ເລື່ອງ​ແປກ

(GMT+08:00) 2012-03-20 14:17:48     cri
ລູກ​ງົວ​ປະ​ຫລາດ ໜ້າ​ຕາ​ຄ້າຍ "ຄົນ"

ນັບ​ເປັນ​ເລື່ອງ ​ເພາະວ່າມີ​ລູກ​ງົວ​ປະ​ຫລາດ ທີ່​ມີ​ໜ້າ​ຕາ​ຄ້າຍ​ຄົົນທີ່​ຕາຍ​ໄປ​ແລ້ວ​ແຕ່​ບໍ່​ເນົ່າ​ເປື່ອຍຢູ່​ທີ່​ປະ​ເທດ​ໄທ ຕາມ​ການລາຍ​ງານ​ຂ່າວພົບ ​ລູກ​ງົວ​ທີ່​ມີໜ້າຕາ​ຄື​ຄົນ ມີ​ລຳ​ຕົວ​ແລະ​ຂາ​ສີ​ຂາວ ສ່ວນ​ທີ່​ບໍລິເວນ​ຫົວ​ແລະ​ໃບ​ໜ້າ​ມີ​ລັກສະນະ​ຄື​ຫົວ​ຄົນ ມີ​ຂົນ​ສີ​ດຳ​ປົນ​ນ້ຳ​ຕານ​ຂຶ້ນ​ທົ່ວ​ຫົວ​ແລະ​ໃບ​ໜ້ານາງ​ອຸດົມ ທຸມ​ທອງ ອາ​ຍຸ 53 ປີ ເຈົ້າ​ຂອງ​ງົວ ກ່າວ​ວ່າ ຕົນ​​ເອງກຳ​ລັງ​ນຳ​ງົວ​ອອກ​ໄປ​ລ້ຽງ​ທີ່​ທົ່ງ​ນາ ແລະ​ແມ່​ງົວ​ຂອງ​ຕົນໄດ້​​ອອກ​ມາ​ ​ເຊີ່ງ​ມີ​ລັກສະນະ​ແປກ-ປະຫລາດ ຢູ່​ໄດ້​ປະ​ມານ 10 ນາ​ທີ​ລູກ​ງົວ​ກໍ​ຕາຍ ​ແລະຕົນ​​ເອງເຫັນ​ວ່າ ແປກ-ປະຫລາດ​ຈຶ່ງ​ໄດ້​ນຳ​​ເອົາງົວນ້ອຍ​ໂຕນີ້​ກັບ​ມາ​ເຮືອນ​ແລ້ວ​ໃສ່​ໄວ້​ໃນ​ກະ​ດົ້ງ ຈາກ​ນັ້ນ​ຈຶ່ງ​​ເອີ້ນ​ເພື່ອນ​ເຮືອນ​ມາ​ເບິ່ງ ຕໍ່​ມາ​ຂ່າວ​ຄວາມ​ປະ​ຫລາດ​ຂອງ​ໜ້າ​ຕາ​ລູກ​ງົວ ທີ່​ຄ້າຍ​ຄົນ​ໄດ້​ແພ່​ສະ​ພັດ​ອອກ​ໄປ ເຮັດໃຫ້​ມີ​ຊາວ-ບ້ານ​ເດິນທາງ​ມາ​ຂໍ​ເບິ່ງ​ ແລະ​ຈຸດ​ທູບ​ກາບ​ໄຫວ້​ຂໍ​ໂຊ​ກຢ່າງຫຼວງຫຼາຍ ​ແລະຕົນ​​ເອງຈຶ່ງ​ຕັ້ງຊື່​ໃຫ້​ລູກ​ງົວ​ວ່າ "ສິ​ລິ​ລາບ ໃຫ້​ໂຊກ" ເພາະ​ຢູ່ໃນ​ທ້ອງ​ແມ່​ງົວ 9 ເດືອນ 9 ມື້​ແລະ​ນອກຈາກ​ນັ້ນ​ຖ້າ​ໃຜ​ຄິດ​ຢາກ​ຈະ​ຖ່າຍຮູບ​ລູກ​ງົວ​ນີ້ ຄົນ​ເ​ຖົ້າ​ຄົນ​ແກ່​ໃນ​ບ້ານ​ໄດ້​ແນະ​ນຳ​ໃຫ້​ເຮັດ​ພິທີ​ ຂັນ​ຫ້າ​ຂັນ​ແປດ​ບູຊາ​ເສຍ​ກ່ອນ ຈຶ່ງ​ສາມາດ​ຖ່າຍ​ຮູບ​ລູກ​ງົວ​ໄດ້ ນອກ​ຈາກ​ນີ້ຄວາມ​ແປກ​ຂອງ​ລູກ​ງົວ​ທີ່​ຕາຍ​ມາ​ດົນ​ເຕີບ​ແລະ​ນັ້ນ ​ກໍ​ຍັງ​ບໍ່​ແຂງ ແລະ​ບໍ່​ເນົ່າ​ສົ່ງ​ກິ່ນ​ເໝັນ​ແຕ່​ຢ່າງ​ໃດ