ເລື່ອງ​ຄວາມ​ຮູ້ຮອບ​​ໂຕ​ກ່ຽວກັບໜ່ວຍ​ໂລກ​ແລະ​ລະບົບ​ສຸ​ລິ​ຍະ​ຈັກກະວານ

(GMT+08:00) 2012-03-20 14:23:04     cri
ລະບົບ​ສຸລິຍະຈັກກະວານ​ປະກອບ​ດ້ວຍ​ດາວ​ນົບພະ​​ເຄາະຫຼັກ 9 ໜ່ວຍ ທີ່​ມີ​ຮູ​ບຮ່າງ​ມົນ​ກົມ ​ເອີ້ນວ່າ ດາວ​ເຄາ​ະ ຄື ດາວ​ຍົມ, ດາວ​ເກດ, ດາວ​ມະ​ລື​ດຕະຍູ, ດາວ​ເສົາ, ດາວ​ພະຫັດ, ດາວ​ອັງຄານ, ໜ່ວຍ​ໂລກ, ດາວ​ສຸກ ​ແລະ ດາວ​ພຸດ ມີ​ແຕ່ ໜ່ວຍພຽງໜ່ວຍດຽວ​ເທົ່າ​ນັ້ນທີ່​ມີ​ສິ່ງ​ທີ່​ມີ​ຊີວິດ​ອາ​ໄສ​ຢູ່.

ການໝູນປີນ​ຂອງໜ່ວຍ​ໂລກ​ປີ່​ນອ້ອມ​ຕົວ​ມັນ​ເອງ ໜ່ວຍ​ໂລກ​ປີ່​ນອ້ອມ​ຕົວ​ມັນ​ເອງ​ໂດຍ​ອ້ອມ​​​​​ເພົາ​ໂລກ​ໃນ 24 ຊົ່ວ​ໂມງ​ຕໍ່ 1 ຮອບ ( ຖືກ​ແທ້ໆ ​ແມ່ນ 23ຊົ່ວ​ໂມງ ກັບ 56 ນາ​ທີ່) ດັ່ງນັ້ນ​ແຕ່ລະ​ຈຸດ​ຢູ່ໜ້າ​ໂລກ​ຈື່ງ​ຜັດປ່ຽນກັນ​ປີ່​ນຫາ​ແສງຕາ​ເວັນ​ແລະ ຢູ່​ໃນ​ຄວາມ​ມືດ ຫຼື ມີ​ການ​ຜັດປ່ຽນກັນ​ຂອງ​ກາງ​ເວັນ ​ແລະ ກາງຄືນ ໜ້ວຍ​ໂລກ​ປີ່​ນອ້ອມ​ໂຕ​ມັນ​ເອງ​ຈາກ​ທິດຕາ​ເວັນ​ຕົກ​ ຫາ ທິດຕາ​ເວັນ​ອອກ ​ແລະ​ໃນ​ຂະນະ​ດຽວກັນ​ກໍ່ປີ່​ນອ້ອມ​ດວງ​ຕາ​ເວັນ ໝາຍວ່າ ​ເມື​ອງວຽງຈັນ ​ເລີ່​ມ​ແຈ້ງ​ກ່ອນ​ເມືອງ​ປາຣີດ ກໍ​ແຈ້ງ​ກ່ອນ​ນີວຢອກ. ຢູ່​ເຂດ​ເສັ້ນສູນ​ສູດ ຄວາມ​ໄວ​ຂອງ​ການໝູນປີນ​ຂອງໜ່ວຍ​ໂລກ​ອ້ອມ​​ໂຕ​ມັນ​ເອງ 4ໝື່ນປາຍ ກມ ຕໍ່ 24ຊົ່ວ​ໂມງ ຫຼື 1ພັນ​ປາຍ ກມ.