ອາຫານ​ລາວ

(GMT+08:00) 2012-03-30 15:16:33     cri

    ອາຫານ​ລາວ​ແຊບ​ອີຫຼີ, ມີ​ໄກ່ລາດ, ປາ​ບູ່, ປາດຸກ​ນາ, ປາ​ນ້ຳ​ຂອງຫຼາຍໆ​ຊະນິດ, ກຸ້ງ​ເຕັ້ນ, ຫອຍ, ຜັກ​ສົດ​ປອດສານ​ພິດ…ອະລຸນ​ມັກ​ຕົ້ມຍຳ​ກຸ້ງຫຼາຍກວ່າ, ​ເພາະ​ກິ່ນ​ໝາກ​ນາວ​ມັນ​ທັງ​ສົ້ມທັງ​ຫອມ, ​ໃສ່​ໝາກ​ເພັດ​ໜ້ອຍ​ໜຶ່ງ, ຫົວສີ​ໄຄ ​ແລະ​ເຄື່ອງຫອມ​ອື່ນໆທີ່​ອະລຸນ​ບໍ່​ຮູ້ຊື່, ​ໂອ້​ຍ! ລົດ​ຊາດ​ແບບນີ້ ຄຶດ​ວ່າ​ຢູ່​ເທິງ​ສະຫວັນ​ກໍ​ບໍ່​ມີ​ດອກ, ດັ່ງນັ້ນຢູ່​ໂລກ​ມະນຸດ​ເຮົາ​ດີກ​ວ່າ^_^

ດອກຊະນິດນີ້ງາມອີຫຼີ, ແຕ່ບໍ່ຮູ້ເອີ້ນວ່າດອກຫຍັງ

​ໄປ​ທ່ຽວ​ລາວ​ເທື່ອ​ນັ້ນ, ໝູ່​ໄດ້​ພາ​ອະລຸນ​ໄປ​ກິນ​ເຂົ້າຢູ່​ຟາ​ມ​ແຫ່ງ​ໜຶ່ງ​ທີ່ຫຼັກ 64. ມື້​ນັ້ນ, ອະລຸນ​ໄດ້​ດື່ມ​ເບຍ​ລາວຫຼາຍໆ​ຂວດ--ຄືວ່າ​ອະລຸນ​ບໍ່ເຄີຍດື່ມ​ເບຍຫຼາຍປານ​ນັ້ນຈັກເທື່ອ, ​ມື້ນັ້ນດື່ມຫຼາຍກໍ​ຍ້ອນ​ວ່າ​ອາຫານ​ແຊບ, ​ເບຍ​ແຊບ, ​ສະພາບ ​ແວດ​ລ້ອມ​ດີງາມ ແລະ​ນ້ຳ​ໃຈ​ອັນ​ອົບ​ອຸ່ນ​ຈາກ​ໝູ່ເພື່ອນ…



ຂອບ​ໃຈ​ນຳ​ໄກ່ລາດ​ໂຕນັ້ນ​ແດ່​ທີ່​ໄດ້​ເສຍສະຫຼະ​​ຂຶ້ນສະຫວັນ​ເພື່ອ​ໃຫ້​ອະລຸນ​ໄດ້​ອິ່ມ​ທ້ອງ^_^


ໝາກນາວຫອມ, ແຈ່ວກໍຫອມ, ປາກໍບໍ່ດ້ອຍໄກ່ລາດ