![]( /mmsource/images/2012/03/13/839f6837079f4b20a25ed872f5ab7d0c.jpg)
ນ ເຂົ້າໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວໃຫຍ່ ໄວອາຍຸ47ປີ ທີ່ມີຜົນງານເພງທີ່ໂດດເດັນ ທັງໃນສະກອດແລນ, ອັງກິດ ແລະອາເມຣິກາ ! ແລະພິເສດໃນປີ2011 ຍັງຖືກຈັດໃຫ້ເປັນສິລະປິນຍິງດີເດັ່ນຂອງປະເທດສະກອດແລນ ເນື່ອງຈາກໄປມີຊື່ສຽງກັບຫລາຍຜົນງານເພງທີ່ຂື້ນຢູ່ອັນດັບ1 ແລະພິເສດໃນອາດີດກໍ່ເຄີຍຖືສັນ ຊາດເປັນຄົນສະກອດແລນມາກ່ອນ ! ມາຮູ້ຈັກສາວຄົນນີ້: Rebecca Pidgeon !
ລ: Rebecca Pidgeon ເກີດໃນຄອບຄົວຄົນປະເທດອັງກິດ ທີ່ມີພໍ່ເປັນອາດີດອາຈານສອນຢູ່ສະຖາບັນວິທະຍາສາດ ເທັກໂນໂລຊີ ເມັດຊັດຊູເຊັດ ຫລືວ່າ MIT ທີ່ຫຍໍ້ມາຈາກ Massachusetts Institute of Technology ທີ່ເປັນສະຖາບັນທີ່ເກົ່າແກ່ ແລະມີຊື່ສຽງໂດ່ງດັງໄປທົ່ວໂລກ ສ້າງຕັ້ງຂື້ນມາແຕ່ປີ1861 ! ນອກນັ້ນ ຍັງມີແມ່ເປັນອາດີດນັກກິລາ ລວມໄປເຖິງການມີຊື່ສຽງໃນອາຊີບການເປັນອາຈານສອນໂຢຄະ ໃນລັດດັ່ງກ່າວນຳອີກ !
ນ: Rebecca ກ້າວເຂົ້າສູ່ວົງການເພງທຳອິດຕອນອາຍຸໄດ້26ປີ ໃນນາມຂອງນັກຮ້ອງນຳຂອງວົງ Ruby Blue ທີ່ເປັນວົງແນວເພງFolk Rock ດັງໃນຊຸມປີທີ1990 ! ແຕ່ຈາກນັ້ນກໍ່ມີການແຍກໂຕກັນໄປເປັນສິລະປິນດ່ຽວ ! ເຊິ່ງ Rebecca ກໍ່ມີການຜະລິດຜົນງານເພງຕາມແນວທີ່ຕົນເອງມັກອອກມາສູ່ຜູ້ຟັງກັບແນວເພງ Pop ແລະ R&B ! ນອກນັ້ນຍັງຫັນຕົນເອງໄປສູ່ເສັ້ນທາງການສະແດງນຳອີກ !
(ເພງ)
ນ: Rebecca Pidgeon ເປັນນັກຮ້ອງ2ສັນຊາດ: ອັງກິດ ແລະອາເມຣິກາທີ່ປັດຈຸບັນປະສົບຜົນສຳເລັດຫລາຍກັບການສະແດງທີ່ມີຫລາຍເຖິງ 27ເລື່ອງ ທັງໃນລະຄອນໂທລະພາບ ແລະເປັນໜັງໃຫຍ່ໃນລະດັບ Hollywood ! ເປັນຕົ້ນກໍ່ມີເລື່ອງດັງ Edmond ທີ່ກຳກັບໂດຍນັກຜະລິດໜັງຄຸນນະພາບຂອງອາເມຣິກາ Stuart Gordon ທີ່ເຄີຍກຳກັບມາຫລາຍກວ່າ100 ເລື່ອງທັງໃນອັງກິດ ແລະອາເມຣິກາ !
ລ: ແລະພິເສດໃນດ້ານຜົນງານເພງ Rebecca ກໍ່ໄດ້ປ່ອຍອອກມາທັງໝົດ 5ອະລາບ້ຳ ແລະແຕ່ລະອະລາບ້ຳກໍ່ລ້ວນແຕ່ມີຜົນຕອບຮັບເປັນຢ່າງດີຈາກແຟນເພງທົ່ວອາເມຣິກາ ໃນນັ້ນກໍ່ມີ: The Raven(1994), The New York Girl's Club(1996), The Four Marys(1998), Tough on Crime(2005) ແລະ Behind the Velvet Curtain(2008) !
ນ: ນອກນັ້ນ Rebecca ຍັງໄດ້ຮັບຫລາຍລາງວັນທີ່ຢັ້ງຢືນເຖິງຄວາມສາມາດ ທັງໃນການຜະລິດຜົນງານເພງຄຸນນະພາບ ແລະການສະແດງ ບໍ່ວ່າຈະເປັນລາງວັນນັກຮ້ອງດີເດັ່ນຂອງGrammy, ງານMusic Video Awards, MTV ! ນອກນັ້ນກໍ່ມີລາງວັນນັກສະແດງດີເດັ່ນແຫ່ງຊາດຂອງອາເມຣິກາ, ລາງວັນນັກສະແດງຍິງສົມທົບດີເດັ່ນ ແລະອີກຫລາຍລາງວັນ !