Fu Cong 傅聪 ນັກ​ເປຍ​ໂນ

(GMT+08:00) 2012-03-30 10:20:43     cri



    Fu Cong 傅聪  ນັກ​ດົນ​ຕຼີອາຍຸ​ໂສ ອາຍຸ 77 ປີ  ຈາກ​ຊຽງ​ໄຮ້ຂອງ​ຈີນ ​ເກີດ​ໃນ​ວັນ​ທີ 10 ​ເດືອນ​ມີນາ ປີ 1934​ ​ທີ່​ຊຽງ​ໄຮ້ຂອງ​ຈີນ ​ໃນ​ຄອບ​ຄົວ​ປັນຍາ​ຊົນ ​ໂດຍ​ມີ​ພໍ່​ ທີ່​ຊື່ວ່າ Fu Lei ທີ່ເປັນ​ນັກ​ແປ​ພາ​ສາ

    Fu Cong 傅聪  ​ເປັນ​ນັກ​ເປຍ​ໂນ ທີ່​ເລີ່​ມຕົ້ນ​ການຮຽນ​ເປຍ​​ໂນ ກັບ​ນັກ​ດົນ​ຕຼີ ຊື່​ດັ່ງ​ຈາກ​ອີ​ຕາ​ລີ ​ເ​ຊິ່ງ​ແມ່ນ Mario Paci ທີ່ຜູ້​ກໍ່ຕັ້ງ ວົງ Orchestra ຊຽງ​ໄຮ້ຂອງ​ຈີນ ຕໍ່ມາ ​ໃນ​ປີ 1953 ​ໄດ້​ສືບຕໍ່ເຂົ້າຮັບການ​ເຝິກອົບຮົມ​ ທີ່ Warsaw Conservatory ​ໃນ​ເຂ​ດ​ເອີຣົບ ​
    Fu Cong ​ເປັນ​ນັກ​​ເປ​ຍ​ໂນ ທີ່​ໄດ້ຮັບການ​ຍອມຮັບ ພາຍຫລັງ ທີ່​ຊະນະ​ເລີດ ​ແລະ ​ໄດ້ຮັບລາງວັນ Mazurka ໃນ​ການ​ແຂ່ງ​ຂັນ​ເປຍ​ໂນ​ນາໆຊາດ ​Chopin Piano Competition ​​ເຮດ​ໃຫ້​ໄດ້ຮັບ​ໂອ​ກາດ​​ເດີນ ທາງ​ໄປ​ທີ່​ ລອນ​ດອນ ປະ​ເທດ​ອັງກິດ ​ໃນ​ປີ 1960 ​ແລະ ດຳ​ເນີຍ​ອາຊີ​ຍນັກ​ດົນຕຼີ ພ້ອມ​ທັງ​ເປັນ​​​ຄູ​ສອນ​ດົນ​ຕຼີ

   ນອກ​ຈາກ​ນັ້ນ Fu Cong ຍັງ​ເປັນໜຶ່ງ​ໃນ​ຜູ້​ເຂົ້າ​ແຂ່ງ​ຂັນດົນຕຼີ​ ​ເຊິ່ງຈັດ​ຂຶ້ນ​ໂດຍ ສົມ​ເດັດ​ລາ​ຊິ​ນີອາ​ລິ​ດຊະ​ເບ​ດ Queen Elisabeth Music Competition ​ໃນ​ປີ 1991, 1999 ​ແລະ 2007