Brandon Richard Flowers

(GMT+08:00) 2012-03-13 10:19:08     cri



ນ:ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງແນວເພງຣັອກຂອງອາເມຣິກາມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ແລະພິເສດສິລະປິນທີ່ພວກເຮົາຈະເອົາມາແນະນຳໃນມື້ນີ້ແມ່ນເຄີຍໄດ້ຮັບຕຳແໜ່ງ: ໜຸ່ມທີ່Sexy ຫລືວ່າເຈົ້າຊູ້ທີ່ສຸດຂອງອາເມຣິກາໃນປີ2005 ! ແລະນອກນັ້ນລ່າສຸດໃນປີ2011 ນັກຮ້ອງຄົນນີ້ຍັງໄດ້ຮັບລາງວັນການແຕ່ງກາຍດີເດັ່ນ ຫລືວ່າ ການແຕ່ງໂຕທີ່ມີ Style ! ທີ່ຈັດໂດຍວາລະສານNMEຂອງອາເມຣິກາ ! ກັບໜຸ່ມຄົນນີ້: Brandon Flowers !

ລ: Brandon Flowers ຫລືມີຊື່ເຕັມວ່າ: Brandon Richard Flowers ! ເກີດໃນວັນທີ 21ພຶດສະພາ1981 ທີ່ເມືອງ Henderson ລັດເນວາດາ ສະຫາລັດອາເມຣິກາ ! ປັດຈຸບັນເປັນໜຸ່ມໄວອາຍຸ31ປີ ທີ່ມີການຜະລິດຜົນງານເພງຣັອກອອກມາສູ່ແຟນເພງຢ່າງຕໍ່ເນື່ອງ ! ນອກນັ້ນຍັງລວມເຖິງການເປັນນັກແຕ່ງເພງມືອາຊີບ ແລະຄວາມສາມາດການຫລີ້ນເຄື່ອງດົນຕີຫລາຍຊະນິດ ບໍ່ວ່າຈະເປັນ: ເບສ, ເປຍໂນ, ກີຕ້າ, ກອງ ແລະຄີບອດ !

ນ: ປັດຈຸບັນ Brandon ແມ່ນມີຊື່ສຽງກັບການເປັນນັກຮ້ອງນຳໃນວົງ The Killers ທີ່ເປັນວົງຣັອກດັງໃນລັດເນວາດາ ສະຫາລັດອາເມຣິກາ ! ເຊິ່ງກໍ່ຕັ້ງຂື້ນໃນປີ2001 ໂດຍ4ໜຸ່ມ: Brandon Flowers ທີ່ຮັບໜ້າທີ່ຮ້ອງນຳ, Dave Keuning ມືກີ່ຕ້າ, Mark Stoermer ມືເບສ ແລະ Ronnie Vannucci ມືກອງ ! ທີ່ປະສົບຜົນສຳເລັດກັບຍອດຂາຍເພງ15ລ້ານແຜ່ນໃນທົ່ວໂລກ !

(ເພງ)


ນ: Brandon Flowers ນັກຮ້ອງແນວເພງຣັອກທີ່ມາຈາກລັດເນວາດາ ສະຫາລັດອາເມຣິກາ, ເຊິ່ງປັດຈຸບັນປະສົບຜົນສຳເລັດສູງກັບການເປັນນັກຮ້ອງນຳກຸ່ມໃນວົງ The Killers ທີ່ມີຍອດຂາຍແຜ່ນເພງທົ່ວອາເມຣິກາຫລາຍກວ່າ6ລ້ານແຜ່ນ ! ໃນອັງກິດຫລາຍກວ່າ5ລ້ານແຜ່ນ ! ແລະລວມທັງໝົດຍອດຂາຍໃນທົ່ວໂລກຫລາຍເຖິງ15ລ້ານແຜ່ນ ທີ່ຍັງບໍ່ລວມຍອດຫລາຍໄດ້ທາງສື່ອິນເຕີເນັດ !

ລ: ແລະພິເສດມາຮອດວັນທີ3ກັນຍາ2010, Brandon ໄດ້ມີການເປີດໂຕສຳລັບອະລາບ້ຳເພງດ່ຽວຂອງຕົນເອງເປັນຄັ້ງທຳອິດ ! ໂດຍໃສ່ຊື່ວ່າ: Flamingos ທີ່ເປັນນົກປະຈຳບ້ານເກີດຂອງລາວເອງ ໃນລັດເນວາດາ ! ແລະໃນອະລາບ້ຳດັ່ງກ່າວລວມມີຫລາຍເຖິງ15ເພງ! ແລະສິ່ງທີ່ພິເສດທີ່ສຸດກໍ່ຄື: ທັງໝົດ15ເພງລ້ວນແຕ່ແມ່ນ Brandon ເອງເປັນຜູ້ແຕ່ງ!

ນ: ໃນນັ້ນກໍ່ມີເພງ Welcome to Fabulous Las Vegas ທີ່ເປັນເພງທຳອິດໃນອະລາບ້ຳດັ່ງກ່າວ ! ຕາມມາດ້ວຍເພງ: Only the Young ທີ່ມີ Stuart Price ນັກຄວບຄຸມການຕັດຕໍ່ເພງໜຸ່ມ ຄົນອັງກິດ ! ທີ່ເຄີຍຜະລິດຜົນງານເພງໃຫ້ກັບສິລະປິນດັງຫລາຍຄົນ ບໍ່ວ່າຈະເປັນ: Madonna,  Kylie Minogue,  Gwen Stefani, Britney Spears, Christina Aguilera ແລະອີກຫລາຍຄົນ !