Guo Yue

(GMT+08:00) 2012-03-30 10:36:28     cri

  
Guo Yue ( 郭 跃  ) ​​ນັກ​ດົນຕຼີ ​ໃນ​ແນວ​ດົນ​ຕຼີພື້ນ​ເມືອງ​ຂອງ​ຈີນ ​ໄວ​ອາຍຸ 54ປີ ​ເກີດ​ໃນ​ປີ 1958 ​ທີ່​ນະ​ຄອນ​ຫລວງປັກ​ກິ່ງ ​​ເປັນ​ນັກ​ດົນ​ຕຼີ ທີ່​ຊຳນານ​ໃນ​ປະ​ເພດ​ເຄື່ອງ​ດົນ​ຕຼີພື້ນ​ເມືອງ​ຂອງ​ຈີນ ​ເຊັ່ນ ຂຸ່ຍ​ໄມ້​ໄຜ່ ( Chinese Bamboo Flute ) ​ແລະ ປີ່​ຈີນ ທີ່ຮ້ອງວ່າ Bawu ( Chinese reed pipe ) ​ເປັນ​ນັກ​ດົນຕຼີທີ່ຊຳນານ​​ໃນເຄື່ອງດົນຕຼີ ປະ​ເພດ​ເປົ່າ 

    ​ເມື່ອປີ 1982 Guo Yue ( 郭 跃  ) ​​​ໄດ້ຮັບການ​ຊ່ວຍ​ເຫລື​ອຈາກ​ນ້ອງ​ສາວ​ທີ່​ອາ​ໄສຢູ່ປະ​ເທດ​ອັງກິດ​ ​ໃນ​ການ​ນຳພາ Guo Yue ​ເດີນທາງ​ໄປ​ສຶກສາ​ໃນ​ດ້ານ​ດົນຕຼີ ​ໂດຍ​ໄດ້​ສຶກສາ​ວິ​ທິການ​ຫລິ້ນຂຸ່ຍ​ເງິນ ( Silver Flute ) ທີ່​​ໂຮງຮຽນສອນ​ດົນຕຼີ Guildhall

    Guo Yue ນັກ​ເປົ່າ​ຂຸ່ຍ ທີ່​ສາມາດຫລິ້ນ​​ຂຸ່ຍ​ໄມ້​ໄຜ່ ​ໄດ້ຫລາຍ​ຊະນິດ ​ແລະ ​ໃນ​ຂະນະ ທີ​ໄດ້ສຶກສາ​ດົນຕຼີ ​ໃນ​ປະ​ເທດ​ອັງກິດນັ້ນ Guo Yue ກໍ​ໄດ້ມຮັບໂອກາດ​​ບັນທຶກ​ ການບັນ​ເລງເພງ ​ໃຫ້​ແກ່​ນັກ​ດົນຕຼີ ທີ່​ມີ​ຊື່ສຽງຂອງ ປະ​ເທດ​ອັງກິດ ​Peter Gabriel

    ນອກ​ຈາກ​ການຫລົງ​ໄຫລ​ໃນ​ດ້ານ​ດົນຕຼີ ​ແລ້ວ Guo Yue ຍັງ​ມັກຮັກ ​ໃນ​ການ​ປຸງ​ແຕ່ງອາຫານ ​ເຊິ່ງ Guo Yue ​ໄດ້​ນຳ​ເອົາ​ສິ່ງ​ທີ່​ຕົນ​ມັກ​ທັງ ສອງ​ຢ່າງນັ້ນ ມາ​ປະສົມ​ປະສານ​ກັນ​​ໄດ້ຢ່າງ​​ລົງຕົວ ​​ໃນການສະ​ແດງຄອນ​ເສີດ ທີ່​ມີ​ການບັນ​ເລງ​ເພງ ຄວບ​ຄູ່​ກັບ ການປຸງ​ແຕ່ງອາຫານ​​ໄປ​ນຳ ​ເຊິ່ງ​ຖື​ໄດ້​ວ່າ ເປັນ​ການສະ​ແດງ ທີ່​ແປກ​ໃໝ່ ​ແລະ ມີ​ ເອກ​ະລັກ ສະ​ເພາະອັນ​ໂດດ​ເດັ່ນ