Tyga

(GMT+08:00) 2012-03-07 15:56:23     cri



ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງຈາກລັດແຄລິຟໍເນຍ ມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ແລະພິເສດໃນລັດແຄລິຟໍເນຍ ກໍ່ເປັນລັດທີ່ມີຊື່ສຽງໃນດ້ານຄວາມແແອອັດຂອງປະຊາກອນທີ່ມີຫລາຍເຖິງ 36 ລ້ານກ່ວາຄົນຕາມສະຖິຕິໃນປີ 2008 ! ແລະກໍ່ເປັນລັດທີ່ມີປະຊາກອນຫລາຍອັນດັບ1ຂອງອາເມຣິກາ ໃນທັງໝົດ50ລັດທົ່ວປະເທດ ! ແລະສິລະປິນທີ່ພວກເຮົາເອົາມາແນະນຳມື້ນີ້ກໍ່ແມ່ນ: Michael Stevenson ຫລືເປັນທີ່ຮູຈັກໃນນາມ Tyga ນັ້ນເອງ !
ລ: Tyga ເປັນນັກຮ້ອງແນວເພງHiphop ມາຈາກເມືອງComton ໃນລັດແຄລິຟໍເນຍ ! ເກີດເມື່ອວັນທີ19ພະຈິກ1989 ເຊິ່ງປັດຈຸບັນກາຍເປັນນັກຮ້ອງໜຸ່ມນ້ອຍໄວອາຍຸ23ປີ ທີ່ມີຜົນງານເພງທີ່ໂດດເດັ່ນ ! ແລະລ່າສຸດໄດ້ມີ1ເພງທີ່ຕິດຢູ່10ອັນດັບ ໃນການຈັດ100ອັນດັບເພງດັງຂອງອາເມຣິກາ ກັບຜົນງານເພງ: Rack City ທີ່ຫາກໍ່ປ່ອຍອອກມາໃນທ້າຍປີ2011 ! ແລະປັດຈຸບັນກໍ່ກາຍເປັນເພງດັງອັນດັບທີ8ໃນBillboards !
ນ: ແລະພິເສດໃນເພງ Rack City ກໍ່ເປັນ1ໃນຫລາຍໆເພງທີ່ Tygaໄດ້ແຕ່ງຂື້ນມາເອງ ໂດຍມີການປ່ອຍອອກມາໃນປີກາຍ ກ່ອນຈະມີການເປີດໂຕຢ່າງເປັນທາງການໃນປີ2012 ພ້ອມກັບອະລາບ້ຳ Careless World: Rise of the Last King! ແລະຈາກມື້ເປີດໂຕມາເພງດັ່ງກ່າວໄດ້ສ້າງຍອດຜູ້ເຂົ້າຊົມໃນYoutube ຫລາຍກວ່າ15ລ້ານຄັ້ງໃນທົ່ວໂລກ !
(ເພງ)
ນ: Michael Stevenson ຫລືເປັນທີ່ຮູ້ຈັກໃນນາມຂອງ Tyga ທີ່ເປັນຊື່ຕັ້ງຂື້ນມາເອງຕາມໂຕຫຍໍ້ຂອງພາສາອັງກິດ: Thank You God Always ເຊິ່ງເປັນຄຳທີ່ລາວມັກໂດຍສ່ວນຕົວ ແລະກໍ່ຕັ້ງມາຕັ້ງແຕ່ເລີ່ມເຂົ້າສູ່ວົງການເພງຂອງອາເມຣິກາ ໃນນາມສັງກັດຂອງຄ້າຍເພງ Universal Republic Records ! ຈາກນັ້ນກໍ່ມີການຍ້າຍສັງກັດມາຫລາຍຄ້າຍຈົນໃນທີ່ສຸດມາຢູ່ກັບ Young Money entertainment !
ລ: Tyga ເຄີຍມີ1ອະລາບ້ຳດັງທີ່ປ່ອຍອອກມາໃນປີ2008 ຕອນທີ່ລາວສັງກັດໃນຄ້າຍເພງ Decaydance Records ທີ່ເປັນຄ້າຍໃນເມືອງໃຫຍ່ ໃນນະຄອນຫລວງນິວຢອກຂອງອາເມຣິກາ ! ກັບອາລະບ້ຳ No Introduction ທີ່ສ້າງກະແສຄວາມນິຍົມໄປທົ່ວຜູ້ຟັງທັງໃນແລະນອກວົງການບັນເທີງ ! ແລະພິເສດໃນອະລາບ້ຳດັ່ງກ່າວຍັງຖືກນຳໄປໃຊ້ເປັນເພງປະກອບໃນສື່ທາງເກມ ເປັນຕົ້ນກໍ່ມີ: ເກມແຂ່ງລົດ Need For Speed, ເກມແຂ່ງກິລາຣັບບີ້ Madden2009 ແລະໃນຮູບເງົາ The Fighting !
ນ: ແລະປັດຈຸບັນ Tyga ກໍ່ໄດ້ມີຜົນງານເພງອອກມາລວມທັງໝົດ 3ອະລາບ້ຳໃນນັ້ນກໍ່ມີອະລະບ້ຳດັງທີ່ກ່າວມາ No Introduction(2008), We Are Young Money(2009) ແລະອະລາບ້ຳລ່າສຸດທີ່ຫາກໍ່ປ່ອຍອອກມາໃນປີ2012ນີ້ Careless World: Rise of the Last King !
1 2