Mama媽媽 -  吳建豪 ( Vanness Wu- F4 )

(GMT+08:00) 2012-03-30 11:03:38     cri
 
    ຜົນງານ​ເພງ ທີ່​ເລົ່າ​ເຖິງ​ຄວາມຮັກ ທີ່​ແມ່​ມີ​ຕໍ່ລູກ ​ເຊິ່ງ​ເປັນຄວາມຮັກ ທີ່​​ໃຫ້​ດ້ວຍ​ຄວາມ​ບໍລິ​ສຸດ​ໃຈ ​ແລະ ການ​ເສຍສະລະ ​ໃນ​ການ​ເຮັດທຸກ​ສິ່ງ​ທຸກ​ຢ່າງ ​​ເພື່ອ​ໃຫ້​ຄອບຄົວ ​ແລະ ລູກ​ມີຄວາມສຸກ ​

    ນອກ​ຈາກ​ນັ້ນ​ຍັງ​ໄດ້​ເລົ່າ​ເຖິງຄວາມຮັກ ​ຄວາມຮູ້ບຸ​ນ​​ຄຸນທີ່​ລູກ​​ມີ​ຕໍ່​ແມ່​ ເຖິງ​ແມ່ນວ່າ ໃນ​ເມື່ອ​ຕອນ​ທີ່​ຍັງ​ນ້ອຍ ລູກ​ນັ້ນ​ບໍ່ມັກ​ຟັງ​ຄວາມ ​ແລະ ມັກ​ເຮັດ​ໃຫ້​ແມ່​ນັ້ນເປັນ​ຫວ່ງ​​​ຢູ່​ສະ​ເໝີ ພ້ອມ​ທັງ​ມັກ​ຜິ​ດຖຽງກັນ​ກັບ​ແມ່ ​ແຕ່​ຜູ້​ເປັນ​ແມ່​ນັ້ນ ຮັບ​ໄດ້​ທຸກ​ຢ່າງ ທີ່​ລູກ​ໄດ້​ກະທຳ​ລົງ​ໄປ ​ເພາະ​ແມ່​​ຄື​ຜູ້​ທີ່​ເອົາ​ໃຈ​ໃສ​ເບິ່ງ​ແຍ​ງຄອບຄົວ

   ບາງ​ຄັ້ງທີ່​ລູກໄດ້​ກະທຳຜິດ ​ແລະ ສະ​ແດງ​ອາລົມ​ທີ່ບໍ່ດີຕໍ່ກັບ​ແມ່ ​ເຮັດ​ໃຫ້​ແມ່​ເກີດ​ຄວາມ​ບໍ່ສະບາ​ຍໃຈ ​ແລະ ຄິດ​ກັງວົນ​ໄປ​ຕ່າງ​ໆນາໆ ແຕ່​​ແມ່ນັ້ນຍັງຄົງມີ​ຄວາມຮັກທີ່​ບໍລິສຸດມອບ​ໃຫ້​ລູກ​ສະ​ເໝີ ​ແລະ ຄຳ​ວ່າຮັກ ທີ່​ອອກ​​ຈາກປາກ​ແມ່​ໃນ​ແຕ່​ລະ​ຄັ້ງນັ້ນຄື​ຄຳ​ຕອບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຈາກ​​ໃຈ​ຂອງແມ່

   ​​ ຂໍ​ໃຫ້​ແມ່ ຈົ່ງ​ພັກຜ່ອນ​ ແລະ​ ​ຢ່າຮ້ອງ​ໃຫ້​ເສຍ​ໃຈ​ອີກ ເພາະ​ແມ່​ນັ້ນໄດ້​ຜ່າ​ນຄວາມ​ລຳບາກ​ມາຫລາຍ​ແລ້ວ ຈາກ​ການ​ເ​​ບິ່ງ​ແຍງ​ຄອບຄົວ ຈາກ​ນີ້​ໄປ​ລູກຈະ​ຂໍ​ເບິ່ງ​ແຍງດູ​ແລ​ແມ່ຜູ່​ເປັນ​ທີ່ຮັກຂອງ​ລູກ ​ແລະ ຄອບຄົວ​ໃຫ້​ດີ ​ແລະ ລູກ​ຂໍ​ສັນຍາ​ວ່​າ ຈະ​ບໍ່​ເຮັດ​ໃຫ້​ແມ່​ນັ້ນ​ຜິດ​ຫວັງ ​ແລະ ​ເສຍ​ໃຈ​ອີກ​ຕໍ່​ໄປ