知足 ( Zhi Zhu ) Contented ຄວາມ​ພໍ​ໃຈ

(GMT+08:00) 2012-03-30 10:40:28     cri


 
    ຜົນງານ​​ເພງຂອງ​ສິລະ​ປິນກຸ່ມ ​Wu Yue Tian ( Mayday ) ​ ທີ່ ​ແນ​ະນຳ​ໃຫ້​ພວກ​ເຮົາຮູ້ຈັກ​ຄວາມພຽງພໍ ​​ແລະ ພໍ​ໃຈ​ກັບ​ທຸກໆສິ່ງ ທີ່​ໄດ້​ປະສົບ​ພົບພໍ້​ຈາກການ​ດຳລົງ​ຊີວິດ ລວ​ມ​ໄປ​ເຖິງ​ເລື່ອງ​ຄວາມຮັກ

    ​ເນື້ອ​ເພງ​ໄດ້ພັນ​ລະ​ຍາ​ເຖິງ​ຄວາມ​ປາຖະໜາ ​ໃນ​ຫລາຍໆສິ່ງ​ທີ່​​ເປັນ​ໄປ​ບໍ່​ໄດ້ ​ເຊັ່ນ​ວ່າ ​ເຮັດ​ແນວ​ໃດ​ຈຶ່ງຈະ​ໄດ້​ເປັນ​ເຈົ້າ​ຂອງ​ສາຍຮຸ້ງ ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາມາດ​ໂອບ​ກອດ​ສາຍ​ລົມ​ເອົາ​ໄວ້ ດາວ​​ໃນ​ທ້ອງຟ້າ​ຕ່າງ​ກໍຍິ້ມ​ໃຫ້​ກັບ​ຜູ້ຄົນ ທີ່​ບໍ່ຮູ້ຈັກ​ຄຳ​ວ່າ​ພຽງພໍ

    ​ຖ້າ​ຂ້ອຍຫລົງຮັກ​ໃນ​ຮອຍຍິ້ມ​ຂອງ​ເຈົ້າ ຈະ​ຕ້ອງ​ເຮັດ​ແບບໃດ​ຈຶ່ງ​ຈະສາມາ​ດ​ເປັນ​ເຈົ້າຂອງຮອຍຍິ້ມ​ຂອງ​ເຈົ້າ ຖ້າ​​ເຈົ້າ​ມີ​ຄວາມ​ສຸກ ​ແຕ່​ຫາກ​ຄວາມ​ສຸກ​ນັ້ນ ບໍ່​ໄດ້​ມາ​ຈາກ​ຂ້ອຍ ​ເຮົາຄວນ​ແຍກ​ທາງ​ກັນ​ດີບໍ່ ຫລື​ວ່າ​ຂ້ອຍນັ້ນ​ຍັງ​ຄົງມີ​ຫວັງ ​ຫລື ຕ້ອງ​ມີ​ການ​ປັບປ່ຽນ​ຕົວເອງ

    ​ແນມເຫັນວ່າວທີ່ຖືກສາຍລົມພັດປິວໄປສູ່ທ້ອງຟ້າ ຂ້ອຍຂໍພອນນາໆປະການ​ໃຫ້​ເຈົ້າ​​ໄດ້​ພົບ​ກັບ​ຄວາມສຸກ ​ແຕ່​ສຸດ​ທ້າຍ​ເຈົ້າ​​​ນັ້ນກໍຈາກຂ້ອຍໄປ​ໃນກຸ່ມ​ຄົນ​ທີ່ແອ​ອັດ ​ເຮັດ​ໃຫ້ຂ້ອຍ​ສຳຜັດ​​ໄດ້ເຖິງ​ຮອຍຍິ້ມ ທີ່​ມີ​ທັງຄວາມ​ເຈັບ​ປວດ

    ​ເຫລື​ອ​ໄວ້ພຽງ​​ຄວາມ​ຊົງ​ຈຳ​ດີໆ ທີ່​ເຈົ້າ​ໄດ້​ມອບ​ໃຫ້ ​ໃນ​ຄືນ​ທີ່ສອງ​ເຮົາ​ຮ້ອງ​ເພງ​ຮ່ວມກັນ​ທີ່​ເນີນ​​​​​ພູ ພຽງ​ເທົ່ານີ້ຂ້ອຍ​ກໍ​ພໍ​ໃຈ ​​ແລະ ​ມີ​ຄວາມສຸກ ກັບ​ຊີວິດ​ທີ່​ຫງວ່ມ​ເຫງົາ​ໃນ​ແຕ່​ລະມື້