二胡 ​( Er Hu ) ຫຼື ຊໍ​ສອງ​ສາຍ

(GMT+08:00) 2012-03-30 10:17:46     cri



     二胡 ​( Er Hu ) ຫຼື ຊໍ​ສອງ​ສາຍ ​ເປັນ​​ເຄື່ອງ​ດົນ​ຕຼີ ອີກ​ຊະນິດໜຶ່ງ ທີ່​ຈັດ​ເຂົ້າ​ໃນ​ປະ​ເພດ​ສາຍ ​ເປັນ​ເຄື່ອງ​ດົນຕຼີທີ​ມີຮູບຊົງ ຄ້າຍ​ຄື​ດັ່ງ​ຄັນທະ​ນູ ​ແລະ ມີ​ເຕົ້າ​ທີ່ເປັນຮູບ 6 ຫຼ່ຽມ​ຢູ່​ທາງ​ດ້ານ​ລຸ່ມ ​ທີ່​ເຮັດ​ດ້ວຍໜັງງູ ​ແລະ ​ໄມ້​ເນື້ອ​ແຂງ  ປະກອບ​ມີ ​2 ສາຍ ທີ່​ໃຫ້ຫຼາກຫຼາຍທຳນອງ​ດົນຕຼີ

    二胡 ​( Er Hu ) ​ເປັນ​ທີ່​ຮູ້​ຈັກ​ກັນ ອີ​ກຊື່ໜຶ່ງ ​ແມ່ນ ຊໍ​ພາກ​ໃຕ້ ​ແລະ ​ເປັນ​ທີ່ຮູ້​ຈັກ ​ກັນ​ໃນ​ສັງຄົມ​ຕາ​ເວັນ​ຕົກ ທີ່​ຊາວ​ຕາ​ເວັນ​ຕົກ ​ໃຫ້ການ​ຂະໜານນາມ​​ແກ່ ຊໍສອງ​ສາຍ​ຂອງ​ຈີນ 二胡 ​( Er Hu ) ວ່າ ​ໄວ​ໂອ​ລີ​ນຈີນ

    ​ເຄື່ອງ​ດົນ​ຕຼີຊະນິດ​ນີ້ ​ນິຍົມນຳ​ໃຊ້ ​ເຂົ້າ​ໃນ​ການບັນ​ເລງ ​ໃນ​ວົງ​ດົນ​ຕຼີ Orchestra ກຸ່ມນ້ອຍ​ໃຫຍ່ຕ່າງໆ ​ແລະ ​ເປັນ​​ເຄື່ອງ​ດົນ​ຕຼີທີ່​​ໄດ້ຮັບ​ຄວາມນິຍົມຫຼາຍ​ໃນ​ບັນດາ​ຊົນ​ເຜົ່າ​ຕ່າງໆຂອງ​ຈີນ ນິ​ຍົມ​ນຳ​ມາ​ປະຍຸກ ​ໃຫ້​​ເຂົ້າກັບ​ດົນຕຼີຮ່ວ​ມສະ​ໄໝ ປະກອບ​ທຳນອງ​​​ໃສ່ໃນຫຼາກຫຼາຍ​ແນວ​ເພງ ​ເຊັ່ນ Pop Rock Jazz ​ແລະ ອື່ນໆ

        二胡 ​( Er Hu )​ ເປັນ​​ເຄື່ອງ​ດົນ​ຕຼີ ທີ່​ມີ​ປະຫວັດ​ການ​ນຳ​ໃຊ້ ​ໃນ​ຈີນ​ມີ​ໄລຍະ​ເວລາ​ຍາວ​ນານ ​​ເຖິງ​ພັນ​ກວ່າ​ປີ​ ​ແລະ ປັດ​ຈຸນີ້ ​ເປັນ​ເຄື່ອງ​ດົນຕຼີອີກ​ຊະນິດໜຶ່ງ ທີ່​ໄດ້ຮັບ​ຄວາມ​ນະ​ຍົມ​ສູງ ​ແລະ ມີ​ການ​ຜະລິດ​ໃນຫລາຍ​ ​ໂຮງງານ ທັງ​ໃຫຍ່ ​ແລະ ນ້ອຍ ​ເຊັ່ນ ​ໃນ​ປັກ​ກິ່ງ ຊຽງ​ໄຮ້ ​ແລະ ສູ່​ໂຈ່​ວ ​ເຊິ່ງລ້ວນ​ແຕ່​ໄດ້ຮັບ​ການ​ຜະລິດ ທີ່​ມີ​ຄຸນ​ນະພາ​ບຈາກ​ບັນດາ​ຊ່າງ​ທີ່​ຊຳນິຊຳນານ ​ແລະ ມີ​ຄວາມ​ຊ່ຽວຊານ​ທາງ​ດ້ານ​​ເຄື່ອງ​ດົນຕຼີຊະ​ນິດ​ນີ້