Trina ແລະ Hot Cha

(GMT+08:00) 2012-03-07 16:06:47     cri


ນ: ສຳລັບມື້ນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວທີ່ມັກຮັກ ຈົນເຖິງຂັ້ນວ່າຫລົງໃຫລເປັນພິເສດກັບແນວເພງHiphop! ນອກນັ້ນຍັງເປັນເຈົ້າຂອງສາຍຍາ: ນັກແຣັບເປີຍິງດີທີສຸດຕະຫລອດການ ຈັດໂດຍວາລະສານXXLໃນອາເມຣິກາ ! ກັບ5ອະລາບ້ຳທີ່ມີການເປີດໂຕແລະປະສົບຜົນສຳເລັດທີ່ສຸດທັງໃນບ້ານເກີດ ແລະຫລາຍປະເທດໃນຢູໂຣບ ! ມາຮູ້ຈັກສາວຄົນນີ້: Katrina Laverne Taylor ຫລືເປັນທີ່ຮູ້ຈັກໃນນາມ: Trina !
ລ: Trina ເປັນນັກຮ້ອງສາວຜິວສີ ທີ່ມີເຊື້ອສາຍຄົນອາຟຣິກກາ ອາເມຣິກາ ແລະ ໂດມິນິກັນ ! ເກີດເມື່ອວັນທີ3ທັນວາ1978, ປັດຈຸບັນເປັນສາວໄວອາຍຸ34ປີ ທີ່ດຳລົງຊີວິດຢູ່ເມືອງໄມອາມີ ລັດຟໍລິດາ ສະຫາລັດອາເມຣິກາ ! ໂດຍມີຊື່ສຽງໂດງດັງກັບແນວເພງHiphop ທີ່ມີການປະສົມປະສານກັບການແຣັບ ! ນອກນັ້ນຍັງເປັນທີ່ຮູ້ຈັກໃນນາມນັກແຕ່ງເພງມືອາຊີບ ແລະການເປັນນາງແບບສິນຄ້າໃຫ້ກັບຫລາຍບໍລິສັດ !
ນ: Trina ປະກົດໂຕທຳອິດໃນຜົນງານເພງຂອງ Trick Daddy ນັກຮ້ອງຄຸນນະພາບຂອງລັດໄມອາມີ ໃນເພງ Nann Nigga ທີ່ປ່ອຍອອກມາໃນປີ1998 ! ຈາກນັ້ນກໍ່ກາຍເປັນເພງດັງຂື້ນຢູ່ອັນດັບ2ຂອງBillboards ແລະເປັນທີ່3ໃນການຈັດອັນດັບເພງແຣັບທົ່ວອາເມຣິກາ ! ແລະຈາກຄວາມນິຍົມຂອງເພງດັ່ງກ່າວ ຈຶ່ງເຮັດໃຫ້ Trina ຈາກນັກຮ້ອງມືສະໝັກຫລີ້ນກ້າວເຂົ້າສູ່ເສັ້ນທາງນັກຮ້ອງມືອາຊີບຢ່າງເຕັມໂຕກັບຄ້າຍເພງ Slip-n-Slide Records !
(ເພງ)
ນ: ພາຍຫລັງທີ່ Trina Taylor ນັກຮ້ອງສາວເຊື້ອສາຍອາເມຣິກາ -ໂດມິນິກັນ ໄດ້ເປັນນັກຮ້ອງສັງກັດໃນຄ້າຍເພງSlip-n-Slide Records ! ຈາກນັ້ນໃນເດືອນມີນາ2000, Trina ກໍ່ໄດ້ປ່ອຍອະລາບ້ຳຊຸດທຳອິດອອກມາໂດຍໃສ່ຊື່ວ່າ: Da Baddest Bitch ເຊິ່ງມີຜົນຕອບຮັບເປັນຢ່າງດີຈາກແຟນເພງທົ່ວອາເມຣິກາ ! ນອກນັ້ນອະລາບ້ຳດັ່ງກ່າວຍັງຖືກຈັດໃຫ້ຢູ່ອັນດັບທີ11ເພງແຣັບຍອດນິຍົມຂອງອາເມຣິກາໃນປີ2000, ແລະໄດ້ຮັບໃບຢັ້ງຢືນຄຳຈາກສະມາຄົມອຸດສາຫະກຳການຜະລິດເພງຂອງອາເມຣິກາ ຫລື RIAA !
ລ: Trinaໄດ້ມີຜົນງານເພງອອກມາສູ່ແຟນເພງທັງໝົດ 5ອະລາບ້ຳເປັນຕົ້ນກໍ່ມີ: Da Baddest Bitch(2000), Diamond Princess(2002), Glamorest Life(2005), Still da Baddest(2008) ແລະAmazing(2010) ! ແລະນອກຈາກການຜະລິດຜົນງານເພງຂອງຕົນເອງແລ້ວ Trinaຍັງມີການໄປຮ້ອງຮ່ວມໃນຜົນງານເພງຂອງສິລະປິນດັງຫລາຍຄົນ ບໍ່ວ່າຈະເປັນ: Rick Ross ນັກຮ້ອງດັງຈາກລັດຟໍລິດາ, Lil Wayne ນັກແຣັບເປີຄຸນນະພາບຈາກລັດລຸຍເຊຍນາ ແລະອີກຫລາຍຄົນ !
ນ: ປັດຈຸບັນ Trina Taylor ມີຊື່ສຽງຫລາຍໃນວົງການເພງຂອງອາເມຣິກາ ຈາກການໄດ້ຮັບລາງວັນຕ່າງໆຫລາຍກວ່າ10ລາງວັນ ແລະກໍ່ເປັນລາງວັນຈາກງານໃຫຍ່ໆ ເກືອບທັງໝົດ ເປັນຕົ້ນມີ: American Music Awards, MTV Video Music Awards, ACE Awards, Billboard Music Award ແລະອີກຫລາຍງານ !
1 2