​ຕົນ​ເອງ​​ເຜົ່າ​ຕິ​ເບ​ດອີ້ຊູ້​ຂອ​ງ​ແຂວງ​ຊີ່​ງ​ໄຮທີ່ປະສົບ​ໄພ​ແຜ່ນ​ດິນ​ໄຫວມີ85,9%​ໄດ້​ສ້າງສາ​ຄືນ​ໃໝ່​ຢ່າງ​ສຳ​ເລັດ​ຜົນ.

ຂ່າວ​ແຈ້ງວ່າ, ​ເລີ່​ມ​ແຕ່​ດຳ​ເນີນ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​ເກີດ​ໄພ​ແຜ່ນ​ດິນ​ໄຫວ​​ຢູ່​ເຂດ​ອີ້ຊູ້​ໃນ​ວັນ​ທີ14​ເດືອນ​ເມສາ​ປີ2010​ເປັນ​ຕົ້ນ​ມາ, ​ໄດ້​ເລີ່​ມລົງມື​ກໍ່ສ້າງ​843 ໂຄງການ, ​ແມ່ນ​​66%ຂອງ​​ໂຄງການ​ທັງ​ໝົດ​ໃນ​ແຜນການ, ​ແລະ​ໄດ້​ລົງ​ທຶນ20​ຕື້900​ລ້ານ​ຢວນ.

ໃນ​ນັ້ນ, ​ເຮືອນ​ຢູ່​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​​ໄດ້ສ້າງ​ສຳ​ເລັດ​ແລ້ວ85,9%, ສ່ວນ​ຫຼາຍ​ແມ່ນຊາວ​ກະ​ສິກ​ອນ, ຊາວ​ລ້ຽງສັດ​ແລະ​ປະຊາຊົນ​ໃນ​ເມືອງ​ຈຳນວນ​ໜຶ່ງ​ໄດ້ຍ້າຍ​ເຂົ້າ​ຢູ່​ເຮືອນ​ໃໝ່​, ກຸຕິໄດ້​ສ້າງສຳ​ເລັດ96%. ​ໂຮງຮຽນ​ຢູ່​ເຂດ​ປະສົບ​ໄພ​ສ່ວນ​ຫຼາຍ​​ໄດ້​ມີ​ເງື່ອນ​ໄຂ​ນຳ​ໃຊ້, ​ໂຮງ​ໝໍ່ກຳລັງ​ກໍ່ສ້າງ​ຢູ່. ​​ຢູ່ເມືອງ​ເຈຍ​ກູ​, ​ເຊິ່ງ​ເປັນ​ທີ່​ຕັ້ງຂອງ​ອົງການ​ປົກຄອງຂອງ​ກິ່ງ​ແຂວງ​ນີ້, ​​ໂຄງ​ລ່າງ​ຕ່າງໆ ​ເຊັ່ນ​ການ​ຄົມ​ມະ​ນາ​ຄົມ, ລະບົບ​ການສະໜອງ​ນ້ຳ​ແລະລະບົບ​ລະບາຍ​ນ້ຳ, ລະບົບ​ກໍາຈັດຂີ້​ເຫຍື້ອ​​​ແລະ​ອື່ນໆ ໄດ້​ສ້າງ​ສຳ​ເລັດ​ເປັນ​ສ່ວນ​​ໃຫຍ່​ແລ້ວ.