ປະ​ເທດ​ລາວ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຂ້ອຍ

(GMT+08:00) 2012-03-30 11:39:38     cri

ທົ່ງນາໃນລະດູການເກັບກ່ຽວ

    ອະລຸນ​ໄດ້​ໄປ​ທ່ຽວ​ລາວຫຼາຍ​ເທື່ອ​ ​ແລະ ກໍ​ໄດ້​ຖ່າຍຮູບ​ຢ່າງຫຼວງຫຼາຍ. ​ໃນ​ຄວາມ​ຊົງ​ຈຳ​ຂອງ​ອະລຸນ, ​ປະ​ເທດ​ລາວແມ່ນ​ສວຍ​ງາມ​ທີ່​ສຸດ ​ແລະ ສວຍ​ງາມ​ທຸກໆ​ດ້ານ: ​ທີວ​ທັດ​ທຳ​ມະ​ຊາດສວຍ​ງາມ, ອາກາດ​ສົດ​ໃສ, ນ້ຳ​ກໍ​​ໃສສະອາດ; ຄົນ​ລາວ​ເປັນ​ຄົນ​ນິດ​ໄສ​ດີ, ເວົ້າ​ຈາ​ສຸ​ພາບ​ອ່ອນ​ໂຍນ, ບໍ່​ວ່າ​ຊິ​ໄປ​ໃສ​ກໍ​ບໍ່​ຢ້ານຫຼົງທາງ​ເລີຍ, ​ເພາະ​ຖາມ​ຜູ້ໃດເພິ່ນ​ກໍ​ຈະ​ໃຫ້ການ​ຊ່ວຍ​ເຫຼືອດ້ວຍຄວາມຈິງໃຈ--ນີ້​ແມ່ນ​ຄວາມງາມ​ດ້ານ​ຈິດ​ໃຈ, ​ເຮັດ​ໃຫ້​ປະ​ເທດ​ລາວ​ຍິ່ງ​ມີ​ສະ​ເໜອັນ​ດູດ​ດື່ມ!

ທ້ອງຟ້າສົດໃສ, ເຂົ້າຢູ່ທົ່ງນາສຸກເຫຼືອງເຮືອງເຮື່ອ, ງາມແທ້!!!

ພາບ​ເຫຼົ່ານີ້​ໄດ້​ຖ່າຍ​ຢູ່​ພາກ​ເໜືອ​ຂອງ​ນະຄອນຫຼວງວຽງ​ຈັນ ​ໂດຍ​ຫ່າງ​ຈາກ​ສະໜາມ​ບິນ​ວັດ​ໄຕ​ 10 ກວ່າ​ກິ​ໂລ​ແມັດ. ​ເຂົ້າຢູ່​ທົ່ງ​ນາ​ສຸກ​ເຫຼືອງ​ເຮືອງເຮື່ອ, ​ເຮັດ​ໃຫ້​ອະລຸນ​ຄິດ​ເຖິງ​ບ້ານ​ເກີດ​ຂອງ​ຕົນ​ໃນ​ລະດູ​ໃບ​ໄມ້ຫຼົ່ນ, ​ເພາະ​ເປັນ​ພາບ​ວີ​ວທີ​ວ ທັດ​ຄ້າຍຄື​ກັນ--ປະມານ 10 ປີ​ແລ້ວ ອະລຸນບໍ່​ໄດ້​ກັບ​ເມືອ​ຢາມ​ບ້ານ​ເກີດ, ​ເມື່ອຄິດຫຼາຍກໍ​ມັກ​ເອົາ​ພາບ​ເຫຼົ່ານີ້​ມາ​ເບິ່ງ.

ຂໍສະແດງຄວາມເຄົາລົບຕໍ່ຊາວຜູ້ອອກແຮງງານ