Jack Vidgen

(GMT+08:00) 2012-03-07 16:15:03     cri
ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງອາຍຸນ້ອຍ ທີ່ມີຄວາມສາມາດບໍ່ນ້ອຍຄືກັບອາຍຸ ດ້ວຍໄວອາຍຸພຽງແຕ່14ປີເທົ່ານັ້ນ ! ກັບເຈົ້າຂອງຕຳແໜ່ງຜູ້ນະເລີດການປະກວດຮ້ອງເພງ ໃນລາຍການ Australia's Got Talent ລະດູການທີ່5 ທີ່ໄດ້ຈັດຂື້ນຢູ່ປະເທດອົດສຕາລີ ແລະລ່າສຸດງານດັ່ງກ່າວຫາກໍ່ປິດລົງໃນຕົ້ນເດືອນສິງຫາ2011ທີ່ຜ່ານມາ ! ຈາກໄຊຊະນະຂອງໜຸ່ມນ້ອຍຄົນນີ້: Jack Vidgen ທີ່ປັດຈຸບັນໄດ້ກາຍເປັນຂວັນໃຈຂອງຫລາຍໆຄົນທົ່ວອົດສຕາລີໄປແລ້ວ !
ລ: ກ່ອນໜ້ານີ້ Jack Vidgen ເຄີຍເປັນຜູ້ຊະນະໃນຮອບຮອງຊະນະເລີດໃນງານດັ່ງກ່າວ ຈາກການນຳເອົາເພງ And I Am Telling You I'm Not Going ທີ່ເປັນຜົນງານເພງຂອງ Jennifer Holliday ນັກຮ້ອງຍິງທີ່ມີຊື່ສຽງກັບແນວເພງ Soul ຂອງລັດເທັກຊັສ ສະຫາລັດອາເມຣິກາ ມາຮ້ອງ ! ຈົນໄດ້ຜ່ານເຂົ້າສູ່ຮອບຊິງຊະນະເລີດຮ່ວມກັບຜູ້ສະໝັກທັງ8ຄົນ ທີ່ລ້ວນແຕ່ມີຄວາມສາມາດແຕກຕ່າງກັນ !
ນ: ແລະສຳລັບມື້ສຸດທ້າຍ ທີ່ເປັນມື້ຕັດສິນຜູ້ຊະນະເລີດໃນລາຍການ Australia's Got Talent ລະດູການທີ່5 ປະຈຳປີ2011 ! ກໍ່ເປັນໜຸ່ມນ້ອຍ Jack Vidgen ທີ່ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມຫລາຍທີ່ສຸດ ຈາກການນຳເອົາເພງ Set Fire to the Rain ທີ່ເປັນ1ຜົນງານເພງດັງຂອງ Adele ນັກຮ້ອງສາວໄວອາຍຸ23ປີ ຈາກລອນດອນ ປະເທດອັງກິດ ! ຈົນເຮັດໃຫ້ໜຶ່ງໃນກຳມະການທັງ3ຄື: Brian McFadden ຈົນໄດ້ແລ່ນຂື້ນໄປເວທີເພື່ອກອດໜຸ່ມນ້ອຍຄົນນີ້ ແລະຫອມແກ້ມບາດໜຶ່ງ !
(ເພງ)
ນ: ປັດຈຸບັນ Jack Vidgen ໄດ້ກາຍເປັນໜຸ່ມ ທີ່ມີການສະຫລອງຄົບຮອບ15ປີໃນວັນທີ17ມັງກອນທີ່ຜ່ານມາ ! ແລະກຳລັງເປັນທີ່ຮັກຂອງຫລາຍໆຄົນທົ່ວອົດສຕາລີ ຈາກການຊະນະເລີດໃນລາຍການ Australia's Got Talent ລະດູການທີ່5 ປະຈຳປີ2011 ! ກັບລາງວັນເງິນສົດ 250.000ໂດລາສະຫາລັດ ແລະການໄດ້ສະແດງຄອນເສີດທົ່ວປະເທດອົດສຕາລີ ໃນງານ Australia's Got Talent Tour !
ລ: ແລະພາຍຫລັງງານປະກວດດັ່ງກ່າວຈົບລົງ, Jack Vidgen ກໍ່ໄດ້ຮ່ວມເຊັນສັນຍາກັບຄ້າຍເພງດັງຂອງອົດສຕາລີ: Sony Music Australia ທີ່ເປັນເຄືອຄ່າຍຂອງຄ້າຍເພງແມ່ໃນອາເມຣິກາ: Sony Music Entertainment ທີ່ສ້າງຂື້ນໃນປີ1929 ! ໂດຍມີສຳໜັກງານຕັ້ງຢູ່ນະຄອນຫລວງນິວຍອກ ! ແລະມີການປ່ອຍເພງທຳອິດອອກມາ Yes I am !
ນ: Yes I am ກໍ່ເປັນໜຶ່ງໃນ12ເພງດັງຂອງJack Vidgen ທີ່ປ່ອຍອອກມາໃນກາງເດືອນສິງຫາ2011 ໃນອະລາບ້ຳ: Yes I am ! ແລະພິເສດໃນອະລຳບ້ຳດັ່ງກ່າວ ແມ່ນໄດ້ມີການນຳເອົາເພງຂອງສິລະປິນດັງຫລາຍຄົນມາຮ້ອງ ແລະໃສ່ທຳນອງໃໝ່ !ເປັນຕົ້ນກໍ່ມີເພງ: And I Am Telling You I'm Not Going ຂອງ Jennifer Holliday, ເພງ Because You Loved Me ຂອງ Celine Dion, Hero ຂອງ Mariah Carey ແລະ I Have Nothing ຂອງWhitney Houston !
1 2