ປາ​ທີ່​ມີພີດຫຼາຍທີ່​ສຸດ​ໃນ​ໂລກ

(GMT+08:00) 2012-03-20 14:24:55     cri
ແມ່ນ​ ປາ​ຫີນ ​ເພີ່ນ​ພົບ​ປາ​ຊະນິດ​ນີ້ ອາ​ໃສ​ຢູ່​ຕາມ​ທະ​ເລ​ເຂດ​ຮ້ອນ​ຂອງ​ປາຊີ​ຟີ​ກ ​ແລະ​ ທະ​ເລ ອີນ​ເດຍ ຄື​ນັບ​ແຕ່​ ທະ​ເລ​ແດງ ​ເຖີ່​ງ ຄວີນ​ແລນ​ ​ເກຼດ ບາ​ເລີ ຣີບ ຄວາມ​ຍາວ​ສະ​ເລຍ​ຂອງ​ປາ​ຊະນິດ​ນີ້ ​ແມ່ນ ປະມານ 30 ຫາ 40 ຊັງ​ຕີ​ແມັດ. ​ແຕ່​ທີ່​ໃຫຍ່​ທີ່​ສຸດ ຊື່​ງ​ໄດ້​ເຄີຍ​ບັນ​ທືກ​ໄວ​ແມ່ນ​ມີ​ຄວາມ​ຍາວ​ປະມານ 51 ຊັງ​ຕີ​ແມັດ

ປາ​ຫີນ​ນີ້ ​ໃຊ້​ຄີ​ຂອງ​ມັນ​ໃນ​ການ​ລ່າ​ກ້ານໜາມທີ່​ມີ​ຜິດ ທີ່​ອາ​ໃສ​ຢູ່​ພື້ນປາ​ກາ​ລັງ ວິ​ທີ່​ລ່າ​ເຍື່ອຂອງ​ມັນ​ແມ່ນ ມັນ​ຈະ​ຢູ່​ຊື່ໆ ​ແບບ​ບໍ່​ເໜັງຕິງ​ໄປ​ໃສ ​ແລະ ​ໃຊ້​ຫີນ​ເພື່ອ​ພາ​ງຕາ ມັນ​ພາງ​ຕາ​ເປັນ​ສີຂຽວ ​ແລະ ສາມາດ​ປ່ຽນ​ເປັນ​ສີນ້ຳຕານ ​ເພື່ອ​ຄວາມ​ປອດ​ໄພ ​ໃນ​ລະຫວ່າງ​ລີ້ຢູ່​ໃນ​ໂພງ​ຫີນ​ຂອງ​ປາ​ກາ​ລັງ​ ປາ​ຫີນ​ນີ້ກີ​ນປາ​ນ້ອຍ​ເປັນ​ອາຫານ ກີ​ນກຸ້ງ ​ແລະ ສາມາດ​ກີ​ນສັດ​ເປືອກ​ແຂງ​ອື່ນໆ​ໄດ້​ອີກ. ສ່ວນຫຼາຍປາ​ຊະນີ​ດນີ້ອາ​ໃສ​ຢູ່​ຕາມ​ປາ​ກາ​ລັງ ​ເຊີ່ງ​ອ້ອມ​ຮອບ​ດ້ວຍ​ຕົ້ນ​ໄມ້ ຫຼື ໝົ້ນຢູ່​ຕາມ​ຕົມ ຕາມ​ຊາຍ.ປາ​ຊະນິດ​ນີ້ຢູ່​ບໍລິ​ເວນ​ເທິງຫຼັງຂອງ​ມັນ​ຈະ​ມີ​ເສັ້ນໜາມ​ເພື່ອປ່ອຍ​ພິດ. ພິດ​ຂອງ​ມັນ​ເປັນ​ອັນຕະລາຍ​ທີ່​ສຸດ ສາມາດ​ເຮັດ​ໃຫ້​ເຈັບ​ປວດ ​ແລະ​ເຖິງ​ຂັ້ນ​ຊອກ,​ເປັນ​ອຳມະພາດ ​ແລະ ​ເຖິງ​ແກ່​ຄວາມ​ຕາຍ​ໄດ້ ຊຶ່ງ​ຂຶ້ນກັບ​ຄວາມ​ເລິກ​ຕື້ນ ຂອງ​ບາດ​ແຜ

ປາ​ຫີນ​ຊະນິດ​ນີ້ ຄົ້ນ​ພົບ​ໂດຍ​ທ່ານ ບລອກ ​ແລະ ທ່ານ ຊຽນ​ເດີ ​ໃນ​ປີ ຄ.ສ 1801 ປາ​ຊະນິດ​ນີ້ ມີ​ຊື່​ທາງ​ວິທະຍາສາດ​ວ່າ ຊາຍ​ນັນ​ເຊຍ

ປາ​ຊະນິດ​ນີ້ ລາຄາ​ແພງ ​ແລະ ມີ​ການລຽ້ງ​ເປັນ​ສິນຄ້າ ຊຶ່ງ​ມີ​ຕະຫຼາດຂາຍ​ປາ​ຊະນິດ​ນີ້ ຢູ່ ຮົງ​ກົງ. ປາ​ຊະນິດ​ນີ້ ​ເມື່ອ​ເອົາ​ຂຶ້ນມາ​ຈາກ​ນ້ຳມັນ​ສາມາດ​ມີ​ຊີວິດ​ຢູ່​ໄດ້​ນານ​ເຖິງ 20 ຊົ່ວ​ໂມງ.