Ashlee Nicole Simpson ແລະ Jolin Tsai ( Cai Yi Lin )

(GMT+08:00) 2012-03-20 10:28:14     cri



ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວ ໜ້າໃສ ໃຈດີ ທີ່ປະສົບຜົນສຳເລັດສູງກັບການຜະລິດຜົນງານເພງອອກມາສູ່ຜູ້ຟັງທົ່ວອາເມຣິກາ ເຊິ່ງລວມໄປເຖິງການເປັນນັກສະແດງຄຸນນະພາບທີ່ຍາດມາໄດ້ຫລາຍລາງວັນຈາກການສະແດງ ທັງໃນລະຄອນໂທລະພາບ, ລະຄອນເວທີ ! ແລະປັດຈຸບັນໄດ້ພັດທະນາຄວາມສາມາດການສະແດງຂອງຕົນເອງໃຫ້ເປັນທີ່ຍອມຮັບໃນລະດັບ Hollywood ! ເຊິ່ງໜຶ່ງໃນນັ້ນກໍ່ມີເລື່ອງດັງ Chicago ທີ່ຮັບບົດບາດເປັນ Roxie Hart !

ລ: ແລະສິລະປິນສາວຄົນນີ້ເປັນໃຜໄປບໍ່ໄດ້ ນອກຈາກ Ashlee Nicole Simpson ຫລືເປັນທີ່ຮູ້ຈັກສັ້ນໆໃນນາມ Ashlee Simpson ນັກຮ້ອງ-ນັກສະແດງສາວຂອງເມືອງວາໂກ ລັດເທັກຊັດ ສະຫາລັດອາເມຣິກາ ! ທີ່ຍ່າງຕາຮອຍເອື້ອຍ Jessica Simpson ນັກຮ້ອງດັງອີກຄົນໜຶ່ງຂອງລັດດັງກ່າວ ທີ່ແຈ້ງເກີດກ່ອນທັງໃນວົງການເພງແລະການສະແດງ ! ນອກນັ້ນຍັງເປັນນັກອອກແບບເຄື່ອງແຕ່ງກາຍທີ່ມີຊື່ສຽງໃນວົງການແຟຊັນຂອງອາເມຣິການຳອີກ !

ນ: ຈຸດເລີ່ມຕົ້ນການເປັນນັກຮ້ອງຂອງAshlee, ກໍ່ມາຈາກການເປັນຄົນມັກເຕັ້ນມາແຕ່ນ້ອຍ ໂດຍໄດ້ເຂົ້າຮຽນຫລັກສູດພື້ນຖານການເຕັ້ນບາເລຕັ້ງແຕ່ຕອນອາຍຸໄດ້3ປີ ! ແລະພາຍຫລັງຈົບຫລັກສູດດັ່ງກ່າວ ກໍ່ໄດ້ເຂົ້າຮຽນຕໍ່ທີ່ໂຮງຮຽນສອນເຕັ້ນບາເລໃນລະ ດັບທີ່ສູງຂື້ນໃນນະຄອນຫລວງນິວຍອກ ສະຫາລັດອາເມຣິກາ ! ຈົນໃນທີ່ສຸດກໍ່ກາຍເປັນນັກເຕັ້ນບາເລມືອາຊີບ ແລະລອງຫັນມາຈັບໄມຮ້ອງເພງ ທີ່ເປັນອີກຄວາມຝັນໜຶ່ງຂອງສາວຄົນນີ້ !

(ເພງ)

ນ: Ashlee Simpson ນັກ​ຮ້ອງ​ດັງ​ຈາກ​ເມືອງວາ​ໂກ ລັດ​ເທັກ​ຊັດ ສະ​ຫາ​ລັດ​ອາ​ເມຣິກາ ! ປັດ​ຈຸ​ບັນ​ເປັນ​ສາວ​ໄວ​ອາຍຸ​28 ​ສັງກັດ​ໃນ​ຄ້າຍ​ເພງGeffen Records ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ຄ້າຍ​ເພງ​ແມ່ Universal Music Group ທີ່​ສ້າງ​ຕັ້ງ​ຂື້ນ​ໃນ​ປີ1934 ​! ​ໂດຍ​ມີ​ສຳ​ໜັກ​ງານ​ໃຫຍ່​ຕັ້ງ​ຢູ່​ເມືອງ​ໃນ​ເມືອງ Santa Monica ລັດ​ແຄ​ລິ​ຟໍ​ເນຍ !

ລ: ​​​ພາຍຫລັງທີ່ Ashlee ​ເຊັນ​ສັນຍາ​ກັບ​ຄ້າຍ​ເພງ​ດັ່ງ​ກ່າວ​ໃນ​ປີ2004 ກໍ່​ໄດ້​ມີ​ການ​ປ່ອຍ​ອະ​ລາ​ບ້ຳ​ເພງ​ທຳ​ອິດ​ອອກ​ມາ ​ໂດຍ​ໃສ່​ຊື່​ວ່າ Autobiography ! ​ແລະ​ຫລັງ​ຈາກ​ອະ​ລາ​ບ້ຳ​ດັ່ງກ່າວ​ອອກ​ໄປ​ສູ່​ຜູ້​ຟັງ​ ກໍ່​ໄດ້​ກາຍ​ເປັນ​ອະ​ລາ​ບ້ຳ​ດັງ​ອັນ​ດັບ1​ຢູ່​ອາ​ເມຣິກາ ! ​ໂດຍ​ມີ​ຍອດ​ຂາຍ​ໃນ​ອາທິດ​ທຳ​ອິດ​ທີ່​ສູງ​ເຖິງ 398,000​ແຜ່ນ ! ​ແລະ​ເປັນ​ທີ່​ມາ​ຂອງ​ລາງວັນ​ອະ​ລາ​ບ້ຳ​ດີ​ເດັ່ນ ​ທີ່​ມອບ​ໂດຍ​ສະມາຄົມ​ອຸດ​ສາ​ຫະກຳ​ເພງ​ຂອງ​ອາ​ເມຣິກາ !

ນ: ​ເຊິ່ງປັດຈຸບັນ Ashlee Simpson ​ໄດ້​ກາຍ​ເປັນ​ນັກ​ຮ້ອງ​ທີ່​ມີ​ແຟນ​ເພງ​ຢ່າງ​ຫລວງ​ຫລາຍ​​ໂດຍ​ສະ​ເພາະ​ໃນ​ອາ​ເມຣິກາ ກັບ​ຜົນງານ​ເພງ​ດັງ​ທີ່​ອອກ​ມາ​ທັງ​ໝົດ4ອະ​ລາ​ບ້ຳ: Autobiography(2004), I Am Me(2005), Bittersweet World(2008) ​ແລະTBA(2012) ! ນອກ​ນັ້ງຍັງ​ມີ​ຜົນງານ​ການສະ​ແດງ​ຫລາຍ​ເຖິງ 8​ເລື່ອງ, ​​ໃນ​ນັ້ນ​ກໍ່​ມີເລື່ອງ​ດັງ America's Next Top Model​ ທີ່​ອອກ​ສາຍ​ລ່າ​ສຸດ​ໃນ​ທ້າຍ​ປີ2011​ທີ່​ຜ່ານ​ມາ !
1 2