Lily Allen

(GMT+08:00) 2012-03-13 10:35:37     cri


ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງ Lily Rose Beatrice Cooper ຫລືເປັນທີ່ຮູ້ຈັກໃນນາມ Lily Allen ! ນັກຮ້ອງສາວຄົນປະເທດອັງກິດ ທີ່ຜ່ານຜ່າອຸປະສັກມາຢ່າງຫລວງຫລາຍ ກ່ອນຈະໄດ້ມາເປັນນັກຮ້ອງດັງໃນປັດຈຸບັນ ບໍ່ວ່າຈະເປັນບັນຫາທາງດ້ານຄອບຄົວທີ່ພໍ່ໄດ້ປະຮ້າງກັບແມ່ ແຕ່ຕອນລາວອາຍຸໄດ້4ປີ ! ເຮັດໃຫ້ພາລະຕ່າງໆໄປໂຮມຢູ່ກັບແມ່ຜູ້ດຽວ ໃນການລ້ຽງລູກໆທັງໝົດ4ຄົນ ໃນນັ້ນກໍ່ມີ Keith, Lily, Sarah ແລະ Rebecca !

ລ: Lily Allen ຄົ້ນພົບພອນສະຫວັນການຮ້ອງເພງຂອງຄົນເອງຕອນຮຽນຢູ່ຊັ້ນມັດທະຍົມຕົ້ນ ! ແລະໄດ້ມີໂອກາດຂື້ນເວທີຮ້ອງເພງຢູ່ເລື້ອຍໆ ທັງງານໃນແລະນອກຮົ້ວໂຮງຮຽນ ທີ່ເປັນຄອນເສີດຂະໜາດນ້ອຍບໍ່ເສຍຄ່າເຂົ້າຊົມ! ແລະຈາກນັ້ນLily ກໍ່ໄດ້ມີໂອກາດໄດ້ຮູ້ຈັກ Joe Strummer ອາດີດນັກຮ້ອງແນວເພງຣັອກຂອງອັງກິດ ທີ່ປະທັບໃຈກັບຄວາມສາມາດໃນການຮ້ອງເພງຂອງສາວຄົນນີ້ !

ນ: Lily Allen ໄດ້ປະສົບການຫລາຍຢ່າງຈາກ Joe Strummer ທີ່ໄດ້ສອນເກືອບທຸກຢ່າງທັງໃນດ້ານທັກສະການຫລີ້ນເຄື່ອງດົນຕີ ເປັນຕົ້ນກໍ່ແມ່ນການສອນຫລີ້ນກີ່ຕ້າ ! ເຊິ່ງລວມໄປເຖິງການເປັນນັກຮ້ອງນຳທີ່ເກັ່ງ ແລະການເປັນຄົນດີ ເປັນຄົນເຂັ້ມ ແຂງໃນສັງຄົມ ! ແຕ່ວ່າໜ້າເສຍດາຍມາຮອດວັນທີ22ທັນວາ2002, Joe Strummer ທີ່ Lily ໄດ້ເຄົາລົບຄືພໍ່ຄົນທີ2ກໍ່ໄດ້ເສຍຊີວິດລົງ ເນື່ອງຈາກເປັນພະຍາດຫົວໃຈ ໃນຂະນະທີ່ນອນພັກຢູ່ເຮືອນ ທີ່ເມືອງSedgemoor ລັດSomerset ປະເທດອັງກິດ !

(ເພງ)

ນ: Lily Allen ນັກຮ້ອງດັງຄົນອັງກິດໃນປັດຈຸບັນ ! ແຕ່ກ່ອນແມ່ນເຄີຍຢຸດຮຽນຊົ່ວຄາວຕອນຮຽນຢູ່ມັດທະຍົມປາຍ ເພື່ອຊອກເຮັດວຽກຫາລາຍໄດ້ເພີ່ມຊ່ວຍແມ່ ເນື່ອງຈາກຜູ້ເປັນພໍ່ໄດ້ປະຮ້າງແມ່ໄປແຕ່ຕອນລາວອາຍຸໄດ້4ປີ ! ຄວບຄູກັບການລ້ຽງນ້ອງສາວທີ່ກຳລັງໜ້າຮັກອີກ2ຄົນ ! ໃນອາຊີບພະນັກງານຂາຍເຄື່ອງດົນຕີຂອງຮ້ານ Plastic Fantastic ທີ່ມີຄ້າຍເພງ Plastic Fantastic Records ເປັນເຈົ້າຂອງ !

ລ: ແລະຮ້ານດັ່ງກ່າວນີ້ເອງ ທີ່ເປັນຈຸດເລີ່ມຕົ້ນຊີວິດການເປັນນັກດົນຕີຂອງ Lily Allen ! ທີ່ໄດ້ຢູ່ກັບສຽງເພງ, ໄດ້ຟັງດົນຕີຫລາຍປະເພດ, ໄດ້ມີໂອກາດຫລີ້ນເຄື່ອງດົນຕີຫລາຍຊະນິດ ! ບວກກັບປະສົບການທີ່ເຄີຍຜ່ານເວທີ່ຮ້ອງເພງໃນງານຂອງໂຮງ ຮຽນມາກ່ອນ ແລະການທີ່ມີ Joe Strummer ເປັນຄູສອນທັກສະການເປັນນັກດົນຕີ ! ເຮັດໃຫ້ Lily Allen ບໍ່ຍາກທີ່ຈະຕັດສິນໃຈໄທົດສອບສຽງກັບຄ້າຍເພງດັ່ງກ່າວ !

ນ: ແລະໃນທີ່ສຸດກໍ່ປະສົບຜົນສຳເລັດໃນການໄປທົດສອບສຽງ ແລະຈາກພະນັກງານຂາຍເຄື່ອງ ກໍ່ໄດ້ກາຍເປັນນັກຮ້ອງຕາມທີ່ໃຝ່ຝັນມາແຕ່ນ້ອຍໃນທີ່ສຸດ ! ແລະພິເສດພາຍຫລັງທີ່ Lily ໄດ້ກາຍເປັນນັກຮ້ອງມືອາຊີບ ກໍ່ສາມາດຫາເງິນມາລ້ຽງດູຄອບຄົວໃຫ້ດີຂື້ນ ແລະຕົນເອງກໍ່ຈົບມະຫາວິທະຍາໄລສາຂາການດົນຕີນຳອີກ ! ເຊິ່ງປັດຈຸບັນ ກໍ່ໄດ້ມີຜົນງານເພງ2ອະລາບ້ຳອອກມາ : Alright, Still (2006) ແລະ It's Not Me, It's You(2009) !