ເລື່ອງ​ທີ່​ສຸດ​ຂອງ​ໂລກ ນ້ຳພຸ​ຮ້ອນ ທີ່​ສູງ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-03-20 14:21:26     cri
ເຊີ່ງ​ວ່າ​ນ້ຳພຸ​ຮ້ອນ ທີ່​ສູງ​ທີ່​ສຸດ​ໃນ​ໂລກ​ນີ້ ມີ​ຊື່ວ່າ: ​ໂອນ ​ແຟດຟູ​ນ ​ເປັນນ້ຳພຸ​ຮ້ອນ​ທີ່​ພຸ​ຂື້ນ​ເປັນ​ລັກສະນະ​ຮູບ​ຈວຍ ຕັ້ງຢູ່​ໃນ ວູມມິ​ງ ​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ເຢນ​ໂລ  ສ​ະ​ໂຕນ ສະຫະລັດ​ອາ​ເມ​ລິ​ກາ ​ເພີ່ນ​ຕັ້ງຊື່ນ້ຳພຸ​ນີ້ ​ໃນ​ປີ ຄ.ສ 1870 ​ໂດຍ​ແມ່ນ​ຄະນະ​ສຳຫຼວດ ວາ​ສວູລ-ລອງ​ຟໍ-​ໂດ​ແອນ ​ເປັນນ້ຳພຸ​ຮ້ອນ​ແຫ່ງ​ທຳ​ອິດ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ນີ້. ​ເຊີ່ງ​ວ່າ ປະລິມານ​ນ້ຳທີ່​ພຸ​ຂື້ນນັ້ນ​ແມ່ນ ​ເກືອບ 4ພັນ ຫາ 8ພັນ​ປາຍ ຢູ​ເອສ ​ແກນ​ລອນ ຫຼື ປະມານ ໝື່ນປາຍ ຫາ 3 ໝື່ນ​ປາຍ ລິດ. ຄວາມ​ສູງ​ຂອງ​ນ້ຳພຸ​ນີ້​ແມ່ນ ປະມານ 33 ຫາ 55 ​ແມັດ ທີ່​ມັນພຸ​ຂື້ນພາຍ​ໃນ​ເວລາ 1 ຫາ 5 ນາ​ທີ. ນ້ຳພຸ​ນີ້ ຈະ​ບໍ່​ເກີດ​ການ​ພຸ​ຂື້ນຕະຫຼອດເວລາ. ມັນ​ໃຊ້​ເວ​ລາ​ເກີດ​ການ​ພຸ​ປະ​ມານ 90ນາ​ທີ ແຕ່ຢູ່ໃນເຂດ 45-125ນາ​ທີ່​ເທົ່າ​ນັ້ນ.

ທ່ານ ​ເຮ​ລີ້ ວູດ​ເວີ​ດ ​ເຄີຍ​ໄດ້​ບັນ​ທືກ​ເປັນຄັ້ງທຳ​ອິດ​ວ່າ ນ້ຳພຸ​ຮ້ອນ​ນີ້ ​ໄດ້​ເກີດ​ຂື້ນ ​ແສນ​ປາຍ ຄັ້ງ ​ໃນ​ປີ ຄ.ສ 1938. ​ໃນ​ເວລາ​ຕໍ່ມາ​ອາດ​​ເປັນ​ຜົນ​ສະທ້ອນ ​ເນື່ອງ​ຈາກ​ແຜ່ນ​ດີ​ນ​ໄຫວ ​ເຮັດ​ໃຫ້ ການ​ພຸ​ຂື້ນຂອງ​ນ້ຳພຸ​ນີ້ ມີ​ການ​ປ່ຽນ​ແປງ ຄື ຈະ​ເກີດ​ໄລຍະ ຂອງ​ການ​ພຸ ສັ້ນລົງ ​ເຫຼືອພຽງ​ແຕ່ 65 ນາ​ທີ່ ​ແລະ​ລະຫວ່າງ 2,5 – 95 ນາ​ທີ ອຸນຫະພູມ​ຂອງ​ນ້ຳ​ແທກ​ໄດ້ 118 ອົງສາC ຊື່​ງ​ແທກ​ໃນ​ປີ ຄ.ສ 1942 ​ໂດຍໃຊ້ຮັງ​ລີ​ນຕໍ່ອອກມາ​ໄກ​ຈາກ​ບ່ອນ​ເກີດ​ນ້ຳພຸ.​