ເລື່ອງ​ທີ່​ສຸດ​ຂອງ​ໂລກ ວັດ​​ໃນ​ພຣະພຸດທະ​ສາດສະໜາທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-03-20 14:19:54     cri
ແມ່ນ​ວັດ ບູ​ໂຣບຸດ​ໂດ້ ພາສາ​ອີນ​ໂດ​ເນ​ເຊຍ​ ​ເອີ້ນ​ວ່າ: ຈັນ​ດີ ບູ​ໂຣບຸດ​​ໂດ້ ​ເປັນ​ສະຖານ​ທີ​ທີ່​ມີ​ຊື່ສຽງຂອງ​ປະ​ເທດ ອີນ​ໂດ​ເນ​ເຊຍ. ຕັ້ງຢູ່​ທາງ​ພາກ​ກາງຂອງ​ເກາະ ຊາ​ວາ ​ໃກ້​ກັບ​ເມືອງ ມາ​ເກ​ລັງ ຫ່າງ​ຈາກ ​ໂຢ​ເກ​ຍກາ​ຕາ ປະມານ 40 ກິ​ໂລ​ແມັດ ​ໄປ​ທາງ​ພາກ​ຕາ​ເວັນ​ຕົກສ່ຽງ​ເໜືອ

ວັດ​ແຫ່ງ​ນີ້ ສ້າງ​ຂື້ນ​ໃນ​ປີ ຄ.ສ 750 ຫາ 850 ​ໂດຍ​ໃຫ້​ວັດ​ແຫ່ງ​ນີ້ ​ເປັນ​ສະຖານ​ທີ່​ທາງ​ສາດສະໜາພຸດ. ວັດ​ແຫ່ງ​ນີ້ ສ້າງ​ຂື້ນ​ໂດຍ ກະສັດ​ແຫ່ງ​ລາດ​ຊະ​ວົງ ​ແຊ​ເລນ​ດຼາ ​ເຊີ່ງ​ເພີ່ນ​ໄດ້​ສັນນິຖານ​ວ່າ ສ້າງ​ໃນ​ສະຕະວັດ​ທີ່ 7 ຫາ 9 ຫຼື ລະຫວ່າງ​ປີ ຄ.ສ 850

ວັດ​ແຫ່ງ​ນີ້ ສ້າງ​ໂດຍ​ຫີນ​ພູ​ໄຟ ປະມານ ​ເກືອບ 2​ແສນ ​ຕາລາງ​ແມັດ ຫຼື ​ແມັດ​ກຳລັງ​ສອງ ວັດ​ແຫ່ງ​ນີ້ ມີ​ພື້ນ​ເປັນ​ສີ່ຫຼຽມກວ້າງ​ຂ້າງ​ລະ 121 ​ແມັດ, ສູງ 123​ແມັດ ​ເປັນ​ຮູບ​ແບບ​ປິ​ລະ​ມິດ ປະກອບ​ດ້ວຍ 8 ຊັ້ນ, ​ໃນ​ແຕ່​ລະຊັ້ນມີ​ເດີນ, ​ໃນ 8ຊັ້ນນັ້ນ 5ຊັ້ນລຸ່ມ ​ເປັນ​ເດີນ​ຮູບ​ສີ່ຫຼຽມ, ​ແລະ​ອີກ 3ຊັ້ນ​ເທີ່​ງ ​ເປັນ​ເດີນ​ວົງມົນ ​ແລະ ​ເທີ່​ງສຸດ​ນັ້ນ ມີ​ພະພຸດທະ​ຮູບ ຕັ້ງ​ຢູ່​ສູງ​ຂື້ນ​ໄປ​ອິກ 31,5​ແມັດ.
   ​ໃນ​ປີ ຄ.ສ 1991 ວັ​ດ ບູ​ໂຣບຸດ​ໂດ້ ​ແຫ່ງ​ນີ້​ໄດ້​ຖືກ​ຮັບ​ຮ່ອງ​ຈາກ​ອົງການ ຢູນີສ​ໂກ້ ​ໃຫ້​ເປັນ​ມໍລະດົກ​ໂລກ.